ຫມາກແຫນ່ງ ແມ່ນເຄ່ືອງປ່າຂອງດົງ ປະເພດຫນ່ືງ ທ່ີເກີດຂ້ຶນເອງ ຕາມທໍາມະຊາດ ມີຄວາມສູງ ຈາກລະດັບ ຫນ້ານໍາ້ທະເລ 600 - 1200 ແມັດ, ເກີດຢູ່ບ່ອນ ທີມີອາກາດ ຊຸ່ມເຢັນ ແລະ ມີແສງແດດຫນ້ອຍ ຊ່ຶງມັນ ຈະເລິນເຕີບໂຕ ໄດ້ດີໃນຮົ່ມກອ້ງຕົ້ນໄມ້ (ອຸນຫະພູມ ສະເລ່ຍ 15-25 ອົງສາ, ຄ່າ PH= 5,5 - 6,5). ໃນເມືອກ່ອນ ປະຊາຊົນ ເຄີຍພົບເຫັນ ແຕ່ບໍ່ເຄີຍ ໄດ້ເກັບກູ້ ຫືຼ ເອົາມາໃຊ້ ເນືອງຈາກບໍ່ເປັນສິນຄ້າ. ຕົກມາ ເຖິງຊມຸ ປີ 2000, ໄດ້ມີພໍ່ຄ້າ ເຂົ້າມາຖາມຊ້ຶ ແລະ ເຫັນວ່າ ຕະຫຼາດ ກໍ່ມີຄວາມຕອ້ງການຫຼາຍ ຊ່ຶງປັດໃຈດັ່ງ ກ່າວນັ້ນມັນ ໄດ້ເຮັດໃຫ້ປະຊາຊົນ ພາຍໃນທອ້ງຖ່ີນ ໄດ້ພາກັນໄປເກັບຫມາກແຫນ່ງ ຈາກປ່າຫຼາຍຂ້ືນ ເພື່ອນໍາມາຂາຍ ສ້າງລາຍຮັບ ໃຫ້ແກ່ຄອບຄົວ ຊ່ືງສົ່ງຜົນເຮັດໃຫ້ ປະລິມານ ຜົນຜະລິດ ຫມາກແຫນ່ງ ໃນປ່າຫຸຼດລົງ ແລະ ເກີດມີບັນຫາ ການຍາດແຍ່ງແຂ່ງຂັນກັນ. ດັ່ງນັ້ນ, ປະຊາຊົນ ພາຍໃນທອ້ງຖ່ີນ ຈ່ຶງໄດ້ລິເລ່ີມ ນໍາເອົາເບ້ຍຫມາກແຫນ່ງ ຢູ່ໃນປ່າ ມາປູກໃສ່ໄຮ່ ບ່ອນທ່ີເຮັດປູກເຂົ້າໃສ່ມາກ່ອນ. ປົກກະຕິແລ້ວ ພາຍຫັຼງ ເກັບກ່ຽວຜົນ ຜະລິດເຂົ້າ ປະຊາຊົນ ກໍ່ຈະນໍາເອົາເບ້ຍ ຫມາກແຫນ່ງ ມາປູກໃສ່ເລີຍ. ໃນປີ 2002, ເຫັນໄດ້ວ່າ ຊາວກະສິກອນ ສາມາດ ເກັບກູ້ໝາກແຫນ່ງ ຈາກສວນປູກ. ການປູກຫມາກແຫນ່ງ ແມ່ນບ່ໍໄດ້ໃຊ້ຕົ້ນທຶນສູງ ມີແຕ່ຊ້ືຈົກ, ພ້າ ແລະ ກະສອບ ເພື່ອ ໃຊ້ເຂົ້າໃນການໄປຂຸດ ເອົາເບ້ຍ ຫມາກແຫນ່ງ ຢູ່ປ່າມາປູກ. ເນ້ືອທ່ີປູກຫມາກແຫນ່ງ 1 ເຮັກຕາ ແມ່ນໃຊ້ເວລາ15 ມ້ື ໃນການໄປຊອກຂຸດເບ້ຍໝາກແຫນ່ງຢູ່ປ່າ. ການຄັດເລືອກຂຸດ ເບ້ຍຫມາກແຫນ່ງ ທ່ີຈະນໍາມາປູກຕ້ອງ ເປັນເບ້ຍ ທ່ີຂອ້ນຂາ້ງແກ່, ມີໃບສີຂຽວເຂັ້ມ ທ່ີມີໃບເຫືຼອງປະປົນຢູ່ 1-2 ໃບ, ມີຄວາມສູງຂອງຕົ້ນ ປະມານ 1-2 ແມັດ ມີການຂະຫຍາຍ ແຕກຫນ່ໍແຫນງດີ, ທົນທານ ຕໍ່ການເຄ່ືອນຍາ້ຍ, ທົນທານ ຕໍ່ສະພາບອາກາດ ແລະ ອຸນ ຫະພູມ ໃນຊ່ວງໄລຍະ ທ່ີປູກໃຫມ່ ຊ່ືງເບ້ຍ ຫມາກແຫນ່ງ ທ່ີຂຸດມາ ຕອ້ງໄດປູກທັນທີ ພາຍຫັຼງ ທ່ີໄດ້ຂຸດມາ ຫືຼ ຊາ້ສຸດບ່ໍໃຫ້ກາຍ 2 ມ້ື. ໂດຍສ່ວນໃຫຍ່ ປະຊາຊົນສາມາດ ປູກຫມາກແຫນ່ງ ເລ້ີມຕັ້ງແຕ່ເດືອນມີຖຸນາ ເຖິງ ເດືອນກໍລະກົດ ຂອງທຸກໆປີ ຍາມຝົນຕົກ. ກ່ອນເດືອນພຶດສະພາ, ປະຊາຊົນ ຕອ້ງໄດ້ມີການກະກຽມ ຖາກຖາງ ພື້ນທ່ີ ແຕ່ຕອ້ງຖາກຖາງ ແບບຮັກສາຮົ່ມໄວ້ 40% ຂອງເນ້ືອທ່ີ ເປັນການຖາງ ແບບຈົ່ງຕົ້ນໄມ້ໃຫຍ່ໄວ້ ເພື່ອບັງແສງແດດ ຫືຼຮັກສາຕົ້ນໄມ້ ທ່ີໃຫ້ຮົ່ມ ເພື່ອສາມາດ ບັງແສງແດດໄດ້ ແຕ່ກໍ່ບໍ່ໃຫ້ຮົ່ມ ຈົນເກີນໄປ ຫືຼ ບໍ່ໃຫ້ແດດຈົນເກີນໄປ ຖຶໄດ້ວ່າ ເຕັກນິກ ວິທີການຖາງດັ່ງກ່າວ ຕອ້ງໄດ້ອາໃສ ການສັງເກດ ແລະ ຄວາມຮູ້ປະສົບການ ຂອງຜູ້ນຳໃຊທີ່ດິນເອງ. ເຕັກນິກການປູກ ແມ່ນປູກແບບເປັນຖັນ, ເປັນແຖວ ເຊັ່ນ: ໄລຍະຫ່າງຂອງຕົ້ນ ແມ່ນ 1 ແມັດ ,ໄລຍະຫ່າງ ຂອງແຖວແມ່ນ 1,2 ແມັດ, ຂຸມຂະຫນາດ 20x20 ຊັງຕິແມັດ, ຄວາມເລິກຂອງຂຸມ 10x 15 ຊັງຕິແມັດ, ຄວາມຫ່າງຂອງຕົ້ນ 2 x 2 ແມັດ ເພື່ອສະດວກ ໃນການເກັບກ່ຽວ ຜົນຜະລິດ ແລະ ການບົວລະບັດ ຮັກສາ, ການຖາກຖາງອານາໄມວັດສະພືດຕ່າງໆ ໃນສວນ. ໂດຍສ່ວນໃຫຍ່ ແມ່ນປູກ 3 ເບຍ້/ຊມຸ ຈະເປັນການດີ ສະເລ່ຍ 2500 ຂຸມ/ເຮັກຕາ ປະມານ 7500 ເບ້ຍ/ເຮັກຕາ. ປະຊາຊົນ ບໍ່ໄດ້ໃຊ້ຝຸ່ນ ໃນສວນໝາກແຫນ່ງ ມີແຕ່ເອົາໃຈໃສ່ ບົວລະບດັ ຮັກສາຕັດງ່າອານາໄມ ສວນປູກຢູ່ເລ້ືອຍໆ. ຕົ້ນຫມາກແຫນ່ງ ຈະໃຫ້ຜົນຜະລິດ ພາຍຫັຼງ ຈາກການປູກ ໃຊ້ເວລາ 4 ປີ, ການປູກຫມາກແຫນ່ງ ແມ່ນເປັນການເພີ່ມວຽກ ໃຫ້ປະຊາຊົນ ເນ່ືອງຈາກວ່າ ພວກເຂົາຕອ້ງໄດ້ໃຊ້ເວລາ ໄປຊອກຂຸດເບ້ຍ ຫມາກແຫນ່ງ ຢູ່ປ່າ. ໂດຍສ່ວນໃຫຍ່ ການເກັບກູຫມາກແຫນ່ງ ຈະເກັບໃນຊ່ວງ ເດືອນສິງຫາ ເຖິງ ເດືອນກັນຍາ ຂອງທຸກໆປີ, ສະມັດຕະພາບ ຜົນຜະລິດ ຂອງຫມາກແຫນ່ງ ປະມານ 320 ກິໂລ/ເຮັກຕາ (ສໍາລັບຫມາກແຫ້ງ) ແລະ ຜົນຜະລິດ ຂອງຫມາກປຽກ ປະມານ 578 ກິໂລ/ເຮັກຕາ. ທາງດາ້ນການຕະຫຼາດ ແມ່ນມີຄວາມສະດວກ ແລະ ປະຊາຊົນ ກໍ່ມີຄວາມພຶງພໍໃຈ ເພາະມີພໍ່ຄ້າຄົນກາງ ມາເກັບຊ້ື ເຖີງທ່ີ (70.000 ກີບ/ກິໂລ). ຜົນທ່ີໄດ້ຮັບ ຈາກການປູກຫມາກແຫນ່ງ ສາມາດ ສ້າງລາຍຮັບ ໃຫ້ປະຊາຊົນທອ້ງຖ່ີນ, ສາມາດ ເພີ່ມເນ້ືອທ່ີ ການປົກຄຸມ ຂອງປ່າໄມ້ໄດ້ ຫຸຼດຜອ່ນ ການຖາງປ່າເຮັດໄຮ່ ແບບເລືອນລອຍ, ຫຸຼດຜອ່ນ ການບຸກລຸກ ພື້ນທ່ີທໍາການຜະລິດ. ນອກຈາກນ້ີ, ກ່ໍຍັງສາມາດ ສ້າງຄວາມສົມດູນ ໃຫ້ລະບົບນິເວດ ແລະ ເປັນແຫ່ຼງທ່ີຢູ່ອາໃສ ຂອງຊີວະນາໆ ພັນ ໃນປ່າໃມ້ ໃຫ້ມີຄວາມອຸດົມສົມບູນ.
ទីតាំង: ເມືອງຊານໄຊ, ແຂວງອັດຕະປື, សាធារណរដ្ឋប្រជាធិបតេយ្យប្រជាមានិតឡាវ
ចំនួនទីកន្លែងបច្ចេកទេស ដែលវិភាគ: 2-10 កន្លែង
ការសាយភាយនៃបច្ចេកទេស: ត្រូវបានផ្សព្វផ្សាយត្រឹមតំបន់មួយ (approx. < 0.1 គម2 (10 ហិកតា))
តើស្ថិតក្នុងតំបន់ការពារអចិន្ត្រៃយ៍?:
កាលបរិច្ឆេទនៃការអនុវត្ត: 2010; តិចជាង 10ឆ្នាំមុន (ថ្មី)
ប្រភេទនៃការណែនាំឱ្យអនុវត្តន៍៖
បញ្ជាក់ពីធាតុចូល | ឯកតា | បរិមាណ | ថ្លៃដើមក្នុងមួយឯកតា (ກີບ) | ថ្លៃធាតុចូលសរុប (ກີບ) | % នៃថ្លៃដើមដែលចំណាយដោយអ្នកប្រើប្រាស់ដី |
កម្លាំងពលកម្ម | |||||
ແຮງງານ ກະກຽມດິນ | ວັນງານ | 10,0 | 50000,0 | 500000,0 | 100,0 |
ແຮງງານ ໄປຂຸດເບ້ຍໝາກແໜ່ງ ຢູ່ປ່າ | ວັນງານ | 30,0 | 50000,0 | 1500000,0 | 100,0 |
ແຮງງານ ໃນການປູກ | ວັນງານ | 10,0 | 50000,0 | 500000,0 | 100,0 |
សម្ភារៈ | |||||
ຟ້າ | ດວງ | 3,0 | 60000,0 | 180000,0 | 100,0 |
ຈົກ | ດວງ | 3,0 | 80000,0 | 240000,0 | 100,0 |
ກະຕ່າ ໃສ່ເບ້ຍໝາກແໜ່ງ | ໜ່ວຍ | 3,0 | 150000,0 | 450000,0 | 100,0 |
ກະສອບ ໃສ່ເບ້ຍໝາກແໜ່ງ | ສອບ | 30,0 | 2500,0 | 75000,0 | 100,0 |
ជី និងសារធាតុពុល | |||||
ຝຸ່ນຄອກ | ກິໂລ | 2500,0 | 300,0 | 750000,0 | 100,0 |
ថ្លៃដើមសរុបក្នុងការបង្កើតបច្ចេកទេស | 4'195'000.0 | ||||
ថ្លៃដើមសរុបក្នុងការបង្កើតបច្ចេកទេសគិតជាដុល្លារ | 524.38 |
បញ្ជាក់ពីធាតុចូល | ឯកតា | បរិមាណ | ថ្លៃដើមក្នុងមួយឯកតា (ກີບ) | ថ្លៃធាតុចូលសរុប (ກີບ) | % នៃថ្លៃដើមដែលចំណាយដោយអ្នកប្រើប្រាស់ដី |
កម្លាំងពលកម្ម | |||||
ແຮງງານ ເສຍຫຍ້າ | ວັນງານ | 10,0 | 50000,0 | 500000,0 | 100,0 |
ແຮງງານ ໃສ່ຝຸ່ນ | ວັນງານ | 10,0 | 50000,0 | 500000,0 | 100,0 |
ແຮງງານ ເກັບກູ້ | ວັນງານ | 10,0 | 50000,0 | 500000,0 | 100,0 |
ជី និងសារធាតុពុល | |||||
ຝຸ່ນຄອກ | ກິໂລ | 300,0 | 2500,0 | 750000,0 | 100,0 |
ថ្លៃដើមសរុបសម្រាប់ការថែទាំដំណាំតាមបច្ចេកទេស | 2'250'000.0 | ||||
ថ្លៃដើមសរុបសម្រាប់ការថែទាំដំណាំតាមបច្ចេកទេសគិតជាដុល្លារ | 281.25 |
ສາມາດສ້າງລາຍຮັບເພີ່ມ ຈາກການຂາຍ ຫມາກແຫນ່ງ
ເພີ່ມລາຍຮັບ ຈາກການຂາຍຫມາກແຫນ່ງຫຼາຍຂ້ືນ ເພາະໃນເມ່ືອກ່ອນ ປະຊາຊົນ ບໍ່ເຄີຍໄດ້ເກັບໝາກແຫນ່ງ ມາຂາຍເປັນສິນຄາ້.
ປະຊາຊົນ ມີສວນປູກຫມາກແຫນ່ງ ຢູ່ໄກ້ບ້ານ ແລະ ບ່ໍໄດ້ເສຍເວລາ ອອກໄປເກັບໝາກແຫນ່ງຢູ່ປ່າ.
ຫຸຼດຜອ່ນບັນຫາ ຄວາມຂັດແຍ່ງ ໃນການໄປຂຸດຫມາກແຫນ່ງ ຢູ່ປ່າທໍາມະຊາດ ເນ່ືອງຈາກຊາວກະສິກອນ ປູກຫມາກແຫນ່ງ ໃສ່ສວນໃຜລາວ.
ມີເຫັດ ແລະ ເທົາເກີດຂ້ຶນ ໃນພື້ນທີ່ສວນປູກໝາກແໜ່ງ
ເປັນປ່າ ຮົກເຮ້ືອ ເກີດມີຍູງ ແລະ ງູຫຼາຍຂ້ືນ
ເກີດມີຂ້ີກະເດືອນ ແລະ ບົ້ງກື
ເປັນການປົກປັກຮັກສາ ຊັບພະຍາກອນປ່າໄມ້ ໂດຍການປູກຫມາກແຫນ່ງໃສ່ ຊຶ່ງສາມາດ ເກັບກູຫມາກແຫນ່ງ ໄດ້ເຖິງ 15 ປີ ພາຍຫັຼງ ການປູກ. ຊຶ່ງເປັນການຫຸຼດຜອ່ນ ການຖາງປ່າຊະຊາຍ ເພື່ອເຮັດໄຮ່ເຂົ້າໃສ່ດິນບ່ອນເກົ່າ, ພອ້ມທັງຫຸຼດຜອ່ນ ບັນຫາການຈຸດປ່າຖາງໄຮ່.