ການເຮັດຝຸ່ນບົ່ມ ເພື່ອປັັບປຸງດີນ ຢູ່ພື້ນທີ່ ປູກຜັກສວນຄົວ
(ລາວ)
ຝຸ່ນບົ່ມ
ຄຳອະທິບາຍ
ການເຮັດຝຸ່ນບົ່ມ ແມ່ນເຮັດມາຈາກຂ້ີແກບເຜົາ ເພື່ອປັບປຸງດິນ ແລະ ເພ່ີມສະມັດຕະພາບ ຜົນຜະລິດ ພືດຜັກສວນຄົວ ຊຶ່ງເຕັກນີກນ້ີ ແມ່ນເກີດມາຈາກ ແນວຄວາມຄິດລິເລ່ີມ ແລະ ໄດ້ຮັບການສົ່ງເສີມ ຈາກທາງໂຄງການ ຄໍາ້ປະກັນ ສະບຽງ ອາຫານ ແລະ ໂພສະນາການ ເຊື່ອມໂຍງກັບການຕະຫຼາດ ທ່ີໄດ້ຮັບການສະຫນັບສະ ຫນຸນທຶນຈາກ ອົງການ IFAD.
ກິດຈະກໍາ ການປູກຜັກ ສວນຄົວ ເປັນກິດຈະກໍາ ທ່ີຊາວກະສິກອນ ເຄີຍຈັດຕັ້ງປະຕິບັດ ເພື່ອຄໍາ້ປະກັນ ສະບຽງອາຫານ ແລະ ສ້າງລາຍຮັບ. ໃນເມ່ືອກ່ອນ ການຍົກສະມັດ ຕະພາບຜົນ ຜະລິດ ຂອງປະຊາຊົນ ແມ່ນນໍາໃຊ້ ແຕ່ຝຸ່ນຄອກ ເພື່ອເປັບປຸງດິນ ແລະ ປະລິມານ ການນໍາໃຊ້ຝຸ່ນຄອກ ແມ່ນອີງຕາມ ທ່າແຮງ ແລະ ຄວາມສາມາດ ຂອງຄອບຄົວ. ນອກຈາກນ້ິ, ພື້ນທ່ີ ທໍາການຜະລີດ ຂອງຊາວກະສິກອນ ສ່ວນໃຫຍ່ ແມ່ນເປັນດິນຊາຍ, ຊັ້ນດິນຕ້ືນ ມີຫີນແຮ່ ສະສົມ ຊັ້ນດິນ ທ່ີເກີດຈາກທໍາມະຊາດ ຊ່ຶງບໍ່ອໍານວຍ ແລະ ເປັນຂໍ້ຈຳກັດ ໃນການຜະລິດ ແລະ ພື້ນທີ ປູກຜັກ ສ່ວນໃຫຍ່ ແມ່ນປູກຢູ່ແຄມບາ້ນ ເນ່ືອງຈາກຈໍາກັດ ພື້ນທ່ີ ທໍາການຜະລິດ ແຄມຫ້ວຍ ຫືຼ ແຄມນໍາ້ຕ່າງໆ. ດັ່ງນັ້ນ, ໃນປີ 2016 ທາງແຜນງານ ໂຄງການ ຄໍາ້ປະກັນ ສະບຽງອາຫານ ແລະ ໂພສະນາການ ເຊ່ືອມໂຍງກັບການຕະຫຼາດ (FNML-IFAD) ໄດ້ມາແນະນໍາ ສົ່ງເສີມ ແລະ ຈັດຝຶກອົບຮົມ ກ່ຽວກັບ ວິທີການເຮັດ ຝຸ່ນບົ່ມ ເພື່ອປັບປຸງດິນ ແລະ ເພີ່ມຜົນຜະລິດ ພືດຜັກສວນຄົວ ໃຫ້ແກ່ຊາວກະສິກອນ ພາຍໃນບາ້ນຈໍານວນຫນ່ຶງ ຢູ່ເມືອງພູວົງ ແຂວງອັດຕະປື. ວິທີການ ເຮັດຝຸ່ນບົ່ມ ບ່ໍມີຂັ້ນຕອນຫຍູ້ງຍາກ ແລະ ຊາວກະສິກອນ ສາມາດ ນໍາໃຊ້ ວັດຖຸດີບ ທ່ີມີໃນທອ້ງຖ່ີນ. ຊ່ຶງວັດຖຸດິບ ທ່ີນໍາໃຊ້ເຂົ້າ ໃນການເຮັດຝຸ່ນບົ່ມ ປະກອບມີ ຂ້ີແກບເຜົາໃໝ້ ປະມານ 50% ຈໍານວນ 10 ກະສອບ (15 ກິໂລ/ກະສອບ), ຝຸ່ນຄອກ 20 ກິໂລ, ນໍາ້ 50 ລິດ, ກາກນໍາ້ຕານ 15 ບ່ວງ ຫືຼ ໃຊ້ນ້ຳຕານແທນກ່ໍໄດ້, ນໍາ້ສະກັດຊີວະພາບ 5 ບ່ວງ. ສໍາລັບ ອຸປະກອນ ທ່ີຫາມາໄດ້ນັ້ນ ນໍາມາປະສົມ ໃຫ້ເຂົ້າກັນ ລະອຽດດີ ແລ້ວເອົາລົງໃສ່ອ່າງທ່ີ ໄດ້ກະກຽມດິນ ຂະຫນາດອ່າງ (ທ່ີກໍ່ດວ້ຍຊີເມັນ ຫືຼ ສາມາດໃຊ້ອ່າງຢາງພາດສະຕິກກໍ່ໄດ້) ຄວາມເລິກ 0,5 ແມັດ, ກວ້າງ 1,5 ແມັດ ແລະ ຍາວ 2 ແມັດ. ສ່ວນຝຸ່ນ ປະສົມ ທ່ີເອົາລົງໃສ່ອ່າງນັ້ນ ກວດຝຸ່ນ ໃຫ້ພຽງຫນ້າຂອງອ່າງ, ແລ້ວເອົາຜ້າຢາງໃສ ປົກຄຸມອ່າງ ແລະ ຈິກຂາ້ງ ໃຫ້ແຈບດີ ບ່ໍໃຫ້ມີອາກາດເຂົ້າ, ການບົ່ມຝຸ່ນ ໃຊ້ເວລາ ປະມານ 1-2 ອາທິດ ຈ່ຶງສາມາດ ນໍາໄປໃສ່ສວນປູກຜັກໄດ້. ວິທີການນໍາໃຊ້ ແມ່ນນຳຝຸ່ນບົ່ມ ໃສ່ຄຸ ຫືຼ ກະສອບ ເພື່ອນໍາໄປຫວ່ານ ໃສ່ຫນານປູກຜັກ ໄດ້ເລີຍ ໃນຊ່ວງການກະກຽມດິນ ພາຍຫັຼງ ຫວ່ານຝຸ່ນບົ່ມ ຄຸມຫນານຜັກແລ້ວ ກໍ່ໃຊ້ ຄາດກວດ ຫືຼ ຈົກຂຸດຝຸ່ນບົ່ມ ປະສົມກັບດິນ ໃຫ້ເຂົ້າກັນ ແລ້ວກໍ່ສາມາດ ປູກຜັກໃສ່ໄດ້. ຊຶ່ງຊ່ວງທີ່ປູກຜັກ ແມ່ນທາ້ຍເດືອນທັນວາ ເຖິງ ເດືອນມີນາ (ປູກ 2-3 ຄັ້ງ/ປີ) ໂດຍອາໃສ ນໍາ້ບາດານ ໃນການຫົດຜັກ ເປັນສ່ວນໃຫຍ່. ສະຫຸຼບແລ້ວ, ເຕັກນິກ ການເຮັດຝຸ່ນບົ່ມມີຜົນດີ ທີຊ່ວຍປັບປຸງດິນ ເຮັດໃຫ້ດິນ ສະສົມ ອິນຊີວັດຖຸຫຼາຍຂຶ້ນ, ມີທາດອາຫານຫັຼກ ແລະ ທາດອາຫານເສີມ, ກະ ຕຸ້ນ ການທໍາງານ ຂອງຈຸລິນຊີດິນ ເຮັດໃຫ້ພືດຜັກ ມີການຈະເລີນເຕີບໂຕໄດ້ດີ ສົ່ງຜົນເຮັດໃຫ້ ຜົນຜະລິດ ເພີ່ມຂ້ຶນ. ເຕັກນິກ ດັ່ງກ່າວນ້ີ ບ່ໍມີຂັ້ນຕອນຫຍຸ້ງຍາກ ໃນການບໍາລຸງຮັກສາ ພຽງແຕ່ ຕອ້ງໄດ້ເອົາໃຈໃສ່ ອະນາໃມອ່າງ, ເກັບມຽ້ນ ອຸປະກອນ ເປັນຕົ້ນ ແມ່ນຊວ້ນ ແລະ ບົວຫົດນໍາ້ ເພື່ອໃວ້ໃຊ້ໃນເທ່ືອຕ່ໍໄປ ຂອງການເຮັດຝຸ່ນບົ່ມ ແລະ ທັງເປັນການປະຢັດ ຄ່າຈ້າງແຮງງານ.
ສະຖານທີ່
ສະຖານທີ່: ເມືອງພູວົງ, ແຂວງອັດຕະປື, ລາວ
ຈໍານວນ ພື້ນທີ່ ທີ່ໃຊ້ ເຕັກໂນໂລຢີ ທີ່ໄດ້ວິເຄາະ: 2-10 ພຶ້ນທີ່
ການຄັດເລືອກພື້ນທີ່ ທີ່ອີງໃສ່ຂໍ້ມູນທາງພູມີສາດ
ການແຜ່ກະຈາຍຂອງເຕັກໂນໂລຢີ: ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່ (approx. < 0.1 ກິໂລແມັດ2 (10 ເຮັກຕາ))
ຢູ່ໃນເຂດປ່າສະຫງວນທີ່ບໍ?:
ວັນທີຂອງການປະຕິບັດ: 2016; ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)
ປະເພດຂອງການນໍາສະເໜີ
-
ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ
-
ເປັນສ່ວນໜື່ງຂອງລະບົບພື້ນເມືອງ (>50 ປີ)
-
ໃນໄລຍະການທົດລອງ / ການຄົ້ນຄວ້າ
-
ໂດຍຜ່ານໂຄງການ / ການຊ່ວຍເຫຼືອຈາກພາຍນອກ
ອ່າງຊິເມັນ ເພື່ອເກັບຮັກສາຝຸ່ນບົ່ມ (ປະຊາລັດ ຂຸນສີ)
ພື້ນທີ່ ໜານປູກຜັກ ທີ່ນຳໃຊ້ຝຸ່ນບົ່ມ (ປະຊາລັດ ຂຸນສີ)
ຈຸດປະສົງຕົ້ນຕໍ
-
ປັບປຸງ ການຜະລິດ
-
ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
-
ການອະນຸລັກ ລະບົບນິເວດ
-
ປົກປັກຮັກສານໍ້າ / ນໍ້າພື້ນທີ່ - ປະສົມປະສານກັບ ເຕັກໂນໂລຢີອື່ນໆ
-
ປົກປັກຮັກສາ / ການປັບປຸງຊີວະນາໆພັນ
-
ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ
-
ປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ແລະ ຜົນກະທົບ
-
ຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ
-
ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
-
ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ
ການນໍາໃຊ້ດິນ
-
ດິນທີ່ປູກພືດ
ຈໍານວນ ລະດູການ ປູກໃນປີໜຶ່ງ: 3
ການສະໜອງນໍ້າ
-
ນໍ້າຝົນ
-
ປະສົມປະສານ ກັນລະຫວ່າງ ນໍ້າຝົນ ແລະ ນໍ້າຊົນລະປະທານ
-
ນໍາໃຊ້ ນໍ້າຊົນລະປະທານ ພຽງຢ່າງດຽວ
ຈຸດປະສົງທີ່ກ່ຽວຂ້ອງກັບການເຊື່ອມໂຊມຂອງດິນ
-
ປ້ອງກັນການເຊື່ອມໂຊມຂອງດິນ
-
ຫຼຸດຜ່ອນການເຊື່ອມໂຊມຂອງດິນ
-
ການຟື້ນຟູ / ຟື້ນຟູດິນທີ່ຊຸດໂຊມ
-
ປັບຕົວຕໍ່ການເຊື່ອມໂຊມຂອງດິນ
-
ບໍ່ສາມາດໃຊ້ໄດ້
ການເຊື່ອມໂຊມ ທີ່ຕ້ອງໄດ້ເອົາໃຈໃສ່
-
ການເຊື່ອມໂຊມ ຂອງດິນ ທາງເຄມີ - Cn: ຄວາມອຸດົມສົມບູນ ລົດໜ້ອຍຖອຍລົງ ແລະ ສານອິນຊີວັດຖຸລົດລົງ (ບໍ່ແມ່ນສາເຫດມາຈາກການເຊາະເຈື່ອນ)
-
ການເຊື່ອມໂຊມ ທາງຊີວະພາບ - Bl: ການສູນເສຍ ຈຸລິນຊີໃນດິນ
ກຸ່ມການຄຸ້ມຄອງທີ່ດິນແບບຍືນຍົງ
-
ການຈັດການອຸດົມສົມບູນ ຂອງດິນປະສົມປະສານ
-
ການຈັດການສິ່ງເສດເຫຼືອ ການຄຸ້ມຄອງນໍ້າ / ສິ່ງເສດເຫຼືອ
-
ພືດຜັກສວນຄົວ
ມາດຕະການ ການຄຸ້ມຄອງທີ່ດິນແບບຍືນຍົງ
-
ມາດຕະການ ທາງການກະສິກໍາ - A2: ອິນຊີວັດຖຸ ຫຼື ຄວາມອຸດົມສົມບູນໃນດິນ
ເທັກນິກການແຕ້ມຮູບ
ຂໍກຳນົດທາງເທັກນິກ
ວິທີ ແລະ ຂັ້ນຕອນ ການເຮັດຝຸ່ນບົ່ມ ມີດັ່ງລຸ່ມນີ້ 1. ຂ້ີແກບເຜົາໃໝ້ ປະມານ 50% (ໄຫມ້ບໍ່ຫມົດ) ຈໍານວນ 10 ກະສອບ (15 ກິໂລ/ກະສອບ), 2. ຝຸ່ນຄອກ 10 ກະສອບ (20 ກີໂລ/ກະສອບ), 3. ນໍາ້ 50 ລິດ, 4. ກາກນໍາ້ຕານ 15 ບ່ວງແກງ, 5. ນໍາ້ ສະກັດຊີວະພາບ 5 ບ່ວງແກງ, 6. ປະສົມ ສ່ວນປະສົມ ທັງຫມົດເຂົ້າກັນແລ້ວ ເກັບຮັກສາໄວ້ໃນອ່າງ ໂດຍເອົາຜ້າຢາງປົກອ່າງໄວ້.
Author: ວີໄຊ ຟ້າວີເສດ
ການຈັດຕັ້ງ ແລະ ບໍາລຸງຮັກສາ: ກິດຈະກໍາ, ວັດຖຸດິບ ແລະ ຄ່າໃຊ້ຈ່າຍ
ການຄຳນວນ ປັດໃຈການຜະລິດ ແລະ ຄ່າໃຊ້ຈ່າຍ
- ຄິດໄລ່ຄ່າໃຊ້ຈ່າຍ: ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ (ຂະໜາດ ແລະ ຫົວໜ່ວຍ ຂອງພື້ນທີ່:5 x 5 ແມັດ)
- ສະກຸນເງິນທີ່ໃຊ້ສໍາລັບການຄິດໄລ່ຄ່າໃຊ້ຈ່າຍ: ກີບ
- ອັດຕາແລກປ່ຽນ (ເປັນເງີນ ໂດລາ): 1 USD = 8000.0 ກີບ
- ຄ່າແຮງງານສະເລ່ຍ ຂອງການຈ້າງແຮງງານຕໍ່ມື້: 50000
ປັດໄຈທີ່ສໍາຄັນສຸດທີ່ສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍ
ຕົ້ນທຶນ ໃນການກໍ່ສ້າງອ່າງ ເກັບມ້ຽນ ຝຸ່ນບົ່ມ ຊຶ່ງເປັນປັດໃຈຫຼັກ ທີ່ມີສົ່ງຜົນເຮັດໃຫ້ ຕົ້ນທຶນສູງ (ຖ້າເປັນໄປໄດ້ ກ່ໍສາມາດໃຊ້ອ່າງ ທ່ີເຄີຍລຽ້ງປາໃສ່ ທ່ີບ່ໍໄດ້ໃຊ້ແລ້ວກ່ໍໄດ້).
ກິດຈະກໍາການສ້າງຕັ້ງ
-
ກໍ່ສ້າງອ່າງຊິເມັນ ເກັບມ້ຽນຝຸ່ນບົ່ມ (ໄລຍະເວລາ / ຄວາມຖີ່: ທ້າຍເດືອນທັນວາ)
ປັດໄຈນໍາເຂົ້າໃນການຈັດຕັ້ງ ແລະ ຄ່າໃຊ້ຈ່າຍ (per 5 x 5 ແມັດ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ |
ຫົວໜ່ວຍ |
ປະລິມານ |
ຕົ້ນທຶນ ຕໍ່ຫົວໜ່ວຍ (ກີບ) |
ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ (ກີບ) |
% ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ |
ແຮງງານ
|
ແຮງງານ ໃນການກໍ່ສ້າງອ່າງ (ຮັບເໝົາ) |
|
1.0 |
500000.0 |
500000.0 |
100.0 |
ອຸປະກອນ
|
ບົວຫົດນຳ້ |
ໜ່ວຍ |
1.0 |
25000.0 |
25000.0 |
100.0 |
ຄຸ |
ໜ່ວຍ |
2.0 |
7500.0 |
15000.0 |
100.0 |
ຊວ້ານ |
ດວງ |
1.0 |
20000.0 |
20000.0 |
100.0 |
ກະສອບ ໃສ່ຂີ້ແກບ ແລະ ຝຸ່ນຄອກ |
ໜ່ວຍ |
20.0 |
2000.0 |
40000.0 |
100.0 |
ຜ້າຢາງປາດສະຕິກ |
ແມັດ |
3.0 |
10000.0 |
30000.0 |
100.0 |
ວັດສະດຸກໍ່ສ້າງ
|
ກ້ອນດິນຈີ່ |
ກ້ອນ |
100.0 |
4000.0 |
400000.0 |
100.0 |
ຊິມັງ |
ເປົາ |
7.0 |
40000.0 |
280000.0 |
100.0 |
ດິນຊາຍ |
ລົດ |
0.5 |
300000.0 |
150000.0 |
100.0 |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ |
1'460'000.0 |
|
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ |
182.5 |
|
ກິດຈະກໍາບໍາລຸງຮັກສາ
-
ເກັບຂີ້ແກບເຜົາ (ໄລຍະເວລາ / ຄວາມຖີ່: ພາຍຫຼັງ ສຳລັບການເກັບກ່ຽວ)
-
ເກັບຝຸ່ນຄອກ (ໄລຍະເວລາ / ຄວາມຖີ່: ພາຍຫຼັງ ສຳລັບການເກັບກ່ຽວ)
-
ກະກຽມ ວັດຖຸດິບ ທີ່ຈະໃຊ້ ໃນການເຮັດຝຸ່ນຄອກ (ໄລຍະເວລາ / ຄວາມຖີ່: ພາຍຫຼັງ ສຳເລັດການເກັບກ່ຽວ)
-
ນຳໃຊ້ຝຸ່ນບົ່ມ ໃນພື້ນທີ່ ປູກຜັກສວນຄົວ (ໄລຍະເວລາ / ຄວາມຖີ່: ພາຍຫຼັງ ສຳເລັດການເກັບກ່ຽວ)
ປັດໄຈນໍາເຂົ້າໃນການບໍາລຸງຮັກສາ ແລະ ຄ່າໃຊ້ຈ່າຍ (per 5 x 5 ແມັດ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ |
ຫົວໜ່ວຍ |
ປະລິມານ |
ຕົ້ນທຶນ ຕໍ່ຫົວໜ່ວຍ (ກີບ) |
ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ (ກີບ) |
% ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ |
ແຮງງານ
|
ແຮງງານ ໃນການກະກຽມ ວັດຖູດິບ ເພື່ອເຮັດຝຸ່ນບົ່ມ |
ວັນງານ |
2.0 |
50000.0 |
100000.0 |
100.0 |
ແຮງງານ ໃນການເຮັດຝຸ່ນບົ່ມ |
ວັນງານ |
2.0 |
50000.0 |
100000.0 |
100.0 |
ແຮງງານ ໃນການນຳໃຊ້ຝູ່ນບົ່ມ ໄປໃສ່ສວນຜັກ |
ວັນງານ |
2.0 |
50000.0 |
100000.0 |
100.0 |
ຝຸ່ນ ແລະ ຢາຊີວະພາບ
|
ຝູ່ນຄອກ |
ກິໂລ |
10.0 |
5000.0 |
50000.0 |
100.0 |
ອື່ນໆ
|
ຂີ້ແກບເຜົາ |
ກະສອບ |
10.0 |
20000.0 |
200000.0 |
100.0 |
ນ້ຳຕານ |
ກິໂລ |
1.0 |
10000.0 |
10000.0 |
100.0 |
ນ້ຳສະກັດ ຊີວະພາບ |
ລິດ |
1.0 |
10000.0 |
10000.0 |
100.0 |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ |
570'000.0 |
|
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ |
71.25 |
|
ສະພາບແວດລ້ອມທໍາມະຊາດ
ສະເລ່ຍປະລິມານນໍ້າຝົນປະຈໍາປີ
-
< 250 ມີລິແມັດ
-
251-500 ມີລິແມັດ
-
501-750 ມີລິແມັດ
-
751-1,000 ມີລິແມັດ
-
1,001-1,500 ມີລິແມັດ
-
1,501-2,000 ມີລິແມັດ
-
2,001-3,000 ມີລິແມັດ
-
3,001-4,000 ມີລິແມັດ
-
> 4,000 ມີລິແມັດ
ເຂດກະສິກໍາ-ສະພາບອາກາດ
-
ຄວາມຊຸ່ມ
-
ເຄີ່ງຄວາມຊຸ່ມ
-
ເຄິ່ງແຫ້ງແລ້ງ
-
ແຫ້ງແລ້ງ
ຂໍ້ມູນຈໍາເພາະກ່ຽວກັບສະພາບອາກາດ
n.a.
ຄວາມຄ້ອຍຊັນ
-
ພື້ນທີ່ຮາບພຽງ (0-2%)
-
ອ່ອນ (3-5 %)
-
ປານກາງ (6-10 %)
-
ມ້ວນ (11-15 %)
-
ເນີນ(16-30%)
-
ໍຊັນ (31-60%)
-
ຊັນຫຼາຍ (>60%)
ຮູບແບບຂອງດິນ
-
ພູພຽງ / ທົ່ງພຽງ
-
ສັນພູ
-
ເປີ້ນພູ
-
ເນີນພູ
-
ຕີນພູ
-
ຮ່ອມພູ
ລະດັບຄວາມສູງ
-
0-100 ແມັດ a.s.l.
-
101-500 ແມັດ a.s.l.
-
501-1,000 ແມັດ a.s.l.
-
1,001-1,500 ແມັດ a.s.l.
-
1,501-2,000 ແມັດ a.s.l.
-
2,001-2,500 ແມັດ a.s.l.
-
2,501-3,000 ແມັດ a.s.l.
-
3,001-4,000 ແມັດ a.s.l.
-
> 4,000 ແມັດ a.s.l.
ເຕັກໂນໂລຢີໄດ້ຖືກນໍາໃຊ້ໃນ
-
ລັກສະນະສວດ
-
ລັກສະນະກີ່ວ
-
ບໍ່ກ່ຽວຂ້ອງ
ຄວາມເລິກຂອງດິນ
-
ຕື້ນຫຼາຍ (0-20 ຊັງຕີແມັດ)
-
ຕື້ນ (21-50 ຊຕມ)
-
ເລີກປານກາງ (51-80 ຊຕມ)
-
ເລິກ (81-120 ຊມ)
-
ເລິກຫຼາຍ (> 120 cm)
ໂຄງສ້າງຂອງດິນ (ເທີງໜ້າດິນ)
-
ຫຍາບ / ເບົາ (ດິນຊາຍ)
-
ປານກາງ (ດິນໜຽວ, ດິນໂຄນ)
-
ບາງລະອຽດ / ໜັກ (ໜຽວ)
ໂຄງສ້າງຂອງດິນ (ເລິກລົງ 20 ຊັງຕີແມັດ)
-
ຫຍາບ / ເບົາ (ດິນຊາຍ)
-
ປານກາງ (ດິນໜຽວ, ດິນໂຄນ)
-
ບາງລະອຽດ / ໜັກ (ໜຽວ)
ທາດອິນຊີຢູ່ເທິງໜ້າດິນ
-
ສູງ (> 3 %)
-
ປານກາງ (1-3 %)
-
ຕໍາ່ (<1 %)
ນ້ຳໃຕ້ດິນ
-
ເທິງຊັ້ນໜ້າດິນ
-
< 5 ແມັດ
-
5-50 ແມັດ
-
> 50 ແມັດ
ມີນໍ້າໜ້າດິນ
-
ເກີນ
-
ດີ
-
ປານກາງ
-
ທຸກຍາກ / ບໍ່ມີ
ຄຸນນະພາບນໍ້າ (ການຮັກສາ)
-
ມີນໍ້າດື່ມ
-
ບໍ່ມີນໍ້າດື່ມ (ຮຽກຮ້ອງໃຫ້ມີການບຳບັດນ້ຳ)
-
ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)
-
ຜິດປົກກະຕິ
ຄຸນນະພາບນ້ຳ ໝາຍເຖີງ:
ດິນເຄັມເປັນບັນຫາບໍ່?
ການເກີດນໍ້າຖ້ວມ
ຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດ
ຄຸນລັກສະນະຂອງຜູ້ນຳໃຊ້ທີ່ດິນການນໍາໃຊ້ເຕັກໂນໂລຢີ
ການວາງແນວທາງຕະຫຼາດ
-
ກຸ້ມຕົນເອງ (ພໍພຽງ)
-
ປະສົມປົນເປ( ກຸ້ມຕົນເອງ/ເປັນສິນຄ້າ)
-
ການຄ້າ / ຕະຫຼາດ
ລາຍຮັບທີ່ໄດ້ມາຈາກກິດຈະກໍາອື່ນໆ ທີ່ບໍ່ແມ່ນການຜະລິດກະສິກໍາ
-
ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
-
10-50 % ຂອງລາຍຮັບທັງໝົດ
-
> 50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ
-
ທຸກຍາກຫຼາຍ
-
ທຸກຍາກ
-
ສະເລ່ຍ
-
ຮັ່ງມີ
-
ຮັ່ງມີຫຼາຍ
ລະດັບຂອງການຫັນເປັນກົນຈັກ
-
ການໃຊ້ແຮງງານຄົນ
-
ສັດລາກແກ່
-
ເຄື່ອງກົນຈັກ
ຢູ່ປະຈຳ ຫຼື ເລລ້ອນ
-
ບໍ່ເຄື່ອນໄຫວ
-
ແບບເຄີ່ງຂັງ-ເຄີ່ງປ່ອຍ
-
ແບບປ່ອຍຕາມທຳມະຊາດ
ບຸກຄົນ ຫຼື ກຸ່ມ
-
ບຸກຄົນ / ຄົວເຮືອນ
-
ກຸ່ມ / ຊຸມຊົນ
-
ການຮ່ວມມື
-
ການຈ້າງງານ (ບໍລິສັດ, ອົງການ ລັດຖະບານ)
ອາຍຸ
-
ເດັກນ້ອຍ
-
ຊາວໜຸ່ມ
-
ໄວກາງຄົນ
-
ຜູ້ສູງອາຍຸ
ເຂດພື້ນທີ່ການນໍາໃຊ້ຕໍ່ຄົວເຮືອນ
-
<0.5 ເຮັກຕາ
-
0.5-1 ເຮັກຕາ
-
1-2 ເຮັກຕາ
-
2-5 ເຮັກຕາ
-
5-15 ເຮັກຕາ
-
15-50 ເຮັກຕາ
-
50-100 ເຮັກຕາ
-
100-500 ເຮັກຕາ
-
500-1,000 ເຮັກຕາ
-
1,000-10,000 ເຮັກຕາ
-
> 10,000 ເຮັກຕາ
ຂະໜາດ
-
ຂະໜາດນ້ອຍ
-
ຂະໜາດກາງ
-
ຂະໜາດໃຫຍ່
ເຈົ້າຂອງທີ່ດິນ
-
ລັດ
-
ບໍລິສັດ
-
ຊຸມຊົນ / ບ້ານ
-
ກຸ່ມ
-
ບຸກຄົນ, ບໍ່ມີຕໍາແໜ່ງ
-
ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິການນໍາໃຊ້ທີ່ດິນ
-
ເປີດກວ້າງ (ບໍ່ມີການຈັດຕັ້ງ)
-
ຊຸມຊົນ (ທີ່ມີການຈັດຕັ້ງ)
-
ເຊົ່າ
-
ບຸກຄົນ
ສິດທິການນໍາໃຊ້ນໍ້າ
-
ເປີດກວ້າງ (ບໍ່ມີການຈັດຕັ້ງ)
-
ຊຸມຊົນ (ທີ່ມີການຈັດຕັ້ງ)
-
ເຊົ່າ
-
ບຸກຄົນ
ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ)
ຖະໜົນຫົນທາງ ແລະ ການຂົນສົ່ງ
ການດື່ມນໍ້າ ແລະ ສຸຂາພິບານ
ການບໍລິການ ທາງດ້ານການເງິນ
ຜົນກະທົບ
ຜົນກະທົບທາງສັງຄົມ ແລະ ເສດຖະກິດ
ຄຸນນະພາບຂອງພືດ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ: 20 ກິໂລ/ໜານ
ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ: 28 ກິໂລ/ໜານ
ເນື້ອທີ່ ການຜະລິດ (ທີ່ດິນໃໝ່ ທີ່ໄດ້ປູກພືດໃສ່ / ນໍາໃຊ້)
ເນື່ອງຈາກຊາວກະສິກອນ ໄດ້ຮັບຜົນຜະລິດ ເປັນທີ່ໜ້າພໍໃຈ ຊຶ່ງໄດ້ມີການຂະຫຍາຍ ເນື້ອທີ່ ປູກຜັກກວ້າງອອກຕື່ມ.
ລາຍຮັບ ຈາກການຜະລີດ
ກ່ອນການນໍາໃຊ້ ຝຸ່ນບົ່ມ ຊາວກະສິກອນ ສ່ວນໃຫຍ່ ປູກຜັກ ໄວ້ກິນ ພາຍໃນຄອບຄົວ ແຕ່ພາຍຫັຼງ ຈາກໃຊຝຸ່ນບົ່ມ ເຫັນວ່າ ຊາວກະສິກອນ ສາມາດ ຂາຍຜັກ ເປັນສິນຄ້າໄດ້.
ມີວຽກໜັກ
ຊາວກະສິກອນ ມີວຽກເພີ່ມຂ້ຶນ ໂດຍສະເພາະ ແມ່ນຂະບວນການເຮັດຝຸ່ນບົ່ມ.
ຜົນກະທົບທາງສັງຄົມ ວັດທະນະທໍາ
ຄວາມຮູ້ກ່ຽວກັບ ການຄຸ້ມຄອງ ທີ່ດິນແບບຍືນຍົງ / ການເຊື່ອມໂຊມຂອງດິນ
ຊາວກະສິກອນ ໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບຄວາມຮູ້ ໃນການເຮັດຝຸ່ນບົ່ມ ເພື່ອປັບ ປຸງດິນ ໃນພື້ນທ່ີ ປູກຜັກສວນຄົວ.
ຜົນກະທົບຕໍ່ລະບົບນິເວດ
ການທັບຖົມຂອງດິນ
ຊ່ຶງການເຮັດເຕັກນີກນ້ີ ຍັງຢູ່ໃນຊ່ວງໄລຍະທົດລອງ (2017)
ວົງຈອນ ຂອງສານອາຫານໃນດິນ
ຊ່ຶງການເຮັດເຕັກນີກນ້ີ ຍັງຢູ່ໃນຊ່ວງໄລຍະທົດລອງ (2017)
ຄວາມຫຼາກຫຼາຍ ທາງດ້ານທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ
ເກີດມີຈຸລິນຊີໃນດິນ ແລະ ຂີ້ກະເດືອນຫຼາຍຂື້ນ.
ການຄວບຄຸມສັດຕູພືດ / ພະຍາດ
ຫຸຼດຜອ່ນບັນຫາ ສັດຕຸພືດ ເຂົ້າມາທໍາລາຍພືດຜັກ
ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຜົນປະໂຫຍດເມື່ອທຽບກັບຄ່າໃຊ້ຈ່າຍໃນການສ້າງຕັ້ງ
ຜົນຕອບແທນ ໃນໄລຍະສັ້ນ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ຜົນຕອບແທນ ໃນໄລຍະຍາວ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ຜົນປະໂຫຍດເມື່ອທຽບກັບຄ່າໃຊ້ຈ່າຍບໍາລຸງຮັກສາ
ຜົນຕອບແທນ ໃນໄລຍະສັ້ນ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ຜົນຕອບແທນ ໃນໄລຍະຍາວ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ການປ່ຽນແປງສະພາບດິນຟ້າອາກາດ
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ປະລິມານນໍ້າຝົນປະຈໍາປີ ຫຼຸດລົງ
ການຍອມຮັບ ແລະ ການປັບຕົວ
ອັດຕາສ່ວນຂອງຜູ້ຊົມໃຊ້ທີ່ດິນໃນເຂດພື້ນທີ່ທີ່ໄດ້ຮັບຮອງເອົາເຕັກໂນໂລຢີ
-
ກໍລະນີດຽວ / ການທົດລອງ
-
1-10%
-
11-50%
-
> 50%
ທັງໝົດນັ້ນ ມີໃຜແດ່ທີ່ສາມາດປັບຕົວຕໍ່ເຕັກໂນໂລຢີ, ມີຈັກຄົນທີ່ໄດ້ຮັບການກະຕຸກຊຸກຍູ້ ແລະ ອຸປະກອນ?
-
0-10%
-
11-50%
-
51-90%
-
91-100%
ໄດ້ມີການດັດແປງເຕັກໂນໂລຢີ ເພື່ອປັບໃຫ້ເຂົ້າກັບເງື່ອນໄຂການປ່ຽນແປງບໍ່?
ໄດ້ປ່ຽນແປງເງື່ອນໄຂຫຍັງແດ່?
-
ການປ່ຽນແປງດິນຟ້າອາກາດ / ຮ້າຍແຮງ
-
ຕະຫຼາດມີການປ່ຽນແປງ
-
ມີແຮງງານ (ຕົວຢ່າງ, ເນື່ອງຈາກການເຄື່ອນຍ້າຍແຮງງານ)
ບົດສະຫຼຸບ ແລະ ບົດຮຽນທີ່ໄດ້ຮັບ
ຄວາມເຂັ້ມແຂງ: ທັດສະນະມູມມອງ ຂອງຜູ້ນໍາໃຊ້ທີ່ດິນ
-
ການຊອກຫາ ອຸປະກອນ ແລະ ວັດຖຸດິບ ມາເຮັດຝຸ່ນບົ່ມ ແມ່ນຫາໄດ້ງ່າຍ ແລະ ມີໃນທ້ອງຖີ່ນ.
-
ການນຳໃຊ້ຝຸ່ນບົ່ມ ໃສ່ໜານຜັກ ແມ່ນຊ່ວຍໃຫ້ພືດຜັກ ຈະເລີນເຕີບໂຕດີ ແລະ ຍັງສາມາດ ປັບປຸງດິນ ໃຫ້ມີຄວາມອຸດົມສົມບຸນ.
-
ເປັນໂອກາດທີດີ ທີ່ຊາວກະສິກອນ ໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນ ກັບພະນັກງານວິຊາການ.
ຄວາມເຂັ້ມແຂງ: ທັດສະນະມຸມມອງ ຂອງຜູ້ປ້ອນຂໍ້ມູນເອງ
-
ການນໍາໃຊ້ ຝຸ່ນບົ່ມ ສາມາດ ປັບປຸງດິນ ໃຫ້ມີຄວາມອຸດົມສົມບຸນ
-
ການເຮັດເຕັກນິກດັ່ງກ່າວ ຖ້າວ່າເຮັດໃນຈໍານວນຫຼາຍ ສາມາດ ນໍາໄປປັບປຸງດິນ ໃນພື້ນທ່ີຫຼາຍໄດ້ ຫືຼ ສາມາດ ເຮັດຂາຍ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ: ທັດສະນະມູມມອງ ຂອງຜູ້ນໍາໃຊ້ທີ່ດິນວິທີການແກ້ໄຂແນວໃດ
-
ຜົນທ່ີໄດ້ຮັບ ຈາກການເຮັດ ເຕັກນີກ ຝຸ່ນບົ່ມ ຍັງເຮັດໃນພື້ນທ່ີຈໍາກັດ ເນ່ືອງຈາກວ່າ ຍັງເປັນຊ່ວງໄລຍະທົດລອງຢູ່ (2017).
-
ການເຮັດຝຸ່ນບົ່ມ ແມ່ນຈະເຫັນຜົນ ໃນໄລຍະຍາວ ຊ່ຶງຈະຕອ້ງໄດ້ໃຊ້ເວລາ ໃນການປັບປຸງດິນ (ແຕກຕ່າງກັບ ການໃຊ້ຝຸ່ນເຄມີ ທີ່ສາມາດ ເຫັນຜົນໄດ້ໄວ).
-
ຖາ້ຫາກ ຊາວກະສິກອນ ຕອ້ງການຈະໃຊ້ຝຸ່ນບົ່ມ ຢູ່ທົ່ງນາ ແມ່ນເປັນໄປໄດ້ຍາກ ເນ່ືອງຈາກປະລິມານຝຸ່ນບົ່ມ ມີຈໍາກັດ ຊ່ຶງຕອ້ງໄດ້ອາໃສ ແຮງງານ ໃນການເກັບ ແລະ ກະກຽມວັດຖຸດິບ ໃນການເຮັດຝຸ່ນບົ່ມຫຼາຍຄົນ.
ທ່ີສໍາຄັນ ແມ່ນຄວນໃຫ້ມີການ ສ້າງອ່າງຊິມັງ ເພື່ອ ບົ່ມຝຸ່ນ ໄວ້ໃຊ້ເປັນປະລິມານ ທ່ີຫຼວງຫຼາຍ ແລະ ສາມາດ ເກັບໄວ້ ເມ່ືອຕອ້ງການນໍາໃຊ້ ກ່ໍສາມາດໃຊ້ໄດ້.
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ: ທັດສະນະມຸມມອງ ຂອງຜູ້ປ້ອນຂໍ້ມູນເອງວິທີການແກ້ໄຂແນວໃດ
-
ຊາວກະສິກອນ ຍັງບ່ໍທັນເຫັນຜົນປະໂຫຍດ ແລະ ຄວາມສໍາຄັນ ຂອງຝຸ່ນບົ່ມ ຫຼາຍເທົ່າທ່ີຄວນ.
ຄວນມີການເຜີຍ ແຜ່ຄວາມຮູ້ ແລະ ຜົນດີ ຈາກການເຮັດຝຸ່ນບົ່ມ ໃນຂັ້ນຊຸມຊົນ ໃຫ້ເຫັນໄດ້ເຖິງຄວາມສໍາຄັນ ຂອງຝຸ່ນບົ່ມ ແລະ ພອ້ມທັງ ມີການຈັດທັດສະນະສຶກສາ ແລກປ່ຽນບົດຮຽນ ລະຫວ່າງຊາວກະສິກອນ ກັບ ຊາວກະສິກອນເອງ.
ເອກກະສານອ້າງອີງ
Editors
-
anousit namsena
-
Pasalath Khounsy
-
Bounthanom Bouahom
ການທົບທວນຄືນ
-
Nicole Harari
-
Nivong Sipaseuth
-
Alexandra Gavilano
ວັນທີຂອງການປະຕິບັດ: May 18, 2017
ປັບປຸງລ່າສຸດ: May 27, 2019
ບຸກຄົນທີ່ສໍາຄັນ
-
ສິດວົງໄຊ ທອງວົງໄຊ - ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ
-
ຄຸ ກຸນລະວົງ - ຜູ້ນໍາໃຊ້ທີ່ດິນ
ການບັນຍາຍລາຍລະອຽດ ໃນຖານຂໍ້ມູນ ຂອງ WOCAT
ຂໍ້ມູນການເຊື່ອມໂຍງຂໍ້ມູນການຄຸ້ມຄອງການນໍາໃຊ້ດິນແບບຍືນຍົງ
ເອກກະສານ ແມ່ນໄດ້ອໍານວຍຄວາມສະດວກໂດຍ
ສະຖາບັນ
- National Agriculture and Forestry Research Institute (NAFRI) - ລາວ
ໂຄງການ
- Scaling-up SLM practices by smallholder farmers (IFAD)