ອີງຕາມສະພາບພື້ນທີ່ ທີ່ເປັນເຂດຄ້ອຍຊັນ, ໃນລະດູຝົນ ຝົນຕົກແຮງ ເຮັດໃຫ້ນ້ຳໄຫຼເຊາະດິນລົງໄປຕາມຄ້ອຍ ໃນຊ້ວງເດືອນ 7-11 ຂອງທຸກໆປີ, ສົ່ງຜົນເຮັດໃຫ້ ເກີດການສູນເສຍສານອາຫານຂອງດິນ ກໍ່ຄືອິນຊີວັດຖູໃນດິນ. ກ່ອນທີ່ຈະມີການຂຸດໜອງ ພື້ນທີ່
ດັ່ງກ່າວຕ ແມ່ນຕ ເຄີຍມີການປູກໄມ້ຢາງບົງ ແລະ ໄມ້ກິນໝາກຊະນິດຕ່າງໆ ແຕ່ເນ່ືອງຈາກວ່າ ປະຊາຊົນ ຕ້ອງໄດ້ລໍຖ້າ ເປັນເວລາດົນ ເພ່ືອຈະສາມາດເກັບກູ້ຜົນຜະລິດ. ດັ່ງນັ້ນ, ໃນປີ 2004 ທາງໂຄງການ Oxfarm ໄດ້ເຂົ້າມາຊຸກຍຸ້ສົ່ງເສີມ ແລະ ແນະນຳແນວຄວາມຄິດເຕັກນິກ ໃນການຂຸດໜອງລວມບ້ານ ໃຫ້ຊຸມຊົມຈຳນວນ 1 ໜອງ ເນື້ອທີ່ 50 x 40 ແມັດ ໃນພື້ນທີ່ຄ້ອຍຊັນ ທີ່ຢູ່ໃກ້ກັບຈຸດທີ່ຕັ້ງບ້ານ ເນ່ືອງຈາກທາງໂຄງການ ເຫັນໄດ້ເຖິງ ຄວາມອາດສາມາດໃນການສ້າງໜອງ ເພາະທາງບ້ານ ມີນ້ຳລິນ ທີ່ໄຫຼຕະຫຼອດປີ ແລະ ບໍ່ເຄີຍບົກແຫ້ງຈັກເທື່ອ ຊື່ງເປັນເງື່ອນໄຂ ທີ່ເອ້ືອຍອຳນວຍ ໃນການສ້າງໜອງ ເພື່ອເກັບກັກນ້ຳໄວ້. ໃນເບື້ອງຕົ້ນ ທາງໂຄງການ ໄດ້ສະໜອງແນວພັນປາຈຳນວນໜ່ືງ (ປານິນ, ປາໃນ, ປາກິນຫຍ້າ). ປະຊາຊົນເຫັນວ່າ ໜອງປາ ແມ່ນມີປະໂຫຍດຫຼາຍຢ່າງ ນອກຈາກກິດຈະກຳການລ້ຽງປາແລ້ວ ຍັງສາມາດນໍຳໃຊ້ນ້ໍຳຈາກໜອງ ເພ່ືອຫົດພືດຜັກສວນຄົວ ແລະ ນຳໃຊ້ເຂົ້າໃນກິດຈະກຳການລ້ຽງສັດ (ງົວ, ຄວາຍ, ໝູ, ເປັດ), ເປັນກິດຈະກຳ ທີ່ສາມາດຄຸ້ມຄອງບົວລະບັດຮັດສາງ່າຍ ປະຢັດເວລາ ໃນການໄປຫາປາຢູ່ໜອງ ທີ່
ຢູ່ໃກບ້ານ.
ດັ່ງນັ້ນ, ປະຊາຊົນ ຈື່ງມີແນວຄິດຢາກສ້າງໜອງເປັນຂອງຕົນເອງ ໂດຍໄດ້ບົດຮຽນຈາກໜອງລວມບ້ານ. ທີ່ມາຊັກຂະຍະພາບ ສາມາດສະໜອງຊີ້ນປາ ໄດ້ປະມານ 200-300 ກິໂລກຣາມ/ປີ ແລະ ເພື່ອຫຼຸດຜ່ອນຂໍ້ຂັດແຍ່ງ ຈາກບັນຫາການນຳໃຊ້ໜອງລວມບ້ານ. ເຊີ່ງກິດຈະກຳການຂຸດໜອງ ກໍ່ມີຂັ້ນຕອນທີ່ບໍ່ຫຍຸ້ງຍາກ, ກ່ອນອື່ນໝົດ ແມ່ນ ປິດທໍ່ນ້ຳລິນ ທີ່ທາງໂຄງການຫຸຼດຜ່ອນຄວາມທຸກຍາກ ໄດ້ມາສ້າງໃຫ້ ເຊີ່ງໄດ້ຕໍ່ມາຈາກເທິງພູ, ແລ້ວກໍ່ໃຊ້ພ້າຖາງຫຍ້າ, ຕັດຕົ້ນໄມ້ ຂຸດເອົາຕໍໄມ້ ແລະ ເສດວັດສະພືດ ທີ່ຖາງອອກໄປໄວ້ນອກພື້ນທີ່ ທີ່ຈະຂຸດໜອງ (ເພື່ອຈູດທຳລາຍຕໍ່ໄປ), ບໍລິເວນພື້ນທີ່ ທີ່ຈະຂຸດໜອງມີເນື້ອທີ່ ປະມານ 30 x 20 ແມັດ. ຫຼັງຈາກນັ້ນ, ກໍ່ໃຊ້ຈົກ ແລະ ຊ້ວນ ຂຸດດິນບໍລິເວນເທິງໜ້າຄ້ອຍ ໂດຍການຂຸດເລືກປະມານ 0.5-1 ແມັດ, ແລ້ວນຳເອົາດິນທີ່ຂຸດນັ້ນ ໄປກອງເປັນແຖວ ເພ່ືອເຮັດເປັນຄັນຄູ ຕາມເນື້ອຂອງໜອງທີ່ໄດ້ກຳນົດໄວ້ ລົງໄປຕາມຄ້ອຍ (ໃຫ້ເປັນຮູບສີ່ແຈສາກ) ພ້ອມທັງຕີໃຫ້ແໜ້ນເພ່ືອບ່ໍໃຫ້ນ້ຳຊືມ ແລະ ບ່ໍເຮັດໃຫ້ຄັນຄູໜອງເກີດການເຊາະເຈ່ືອນ, ເຊີ່ງຄັນຄູໜອງມີຄວາມສູງ 1.2 ແມັດ, ໜ້າກວ້າງ 2 ແມັດ ແລະ ຄວາມຊັນ ຈາກຕີນຄັນຄູໜອງຫາ ໜ້າຄັນຄູ (ບ່ອນທີ່ສາມາດໃຊ້ຍ່າງ ເພ່ືອໃຫ້ອາຫານປາ ຫືຼ ປູກຜັກໄດ້) ປະມານ 45% ເພ່ືອຄວາມທົນທານຕ່ໍການເຊາະເຈ່ືອນ ຈາກການດຸດຂອງປາບາງຊະນິດ ຫືຼ ການໄຫຼຂອງນ້ຳ ເພາະວ່າຖ້າຄັນຄູໜອງເປັນແນວສາກ ຈະເຮັດໃຫ້ດິນເຈື່ອນໄດ້ງ່າຍ, ພ້ອມກັນນັ້ນ ກໍ່ວາງທໍ່ P100 ຂະໜາດຄວາມຍາວ 4 ແມັດ, ຢູ່ຄັນຄູໜອງເບ້ືອງລຸ່ມ ໃຫ້ໄດ້ລະດັບຄວາມສູງ 1 ແມັດ ຈາກພ້ືນໜອງ ເພື່ອລະບາຍນ້ຳອອກຈາກໜອງ ແລະ ຊ່ວຍບໍ່ໃຫ້ນ້ຳລົ້ນໜອງ ເຊາະຄັນຄູໜອງ). ຫຼັງຈາກນັ້ນ, ກໍ່ທຳການປັບໜ້າດິນ ບໍລິເວນພື້ນໜອງໃຫ້ພຽງດີ ໂດຍໃຊ້ຈົກ ແລະ ຊ້ວນ ຂຸດບ່ອນທີ່ ສູງກ່ວາອອກ, ປະໄວ້ປະມານໜື່ງອາທິດ ປະໃຫ້ດິນແໜ້ນດີ ແລ້ວຈິ່ງປ່ອຍນ້ຳເຂົ້າໜອງ ໂດຍການເປີດທໍ່ນ້ຳລິນ ທີ່ໄດ້ປິດໄວ້ໃນເບື້ອງຕົ້ນ.
ຜົນປະໂຫຍດ ຈາກການສ້າງໜອງ ແມ່ນສາມາດເກັບກັກນ້ຳ ທີ່ໄຫຼຖີ້ມ ຈາກນ້ຳລີນ ໂດຍບໍ່ມີປະໂຫຍດ ເພື່ອສາມາດນຳໃຊ້ໃນລະດູແລ້ງ ເປັນຕົ້ນແມ່ນກິດຈະກຳການລ້ຽງປາ, ສາມາດລ້ຽງປາໄດ້ຕະຫຼອດປີ ແລະ ປະກອບສ່ວນເຂົ້າໃນ ການຄ້ຳປະກັນສະບຽງອາຫານ ພາຍໃນຄອບຄົວ ແລະ ສາມາດຫຸຼດຜ່ອນການຍາດແຍ່ງກັນ ໃນການໄປຫາປາຢູ່ຫ້ວຍ ທັງເປັນການປະຢັດເວລາໃນການໄປຫາປາ ເຊິ່ງປະຊາຊົນໄດ້ມີການປ່ອຍປາທຸກປີ, ມີນ້ຳສຳລັບກິດຈະກຳລ້ຽງສັດ (ງົວ, ຄວາຍ, ໝູ, ເປັດ), ໃຊ້ເຂົ້າໃນການຫົດພືດຜັກສວນຄົວ ແລະ ທີ່ສໍາຄັນ ສາມາດຫຸຼດຜ່ອນ ການເຊາະເຈ່ືອນຂອງດິນ ເນ່ືອງຈາກ ການຊະລ້າງໜ້າດິນຕາມຄ້ອຍຊັນ ໂດຍການໄຫຼຂອງນ້ຳລິນ ແລະ ນ້ຳຝົນ, ສາມາດສ້າງລາຍຮັຍຈາກການຂາຍປາ ແລະ ມີປາໄວ້ເພ່ືອບໍລິໂພກພາຍໃນຄອບຄົວ.
ទីតាំង: ບ້ານ ຕັງໂກ, ເມືອງ ສະໝ້ວຍ, ແຂວງ ສາລາວັນ, សាធារណរដ្ឋប្រជាធិបតេយ្យប្រជាមានិតឡាវ
ចំនួនទីកន្លែងបច្ចេកទេស ដែលវិភាគ: មួយកន្លែង
ការសាយភាយនៃបច្ចេកទេស: អនុវត្តនៅកន្លែងជាក់លាក់មួយ/ ប្រមូលផ្តុំនៅតំបន់តូចៗ
តើស្ថិតក្នុងតំបន់ការពារអចិន្ត្រៃយ៍?:
កាលបរិច្ឆេទនៃការអនុវត្ត: 2007; 10-50 ឆ្នាំ
ប្រភេទនៃការណែនាំឱ្យអនុវត្តន៍៖
បញ្ជាក់ពីធាតុចូល | ឯកតា | បរិមាណ | ថ្លៃដើមក្នុងមួយឯកតា (ກີບ) | ថ្លៃធាតុចូលសរុប (ກີບ) | % នៃថ្លៃដើមដែលចំណាយដោយអ្នកប្រើប្រាស់ដី |
កម្លាំងពលកម្ម | |||||
ແຮງງານ | ຄົນ | 180,0 | 35000,0 | 6300000,0 | 100,0 |
សម្ភារៈ | |||||
ຈົກ | ດວງ | 4,0 | 50000,0 | 200000,0 | 100,0 |
ຊ້ວຍ | ດວງ | 5,0 | 30000,0 | 150000,0 | 100,0 |
ພ້າ | ດວງ | 2,0 | 30000,0 | 60000,0 | 100,0 |
សម្ភារៈសាងសង់ | |||||
ທໍ່ລະບາຍນ້ຳ p100 | ແມັດ | 80,0 | 15000,0 | 1200000,0 | |
ថ្លៃដើមសរុបក្នុងការបង្កើតបច្ចេកទេស | 7'910'000.0 | ||||
ថ្លៃដើមសរុបក្នុងការបង្កើតបច្ចេកទេសគិតជាដុល្លារ | 941.67 |
បញ្ជាក់ពីធាតុចូល | ឯកតា | បរិមាណ | ថ្លៃដើមក្នុងមួយឯកតា (ກີບ) | ថ្លៃធាតុចូលសរុប (ກີບ) | % នៃថ្លៃដើមដែលចំណាយដោយអ្នកប្រើប្រាស់ដី |
កម្លាំងពលកម្ម | |||||
ແຮງງານລະບາຍນ້ຳອອກ | ຄົນ/ມື້ | 1,0 | 35000,0 | 35000,0 | 100,0 |
ແຮງງານອະນາໄມພ້ືໜໜອງ | ຄົນ/ມື້ | 2,0 | 35000,0 | 70000,0 | 100,0 |
ແຮງງານເສີມຄັນຄູໜອງ | ຄົນ/ມື້ | 3,0 | 35000,0 | 105000,0 | 100,0 |
1,0 | 35000,0 | 35000,0 | 100,0 | ||
សម្ភារៈ | |||||
ຈົກ | ດວງ | 2,0 | 50000,0 | 100000,0 | 100,0 |
ຊ້ວນ | ດວງ | 2,0 | 30000,0 | 60000,0 | 100,0 |
ថ្លៃដើមសរុបសម្រាប់ការថែទាំដំណាំតាមបច្ចេកទេស | 405'000.0 | ||||
ថ្លៃដើមសរុបសម្រាប់ការថែទាំដំណាំតាមបច្ចេកទេសគិតជាដុល្លារ | 48.21 |
គុណភាពមុន SLM: 20 ກິໂລກຣາມ
គុណភាពក្រោយ SLM: 5 ກິໂລກຣາມ
ເຄີຍປູກຜັກສວນຄົວໃສ່ດິນດັ່ງກ່າວ ແລະ ພາຍຫຼັງສ້າງໜອງ ແລ້ວໄດ້ຍ້າຍ ໄປປູກຢູ່ເຂດອ່ືນ ແລະປະຈຸບັນປະຊາຊົນປູກຜັກໃສ່ແຄມໜອງ ໃນເນື້ອທີ່ຈາໍກັດ
គុណភាពមុន SLM: 200 kg
គុណភាពក្រោយ SLM: 300 kg
ມີປາໃຫ້ບໍລິໂພກຫຼາຍຂ້ືນ ແລະ ຫຸຼດຜ່ອນເວລາໃນການໄປຫາປາຢູ່ຫ້ວຍ
គុណភាពមុន SLM: 2 ໜານ
គុណភាពក្រោយ SLM: 3 ໜານ
ຍ້ອນໄດ້ຍ້າຍພື້ນທີ່ ການປູກຝັງໄປບ່ອນອ່ືນ
ມີນ້ຳໃຫ້ສັດລ້ຽງກິນພຽງພໍຢູ່ໃກ້ໝູ່ບ້ານ (ຄຸ້ມຄອງງ່າຍ) ກ່ອນຫນ້ານີ້ ສັດຕ້ອງໄປຫາແມ່ນ້ໍາ ຫລື ເພ່ືອດ່ືມນ້ໍາຫັຼງຈາກໄດ້ສ້າງໜອງ ມີນ້ໍາສໍາລັບສັດໃນຫນອງ
ການຫຼຸດລົງໃນການເຮັດວຽກສໍາລັບຜູ້ໃຊ້ທີ່ດິນ ຍ້ອນວ່າເຂົາບໍ່ຈໍາເປັນຕ້ອງໄປຫາປາຢູ່ ໃນຕາມຫ້ວຍໄກຈາກບ້ານ
ການປັບປຸງການຜະລິດປາ ແລະ ສາມາດປະກອບສ່ວນເຂົ້າປາ ສໍາລັບການບໍລິໂພກພາຍໃນຄອບຄົວຕະຫຼອດປີ
ການປັບປຸງການນໍາໃຊ້ທີ່ດິນ ສໍາລັບຫນອງປາທີ່ ຄົວເຮືອນມີຫນອງປາຂອງຕົນເອງ
ນາຍບ້ານບໍ່ໄດ້ສະຫນັບສະຫນູນການຄຸ້ມຄອງໜອງຂອງຊຸມຊົນ (ອັນນີ້ເຮັດໃຫ້ປາໝົດໄປ).ຫຼັງຈາກໄດ້ສ້າງໜອງແຕ່ລະບ້ານ,ນາຍບ້ານໄດ້ຊີ້ນໍາການເຮັດວຽກ ບໍາລຸງຮັກສາຢູ່ໃນຫນອງຂອງຊຸມຊົນ. ອະນຸຍາດໃຫ້ຫາປາໃນລະຫວ່າງງານບຸນໃນຫມູ່ບ້ານ.ໜອງສ່ວນ ບຸກຄົນ ແມ່ນ ຖືກຮັກສາໂດຍເຈົ້າຂອງເອງ
ປັບປຸງ ແລະ ຫຸຼດຜ່ອນຄວາມຂັດແຍ້ງ ກັບເພ່ືອນບ້ານກ່ຽວກັບການຫາປາ ເມ່ືອພວກເຂົາດໍາເນີນການໜອງປາຂອງພວກເຂົາເອງ
ການປັບປຸງການໄຫຼຂອງນ້ໍາດີຂ້ືນ ໂດຍການກ່ໍສ້າງຂອງໜອງປາ
ການເພີ່
ມທະວີ ການລ້ຽງສັດນ້ໍາກ່ຽວກັບປະລິມານ ແລະ ຊະນິດພັນເຊັ່ນ : ປູ, ຫອຍ ແລະຜູ້ນໍາໃຊ້ທີ່ ດິນສາມາດມີປາຊະນິດ(ປານິນ, ປາໄນ)
ການຫຸຼດລົງຂອງພືດໃນໜ້າດິນ
ການຫຸຼດລົງຂອງການໄຫຼເຊາະເທິງໜ້າດິນ ຍ້ອນຝົນຕົກຫນັກ