ການປູກໝາກກ້ວຍ ປະສົມປະສານ ຢູ່ພື້ນທີ່ ເຂດຄ້ອຍຊັນ
(ລາວ)
ຄຳອະທິບາຍ
ໃນເຂດພູດອຍ ຂອງ ສປປລາວ, ການປູກໝາກກ້ວຍ ແມ່ນປູກແບບ ປະສົມປະສານ ກັບພືດໄຮ່ ໃນປີທຳອິດ ຂອງການຜະລິດ ຊຶ່ງການປູກກ້ວຍ ຍັງສາມາດ ເພີ່ມທາດອາຫານໃນດິນ ແລະ ເຮັດໃຫ້ດິນ ມີຄວາມອຸດົມສົມບຸນ ນອກຈາກນັ້ນ ຍັງສາມາດ ປ້ອງກັນດິນເຈື່ອນ, ບັນຫາມົນທະພິດທາງອາກາດ (ເນື່ອງຈາກ ຫຼຸດຜ່ອນ ການຖາງປ່າເຮັດໄຮ່) ແລະ ສາມາດ ຕ້ານທານກັບ ບັນຫາໄພແຫ້ງແລ້ງໄດ້ເປັນຢ່າງດີ.
ກິດຈະກໍາ ການປູກກວ້ຍ ເປັນກິດຈະກໍາຫນ່ຶງ ທ່ີຊາວກະສິກອນ ເຄີຍຈັດຕັ້ງ ປະຕິບັດກັນ ມາແຕ່ດົນນານ ຢູ່ເຂດພູດອຍ ຂອງສປປລາວ. ປະຊາຊົນ ປູກໄວ້ ເພື່ອກິນພາຍໃນຄອບຄົວ ແລະ ທັງສາມາດຂາຍ ເພື່ອສ້າງລາຍຮັບ ໃຫ້ແກ່ຄອບຄົວ. ການປູກຕົ້ນກ້ວຍ ແມ່ນບໍ່ມີຂັ້ນຕອນຫຍຸ້ງຍາກ, ບໍ່ສັບ ສົນ ແລະ ບໍ່ໄດ້ໃຊ້ຕົ້ນທຶນຫຼາຍ ທັງເປັນມິດກັບສີ່ງແວດລ້ອມ ແລະ ລະບົບນິເວດວິທະຍາ ຊຶ່ງເປັນກິດຈະກຳທີ່ຍືນຍົງ. ໃນປະຈຸບັນນີ້, ການບໍລິໂພກໝາກກ້ວຍ ມີແນວໂນ້ມເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ ເນື້ອທີ່ປູກກ້ວຍ ຂະຫຍາຍອອກ ຢູ່ໃນເຂດພູດອຍ ຂອງສປປລາວ. ໃນໄລຍະປິທຳອິດ ຂອງການປູກໝາກກ້ວຍ ປະຊາຊົນ ເມືອງສະໝ້ວຍ ແຂວງສາລະວັນ ສປປລາວ ໄດ້ປູກໝາກກ້ວຍ ປະສົມປະສານກັບພືດໄຮ່ (ເປັນຕົ້ນ ແມ່ນເຂົ້າໄຮ່ ແລະ ສາລີ). ເຖິງຢ່າງໃດກໍ່ຕາມ, ເຕັກນິກ ການປູກກວ້ຍ ຂອງຊາວກະສິກອນ ແມ່ນປູກແບບທໍາມະຊາດ ໂດຍການຂຸດຂຸມປູກທີ່ນອ້ຍ ບໍ່ໄດ້ມາດຕະຖານ ມີບໍ່ການວັດແທກ ໄລຍະຫ່າງ, ບໍ່ໄດ້ປູກເປັນຖັນເປັນແຖວ, ບ່ໍມີການຕັດແຕ່ງ ຕົ້ນກວ້ຍ ເຮັດໃຫ້ຕົ້ນກວ້ຍ ບ່ໍອອກຫມາກຫຼາຍເທົ່າທ່ີຄວນ. ຈົນມາ ເຖິງ ປີ 2010, ໄດ້ມີທາງໂຄງການ IFAD ເຂົ້າມາຊຸກຍູ້ສົ່ງເສີມ ແລະ ແນະນຳ ເຕັກນີກ ວິຊາການ ໃນການປູກກວ້ຍ ໃຫ້ຊາວກະສິກອນ ພາຍໃນທ້ອງຖ່ິນ. ຊ່ຶງທາງໂຄງການ ໄດ້ແນະນໍາເຕັກນິກ ການປູກກວ້ຍ ໃຫ້ຊາວກະສິກອນ ໂດຍການເລີ່ມ ຈາກຄັດເລືອກພື້ນທີ່ ດິນຄ້ອຍຊັນ ປະມານ 10-20% ຄວາມຄ້ອຍຊັນ, ປູກເປັນຖັນເປັນແຖວ ໄລຍະຫ່າງ ຂອງ 3x3 ແມັດ, ຂະໜາດຂອງຂຸມ ປະມານ 25 x 25 ຊັງຕີແມັດ, ຂຸມເລິກ ປະມານ 30 ຊັງຕີແມັດ, ຖ້າຫາກດິນບໍ່ງາມ ແມ່ນໃຫ້ໃສ່ຝຸ່ນຄອກ 3-5 ກິໂລ/ຂຸມ ໃສ່ຮອງພື້ນກ່ອນປູກ, ປູກກ້ວຍ ສະຫຼັບກັບພືດໄຮ່ ໃນປີທຳອິດ ເພື່ອປ້ອງກັນ ບັນຫາດິນເຊາະເຈື່ອນ, ເອົາໃຈໃສ່ ບົວລະບັດ ຮັກສາ ຢ່າງເປັນປົກກະຕິ ໂດຍການຕັດງ່າຂອງຕົ້ນກ້ວຍ ພາຍຫຼັງປູກ ເພື່ອຮັບປະກັນໃຫ້ຕົ້ນກ້ວຍ ອອກໝາກດີ ພ້ອມທັງສ້ອມແຊມ ເຫງົ້າຂອງຕົ້ນກ້ວຍອອກ ຖ້າຫາກເຫັນວ່າ ຕົ້ນໜຶ່ງ ມີ 3-4 ເຫງົ້າ. ນອກຈາກນີ້, ຊາວກະສິກອນ ຍັງໄດ້ເອົາໃຈໃສ່ ບົວລະບັດຮັກສາຫຼົກຫຍ້າ ແລ້ວກໍ່ເອົາມາຄຸມດິນໄວ້ ເພື່ອປັບປຸງດິນ ແລະ ໃບຂອງກ້ວຍ ກໍ່ສາມາດ ເອົາມາຄຸມດິນໄດ້ ເພື່ອເປັນການຮັກ ສາ ຄວາມຊຸ່ມຊື່ນຂອງດິນ ແລະ ບໍ່ເຮັດໃຫ້ສວນປູກກ້ວຍ ຮົກເຮຶ້ອຈົນເກີນໄປ ໂດຍບໍ່ຈຳເປັນ ຕ້ອງໃສ່ຢາຂ້າຫຍ້າ ຫຼື ຢາຂ້າແມງໄມ້ຕ່າງໆ. ພາຍຫຼັງ ເກັບກ່ຽວຜົນຜະລິດຂອງເຂົ້າ ແລະ ສາລີອອກແລ້ວ ໃນປີທຳອິດ ຍັງເຫຼືອແຕ່ຕົ້ນກ້ວຍ ແລະ ຊາວກະສິກອນ ກໍ່ໄດ້ນຳເຫງົ້າຂອງຕົ້ນກ້ວຍ ຂອງມາປູກໃສ່ໃໝ່. ສະຫຼຸຼຸບລວມແລ້ວ, ວິທີ ການດັ່ງກ່າວນີ້ີ້ ເປັນວິທີການທີ່ງ່າຍດາຍ ທີ່ສາມາດ ສ້າງລາຍຮັບໃຫ້ຄອບຄົວໄດ້ ສະເລ່ຍປະມານ 3-4 ກີບ/ປີ/ຄອບຄົວ. ໝາກກ້ວຍ ສາມາດອອກໝາກ ໄດ້ຕະຫຼາດປີ ແລະ ສາມາດຂາຍໄດ້ຕະຫຼອດປີ. ໃນປະຈຸບັນ, ໂດຍສະເລ່ຍ ຊາວກະສິກອນ ມີເນ້ືອທ່ີ ປູກກວ້ຍ ສະເລ່ຍ ປະມານ 10 ເຮັກຕາ/ຄອບຄົວ. ຕົ້ນກວ້ຍຍັງເປັນພືດ ທ່ີສາມາດ ເກັບຮັກສານໍາ້ ເທີງຫນ້າດິນໄດ້ເປັນຢ່າງດີ ເຮັດໃຫ້ດິນ ມີຄວາມຊຸ່ມຊ່ຶນ ບ່ໍໃຫ້ດິນແຂງ. ເປັນພືດ ທ່ີທົນທານ ຕໍ່ຄວາມແຫ້ງແລ້ງ, ໃບກວ້ຍ ທ່ີເນົ່າເປ່ືອຍ ຍັງສາມາດຍ່ອຍ ສະຫຼາຍ ເຮັດໃຫ້ ເປັນສານອາຫານ ຂອງສ່ີງທ່ີມີຊີວິດຢູ່ໃນດິນໄດ້ດີທ່ີສຸດ. ເຖິງຢ່າງໃດກໍ່ຕາມ, ການປູກໝາກກ້ວຍ ສົ່ງຜົນເຮັດໃຫ້ເປັນການເພີ່ມວຽກ ໃຫ້ແກ່ຊາວກະສິກອນ ເນື່ອງຈາກຕ້ອງໄດ້ເອົາໃຈໃສ່ ໃນຂັ້ນຕອນການບົວລະບັດຮັກສາ (ເສຍຫຍ້າ, ຕັດກີ່ງຫງ່າ ເປັນປະຈຳ).
ສະຖານທີ່
ສະຖານທີ່: ບ້ານລະຮາງ ເມືອງສະໝ້ວຍ ແຂວງສາລະວັນ, ລາວ
ຈໍານວນ ພື້ນທີ່ ທີ່ໃຊ້ ເຕັກໂນໂລຢີ ທີ່ໄດ້ວິເຄາະ: 10-100 ພຶ້ນທີ່
ການຄັດເລືອກພື້ນທີ່ ທີ່ອີງໃສ່ຂໍ້ມູນທາງພູມີສາດ
ການແຜ່ກະຈາຍຂອງເຕັກໂນໂລຢີ: ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່ (approx. 0.1-1 ກມ 2)
ຢູ່ໃນເຂດປ່າສະຫງວນທີ່ບໍ?:
ວັນທີຂອງການປະຕິບັດ: 2010; ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)
ປະເພດຂອງການນໍາສະເໜີ
-
ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ
-
ເປັນສ່ວນໜື່ງຂອງລະບົບພື້ນເມືອງ (>50 ປີ)
-
ໃນໄລຍະການທົດລອງ / ການຄົ້ນຄວ້າ
-
ໂດຍຜ່ານໂຄງການ / ການຊ່ວຍເຫຼືອຈາກພາຍນອກ
ການປູກກ້ວຍ ປະສົມປະສານ ກັບສາລີ (ອານຸສິດ ນາມເສນາ)
ຈຸດປະສົງຕົ້ນຕໍ
-
ປັບປຸງ ການຜະລິດ
-
ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
-
ການອະນຸລັກ ລະບົບນິເວດ
-
ປົກປັກຮັກສານໍ້າ / ນໍ້າພື້ນທີ່ - ປະສົມປະສານກັບ ເຕັກໂນໂລຢີອື່ນໆ
-
ປົກປັກຮັກສາ / ການປັບປຸງຊີວະນາໆພັນ
-
ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ
-
ປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ແລະ ຜົນກະທົບ
-
ຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ
-
ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
-
ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ
ການນໍາໃຊ້ດິນ
-
ດິນທີ່ປູກພືດ
- ການປູກພືດປະຈໍາປີ: ທັນຍາພືດ-ສາລີ, ທັນຍາພືດ-ເຂົ້າໄຮ່
- ພືດຢືນຕົ້ນ (ບໍ່ແມ່ນໄມ້): ກ້ວຍ/ກວ້ຍຂຽວ/ໄຍຕົ້ນກ້ວຍ
ຈໍານວນ ລະດູການ ປູກໃນປີໜຶ່ງ: 1
ມີການເຝືກປູກພືດແບບສັບຫວ່າງບໍ່? ແມ່ນ
ການສະໜອງນໍ້າ
-
ນໍ້າຝົນ
-
ປະສົມປະສານ ກັນລະຫວ່າງ ນໍ້າຝົນ ແລະ ນໍ້າຊົນລະປະທານ
-
ນໍາໃຊ້ ນໍ້າຊົນລະປະທານ ພຽງຢ່າງດຽວ
ຈຸດປະສົງທີ່ກ່ຽວຂ້ອງກັບການເຊື່ອມໂຊມຂອງດິນ
-
ປ້ອງກັນການເຊື່ອມໂຊມຂອງດິນ
-
ຫຼຸດຜ່ອນການເຊື່ອມໂຊມຂອງດິນ
-
ການຟື້ນຟູ / ຟື້ນຟູດິນທີ່ຊຸດໂຊມ
-
ປັບຕົວຕໍ່ການເຊື່ອມໂຊມຂອງດິນ
-
ບໍ່ສາມາດໃຊ້ໄດ້
ການເຊື່ອມໂຊມ ທີ່ຕ້ອງໄດ້ເອົາໃຈໃສ່
-
ການເຊື່ອມໂຊມ ຂອງດິນ ທາງເຄມີ - Cn: ຄວາມອຸດົມສົມບູນ ລົດໜ້ອຍຖອຍລົງ ແລະ ສານອິນຊີວັດຖຸລົດລົງ (ບໍ່ແມ່ນສາເຫດມາຈາກການເຊາະເຈື່ອນ)
-
ການເຊື່ອມໂຊມ ທາງຊີວະພາບ - Bc: ການຫຼຸດຜ່ອນການປົກຫຸ້ມຂອງພືດ
ກຸ່ມການຄຸ້ມຄອງທີ່ດິນແບບຍືນຍົງ
-
ລະບົບການປູກພືດໝູນວຽນ (ການປູກພືດໝູນວຽນ, ປ່າເລົ່າ, ການຖາງປ່າເຮັດໄຮ່)
-
ການປັບປຸງດິນ / ພືດຄຸມດິນ
ມາດຕະການ ການຄຸ້ມຄອງທີ່ດິນແບບຍືນຍົງ
-
ມາດຕະການ ທາງການກະສິກໍາ - A1: ພືດ / ການປົກຫຸ້ມຂອງດິນ
ເທັກນິກການແຕ້ມຮູບ
ຂໍກຳນົດທາງເທັກນິກ
ການຄັດເລືອກພື້ນທີ່ ດິນຄ້ອຍຊັນ ປະມານ 10-20%, ປູກເປັນຖັນເປັນແຖວ ໄລຍະຫ່າງ ຂອງ 3x3 ແມັດ, ຂະໜາດຂອງຂຸມ ປະມານ 25 x 25 ຊັງ ຕີແມັດ, ຂຸມເລິກ ປະມານ 30 ຊັງຕີແມັດ, ຖ້າຫາກດິນ ບໍ່ງາມ ແມ່ນໃຫ້ໃສ່ຝຸ່ນຄອກ 3-5 ກິໂລ/ຂຸມ ໃສ່ຮອງພື້ນກ່ອນປູກ. ປູກກ້ວຍ ສະຫຼັບກັບພືດໄຮ່ ໃນປີທຳອິດ ເພື່ອປ້ອງກັນ ບັນຫາດິນເຊາະເຈື່ອນ, ການເອົາໃຈໃສ່ ບົວລະບັດຮັກສາ ຢ່າງເປັນປົກກະຕິ ໂດຍການຕັດງ່າຂອງຕົ້ນກ້ວຍ ພາຍຫຼັງປູກ ເພື່ອຮັບປະກັນໃຫ້ຕົ້ນກ້ວຍ ອອກໝາກດີ ພ້ອມທັງສ້ອມແຊມ ເຫງົ້າຂອງຕົ້ນກ້ວຍອອກ ຖ້າຫາກເຫັນວ່າ ຕົ້ນໜຶ່ງ ມີ 3-4 ເຫງົ້າ. ນອກຈາກນີ້, ຊາວກະສິ ກອນ ຍັງໄດ້ເອົາໃຈໃສ່ ບົວລະບັດຮັກສາຫຼົກຫຍ້າ ແລ້ວກໍ່ເອົາມາຄຸມດິນໄວ້ ເພື່ອປັບປຸງດິນ ແລະ ໃບຂອງກ້ວຍ ກໍ່ສາມາດ ເອົາມາຄຸມດິນໄດ້ ເພື່ອເປັນການຮັກສາຄວາມຊຸ່ມຊື່ນຂອງດິນ ແລະ ບໍ່ເຮັດໃຫ້ສວນປູກກ້ວຍ ຮົກເຮຶ້ອຈົນເກີນໄປ ໂດຍບໍ່ຈຳເປັນຕ້ອງໃສ່ຢາຂ້າຫຍ້າ ຫຼື ຢາຂ້າແມງໄມ້ຕ່າງໆ. ພາຍ ຫຼັງ ເກັບກ່ຽວຜົນຜະລິດຂອງເຂົ້າ ແລະ ສາລີອອກແລ້ວ ໃນປີທຳອິດ ຍັງເຫຼືອແຕ່ຕົ້ນກ້ວຍ ແລະ ຊາວກະສິກອນ ກໍ່ໄດ້ນຳເຫງົ້າຂອງຕົ້ນກ້ວຍ ຂອງມາປູກໃສ່ໃໝ່.
Author: ອະນຸສິດ ນາມເສນາ
ການຈັດຕັ້ງ ແລະ ບໍາລຸງຮັກສາ: ກິດຈະກໍາ, ວັດຖຸດິບ ແລະ ຄ່າໃຊ້ຈ່າຍ
ການຄຳນວນ ປັດໃຈການຜະລິດ ແລະ ຄ່າໃຊ້ຈ່າຍ
- ຄິດໄລ່ຄ່າໃຊ້ຈ່າຍ: ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ (ຂະໜາດ ແລະ ຫົວໜ່ວຍ ຂອງພື້ນທີ່:1 ເຮັກຕາ)
- ສະກຸນເງິນທີ່ໃຊ້ສໍາລັບການຄິດໄລ່ຄ່າໃຊ້ຈ່າຍ: ກີບ
- ອັດຕາແລກປ່ຽນ (ເປັນເງີນ ໂດລາ): 1 USD = 8000.0 ກີບ
- ຄ່າແຮງງານສະເລ່ຍ ຂອງການຈ້າງແຮງງານຕໍ່ມື້: 30000
ປັດໄຈທີ່ສໍາຄັນສຸດທີ່ສົ່ງຜົນກະທົບຕໍ່ຄ່າໃຊ້ຈ່າຍ
ປັດໃຈທີ່ສຳຄັນ ທີ່ສົ່ງຜົນຕໍ່ຕຶ້ນທືນ ໃນການເຮັດເຕັກນິກນີ້ ແມ່ນແຮງງານ ໃນການປູກ ແລະ ບົວລະບັດ ຮັກສາສວນກ້ວຍ.
ກິດຈະກໍາການສ້າງຕັ້ງ
-
ການຖາງ ແລະ ຮື້ອານາໄມພື້ນທີ່ (ໄລຍະເວລາ / ຄວາມຖີ່: ເດືອນມັງກອນ - ເດືອນກຸມພາ)
-
ຈູດອານາໄມພື້ນທີ່ ແລະ ກະກຽມດິນ (ໄລຍະເວລາ / ຄວາມຖີ່: ເດືອນມີນາ)
-
ກະກຽມຂູດຂູມ (ໄລຍະເວລາ / ຄວາມຖີ່: ກ່ອນຝົນຕົກ)
-
ໄປຊອກຂຸດເຫງົ້າຕົ້ນກ້ວຍ ຈາກປ່າມາປູກ (ໄລຍະເວລາ / ຄວາມຖີ່: ເດືອນພຶດສະພາ)
ປັດໄຈນໍາເຂົ້າໃນການຈັດຕັ້ງ ແລະ ຄ່າໃຊ້ຈ່າຍ (per 1 ເຮັກຕາ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ |
ຫົວໜ່ວຍ |
ປະລິມານ |
ຕົ້ນທຶນ ຕໍ່ຫົວໜ່ວຍ (ກີບ) |
ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ (ກີບ) |
% ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ |
ແຮງງານ
|
ແຮງງານກະກຽມດິນ |
ວັນງານ |
70.0 |
30000.0 |
2100000.0 |
100.0 |
ແຮງງານປູກ |
ວັນງານ |
10.0 |
30000.0 |
300000.0 |
100.0 |
ແຮງງານເກັບເຫງົ້າກ້ວຍ |
ວັນງານ |
10.0 |
30000.0 |
300000.0 |
100.0 |
ອຸປະກອນ
|
ພ້າ |
ດວງ |
4.0 |
30000.0 |
120000.0 |
100.0 |
ສຽມ |
ດວງ |
4.0 |
20000.0 |
80000.0 |
100.0 |
ວັດສະດຸໃນການປູກ
|
ເຫງົ້າກ້ວຍ |
ເຫງົ້າ |
60.0 |
5000.0 |
300000.0 |
100.0 |
ຝຸ່ນ ແລະ ຢາຊີວະພາບ
|
ຝຸ່ນຄອກ |
ກິໂລ |
240.0 |
1000.0 |
240000.0 |
100.0 |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ |
3'440'000.0 |
|
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ |
430.0 |
|
ກິດຈະກໍາບໍາລຸງຮັກສາ
-
ເສຍຫຍ້າ (ໄລຍະເວລາ / ຄວາມຖີ່: 2 ຄັ້ງ ພາຍຫຼັງປູກ)
-
ຕັດແຕ່ງຫງ່າ ຕົ້ນກ້ວຍ (ໄລຍະເວລາ / ຄວາມຖີ່: ເມື່ອເຫັນວ່າ ຕົ້ນກ້ວຍຮົກ)
-
ເກັບກ່ຽວ (ໄລຍະເວລາ / ຄວາມຖີ່: ພາຍຫຼັງ ປີທຳອິດທີ່ໄດ້ປູກ)
ປັດໄຈນໍາເຂົ້າໃນການບໍາລຸງຮັກສາ ແລະ ຄ່າໃຊ້ຈ່າຍ (per 1 ເຮັກຕາ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ |
ຫົວໜ່ວຍ |
ປະລິມານ |
ຕົ້ນທຶນ ຕໍ່ຫົວໜ່ວຍ (ກີບ) |
ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ (ກີບ) |
% ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ |
ແຮງງານ
|
ແຮງງານ ເສຍຫຍ້າ |
ວັນງານ |
20.0 |
30000.0 |
600000.0 |
100.0 |
ແຮງງານຕັດຫງ່າ |
ວັນງານ |
12.0 |
30000.0 |
360000.0 |
100.0 |
ແຮງງານເກັບກ່ຽວ |
ວັນງານ |
15.0 |
30000.0 |
450000.0 |
100.0 |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ |
1'410'000.0 |
|
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ |
176.25 |
|
ສະພາບແວດລ້ອມທໍາມະຊາດ
ສະເລ່ຍປະລິມານນໍ້າຝົນປະຈໍາປີ
-
< 250 ມີລິແມັດ
-
251-500 ມີລິແມັດ
-
501-750 ມີລິແມັດ
-
751-1,000 ມີລິແມັດ
-
1,001-1,500 ມີລິແມັດ
-
1,501-2,000 ມີລິແມັດ
-
2,001-3,000 ມີລິແມັດ
-
3,001-4,000 ມີລິແມັດ
-
> 4,000 ມີລິແມັດ
ເຂດກະສິກໍາ-ສະພາບອາກາດ
-
ຄວາມຊຸ່ມ
-
ເຄີ່ງຄວາມຊຸ່ມ
-
ເຄິ່ງແຫ້ງແລ້ງ
-
ແຫ້ງແລ້ງ
ຂໍ້ມູນຈໍາເພາະກ່ຽວກັບສະພາບອາກາດ
ຊື່ຂອງສະຖານີອຸຕຸນິຍົມ: ຫ້ອງການອຸຕຸນິຍົມ ແລະ ອຸທົກກະສາດ ແຂວງສາລະວັນ
ຄວາມຄ້ອຍຊັນ
-
ພື້ນທີ່ຮາບພຽງ (0-2%)
-
ອ່ອນ (3-5 %)
-
ປານກາງ (6-10 %)
-
ມ້ວນ (11-15 %)
-
ເນີນ(16-30%)
-
ໍຊັນ (31-60%)
-
ຊັນຫຼາຍ (>60%)
ຮູບແບບຂອງດິນ
-
ພູພຽງ / ທົ່ງພຽງ
-
ສັນພູ
-
ເປີ້ນພູ
-
ເນີນພູ
-
ຕີນພູ
-
ຮ່ອມພູ
ລະດັບຄວາມສູງ
-
0-100 ແມັດ a.s.l.
-
101-500 ແມັດ a.s.l.
-
501-1,000 ແມັດ a.s.l.
-
1,001-1,500 ແມັດ a.s.l.
-
1,501-2,000 ແມັດ a.s.l.
-
2,001-2,500 ແມັດ a.s.l.
-
2,501-3,000 ແມັດ a.s.l.
-
3,001-4,000 ແມັດ a.s.l.
-
> 4,000 ແມັດ a.s.l.
ເຕັກໂນໂລຢີໄດ້ຖືກນໍາໃຊ້ໃນ
-
ລັກສະນະສວດ
-
ລັກສະນະກີ່ວ
-
ບໍ່ກ່ຽວຂ້ອງ
ຄວາມເລິກຂອງດິນ
-
ຕື້ນຫຼາຍ (0-20 ຊັງຕີແມັດ)
-
ຕື້ນ (21-50 ຊຕມ)
-
ເລີກປານກາງ (51-80 ຊຕມ)
-
ເລິກ (81-120 ຊມ)
-
ເລິກຫຼາຍ (> 120 cm)
ໂຄງສ້າງຂອງດິນ (ເທີງໜ້າດິນ)
-
ຫຍາບ / ເບົາ (ດິນຊາຍ)
-
ປານກາງ (ດິນໜຽວ, ດິນໂຄນ)
-
ບາງລະອຽດ / ໜັກ (ໜຽວ)
ໂຄງສ້າງຂອງດິນ (ເລິກລົງ 20 ຊັງຕີແມັດ)
-
ຫຍາບ / ເບົາ (ດິນຊາຍ)
-
ປານກາງ (ດິນໜຽວ, ດິນໂຄນ)
-
ບາງລະອຽດ / ໜັກ (ໜຽວ)
ທາດອິນຊີຢູ່ເທິງໜ້າດິນ
-
ສູງ (> 3 %)
-
ປານກາງ (1-3 %)
-
ຕໍາ່ (<1 %)
ນ້ຳໃຕ້ດິນ
-
ເທິງຊັ້ນໜ້າດິນ
-
< 5 ແມັດ
-
5-50 ແມັດ
-
> 50 ແມັດ
ມີນໍ້າໜ້າດິນ
-
ເກີນ
-
ດີ
-
ປານກາງ
-
ທຸກຍາກ / ບໍ່ມີ
ຄຸນນະພາບນໍ້າ (ການຮັກສາ)
-
ມີນໍ້າດື່ມ
-
ບໍ່ມີນໍ້າດື່ມ (ຮຽກຮ້ອງໃຫ້ມີການບຳບັດນ້ຳ)
-
ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)
-
ຜິດປົກກະຕິ
ຄຸນນະພາບນ້ຳ ໝາຍເຖີງ:
ດິນເຄັມເປັນບັນຫາບໍ່?
ການເກີດນໍ້າຖ້ວມ
ຄວາມຫຼາກຫຼາຍຂອງສິ່ງທີ່ມີຊີວິດ
ຄຸນລັກສະນະຂອງຜູ້ນຳໃຊ້ທີ່ດິນການນໍາໃຊ້ເຕັກໂນໂລຢີ
ການວາງແນວທາງຕະຫຼາດ
-
ກຸ້ມຕົນເອງ (ພໍພຽງ)
-
ປະສົມປົນເປ( ກຸ້ມຕົນເອງ/ເປັນສິນຄ້າ)
-
ການຄ້າ / ຕະຫຼາດ
ລາຍຮັບທີ່ໄດ້ມາຈາກກິດຈະກໍາອື່ນໆ ທີ່ບໍ່ແມ່ນການຜະລິດກະສິກໍາ
-
ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
-
10-50 % ຂອງລາຍຮັບທັງໝົດ
-
> 50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ
-
ທຸກຍາກຫຼາຍ
-
ທຸກຍາກ
-
ສະເລ່ຍ
-
ຮັ່ງມີ
-
ຮັ່ງມີຫຼາຍ
ລະດັບຂອງການຫັນເປັນກົນຈັກ
-
ການໃຊ້ແຮງງານຄົນ
-
ສັດລາກແກ່
-
ເຄື່ອງກົນຈັກ
ຢູ່ປະຈຳ ຫຼື ເລລ້ອນ
-
ບໍ່ເຄື່ອນໄຫວ
-
ແບບເຄີ່ງຂັງ-ເຄີ່ງປ່ອຍ
-
ແບບປ່ອຍຕາມທຳມະຊາດ
ບຸກຄົນ ຫຼື ກຸ່ມ
-
ບຸກຄົນ / ຄົວເຮືອນ
-
ກຸ່ມ / ຊຸມຊົນ
-
ການຮ່ວມມື
-
ການຈ້າງງານ (ບໍລິສັດ, ອົງການ ລັດຖະບານ)
ອາຍຸ
-
ເດັກນ້ອຍ
-
ຊາວໜຸ່ມ
-
ໄວກາງຄົນ
-
ຜູ້ສູງອາຍຸ
ເຂດພື້ນທີ່ການນໍາໃຊ້ຕໍ່ຄົວເຮືອນ
-
<0.5 ເຮັກຕາ
-
0.5-1 ເຮັກຕາ
-
1-2 ເຮັກຕາ
-
2-5 ເຮັກຕາ
-
5-15 ເຮັກຕາ
-
15-50 ເຮັກຕາ
-
50-100 ເຮັກຕາ
-
100-500 ເຮັກຕາ
-
500-1,000 ເຮັກຕາ
-
1,000-10,000 ເຮັກຕາ
-
> 10,000 ເຮັກຕາ
ຂະໜາດ
-
ຂະໜາດນ້ອຍ
-
ຂະໜາດກາງ
-
ຂະໜາດໃຫຍ່
ເຈົ້າຂອງທີ່ດິນ
-
ລັດ
-
ບໍລິສັດ
-
ຊຸມຊົນ / ບ້ານ
-
ກຸ່ມ
-
ບຸກຄົນ, ບໍ່ມີຕໍາແໜ່ງ
-
ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິການນໍາໃຊ້ທີ່ດິນ
-
ເປີດກວ້າງ (ບໍ່ມີການຈັດຕັ້ງ)
-
ຊຸມຊົນ (ທີ່ມີການຈັດຕັ້ງ)
-
ເຊົ່າ
-
ບຸກຄົນ
ສິດທິການນໍາໃຊ້ນໍ້າ
-
ເປີດກວ້າງ (ບໍ່ມີການຈັດຕັ້ງ)
-
ຊຸມຊົນ (ທີ່ມີການຈັດຕັ້ງ)
-
ເຊົ່າ
-
ບຸກຄົນ
ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ)
ຖະໜົນຫົນທາງ ແລະ ການຂົນສົ່ງ
ການດື່ມນໍ້າ ແລະ ສຸຂາພິບານ
ການບໍລິການ ທາງດ້ານການເງິນ
ຜົນກະທົບ
ຜົນກະທົບທາງສັງຄົມ ແລະ ເສດຖະກິດ
ຜົນຜະລິດ
ສົມທຽບ ເຕັກນີກ ການປູກກ້ວຍ ແບບພື້ນເມືອງ ກັບເຕັກທີ່ທາງໂຄງການ ແນະນຳ ເຫັນໄດ້ວ່າ ຜົນຜະລິດເພີ່ມຂຶ້ນ.
ຄຸນນະພາບຂອງພືດ
ໝາກກ້ວຍໜ່ວຍໃຫຍ່ຂຶ້ນ ແລະ ຜົນຜະລິດ ກໍ່ເພີ່ມຂຶ້ນ ສົມທຽບໃສ່ກັບເຕັກນິກ ທີ່ຊາວກະສິກອນ ປູກເອງໃນເມື່ອກ່ອນ.
ລາຍຮັບ ຈາກການຜະລີດ
ຜົນຜະລິດເພີ່ມຂຶ້ນ ຕະຫຼອດປີ ສົ່ງຜົນ ເຮັດໃຫ້ຊາວກະສິກອນ ມີລາຍຮັບເພີ່ມຂຶ້ນ ຈາກການຂາຍກ້ວຍ ຕະຫຼອດປີ.
ມີວຽກໜັກ
ເປັນການເພີ່ມວຽກ ໃຫ້ຊາວກະສິກອນ ເປັນຕົ້ົ້ນແມ່ນ ກິດຈະກຳ ການບົວລະບັດຮັກສາ (ເສຍຫຍ້າ, ຕັດງ່າ ແລະ ອື່ນໆ) ທີ່ຕ້ອງໄດ້ເອົາໃຈໃສ່.
ຜົນກະທົບທາງສັງຄົມ ວັດທະນະທໍາ
ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ
ປັບປຸງ ການຄ້ຳປະກັນ ສະບຽງອາຫານ ເນື່ອງຈາກ ຜົນຜະລິດກ້ວຍ ສາມາດກຸ້ມກິນ ພາຍໃນຄອບຄົວ ແລະ ຍັງສາມາດຂາຍເປັນສິນຄ້າ.
ສະຖາບັນ ການຈັດຕັ້ງຊຸມຊົນ
ສ້າງຄວາມເຂັ້ມແຂງ ໃຫ້ກຸ່ມຜູ້ຜະລິດ ປູກໝາກກ້ວຍ ໃນການເຈລະຈາ ຕໍ່ລອງກັບພໍ່ຄ້າ.
ຜົນກະທົບຕໍ່ລະບົບນິເວດ
ຄວາມຊຸ່ມຂອງດິນ
ໃບກ້ວຍ ສາມາດນຳມາປົກຄຸມດິນ ເພື່ອປັບປຸງດິນ ເຮັດໃຫ້ດິນ ມີຄວາມອຸດົມສົມບູນ.
ການປົກຄຸມຂອງດິນ
ປັບປຸງ ພືດປົກຄຸມດິນ ຊື່ງເປັນຜົນດີ ໃຫ້ແກ່ຕົ້ນກ້ວຍ ແລະ ພືດປະສົມປະສານຢູ່ໄຮ່ (ສາລີ ແລະ ເຂົ້າໄຮ່) ໂດຍໄດ້ຮັບການສະໜັບສະໜຸນ ເຕັກນິກວິຊາການ ຈາກທາງໂຄງການ IFAD. ນອກຈາກນັ້ນ, ໃບກ້ວຍ ຍັງເປັນຝຸ່ນຄຸມດິນໄດ້ເປັນຢ່າງດີ.
ການສູນເສຍດິນ
ປັບປຸງ ການປູກພືດປົກຄຸມດິນ ເຮັດໃຫ້ຫຼຸດຜ່ອນບັນຫາ ການສູນເສຍຂອງດິນ.
ວົງຈອນ ຂອງສານອາຫານໃນດິນ
ການນຳໃຊ້ໃບກ້ວຍ ປົກຄຸມດິນ ເພື່ອເຮັດໃຫ້ດິນມີຄວາມອຸດົມສົມບຸນ ຊຶ່ງເປັນວົງຈອນ ຂອງສານອາຫານໃນດິນ.
ສາຍພັນ ທີ່ເປັນປະໂຫຍດ (ນັກລ່າ, ຂີ້ກະເດືອນ, ຜູ້ປະສົມເກສອນ)
ເກີດມີຂີ້ກະເດືອນ ເຮັດໃຫ້ດິນມີຄວາມອຸດົມສົມບູນ.
ຄວາມຫຼາກຫຼາຍ ທາງດ້ານທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ
ເພີ່ມແຫຼ່ງທີ່ຢູ່ອາໃສ ຂອງສີ່ງມີຊີວິດ ໄດ້ເປັນຢ່າງດີ ເປັນຕົ້ນແມ່ນຂີ້ກະເດືອນ, ແມງງອດ ຕ່າງໆ.
ການລະເຫີຍອາຍກາກບອນ ແລະ ອາຍຜິດເຮືອນແກ້ວ
ຫຼຸດຜ່ອນ ບັນຫາ ການປ່ອຍທາດອາຍພິດເຮືອນແກ້ວ ເນື່ອງຈາກຫຼຸດຜ່ອນ ບັນຫາ ການຈຸດປ່າຖາງໄຮ່ແບບເລື່ອນລອຍ
ຜົນກະທົບນອກສະຖານທີ່
ຜົນກະທົບ ຂອງອາຍຜິດເຮືອນແກ້ວ
ຫຼຸດຜ່ອນ ບັນຫາ ການປ່ອຍທາດອາຍພິດເຮືອນແກ້ວ ເນື່ອງຈາກຫຼຸດຜ່ອນ ການຖາງປ່າເຮັດໄຮ່.
ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຜົນປະໂຫຍດເມື່ອທຽບກັບຄ່າໃຊ້ຈ່າຍໃນການສ້າງຕັ້ງ
ຜົນຕອບແທນ ໃນໄລຍະສັ້ນ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ຜົນຕອບແທນ ໃນໄລຍະຍາວ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ຜົນປະໂຫຍດເມື່ອທຽບກັບຄ່າໃຊ້ຈ່າຍບໍາລຸງຮັກສາ
ຜົນຕອບແທນ ໃນໄລຍະສັ້ນ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ຜົນຕອບແທນ ໃນໄລຍະຍາວ
ຜົນກະທົບທາງລົບຫຼາຍ
ຜົນກະທົບທາງບວກຫຼາຍ
ການປ່ຽນແປງສະພາບດິນຟ້າອາກາດ
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ອຸນຫະພູມປະຈໍາປີ ເພີ່ມຂື້ນ
ປະລິມານນໍ້າຝົນປະຈໍາປີ ເພີ່ມຂື້ນ
ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)
ການຍອມຮັບ ແລະ ການປັບຕົວ
ອັດຕາສ່ວນຂອງຜູ້ຊົມໃຊ້ທີ່ດິນໃນເຂດພື້ນທີ່ທີ່ໄດ້ຮັບຮອງເອົາເຕັກໂນໂລຢີ
-
ກໍລະນີດຽວ / ການທົດລອງ
-
1-10%
-
11-50%
-
> 50%
ທັງໝົດນັ້ນ ມີໃຜແດ່ທີ່ສາມາດປັບຕົວຕໍ່ເຕັກໂນໂລຢີ, ມີຈັກຄົນທີ່ໄດ້ຮັບການກະຕຸກຊຸກຍູ້ ແລະ ອຸປະກອນ?
-
0-10%
-
11-50%
-
51-90%
-
91-100%
ຈໍານວນຄົວເຮືອນ ແລະ / ຫຼືບໍລິເວນກວມເອົາ
27 ຄອບຄົວ
ໄດ້ມີການດັດແປງເຕັກໂນໂລຢີ ເພື່ອປັບໃຫ້ເຂົ້າກັບເງື່ອນໄຂການປ່ຽນແປງບໍ່?
ໄດ້ປ່ຽນແປງເງື່ອນໄຂຫຍັງແດ່?
-
ການປ່ຽນແປງດິນຟ້າອາກາດ / ຮ້າຍແຮງ
-
ຕະຫຼາດມີການປ່ຽນແປງ
-
ມີແຮງງານ (ຕົວຢ່າງ, ເນື່ອງຈາກການເຄື່ອນຍ້າຍແຮງງານ)
ບົດສະຫຼຸບ ແລະ ບົດຮຽນທີ່ໄດ້ຮັບ
ຄວາມເຂັ້ມແຂງ: ທັດສະນະມູມມອງ ຂອງຜູ້ນໍາໃຊ້ທີ່ດິນ
-
ທາງໂຄງການ ແນະນຳເຕັກນິກ ການປູກ ຊຶ່ງສາມາດ ປະຕິບັດໄດ້ງ່າຍດາຍ ບໍ່ສັບສົນ ໃນການຈັດຕັ້ງປະຕິບັດ.
-
ກິດຈະກຳປູກກ້ວຍ ໄດ້ກາຍມາເປັນກິດຈະກຳຫຼັກ ທີ່ສາມາດສ້າງລາຍຮັບ ໃຫ້ຄອບຄົວ.
-
ສາມາດ ຫຼຸດຜ່ອນ ບັນຫາ ການຖາງປ່າເຮັດໄຮ່ ແບບເລື່ອນລອຍ.
ຄວາມເຂັ້ມແຂງ: ທັດສະນະມຸມມອງ ຂອງຜູ້ປ້ອນຂໍ້ມູນເອງ
-
ຊາວກະສິກອນ ສາມາດເກັບກູ້ ໝາກກ້ວຍ ໄດ້ຕະຫຼອດປີ
-
ຕົ້ນທຶນ ການປູກ ແມ່ນບໍ່ໄດ້ລົງທຶນຫຼາຍ
-
ການປູກກ້ວຍ ສາມາດ ຫຼຸດຜ່ອນ ການບັນຫາ ການປ່ອຍກາກບອນ ແລະ ທັງເປັນເຕັກນີກ ການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ.
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ: ທັດສະນະມູມມອງ ຂອງຜູ້ນໍາໃຊ້ທີ່ດິນວິທີການແກ້ໄຂແນວໃດ
-
ບັນຫາ ຫຍ້າຫຼາຍ ຫຍ້າຮົກ ຊຶ່ງຕ້ອງໄດ້ໃຊ້ແຮງງານ ໃນການໄປຫຼົກຫຍ້າ.
ຊາວກະສິກອນ ຕ້ອງໄດ້ເອົາໃຈ ໃນການຫຼົກຫຍ້າ ໂດຍການຈ້າງແຮງງານເພີ່ມ ມາຊ່ວຍ ເພື່ອຫຼົກຫຍ້າ ໃຫ້ທັນເວລາ.
-
ຊາວກະສິກອນ ຂາດປະສົບການ ແລະ ຄວາມຮູ້ ໃນການຕັດກີ່ງ ຕັດງ່າກ້ວຍ ເພື່ອເຮັດໃຫ້ຕົ້ນກ້ວຍ ແຕກຫງ່າ ອອກໝາກດີ.
ຕ້ອງໄດ້ຮັບການຝຶກອົບຮົມ ເພີ່ມຕື່ມ ແລະ ໄປທັດສະນະສຶກສາແລກປ່ຽນບົດຮຽນ ໃນເຂດທີ່ເຮັດໄດ້ດີ.
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ: ທັດສະນະມຸມມອງ ຂອງຜູ້ປ້ອນຂໍ້ມູນເອງວິທີການແກ້ໄຂແນວໃດ
-
ຊາວກະສິກອນ ຍັງຂາດປະສົບການ ໃນການເລືອກແຖວປູກ ແລະ ຖັນ ໃນບ່ອນພື້ນທີ່ ທີ່ມີຄວາມຄ້ອຍຊັນ.
ຊາວກະສິກອນ ໃຊ້ເຊືອກດຶງ ກະປະເມີນເອົາ ຈາກຂຸມໜຶ່ງ ໄປຫາອີກຂຸມໜຶ່ງ.
ເອກກະສານອ້າງອີງ
Editors
-
anousit namsena
-
Pasalath Khounsy
-
Bounthanom Bouahom
-
kang phanvongsa
ການທົບທວນຄືນ
-
Nivong Sipaseuth
-
Nicole Harari
-
Stephanie Jaquet
-
Alexandra Gavilano
ວັນທີຂອງການປະຕິບັດ: July 5, 2017
ປັບປຸງລ່າສຸດ: May 27, 2019
ບຸກຄົນທີ່ສໍາຄັນ
-
ອຳເຢມ ສາຍລະເວງ - ຜູ້ນໍາໃຊ້ທີ່ດິນ
ການບັນຍາຍລາຍລະອຽດ ໃນຖານຂໍ້ມູນ ຂອງ WOCAT
ຂໍ້ມູນການເຊື່ອມໂຍງຂໍ້ມູນການຄຸ້ມຄອງການນໍາໃຊ້ດິນແບບຍືນຍົງ
ເອກກະສານ ແມ່ນໄດ້ອໍານວຍຄວາມສະດວກໂດຍ
ສະຖາບັນ
- National Agriculture and Forestry Research Institute (NAFRI) - ລາວ
ໂຄງການ
- Scaling-up SLM practices by smallholder farmers (IFAD)