ກິດຈະກາໍ ການຖາງປ່າເຮັດໄຮ່ ແບບໝູນວຽນ ແມ່ນ ເປັນອາຊີບຫຼັກ ຂອງຊາວກະສິກອນ, ໃນເຂດພູດອຍ ທີ່ເຄີຍປະຕິບັດກັນມາ ໄດ້ຫຼາຍລຸ້ນຄົນແລ້ວ. ອີງຕາມລັກສະນະພູມສັນຖານ ເປັນເຂດຄ້ອຍຊັນ ທີ່ເປັນຂໍ້ຈາໍກັດ ໃຫ້ການຜະລິດກະສິກາໍ ແລະ ພາຍຫຼັງ ການບຸກເບີກພື້ນທີ່ທາໍການຜະລີດ ໂດຍການຈຸດປ່າ ຖາງໄຮ່ໃນເຂດຄ້ອຍຊັນ ຊື່ງມັນໄດ້ສົ່ງຜົນກະທົບ ຕໍ່ການນາໍໃຊ້ທີ່ດິນ, ເປັນຕົ້ນ ແມ່ນ ໃນລະດູຝົນ ເຊີ່ງຝົນຈະເລີ່ມຕົກ ແຕ່ເດືອນ 5-1 ; ບາງເດືອນ ຝົນກໍ່ຕົກແຮງ ໂດຍສະເພາະ ໃນຊ່ວງເດືອນ 9-10 ເຮັດໃຫ້ດິນ ໄຫຼລົງຮ່ອງພູ ເຮັດໃຫ້ຕະກອນ ແລະ ອິນຊີວັດຖຸເທິງໜ້າດິນ ໄຫຼເຊາະລ້າງ ລົງຮ່ອງນາໍ້ ຂ້າງທາງ ເສດໄມ້ ທັບຖົມເຄື່ອງປູກຂອງຝັງ, ສົ່ງຜົນກະທົບ ເຮັດໃຫ້ເກີດມີ ການສູນເສຍຊັ້ນໜ້າດິນດີ ດັ່ງນັ້ນ, ໃນປີ 2015 ຜູ້ນຳໄຊ້ທີ່ດີນ ຈີ່ງມີແນວຄວາມຄິດ ຕ້ອງການ ຢາກສ້າງແລວກັນດີນເຊາະໄຫຼ ຂອງນ້ຳຝົນ ທີ່ໄຫຼມາແຕ່ເທີງພູ ທັງເປັນການຮັກສາ, ກະຈາຍ ທາດອາຫານ ຕາມໜ້າດີນ ຢູ່ພື້ນທີ່ລຸ່ມຕີນພູ ໂດຍການຄົ້ນຄິດ ຊອກຫາວິທີ ເອົາໄມ້ທ່ອນ ທີ່ຊອກຫາໄດ້ ຈາກທຳມະຊາດ (ເປັນໄມ້ແຫ້ງ ທີ່ ໄດ້ຈາກການຕຸດໄຮ່) ມີຄວາມຍາວ ປະມານ 4-5 ແມັດ/ທ່ອນ, ມີເສັ້ນຜ່າ ສູນກາງ ປະມານ 15-20 ຊັງຕີແມັດ ເອົາມາວາງລຽນກັນ ໄວ້ຮ່ອງນ້ຳ ບ່ອນທີ່ເຄີຍຖືກນາໍ້ໄຫຼເຊາະ ຕາມພື້ນທີ່ ການ ຜະລິດ ໃຫ້ໄດ້ຄວາມສູງຈາກພື້ນດິນ ປະມານ 1 ແມັດ.
ຫຼັງຈາກນັ້ນ, ກໍ່ໃຊ້ໄມ້ໄຜ່ ທີ່ມີຄວາມ ຍາວ ປະມານ 1.5 ແມັດ, ມີຂະໝາດ ເສັ້ນຜ່າສູນກາງ ປະມານ 10 ຊັງຕີແມັດ ມາເຮັດເປັນຫັຼກຄາ້ໍ ເພ່ືອບ່ໍໃຫ້ ໄມ້ທ່ອນ ທີ່ເອົາມາ ລຽນລາໍນັ້ນ ລົ້ມລົງ ໂດຍການ ນາໍທ່ອນໄມ້ໃຜ່ ຝັງລົງດິນ ປະມານ 50 ຊັງຕີແມັດ ໂດຍການໃຊ້ເຊືອກມັດ. ການເຮັດເຕັກນີກ ດັ່ງ ກ່າວ ແມ່ນ ເລີ່ມຈັດຕັ້ງປະຕິບັດ ພາຍຫຼັງ ສໍາເລັດການ ສັກເຂົ້າໄຮ່ ໂດຍເລືອກເຮັດໃສ່ ບ່ອນພູ ທີ່ມີຄວາມຄ້ອຍຊັນ 20-25% ເປັນບ່ອນ ທີ່ມີຮ່ອງນໍ້າ ໄຫຼເຊາະລົງມາ ຊື່ງໂດຍລວມແລ້ວ ປະຊາຊົນ ຈະນໍາໃຊ້ເຕັກນິກນິ້ ປະມານ 2-3 ຈຸດ ພາຍໃນເນື້ອທີ່ ການຜະລິດທັງໝົດ. ຜົນທີ່ໄດ້ຮັບ ຈາກການເຮັດ ເຕັກນິກ ດັ່ງກ່າວນີ້ ແມ່ນ ສາມາດ ຫຸຼດຜ່ອນຄວາມແຮງ ຂອງການໄຫຼເຊາະ ຂອງນໍ້າ ແລະ ສາມາດ ກະຈາຍຕະກອນດິນ ໃນພື້ນທີ່ອອກຈາກ ພື້ນທີ່ທາໍການຜະລິດ ເພາະວ່າ ເມື່ອນ້ຳໄຫຼມາ ຈະມາຕ່ຳໃສ່ໄມ້ກັ້ນ ແລະ ໄຫຼອອກ ທາງດ້ານຂ້າງຂອງໄມ້ກັ້ນ. ສົມທຽບ ກ່ອນ ແລະ ຫຼັງ ການນຳໃຊ້ ເຕັກນີກນີ້້ ເຫັນວ່າ ກ່ອນຈັດຕັ້ງປະຕິບັດ ເຕັກນິກ ໄດ້ຜົນຜະລິດເຂົ້າ ປະມານ 1.5 ໂຕນ/ຮຕ ພາຍຫຼັງ ນຳໃຊ້ເຕັກນິກນີ້ ຜົນຜະລິດເຂົ້າ ເພີ່ມຂື້ນ ປະມານ 2 ໂຕນ/ຮຕ ເນ່ືອງຈາກ ການສູນເສຍດີນຫຸຼດລົງ ອີນຊີວັດຖຸໃນດີນເພີ້ມຂື້ນ ເພາະການທັບຖົມຂອງຕະກອນ ແລະ ເສດຊາກພືດ ທີ່ໄຫຼມາຕາມນ້ຳເຮັດໃຫ້ຊັ້ນໜ້າດິນ ຖືກເພີ່ມພູນໃຫ້ເປັນຊັ້ນໜາຂື້ນ, ເມື່ອເສດຊາກພືດເຫຼົ່ານັ້ນ ເນົ່າເປ່ືອຍ ຫືຼ ຖືກຍ່ອຍສະຫຼາຍ ໂດຍສິ່ງທີ່ ມີຊີວິດໃນດິນ (ຂີ້ກະເດືອນ, ບົ້ງກື) ຈະເປັນການປັບປຸງດິນ ໃນບໍລິເວນນັ້ນ ໃຫ້ອຸດົມສົມບູນຂື້ນ.
ຈຸດດີ: ຫຼຸດຜ່ອນການໄຫຼຂອງຕະກອນດິນ, ການເພີ່ມຂອງອິນຊີວັດຖຸໃນພື້ນດິນ (ເຮັດໃຫ້ຊັ້ນດິນໜາຂື້ນ), ກະຈາຍທາດອາຫານໃນພືີ່ນທີ່ກະສິກໍາ ແລະ ຕົ້ນທືນຕ່ຳ.
ຈຸດອ່ອນ: ເຕັກໂນໂລຢີນີ້ ແມ່ນ ບໍ່ຖາວອນ ແລະ ຂ້ອນຂ້າງອ່ອນໄຫວ, ດັ່ງນັ້ນຈິ່ງຕ້ອງມີການສ້ອມແປງ ແລະ ບໍາລຸງຮັກສາປະຈໍາປີ. ຖ້າໂຄງສ້າງເກົ່າຫຼາຍ ຈະຕ້ອງໄດ້ຮັບການຍົກລະດັບ, ມັນຈະຕ້ອງໃຊ້ຄຸນນະພາບທີ່ດີກວ່າເກົ່່າເຊັ່ນ ເຊືອກ ແລະ ເສົາຊີມັງ. ຢ່າງໃດກໍຕາມ, ປະຊາຊົນສ່ວນໃຫຍ່ຍັງ ໃຊ້ອຸປະກອນທີ່ມີ ຢູ່ໃນທ້ອງຖິ່ນ ເຊື່ງມີຜົນກະທົບຕໍ່ ຄຸນນະພາບຂອງເຕັກໂນໂລຢີ ກໍ່ຄືກັບປະສິດທິຜົນຂອງມັນ.
Localização: ບ້ານ ວົງວິໄລ ເໜືອ, ເມືອງພູວົງ ແຂວງ ອັດຕະປື, República Democrática Popular do Laos
Nº de sites de tecnologia analisados: Local único
Difusão da tecnologia: Aplicado em pontos específicos/concentrado numa pequena área
Em uma área permanentemente protegida?:
Data da implementação: 2015; menos de 10 anos atrás (recentemente)
Tipo de introdução
Especifique a entrada | Unidade | Quantidade | Custos por unidade (ກີບ) | Custos totais por entrada (ກີບ) | % dos custos arcados pelos usuários da terra |
Mão-de-obra | |||||
ແຮງງານ | ຄົນ | 2,0 | 50000,0 | 100000,0 | 100,0 |
Equipamento | |||||
ຈົກ | ດວງ | 1,0 | 50000,0 | 50000,0 | 100,0 |
ຊ້ວນ | ດວງ | 1,0 | 25000,0 | 25000,0 | 100,0 |
ຄ້ອນຕີ | ດວງ | 1,0 | 20000,0 | 20000,0 | 100,0 |
Material vegetal | |||||
ໄມ້ທ່ອນ | ລຳ | 10,0 | 100,0 | ||
ໄມ້ໃຜ່ | ລຳ | 10,0 | 100,0 | ||
Custos totais para a implantação da tecnologia | 195'000.0 | ||||
Custos totais para o estabelecimento da Tecnologia em USD | 24.38 |
Especifique a entrada | Unidade | Quantidade | Custos por unidade (ກີບ) | Custos totais por entrada (ກີບ) | % dos custos arcados pelos usuários da terra |
Mão-de-obra | |||||
ແຮງງານ | ຄົນ | 2,0 | 50000,0 | 100000,0 | 100,0 |
Equipamento | |||||
ຟ້າ | ດວງ | 2,0 | 25000,0 | 50000,0 | 100,0 |
ສຽມ | ດວງ | 1,0 | 20000,0 | 20000,0 | 100,0 |
Material de construção | |||||
ໄມ້ທ່ອນ | ທ່ອນ | 10,0 | 100,0 | ||
ໄມ້ໃຜ່ | ລຳ | 10,0 | 100,0 | ||
Custos totais para a manutenção da tecnologia | 170'000.0 | ||||
Custos totais de manutenção da Tecnologia em USD | 21.25 |
Quantidade anterior à GST: 1,5 ໂຕນ/ຮຕ
Quantidade posterior à GST: 2ໂຕນ/ຮຕ
ການເພີ່ມຂື້ນຂອງສານອິນຊີຈາກການສະສົມຂອງຫນ້າດິນ
ກ່ອນທີ່ຊາວກະສິກອນຈະສູນເສຍພື້ນທີ່ຫຼາຍຍ້ອນຊ່ອງທາງນ້ໍາໃນພື້ນທີ່ການປູກຝັງ; ຫຼັງຈາກທີ່ມີບັນດາອຸປະສັກໄມ້ທີ່ໄດ້ຖືກສ້າງຂື້ນແລ້ວ, ພື້ນດິນໄດ້ເພີ່ມຂື້ນໂດຍການສະສົມຂອງດິນ
ການໄຫລວຽນຂອງນ້ໍາໃນພື້ນທີ່ການຜະລິດທີ່ຜ່ານມາເຮັດໃຫ້ເກີດຜົນເສຍຫາຍຕໍ່ການປູກພືດແລະໃນການຫຼຸດລົງຜົນຜະລິດພືດ
ການຕິດຕັ້ງສິ່ງກີດຂວາງໄມ້ເພື່ອຂະຫຍາຍພື້ນທີ່ການປູກຝັງຕ້ອງໃຊ້ແຮງງານຫຼາຍ
ການຄໍ້າປະກັນ ສະບຽງອາຫານ ໄດ້ຮັບການປັບປຸງຍ້ອນວ່າຊາວກະສິກອນໄດ້ຮັບຜົນຜະລິດຫຼາຍກວ່າ ແລະ ສາມາດຂາຍເຖິງຕະຫຼາດທ້ອງຖິ່ນ
ນ້ໍາ ແລະ ດິນທີ່ຖືກທໍາລາຍລຸດລົງໃນເວລາທີ່ສຳເລັດ ແລວກີດຂວາງ ແລະ ນ້ໍາແມ່ນມຸ້ງໄປຂ້າງຫນື່ງ. ດັ່ງນັ້ນ, ການໄຫຼ ຂອງນໍ້າໜ້າດິນເທິງພື້ນດິນ ແມ່ນ ມີຜົນກະທົບໜ້ອຍລົງ.
ກ່ອນທີ່ຈະມີຫຼາຍໆຊັ້ນດິນໂດຍການລ້າງນ້ໍາໃນພື້ນດິນກໍ່ຖືກສູນເສຍ. ຫຼັງຈາກການຕິດຕັ້ງອຸປະກອນກີດກັນ ນ້ໍາມີການປ່ຽນແປງ ແລະ ແຜ່ຂະຫຍາຍໃນພື້ນທີ່ ແລະການຕົກຕະກອນຕາມຮ່ອງຂ້າງທາງ
ສິ່ງກີດຂວາງຂອງໄມ້ທ່ອນສາມາດແຜ່ຂະຫຍາຍຊີວະມວນ ແລະ ຊິ້ນສ່ວນຂອງພືດ ແລະ ຝຸ່ນຊີວະພາບໄປສູ່ພື້ນທີ່ການຜະລິດ (ເພີ່ມຂື້ນຂອງດິນຟ້າ)
ກ່ອນທີ່ຈະມີຝົນຕົກຢ່າງຫຼວງຫຼາຍເຮັດໃຫ້ມີການເຊາະເຈື່ອນຂອງດິນ (ລະດູແລ້ງແລະລະດູແລ້ງລະຫວ່າງແຖວ) ໃນລະດູຝົນ
ກ່ອນ ໄຫຼຜ່ານເສັ້ນທາງຂອງເຈົ້າຂອງດິນ. ຫຼັງຈາກການຕິດຕັ້ງເຕັກໂນໂລຢີ, ທາງນ້ໍາໄດ້ປ່ຽນແປງໄປສູ່ເຂດບ້ານໂດຍບໍ່ມີການກໍ່ໃຫ້ເກີດຄວາມເສຍຫາຍຢູ່.
ກ່ອນ ມີການເຊາະເຈື່ອນໂດຍກົງ. ຫຼັງຈາກຕິດຕັ້ງ ຮົ້ວກີດຂວາງ ຕະກອນດິນ ສ່ວນຫຼາຍ ແມ່ນ ຍັງຫຼົງເຫຼືອຢູ່ຈາມໄຮ່