ໂດຍສ່ວນໃຫຍ່ ປະຊາຊົນ ທອ້ງຖ່ີນ ປູກຜັກ ໃສ່ໄຮ່ເຂົ້າ ແລະ ປູກໃສ່ສວນຄົວ. ນອກຈາກນ້ີ, ພວກເຂົາກໍ່ປູກ ລຽບຕາມແມ່ນໍາ້ ໃນລະດູແລ້ງ. ສຳລັບ ຊາວກະສິກອນ ທີອາໃສ ຢູ່ເຂດພູດອຍ ຈະປູກຜັກ ໃນຊ່ວງລະດູຝົນ ເປັນສວນໄຫຍ່ ແລະ ປູກໃນລະດູແລ້ງ ສໍາລັບ ຜູ້ທີ່ມີເງ່ືອນໄຂ ຢູ່ໃກ້ແຄມຫ້ວຍ. ການປູກຜັກ ໃນພື້ນທ່ີດິນຄອ້ຍຊັນ ຈະມີຂໍ້ຈຳກັດ ກ່ຽວກັບ ຄວາມຊັນຂອງດິນ (ດິນບໍ່ຮາບພຽງ) ແລະ ການສະຫນອງນໍາ້. ການປູກຜັກ ຂອງຊາວກະສິກອນ ໃນເມືອງດາກຈຶງ ໃສ່ພື້ນທ່ີ ດິນຄອ້ຍຊັນ ເປັນພັກຄັນໃດ ແມ່ນເຄີຍໄດ້ປະຕິບັດມາ ເປັນເວລາດົນນານແລ້ວ. ເຖິງຢ່າງໃດກໍ່ຕາມ, ການປຸກຜັກ ຢູ່ດິນຄອ້ຍຊັນ (ສະເລ່ຍ ຄວາມຄອ້ຍຊັນ 11-15%) ມີຄວາມສ່ຽງຫຼາຍ ແລະ ເປັນຂໍ້ຈຳກັດ. ດັ່ງທ່ີກ່າວມານັ້ນ ຊາວກະສິກອນ ຈ່ຶງໄດ້ປະດິດສ້າງ (ໃຊພູມປັນຍາ ຂອງຊາວບາ້ນ) ປູກຜັກ ໃນພື້ນທ່ີ ດິນຄອ້ຍຊັນ ເພື່ອບໍລິໂພກ ແລະ ຂາຍຕະຫຼອດປີ. ຜັກ ທ່ີຊາວກະສິກອນ ປູກສ່ວນຫຼາຍ ແມ່ນຜັກ ຫອມປ້ອມ, ຜັກບົ້ງ, ຜັກກາດຂາວ, ຜັກກາດດອກ ແລະ ຜັກ ກາດຕີນໝີ. ໃນປີ 2000, ຊາວກະສິກອນ ໄດ້ຂະຫຍາຍພື້ນທີ ການປູກຜັກ ໃນພື້ນທ່ີ ດິນຄ້ອຍຊັນ ໂດຍນໍາໃຊ້ ເຕັກນິກການຂຸດ ເປັນພັກດິນ. ເຕັກນິກ ແລະ ວິທີ ການກຽມພື້ນທ່ີ ແມ່ນເລ່ີມຈາກການຄັດເລືອກ ພື້ນທ່ີດິນ ທ່ີຢູ່ລຽບຕາມຫ້ວຍ (ຫ່າງຈາກຫ້ວຍ ຫາ ຫນານຜັກ ປະມານ 5-10 ແມັດ). ກ່ອນອ່ືນຫມົດ ກ່ໍຈະເສຍຫຍາ້ ອອກໃຫ້ກຽ້ງ ລະອຽດດີ ຫັຼງຈາກນັ້ນ ເປັນການຂຸດດິນ ຈາກດິນສ່ວນທາງເທິງ ຂອງຫນ້າດິນ ທ່ີສູງກວ່າ ມາຖົມດິນ ຢູ່ສ່ວນລຸ່ມ ທ່ີຕ່ໍາກ່ວາ ເພື່ອປັບໃຫ້ຫນ້າດີນ ໃຫ້ພຽງ ສະຫມໍ່າສະເຫມີກັນ ຊ່ຶງໃຊ້ເວລາດົນ (ປະມານ 3 ຫືຼ 4 ອາທິດ) ໃນການຂຸດຫນານປູກຜັກ, ໃຊ້ແຮງງານ ປະມານ 2-3 ຄົນ ຊ່ຶງເປັນແຮງງານ ພາຍໃນຄອບຄົວ. ເຕັກນິກ ວິທີການຂຸດ ປັບພື້ືນທ່ີ ຢູ່ເຂດຄອ້ຍຊັນ ມີຂໍ້ຈຳກັດຄື: ຫນ້າດິນສ່ວນເທິງ ກ່ໍຄືຊັ້ນດິນທໍາອິດ ຈະຖືກຕັດອອກໄປ ເຫືຼອແຕ່ດິນຊັ້ນລຸ່ມ ທ່ີມີຄວາມອຸດົມສົມບູນ, ທາດອາຫານ ໃນດິນ ຈະຕ່ຳ ຊື່ງສົ່ງຜົນ ເຮັດໃຫ້ ການຈະເລີນເຕີບໂຕ ຂອງພືດຜັກ ໃນໄລຍະປູກຜັກ ທຳອີດ ບໍ່ງາມເທົ່າທີ່ຄວນ. ສ່ວນໜ້າດິນ ທ່ີຖືກຕັດອອກໄປ ຈະຖືກນໍາເອົາໄປຖົມ ໃນສ່ວນຂອງດິນຊັ້ນລຸ່ມ ເພື່ອປັບເປັນຄັນນາ ຫືຼ ເປັນພັກ ເປັນຊັ້ນ ທ່ີຄາ້ຍຄື ກັບຄັນໃດ. ຈ່ືງເຮັດໃຫ້ຜັກທ່ີປູກ ໃນພື້ນທ່ີ ສ່ວນລຸ່ມ ຈະເລີນເຕີບໂຕໄດດີ ກວ່າຫນານປູກຜັກຊັ້ນເທິງ ຍອ້ນວ່າຫນ້າດິນຊັ້ນເທິງ ມີທາດອານຫານ ແລະ ອີນຊີວັດຖຸຫຼາຍກວ່າ ການແກ້ບັນຫາຂອງຊາວກະສິກອນ ໃນເບ້ືອງຕົ້ນ ແມ່ນສາມາດ ຂຸດເອົາດິນຊັ້ນເທິງ ຂອງຫນານປູກຜັກ ທ່ີຢູ່ເທິງ ຂ້ືນໄປໃສ່ແປງຜັກ ທ່ີຢູ່ດ້ານລຸ່ມ ປັບລະດັບ ໃຫ້ສະຫມ່ໍາສະເຫມີ. ໂດຍສະເລ່ຍ ເນ້ືອທ່ີ ໃນການເຮັດຫນານຜັກ ປະມານ 0,01 ເຮັກຕາ (ປະມານ 7-8 ຫນານ/ຄອບຄົວ), ແຕ່ລະຫນານ ມີຄວາມກວ້າງ ປະມານ 60-80 ຊັງຕີ ແມັດ, ຍາວ 2-3 ແມັດ, ຄວາມເລິກ ລະຫວ່າງ ພັກຊັ້ນລຸ່ມ ຫາຊັ້ນເທິງ ປະມານ 30 ຊັງຕີແມັດ. ຫ້ັຼງຈາກ ການປັບລະດັບ ຫນ້າດິນແລ້ວ ຊາວກະສິກອນ ກ່ໍຈະຂຸດດິນ ເປັນຫນານ ຕາກແດດ ປະມານ 5-7 ມື້ ແລ້ວກໍ່ແປງຫນານປູກຜັກ ເອົາໄມ້ກົມ ຫືຼ ໄມ້ ສີແປດ ທຸບດິນໃຫ້ຫມຸ່ນ ແລະ ເອົາຄາດ ມາຄາດດີນ ເພື່ອປັບໜ້າດິນ ໃຫ້ພຽງ ສະຫມ່ໍາສະເຫມີກັນ ແລ້ວກ່ໍໃຊໄມ້ແປ້ນ ມາຂັ້ນເປັນພັກ ເພື່ອປ້ອງກັນ ບ່ໍໃຫ້ດິນເຈ່ືອນ (ສູງປະມານ 10 ຊັງຕີແມັດ). ກ່ອນການປູກຜັກ ແມ່ນຕ້ອງໄດ້ມີ ການລອ້ມຮົ້ວ ເພື່ອປ້ອງກັນສັດບຸກລຸກເຂົ້າ ໄປສວນຜັກ. ຜົນປະໂຫຍດ ທ່ີຊາວກະສິກອນ ໄດ້ຮັບຈາກເຕັກນິກດັ່ງກ່າວ ແມ່ນສາມາດ ປຸກຜັກແຄມນໍາ້ໄດ້ ແລະ ມີຜັກໄວ້ກິນ ພາຍໃນຄອບຄົວ. ພອ້ມທັງ ເປັນການນໍາໃຊ້ ທ່ີດິນຄອ້ຍຊັນ ໃຫ້ເກິດປະໂຫຍດ ທັງເປັນການປ້ອງກັນ ດິນແຄມນໍາ້ ເຊາະເຈ່ຶອນ. ເຖິງຢ່າງໃດກໍ່ຕາມ, ການເຮັດເຕັກນິກດັ່ງກ່າວ ກໍ່ມີອຸປະສັກ ເປັນຕົ້ນ ແມ່ນການກະກຽມພື້ນທ່ີ ເພາະເປັນພື້ນທ່ີ ເນີນສູງ, ຍາກໃນການປັບຫນ້້າດິນ ເພື່ອໃຫ້ດິນພຽງສະຫມ່ໍາສະເຫມີ ໂດຍສະເພາະ ການຂຸດດິນ ຈາກເປ້ີນເທິງລົງມາລຸ່ມ, ຂຸດດິນ ເປັນຊັ້ນໆ, ເປັນພັກຄາ້ຍຄືຄັນໃດ.
Lugar: ເມືອງດາກຈຶງ, ແຂວງເຊກອງ, Laos, República Democrática Popular de
No. de sitios de Tecnología analizados: 2-10 sitios
Difusión de la Tecnología: distribuida parejamente sobre un área (approx. < 0.1 km2 (10 ha))
¿En un área de protección permanente?:
Fecha de la implementación: 10-50 años atrás
Tipo de introducción
Especifique insumo | Unidad | Cantidad | Costos por unidad (ກີບ) | Costos totales por insumo (ກີບ) | % de los costos cubiertos por los usuarios de las tierras |
Mano de obra | |||||
ແຮງານ ກະກຽມດິນ ແລະ ປັບໜ້າດິນ | ວັນງານ | 21,0 | 30000,0 | 630000,0 | 100,0 |
ແຮງງານ ລ້ອມຮົ້ວ | ວັນງານ | 4,0 | 30000,0 | 120000,0 | 100,0 |
Equipo | |||||
ຈົກ | ດວງ | 2,0 | 100000,0 | 200000,0 | 100,0 |
ຊວານ | ດວງ | 2,0 | 100000,0 | 200000,0 | 100,0 |
Material de construcción | |||||
ເຫຼັກຕະປູ | 2,0 | 10000,0 | 20000,0 | 100,0 | |
ໜາມໝາກຈັບ | 2,0 | 60000,0 | 120000,0 | 100,0 | |
ເສົາຫຼັກຮົ້ວ | 80,0 | 5000,0 | 400000,0 | 100,0 | |
ໄມ້ແປ້ນ | 20,0 | 5000,0 | 100000,0 | 100,0 | |
ໄມ້ໃຜ່ | 300,0 | 2000,0 | 600000,0 | 100,0 | |
Costos totales para establecer la Tecnología | 2'390'000.0 | ||||
Costos totales para establecer la Tecnología en USD | 298.75 |
Especifique insumo | Unidad | Cantidad | Costos por unidad (ກີບ) | Costos totales por insumo (ກີບ) | % de los costos cubiertos por los usuarios de las tierras |
Mano de obra | |||||
ແຮງງານ ໃນການປັບດິນ ໜານຜັກ | ວັນງານ | 4,0 | 30000,0 | 120000,0 | 100,0 |
ແຮງງານ ເສຍຫຍ້າ | ວັນງານ | 3,0 | 30000,0 | 90000,0 | 100,0 |
ແຮງງານ ໃສ່ຝຸ່ນຄອກ | ວັນງານ | 1,0 | 30000,0 | 30000,0 | 100,0 |
ແຮງງານ ປູກຜັກ | ວັນງານ | 3,0 | 30000,0 | 90000,0 | 100,0 |
Material para plantas | |||||
ແນວພັນຜັກ/ແກ່ນຜັກ | ຸຖົງ | 4,0 | 5000,0 | 20000,0 | 100,0 |
Fertilizantes y biocidas | |||||
ຝຸ່ນຄອກ | ກິໂລ | 30,0 | 5000,0 | 150000,0 | 100,0 |
Indique los costos totales para mantenecer la Tecnología | 500'000.0 | ||||
Costos totales para mantener la Tecnología en USD | 62.5 |
ເພີ່ມຜົນຜະລິດສູງຂຶ້ນ
ຫຼຸດຜ່ອນຄວາມສ່ຽງ ຈາກບັນຫາ ນ້ຳຖ້ວມ ເນື່ອງຈາກຢູ່ພື້ນທີ່ສູງ ເມື່ອສົມທຽບ ໃສ່ບ່ອນ ທີ່ເຮັດສວນຜັກ ແຄມນານ້ຳຢູ່ ພື້ນທີ່ຕ່ຳ.
ຊາວກະສິກອນ ສາມາດ ເພີ່ມຜົນຜະລິດ ແລະ ຄວາມຫຼາກຫຼາຍ ຂອງຜັກ ໃນສວນຄົວ ເນື່ອງຈາກ ພື້ນທີ່ປູກຜັກ ເພີ່ມຂຶ້ນ.
Cantidad antes de MST: 0.02 ເຮັກຕາ
Cantidad luego de MST: 0.04 ເຮັກຕາ
ຊາວກະສິກອນ ນຳໃຊ້ທີ່ດິນ ຄ້ອຍຊັນ ຢູ່ລຽບຕາມຫ້ວຍໃກ້ບ້ານ ໂດຍການປັບໜ້າດິນ ເຮັດເປັນພັກຄັນໃດ ເພື່ອປູກຜັກສວນຄົວ ຊຶ່ງເປັນວິທີ ທີ່ງ່າຍດາຍ ແລະ ເປັນພື້ນຖານ ສົມທຽບກັບ ເມື່ອກ່ອນ ປະຊາຊົນ ແມ່ນເຂົ້າປ່າ ທີ່ໃກຈາກບ້ານ ເພື່ອໄປເກັບຜັກປ່າມາກິນ.
ໃນເມື່ອກ່ອນ ຊາວກະສິກອນ ປູກຜັກໄວ້ກິນ ພາຍໃນຄອບຄົວ ແຕ່ປະຈຸບັນ ມີຜັກຫຼາຍ ສາມາດ ຂາຍເປັນສິນຄ້າ.
ການປູກຜັກ ເປັນອີກທາງເລືອກໜື່ງ ທີ່ເຮັດໃຫ້ ຊາວກະສິກອນ ສາມາດ ເພີ່ມແຫຼ່ງລາຍຮັບໄດ້ເປັນຢ່າງດີ.
ສາມາດ ຫຼຸດຜ່ອນ ວຽກແມ່ຍິງ ໃນການໄປຊອກເກັບຜັກຢູ່ປ່າ ແລະ ຢູ່ໄຮ່ ມາກິນ ພາຍໃນຄອບຄົວ.
ເປັນກິດຈະກຳ ທີ່ສົ່ງຜົນດີ ໃຫ້ແກ່ແມ່ຍິງ ເນື່ອງຈາກສາມາດ ຊ່ວຍຫຼຸດຜ່ອນວຽກ ແລະ ປະຢັດເວລາ ໃນການໄປຊອກຫາ ຜັກຢູ່ປ່າ ແລະ ຢູ່ໄຮ່ ມາກິນ ພາຍໃນຄອບຄົວ.
ສາມາດ ປ້ອງກັນ ດິນແຄມຫ້ວຍ ເຊາະເຈ່ືອນ ໃນເວລາ ທີ່ຝົນຕົກແຮງ.
ເພິ່ມເນື້ອທີ່ປູກຜັກ ໃສ່ດິນຄ້ອຍຊັນ ໃຫເກີດປະໂຫຍດ ເນື່ອງຈາກໃນເມື່ອກ່ອນ ເຄີຍເປັນປ່າຫຍ້າຮົກເຮື້ອ.
ຫຸຼດຜ່ອນ ບັນຫາ ການຕົກຕະກອນ ຈາກການເຊາະໄຫຼຂອງນໍາ້ ພອ້ມດຽວກັນນັ້ນ ກ່ໍປັບປຸງພືດພັນ ຢູ່ຫນ້າດິນ ໃຫ້ມີຄວາມອຸດົມສົມບູນ ຢູ່ເຂດຄອ້ຍຊັນ.