ນີ້ແມ່ນສະບັບເກົ່າ, ກໍລະນີນີ້ ບໍ່ມີການເຄື່ອນໄຫວ. ໄປທີ່ສະບັບປະຈຸບັນ.
ເຕັກໂນໂລຢີ
​ຊັກ​ຊ້າ

ການເຮັດຝຸ່ນບົ່ມ ເພື່ອປັັບປຸງດີນ ຢູ່ພື້ນທີ່ ປູກຜັກສວນຄົວ [ລາວ]

ຝຸ່ນບົ່ມ

technologies_2284 - ລາວ

ຄວາມສົມບູນ: 86%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ:

ທອງວົງໄຊ ສິດວົງໄຊ

8562095949329

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງພູວົງ

ບ້ານວົງສຳພັນ, ເມືອງພູວົງ, ແຂວງອັດຕະປື

ລາວ

ຜູ້ນໍາໃຊ້ທີ່ດິນ:

ກຸນລະວົງ ຄຸ

ບ້ານວົງສົມພູ (ຄຸ້ມຕະອູມ), ເມືອງພູວົງ, ແຂວງອັດຕະປື

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

16/05/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ການເຮັດຝຸ່ນບົ່ມ ແມ່ນເຮັດມາຈາກຂ້ີແກບເຜົາ ເພື່ອປັບປຸງດິນ ແລະ ເພ່ີມສະມັດຕະພາບ ຜົນຜະລິດ ພືດຜັກສວນຄົວ ຊຶ່ງເຕັກນີກນ້ີ ແມ່ນເກີດມາຈາກ ແນວຄວາມຄິດລິເລ່ີມ ແລະ ໄດ້ຮັບການສົ່ງເສີມ ຈາກທາງໂຄງການ ຄໍາ້ປະກັນ ສະບຽງ ອາຫານ ແລະ ໂພສະນາການ ເຊື່ອມໂຍງກັບການຕະຫຼາດ ທ່ີໄດ້ຮັບການສະຫນັບສະ ຫນຸນທຶນຈາກ ອົງການ IFAD.

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ກິດຈະກໍາ ການປູກຜັກ ສວນຄົວ ເປັນກິດຈະກໍາ ທ່ີຊາວກະສິກອນ ເຄີຍຈັດຕັ້ງປະຕິບັດ ເພື່ອຄໍາ້ປະກັນ ສະບຽງອາຫານ ແລະ ສ້າງລາຍຮັບ. ໃນເມ່ືອກ່ອນ ການຍົກສະມັດ ຕະພາບຜົນ ຜະລິດ ຂອງປະຊາຊົນ ແມ່ນນໍາໃຊ້ ແຕ່ຝຸ່ນຄອກ ເພື່ອເປັບປຸງດິນ ແລະ ປະລິມານ ການນໍາໃຊ້ຝຸ່ນຄອກ ແມ່ນອີງຕາມ ທ່າແຮງ ແລະ ຄວາມສາມາດ ຂອງຄອບຄົວ. ນອກຈາກນ້ິ, ພື້ນທ່ີ ທໍາການຜະລີດ ຂອງຊາວກະສິກອນ ສ່ວນໃຫຍ່ ແມ່ນເປັນດິນຊາຍ, ຊັ້ນດິນຕ້ືນ ມີຫີນແຮ່ ສະສົມ ຊັ້ນດິນ ທ່ີເກີດຈາກທໍາມະຊາດ ຊ່ຶງບໍ່ອໍານວຍ ແລະ ເປັນຂໍ້ຈຳກັດ ໃນການຜະລິດ ແລະ ພື້ນທີ ປູກຜັກ ສ່ວນໃຫຍ່ ແມ່ນປູກຢູ່ແຄມບາ້ນ ເນ່ືອງຈາກຈໍາກັດ ພື້ນທ່ີ ທໍາການຜະລິດ ແຄມຫ້ວຍ ຫືຼ ແຄມນໍາ້ຕ່າງໆ. ດັ່ງນັ້ນ, ໃນປີ 2016 ທາງແຜນງານ ໂຄງການ ຄໍາ້ປະກັນ ສະບຽງອາຫານ ແລະ ໂພສະນາການ ເຊ່ືອມໂຍງກັບການຕະຫຼາດ (FNML-IFAD) ໄດ້ມາແນະນໍາ ສົ່ງເສີມ ແລະ ຈັດຝຶກອົບຮົມ ກ່ຽວກັບ ວິທີການເຮັດ ຝຸ່ນບົ່ມ ເພື່ອປັບປຸງດິນ ແລະ ເພີ່ມຜົນຜະລິດ ພືດຜັກສວນຄົວ ໃຫ້ແກ່ຊາວກະສິກອນ ພາຍໃນບາ້ນຈໍານວນຫນ່ຶງ ຢູ່ເມືອງພູວົງ ແຂວງອັດຕະປື. ວິທີການ ເຮັດຝຸ່ນບົ່ມ ບ່ໍມີຂັ້ນຕອນຫຍູ້ງຍາກ ແລະ ຊາວກະສິກອນ ສາມາດ ນໍາໃຊ້ ວັດຖຸດີບ ທ່ີມີໃນທອ້ງຖ່ີນ. ຊ່ຶງວັດຖຸດິບ ທ່ີນໍາໃຊ້ເຂົ້າ ໃນການເຮັດຝຸ່ນບົ່ມ ປະກອບມີ ຂ້ີແກບເຜົາໃໝ້ ປະມານ 50% ຈໍານວນ 10 ກະສອບ (15 ກິໂລ/ກະສອບ), ຝຸ່ນຄອກ 20 ກິໂລ, ນໍາ້ 50 ລິດ, ກາກນໍາ້ຕານ 15 ບ່ວງ ຫືຼ ໃຊ້ນ້ຳຕານແທນກ່ໍໄດ້, ນໍາ້ສະກັດຊີວະພາບ 5 ບ່ວງ. ສໍາລັບ ອຸປະກອນ ທ່ີຫາມາໄດ້ນັ້ນ ນໍາມາປະສົມ ໃຫ້ເຂົ້າກັນ ລະອຽດດີ ແລ້ວເອົາລົງໃສ່ອ່າງທ່ີ ໄດ້ກະກຽມດິນ ຂະຫນາດອ່າງ (ທ່ີກໍ່ດວ້ຍຊີເມັນ ຫືຼ ສາມາດໃຊ້ອ່າງຢາງພາດສະຕິກກໍ່ໄດ້) ຄວາມເລິກ 0,5 ແມັດ, ກວ້າງ 1,5 ແມັດ ແລະ ຍາວ 2 ແມັດ. ສ່ວນຝຸ່ນ ປະສົມ ທ່ີເອົາລົງໃສ່ອ່າງນັ້ນ ກວດຝຸ່ນ ໃຫ້ພຽງຫນ້າຂອງອ່າງ, ແລ້ວເອົາຜ້າຢາງໃສ ປົກຄຸມອ່າງ ແລະ ຈິກຂາ້ງ ໃຫ້ແຈບດີ ບ່ໍໃຫ້ມີອາກາດເຂົ້າ, ການບົ່ມຝຸ່ນ ໃຊ້ເວລາ ປະມານ 1-2 ອາທິດ ຈ່ຶງສາມາດ ນໍາໄປໃສ່ສວນປູກຜັກໄດ້. ວິທີການນໍາໃຊ້ ແມ່ນນຳຝຸ່ນບົ່ມ ໃສ່ຄຸ ຫືຼ ກະສອບ ເພື່ອນໍາໄປຫວ່ານ ໃສ່ຫນານປູກຜັກ ໄດ້ເລີຍ ໃນຊ່ວງການກະກຽມດິນ ພາຍຫັຼງ ຫວ່ານຝຸ່ນບົ່ມ ຄຸມຫນານຜັກແລ້ວ ກໍ່ໃຊ້ ຄາດກວດ ຫືຼ ຈົກຂຸດຝຸ່ນບົ່ມ ປະສົມກັບດິນ ໃຫ້ເຂົ້າກັນ ແລ້ວກໍ່ສາມາດ ປູກຜັກໃສ່ໄດ້. ຊຶ່ງຊ່ວງທີ່ປູກຜັກ ແມ່ນທາ້ຍເດືອນທັນວາ ເຖິງ ເດືອນມີນາ (ປູກ 2-3 ຄັ້ງ/ປີ) ໂດຍອາໃສ ນໍາ້ບາດານ ໃນການຫົດຜັກ ເປັນສ່ວນໃຫຍ່. ສະຫຸຼບແລ້ວ, ເຕັກນິກ ການເຮັດຝຸ່ນບົ່ມມີຜົນດີ ທີຊ່ວຍປັບປຸງດິນ ເຮັດໃຫ້ດິນ ສະສົມ ອິນຊີວັດຖຸຫຼາຍຂຶ້ນ, ມີທາດອາຫານຫັຼກ ແລະ ທາດອາຫານເສີມ, ກະ ຕຸ້ນ ການທໍາງານ ຂອງຈຸລິນຊີດິນ ເຮັດໃຫ້ພືດຜັກ ມີການຈະເລີນເຕີບໂຕໄດ້ດີ ສົ່ງຜົນເຮັດໃຫ້ ຜົນຜະລິດ ເພີ່ມຂ້ຶນ. ເຕັກນິກ ດັ່ງກ່າວນ້ີ ບ່ໍມີຂັ້ນຕອນຫຍຸ້ງຍາກ ໃນການບໍາລຸງຮັກສາ ພຽງແຕ່ ຕອ້ງໄດ້ເອົາໃຈໃສ່ ອະນາໃມອ່າງ, ເກັບມຽ້ນ ອຸປະກອນ ເປັນຕົ້ນ ແມ່ນຊວ້ນ ແລະ ບົວຫົດນໍາ້ ເພື່ອໃວ້ໃຊ້ໃນເທ່ືອຕ່ໍໄປ ຂອງການເຮັດຝຸ່ນບົ່ມ ແລະ ທັງເປັນການປະຢັດ ຄ່າຈ້າງແຮງງານ.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ແຂວງອັດຕະປື

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ເມືອງພູວົງ

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2016

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານໂຄງການ / ການຊ່ວຍເຫຼືອຈາກພາຍນອກ
ຄວາມຄິດເຫັນ (ປະເພດ ໂຄງການ ແລະ ອື່ນໆ):

ໂຄງການ ຄໍ້າປະກັນ ສະບຽງອາຫານ ແລະ ໂພສະນາການ ເຊື່ອມໂຍງ ກັບການຕະຫຼາດ (IFAD)

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ປົກປັກຮັກສາ / ການປັບປຸງຊີວະນາໆພັນ
  • ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
  • ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ການປູກພືດປະຈໍາປີ

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍາໃຊ້ ນໍ້າຊົນລະປະທານ ພຽງຢ່າງດຽວ
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 3

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ການຈັດການອຸດົມສົມບູນ ຂອງດິນປະສົມປະສານ
  • ການຈັດການສິ່ງເສດເຫຼືອ ການຄຸ້ມຄອງນໍ້າ / ສິ່ງເສດເຫຼືອ
  • ພືດຜັກສວນຄົວ

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກວ່າ ເຕັກໂນໂລຢີ ໄດ້ແຜ່ຂະຫຍາຍທົ່ວພື້ນທີ່ືື ຢ່າງສະໜ່ຳສະເໝີ, ໃຫ້ລະບຸ ເນື້ອທີ່ ໂດຍການຄາດຄະເນ:
  • < 0.1 ກິໂລແມັດ2 (10 ເຮັກຕາ)

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການ ທາງການກະສິກໍາ

ມາດຕະການ ທາງການກະສິກໍາ

  • A2: ອິນຊີວັດຖຸ ຫຼື ຄວາມອຸດົມສົມບູນໃນດິນ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ການເຊື່ອມໂຊມ ຂອງດິນ ທາງເຄມີ

ການເຊື່ອມໂຊມ ຂອງດິນ ທາງເຄມີ

  • Cn: ຄວາມອຸດົມສົມບູນ ລົດໜ້ອຍຖອຍລົງ ແລະ ສານອິນຊີວັດຖຸລົດລົງ (ບໍ່ແມ່ນສາເຫດມາຈາກການເຊາະເຈື່ອນ)
ການເຊື່ອມໂຊມ ທາງຊີວະພາບ

ການເຊື່ອມໂຊມ ທາງຊີວະພາບ

  • Bl: ການສູນເສຍ ຈຸລິນຊີໃນດິນ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປ້ອງກັນການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ວີໄຊ ຟ້າວີເສດ

ວັນທີ:

15/05/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

ວິທີ ແລະ ຂັ້ນຕອນ ການເຮັດຝຸ່ນບົ່ມ ມີດັ່ງລຸ່ມນີ້ 1. ຂ້ີແກບເຜົາໃໝ້ ປະມານ 50% (ໄຫມ້ບໍ່ຫມົດ) ຈໍານວນ 10 ກະສອບ (15 ກິໂລ/ກະສອບ), 2. ຝຸ່ນຄອກ 10 ກະສອບ (20 ກີໂລ/ກະສອບ), 3. ນໍາ້ 50 ລິດ, 4. ກາກນໍາ້ຕານ 15 ບ່ວງແກງ, 5. ນໍາ້ ສະກັດຊີວະພາບ 5 ບ່ວງແກງ, 6. ປະສົມ ສ່ວນປະສົມ ທັງຫມົດເຂົ້າກັນແລ້ວ ເກັບຮັກສາໄວ້ໃນອ່າງ ໂດຍເອົາຜ້າຢາງປົກອ່າງໄວ້.

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:

5 x 5 ແມັດ

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8000.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

50000

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ກໍ່ສ້າງອ່າງຊິເມັນ ເກັບມ້ຽນຝຸ່ນບົ່ມ ໂຄງສ້າງ ທ້າຍເດືອນທັນວາ

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ໃນການກໍ່ສ້າງອ່າງ (ຮັບເໝົາ) 1.0 500000.0 500000.0 100.0
ອຸປະກອນ ບົວຫົດນຳ້ ໜ່ວຍ 1.0 25000.0 25000.0 100.0
ອຸປະກອນ ຄຸ ໜ່ວຍ 2.0 7500.0 15000.0 100.0
ອຸປະກອນ ຊວ້ານ ດວງ 1.0 20000.0 20000.0 100.0
ອຸປະກອນ ກະສອບ ໃສ່ຂີ້ແກບ ແລະ ຝຸ່ນຄອກ ໜ່ວຍ 20.0 2000.0 40000.0 100.0
ອຸປະກອນ ຜ້າຢາງປາດສະຕິກ ແມັດ 3.0 10000.0 30000.0 100.0
ວັດສະດຸກໍ່ສ້າງ ກ້ອນດິນຈີ່ ກ້ອນ 100.0 4000.0 400000.0 100.0
ວັດສະດຸກໍ່ສ້າງ ຊິມັງ ເປົາ 7.0 40000.0 280000.0 100.0
ວັດສະດຸກໍ່ສ້າງ ດິນຊາຍ ລົດ 0.5 300000.0 150000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 1460000.0

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ເກັບຂີ້ແກບເຜົາ ການຈັດການຄຸ້ມຄອງ ພາຍຫຼັງ ສຳລັບການເກັບກ່ຽວ
2. ເກັບຝຸ່ນຄອກ ການຈັດການຄຸ້ມຄອງ ພາຍຫຼັງ ສຳລັບການເກັບກ່ຽວ
3. ກະກຽມ ວັດຖຸດິບ ທີ່ຈະໃຊ້ ໃນການເຮັດຝຸ່ນຄອກ ການຈັດການຄຸ້ມຄອງ ພາຍຫຼັງ ສຳເລັດການເກັບກ່ຽວ
4. ນຳໃຊ້ຝຸ່ນບົ່ມ ໃນພື້ນທີ່ ປູກຜັກສວນຄົວ ການຈັດການຄຸ້ມຄອງ ພາຍຫຼັງ ສຳເລັດການເກັບກ່ຽວ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ໃນການກະກຽມ ວັດຖູດິບ ເພື່ອເຮັດຝຸ່ນບົ່ມ ວັນງານ 2.0 50000.0 100000.0 100.0
ແຮງງານ ແຮງງານ ໃນການເຮັດຝຸ່ນບົ່ມ ວັນງານ 2.0 50000.0 100000.0 100.0
ແຮງງານ ແຮງງານ ໃນການນຳໃຊ້ຝູ່ນບົ່ມ ໄປໃສ່ສວນຜັກ ວັນງານ 2.0 50000.0 100000.0 100.0
ຝຸ່ນ ແລະ ຢາຊີວະພາບ ຝູ່ນຄອກ ກິໂລ 10.0 5000.0 50000.0 100.0
ອື່ນໆ ຂີ້ແກບເຜົາ ກະສອບ 10.0 20000.0 200000.0 100.0
ອື່ນໆ ນ້ຳຕານ ກິໂລ 1.0 10000.0 10000.0 100.0
ອື່ນໆ ນ້ຳສະກັດ ຊີວະພາບ ລິດ 1.0 10000.0 10000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 570000.0

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ຕົ້ນທຶນ ໃນການກໍ່ສ້າງອ່າງ ເກັບມ້ຽນ ຝຸ່ນບົ່ມ ຊຶ່ງເປັນປັດໃຈຫຼັກ ທີ່ມີສົ່ງຜົນເຮັດໃຫ້ ຕົ້ນທຶນສູງ (ຖ້າເປັນໄປໄດ້ ກ່ໍສາມາດໃຊ້ອ່າງ ທ່ີເຄີຍລຽ້ງປາໃສ່ ທ່ີບ່ໍໄດ້ໃຊ້ແລ້ວກ່ໍໄດ້).

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ເຂດສະພາບອາກາດກະສິກໍາ
  • ເຄີ່ງຄວາມຊຸ່ມ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ລັກສະນະກີ່ວ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ຫຍາບ / ເບົາ (ດິນຊາຍ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ຫຍາບ / ເບົາ (ດິນຊາຍ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ຕໍາ່ (<1 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

5-50 ແມັດ

ການມີນໍ້າ ເທິງໜ້າດິນ:

ປານກາງ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ບໍ່ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ຕໍ່າ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ຕໍ່າ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ປະສົມ (ກຸ້ມຕົນເອງ / ເປັນສິນຄ້າ
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • > 50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຍິງ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ໄວ​ກາງ​ຄົນ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດນ້ອຍ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ບຸກຄົນ

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ຄຸນນະພາບຂອງພືດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

20 ກິໂລ/ໜານ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

28 ກິໂລ/ໜານ

ເນື້ອທີ່ການຜະລິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເນື່ອງຈາກຊາວກະສິກອນ ໄດ້ຮັບຜົນຜະລິດ ເປັນທີ່ໜ້າພໍໃຈ ຊຶ່ງໄດ້ມີການຂະຫຍາຍ ເນື້ອທີ່ ປູກຜັກກວ້າງອອກຕື່ມ.

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນການນໍາໃຊ້ ຝຸ່ນບົ່ມ ຊາວກະສິກອນ ສ່ວນໃຫຍ່ ປູກຜັກ ໄວ້ກິນ ພາຍໃນຄອບຄົວ ແຕ່ພາຍຫັຼງ ຈາກໃຊຝຸ່ນບົ່ມ ເຫັນວ່າ ຊາວກະສິກອນ ສາມາດ ຂາຍຜັກ ເປັນສິນຄ້າໄດ້.

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ມີວຽກເພີ່ມຂ້ຶນ ໂດຍສະເພາະ ແມ່ນຂະບວນການເຮັດຝຸ່ນບົ່ມ.

ຜົນກະທົບດ້ານວັດທະນາທໍາສັງຄົມ

ຄວາມຮູ້ກ່ຽວກັບ ການຄຸ້ມຄອງ ທີ່ດິນແບບຍືນຍົງ / ການເຊື່ອມໂຊມຂອງດິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບຄວາມຮູ້ ໃນການເຮັດຝຸ່ນບົ່ມ ເພື່ອປັບ ປຸງດິນ ໃນພື້ນທ່ີ ປູກຜັກສວນຄົວ.

ຜົນກະທົບຕໍ່ລະບົບນິເວດ

ດິນ

ການທັບຖົມຂອງດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຊ່ຶງການເຮັດເຕັກນີກນ້ີ ຍັງຢູ່ໃນຊ່ວງໄລຍະທົດລອງ (2017)

ວົງຈອນ ຂອງສານອາຫານໃນດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຊ່ຶງການເຮັດເຕັກນີກນ້ີ ຍັງຢູ່ໃນຊ່ວງໄລຍະທົດລອງ (2017)

ຊີວະນານາພັນ: ສັດ, ພືດ

ຄວາມຫຼາກຫຼາຍ ທາງດ້ານທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເກີດມີຈຸລິນຊີໃນດິນ ແລະ ຂີ້ກະເດືອນຫຼາຍຂື້ນ.

ການຄວບຄຸມສັດຕູພືດ / ພະຍາດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຸຼດຜອ່ນບັນຫາ ສັດຕຸພືດ ເຂົ້າມາທໍາລາຍພືດຜັກ

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ປະລິມານນໍ້າຝົນປະຈໍາປີ ຫຼຸດລົງ ປານກາງ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງລົບເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ປານກາງ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງລົບເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກເລັກນ້ອຍ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • 1-10%
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 0-10%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ການຊອກຫາ ອຸປະກອນ ແລະ ວັດຖຸດິບ ມາເຮັດຝຸ່ນບົ່ມ ແມ່ນຫາໄດ້ງ່າຍ ແລະ ມີໃນທ້ອງຖີ່ນ.
ການນຳໃຊ້ຝຸ່ນບົ່ມ ໃສ່ໜານຜັກ ແມ່ນຊ່ວຍໃຫ້ພືດຜັກ ຈະເລີນເຕີບໂຕດີ ແລະ ຍັງສາມາດ ປັບປຸງດິນ ໃຫ້ມີຄວາມອຸດົມສົມບຸນ.
ເປັນໂອກາດທີດີ ທີ່ຊາວກະສິກອນ ໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນ ກັບພະນັກງານວິຊາການ.
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ການນໍາໃຊ້ ຝຸ່ນບົ່ມ ສາມາດ ປັບປຸງດິນ ໃຫ້ມີຄວາມອຸດົມສົມບຸນ
ການເຮັດເຕັກນິກດັ່ງກ່າວ ຖ້າວ່າເຮັດໃນຈໍານວນຫຼາຍ ສາມາດ ນໍາໄປປັບປຸງດິນ ໃນພື້ນທ່ີຫຼາຍໄດ້ ຫືຼ ສາມາດ ເຮັດຂາຍ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ຜົນທ່ີໄດ້ຮັບ ຈາກການເຮັດ ເຕັກນີກ ຝຸ່ນບົ່ມ ຍັງເຮັດໃນພື້ນທ່ີຈໍາກັດ ເນ່ືອງຈາກວ່າ ຍັງເປັນຊ່ວງໄລຍະທົດລອງຢູ່ (2017).
ການເຮັດຝຸ່ນບົ່ມ ແມ່ນຈະເຫັນຜົນ ໃນໄລຍະຍາວ ຊ່ຶງຈະຕອ້ງໄດ້ໃຊ້ເວລາ ໃນການປັບປຸງດິນ (ແຕກຕ່າງກັບ ການໃຊ້ຝຸ່ນເຄມີ ທີ່ສາມາດ ເຫັນຜົນໄດ້ໄວ).
ຖາ້ຫາກ ຊາວກະສິກອນ ຕອ້ງການຈະໃຊ້ຝຸ່ນບົ່ມ ຢູ່ທົ່ງນາ ແມ່ນເປັນໄປໄດ້ຍາກ ເນ່ືອງຈາກປະລິມານຝຸ່ນບົ່ມ ມີຈໍາກັດ ຊ່ຶງຕອ້ງໄດ້ອາໃສ ແຮງງານ ໃນການເກັບ ແລະ ກະກຽມວັດຖຸດິບ ໃນການເຮັດຝຸ່ນບົ່ມຫຼາຍຄົນ. ທ່ີສໍາຄັນ ແມ່ນຄວນໃຫ້ມີການ ສ້າງອ່າງຊິມັງ ເພື່ອ ບົ່ມຝຸ່ນ ໄວ້ໃຊ້ເປັນປະລິມານ ທ່ີຫຼວງຫຼາຍ ແລະ ສາມາດ ເກັບໄວ້ ເມ່ືອຕອ້ງການນໍາໃຊ້ ກ່ໍສາມາດໃຊ້ໄດ້.
ຈຸດອ່ອນ/ຂໍ້ບົກຜ່ອງ/ຄວາມສ່ຽງ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ ມີວິທີການແກ້ໄຂຄືແນວໃດ?
ຊາວກະສິກອນ ຍັງບ່ໍທັນເຫັນຜົນປະໂຫຍດ ແລະ ຄວາມສໍາຄັນ ຂອງຝຸ່ນບົ່ມ ຫຼາຍເທົ່າທ່ີຄວນ. ຄວນມີການເຜີຍ ແຜ່ຄວາມຮູ້ ແລະ ຜົນດີ ຈາກການເຮັດຝຸ່ນບົ່ມ ໃນຂັ້ນຊຸມຊົນ ໃຫ້ເຫັນໄດ້ເຖິງຄວາມສໍາຄັນ ຂອງຝຸ່ນບົ່ມ ແລະ ພອ້ມທັງ ມີການຈັດທັດສະນະສຶກສາ ແລກປ່ຽນບົດຮຽນ ລະຫວ່າງຊາວກະສິກອນ ກັບ ຊາວກະສິກອນເອງ.

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

1

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ