ຢາງໂບງ (Persea kurzii Bong), ເປັນໄມ້ແນວພັນພື້ນເມືອງ ທີ່ມີຕາມທໍາມະຊາດ ເກີດຢູ່ເຂດຕ່າງໆ ໃນ ສປປ ລາວ. ຜ່ານມາຊາວກະສິກອນ ໄປຫາຢາງໂບງທໍາມະຊາດມາຂາຍ ແຕ່ມີປະລິມານຈຳກັດ. ເພ່ືອສືບຕໍ່ສ້າງລາຍຮັບໃຫ້ຊາວກະສິກອນ ຕິດພັນກັບອາຊີບທີ່ເຄີຍເຮັດມາ ການຫັນມາປູກຢາງໂບງ ແມ່ນ ກິດຈະກໍາໜື່ງ ທີ່ເປັນອາຊີບເສີມຂອງຊາວກະສິກອນ. ການປູກຢາງໂບງ ເປັນສວນໄມ້ເສດຖະກິດ ທີ່ໄດ້ບົດຮຽນ ມາຈາກ ພໍ່ຄ້າ ຄົນຫວຽດນາມ (ໃນປີ 2000) ເປັນຜູ້ນໍາມາເຜີຍແຜ່ ໂດຍຜ່ານການທົດລອງປູກ ແລະ ຊາວກະສິກອນ ກໍ່ເຫັນວ່າ ໄດ້ຮັບບົດຮຽນດີ. ໃນປີ2 2006 ຜູ້ນຳໃຊ້ທີ່ດິນ ທີ່ເຄີຍປູກກາເຟ ແລະ ໝາກພິກໄທ ໄດ້ປ່ຽນມາປູກຢາງໂບງ. ຕົກມາເຖີງປີ 2010 ຜູ້ນຳໃຊ້ທີ່ດິນໄດ້ຮັບບົດຮຽນ ການກ້າ ແລະ ປູກຢາງໂບງ ຈາກປະເທດຫວຽດນາມ ໄດ້ລິເລີ່ມກ້າເບ້ຍຢາງໂບງ ແລະ ໄດ້ທົດລອງປູກໃນສວນຕົນເອງ. ຕໍ່ມາກໍ່ມີໂຄງການ International Fund for Agricultural Development (IFAD) ໂດຍຜ່ານ ແຜນງານໂຄງການ ຄ້ຳປະກັນສະບຽງອາຫານ ແລະ ໂພສະນາ ເຊື່ອມໂຍງກັບການຕະຫຼາດ ໄດ້ເຂົ້າມາຊຸກຍູ້ສົ່ງເສີມ ຊາວກະສິກອນ ໃນການປູກຢາງໂບງເປັນສິນຄ້າ.
ຈຸດປະສົງ ເພ່ືອແນໃສ່ ຫຸຼດຜ່ອນການຖາງປ່າເຮັດໄຮ່ ດ້ວຍການສ້າງອາຊີບເສີມ ໃຫ້ຊາວກະສິກອນ ປູກຢາງໂບງ ເປັນສິນຄ້າ, ເພ່ືອສ້າງ ລາຍຮັບໃຫ້ຄອບຄົວ ໂດຍການສະໜອງຝຸ່ນຊີວະພາບ ໃຫ້ຄອບຄົວຕົວແບບ ພ້ອມທັງສະໜອງເຕັກນິກ ໃນການປູກຢາງໂບງ.
ຍ້ອນເຫດຜົນ ແລະ ຂັ້ນຕອນການປະຕິບັດງ່າຍໆ ທີ່ກ່າວມາ ຈ່ືງເຮັດໃຫ້ຊາວກະສິກອນ ສົນໃຈຢາກຫຼາຍຂ້ືນ, ແລະ ຕົ້ນຢາງໂບງ ເປັນຕົ້ນໄມ້ຢືນຕົ້ນ ສາມາດປູກໄດ້ງ່າຍ, ປູກໄດ້ໃນພື້ນທີ່ອາກາດຊຸ່ມຊ່ືນ, ເປັນຕົ້ນໄມ້ທີ່ເຕີບໃຫ່ຍໄວ (ອາຍຸປະມານ 6-7 ປີ ກໍ່ສາມາດກີດ ເອົາເປືອກມາຂາຍໄດ້ ຫຼື ສາມາດ ຕັດເອົາຕົ້ນຢາງໂບງ ໄປຂາຍເປັນສິນຄ້າໄດ້). ຊ່ືງສ້າງລາຍຮັບໃຫ້ຄອບຄົວເປັນໜ້າພໍໃຈ. ປະຈຸບັນເນື້ອທີ່ປູກຢາງໂບງ ຂອງຊາວກະສິກອນ ມີທັງໝົດປະມານ 38 ເຮັກຕາ ຊ່ືງຊາວກະສິກອນ ໄດ້ສືບຕໍ່ຂະຫຍາຍ ເນື້ອທີ່ປູກຢາງໂບງໃນທຸກໆ ປີ (ສະເລ່ຍ 1-2 ເຮັດຕາ/ປີ).
ຊື່ງລາຍລະອຽດເຕັກນິກການປູກຢາງດັາງນີ້: 1) ການກຽມດິນປູກ: ກ່ອນອ່ືນໜົດ ແມ່ນຕ້ອງໄດ້ມີການອານາໄມ້ພ້ືນທີ ໂດຍການເສຍຫຍ້າ ແລ້ວກໍຂຸດຂຸມປູກ ໄປພ້ອມກັນເລີຍ ໃນຊ່ວງຕົ້ນລະດູຝົນ (ເດືອນກໍລະກົດ ເຖີງ ເດືອນ ກັນຍາ), 2) ການວາງໄລຍະປູກ ແລະ ຂຸມປູກ. ໄລຍະຫ່າງລະຫວ່າງຂຸມ/ຕົ້ນ ຢາງ 2.5 × 2.5 m, ຊາວກະສິກອນຕ້ອງວາງຂຸມປູກຢາງ ທົ່ວພື້ນທີ່ ແລະ ຂຸດຂຸມປູກໄວ້. ຂຸດຂຸມປູກເປັນຮູບຈັດຕຸລັດ ມີຄວາມກ້ວາງ ແລະ ເລີກ 25 × 25 cm, ການຂຸດຂຸມ ໂດຍເອົາດິນຊັ້ນໜ້າທີ່ ໄດ້ຈາກການຂຸດຂຸມ
ຂ້ືນມາກອງໄວ້ຢູ່ບໍລິເວນອ້ອມແອ້ມຂຸມກ່ອນ. 3) ການປູກຢ່າງ ແລະ ການໃສ່ຝຸ່ນ: ກ່ອນຈະປູກຢາງໂບງ ນຳໃຊ້ຝຸ່ນຊີວະພາບປົນກັບດິນກົ້ນຂຸມປະມານ 0.5 ກິໂລກຣາມ ຕໍ່ ຂຸມ, ເອົາດິນທີ່ ກອງໄວ້ລົງໜ້ອຍໜື່ງ ຈື່ງວາງເບັ້ຍຢາງລົງ, ເອົາດິນຖົມຂຸມ ແລ້ວ ເອົາມືຂົ່ມດິນລົງ ໃຫ້ເຕັມຂຸມ, ຖ້າເບັ້ຍຕົ້ນຢາງສູງ ອ່ອນ ກໍສາມາດເອົາຫຼັກໄມ້ມາປັກ ແລະ ມັດຄືງຕົ້ນຢາງໄວ້ ບໍ່ໃຫ້ລົ້ມ. 4) ການບົວລະບັດຮັກສາ: ຫຼັງການປູກ 2-3 ເດືອນ ຖ້າສັງເກດເຫັນຕົ້ນຢາງໂບງ ຕົ້ນໃດບໍ່ງາມ ກໍໃສ່ຝຸ່ນຊີວະພາບຕື່ມ, ຫຼື ກໍາຈັດຫຍ້າໄປນໍາ ຄວນໃຊ້ເສດພືດທີ່ຕັດອອກ ປົກຂຸມປູກຢາງ ເພື່ອຮັກສາຄວາມຊຸ່ມຊື່ນຂອງດິນ ພ້ອມດຽວກັນນັ້ນ ເສດພືດທີ່ເນົ່າເປືອຍຢູ່ເທິງໜ້າດິນ ຈະເພີ່ມ ອິນຊີວັດຖຸໃນດິນຕາມທໍາະຊາດຂອງມັນ. ໃນກໍລະນີແຫ້ງແລ້ງ ດິນແໜ້ນ ຕ້ອງຊ່ວຍໃຫ້ນໍ້າ ແກ່ຕົ້ນຢາງ ທັງເປັນການປ້ອງກັນດິນແຕກເຫີບ ຊ່ືງເປັນສາຍເຫດເຮັດໃຫ້ຮາກຢາງຂາດ ແລະ ຕາຍໄດ້.
ຈຸດດີ ສຳລັບເຕັກນິກການປູກຢາງໂບງຢູ່ເຂດຄ້ອຍຊັນ ແມ່ນ ສາມາດສ້າງລາຍຮັບ ທາງກົງຕໍ່ຄອບຄົວຊາວກະສິກອນ ຍັງສາມາດເປັນຮົ່ມ, ໃບຢາງໂບງ ທີ່ຕົກລົງດິນ ສາມາດເພີ່ມອິນຊີວັດຖຸໃນດິນ, ຮັກສາຄວາມຊຸ່ມຊ່ືນຂອງດິນ ດິນອຸດົມ ສົມບູນຂ້ືນ. ກ້ອງຕົ້ນຢາງເກີດມີເຄືອຂີ້ກະເດືອນ ແລະ ຫຍ້າຕ່າງໆ ທີ່ເປັນອາຫານໃຫ້ສັດລ້ຽງໄດ້.
ຕົ້ນຢາງໂບງອາຍຸໄດ້ 3 ປີ ຂື້ນໄປ ຜູ້ນຳໃຊ້ທີ່ດິນກໍ່ສາມາດ ນຳສັດລ້ຽງ ເປັນຕົ້ນແມ່ນງົວ ເຂົ້າປ່ອຍໃນເຂດພື້ນທີ່ດັ່ງກ່າວໄດ້ ແລະ ນອກຈາກນັ້ນ ກໍ່ສາມາດລ້ຽງເປັດ ແລະ ໄກ່ໄດ້ ເພາະເປັດໄກ່ ເພາະເປັດໄກ່ສາມາດເຂົ້າໄປກິນຂີ້ກະເດືອນ ຢູ່ພາຍ ໃນກ້ອງຕົ້ນຢາງໂບງໄດ້ ເຮັດໃຫ້ສັດໃຫຍ່ໄວ ແລະ ມີນ້ຳໜັກດີ.
ຈຸດອ່ອນຂອງການປູກຢາງໂບງ ພາຍຫຼັງທີ່ ຕົ້ນຢາງໂບງໃຫຍ່ ກ່ໍເປັນປ່າຮົກເຮ້ືອ, ອາດຈະມີ ງູມາອາໃສຢູ່, ໂຕຕໍຫຼື ໂຕແຕນ ແລະ ຍູງຫຼາຍ.
Lugar: ເມືອງສະໝ້ວຍ, ແຂວງສາລະວັນ, Laos, República Democrática Popular de
No. de sitios de Tecnología analizados: 2-10 sitios
Difusión de la Tecnología: distribuida parejamente sobre un área (approx. 0.1-1 km2)
¿En un área de protección permanente?:
Fecha de la implementación: 2010; hace menos de 10 años (recientemente)
Tipo de introducción
Especifique insumo | Unidad | Cantidad | Costos por unidad (ກີບ) | Costos totales por insumo (ກີບ) | % de los costos cubiertos por los usuarios de las tierras |
Mano de obra | |||||
ແຮງງານຂຸດຂຸມ | ມື້ | 1600,0 | 500,0 | 800000,0 | 100,0 |
ແຮງງານປູກ | ມື້ | 1600,0 | 1000,0 | 1600000,0 | 100,0 |
ແຮງງານ ໃນການຖາງປ່າ ແລະ ອານາໄມພື້ນທີ່ | ຄົນ | 60,0 | 30000,0 | 1800000,0 | 100,0 |
Equipo | |||||
ພ້າ | ດວງ | 20,0 | 20000,0 | 400000,0 | 100,0 |
ຈົກ | ດວງ | 20,0 | 35000,0 | 700000,0 | 100,0 |
ຊ້ວນ | ດວງ | 20,0 | 35000,0 | 700000,0 | 100,0 |
Material para plantas | |||||
ເບ້ຍຢາງໂບງ | ເບ້ຍ | 1600,0 | 1000,0 | 1600000,0 | 100,0 |
Costos totales para establecer la Tecnología | 7'600'000.0 | ||||
Costos totales para establecer la Tecnología en USD | 950.0 |
Especifique insumo | Unidad | Cantidad | Costos por unidad (ກີບ) | Costos totales por insumo (ກີບ) | % de los costos cubiertos por los usuarios de las tierras |
Mano de obra | |||||
ແຮງງານຖາງຫຍ້າ | ຄົນ | 60,0 | 30000,0 | 1800000,0 | 100,0 |
ແຮງງານເກັບກ່ຽວໄມ້ | ຄົນ | 100,0 | |||
ແຮງງານເກັບຕໍໄມ້ | ຄົນ | 100,0 | |||
Fertilizantes y biocidas | |||||
ຝຸ່ນຊີວະພາບ | ສອບ/ເຮັກຕາ | 1000,0 | 15000,0 | 15000000,0 | 100,0 |
Indique los costos totales para mantenecer la Tecnología | 16'800'000.0 | ||||
Costos totales para mantener la Tecnología en USD | 2'100.0 |
ເມີ່ອກ່ອນ ເນື້ອທີ່ການຜະລິດຢູ່ໃນປ່າ ຖືກຈໍາກັດ. ຫຼັງຈາກການຂະຫຍາຍຕົວ ຂອງພື້ນທີ່
ຢາງໂບງ ໂດຍການປູກຕົ້ນໄມ້, ສັດລ້ຽງໄດ້ມີພື້ນທີ່ເຫມາະສົມ ສໍາລັບການລ້ຽງສັດ ແລະ ດັ່ງນັ້ນ, ຜູ້ໃຊ້ທີ່ດິນສາມາດຂະຫຍາຍການສັດລ້ຽງຂອງຕົນ
ວຽກງານຂອງຜູ້ໃຊ້ທີ່ດິນເພີ່ມຂື້ນຢ່າງຫຼາຍ ເນື່ອງຈາກພື້ນທີ່ຂະຫນາດໃຫຍ່ ຂອງການປູກຢາງບົງ (38 ເຮັກຕາ)
ເນ່ືອງຈາກວ່າບາງຄົນຕັດຢາງໂບງ ແລະ ລັກໄມ້
ຫຍ້າທີ່ເຕີບໂຕຕາມທໍາມະຊາດໃນພື້ນທີ່ ໄມ້ຢາງໂບງ ສາມາດໃຫ້ສັດລ້ຽງກິນໄດ້. ມູນຂອງສັດທີ່ປະສົມກັບ ໃບຂອງໄມ້ຢາງໂບງ, ເປັນຝຸ່ນທີ່ເຫມາະສົມສໍາລັບຕົ້ນໂບງ (ຕົ້ນໂບງແລະຫຍ້າ).
ຜູ້ນໍາໃຊ້ທີ່ດິນ ໄດ້ຫັນປ່ຽນທີ່ດິນຈາກການຖາງ, ຈູດປ່າແບບເລື່ອນລອຍ ເຊີ່ງເປັນສາເຫດຂອງໄຟໄໝ້ປ່າມາປູກໄມ້ທີ່ຫມັ້ນຄົງ.
ການຫຼຸດຜ່ອນການເຮັດໄຮແບບເລືອນລອຍ, ເພີ້ມພື່ນທີ່ຂອງປ່າໄມ້ ແລະ ເພີ້ມພື້ນທີ່ການເກັບກັກກາກບອນ