ໃນຊ່ວງລະດູຝົນ ເມື່ອລະດັບນ້ໍາເພີ່ມສູງ ແລະ ຄວາມໄວຂອງການໄຫລຂອງນ້ໍາແຮງ, ໄມ້ສ້າງໄຜ່ (Bambusa oldhamii ) ໄດ້ຖືກຄັດເລືອກ ທີ່ຈະປູກຕາມແຄມນ້ຳ ແມ່ນ ຍ້ອນລະບົບຮາກເລິກເຊິ່ງມີປະສິດທິພາບ ໃນການເກາະດິນ ໂດຍສະເພາະຄວບຄຸມການເຊາະເຈື່ອນດິນຕາມແຄມແມ່ນ້ໍາ.ນັບຕັ້ງແຕ່ເດືອນ 7-10 ຢູ່ທີ່ບ້ານ ວັງຍາງ ( ເມືອງ ພູວົງ, ແຂວງອັດຕະປື ) ມັກຈະມີຝົນຕົກໜັກ ສະເລ່ຍປະລິມານນ້ຳຝົນ 2,500-3,000 ມມ/ປີ (ແຫຼ່ງຂໍ້ມູນຈາກຫ້ອງການອຸຕຸນິຍົມ ເມືອງພູວົງ) ສົ່ງຜົນເຮັດໃຫ້ດິນແຄມຫ້ວຍ ເກີດມີການເຊາະເຈ່ືອນ ຊ່ືງແຕ່ລະປີໄດ້ມີການຂະຫຍາຍ ຄວາມກ້ວາງ ຂອງຮ່ອງນ້ຳ ຫ້ວຍອອກໄປເລື້ອຍໆ ນັບຕັ້ງແຕ່ອະດີດ ຈົນມາຮອດປະຈຸບັນ ສັງເກດເຫັນໄດ້ວ່າ ດິນແຄມຕາຝັ່ງເຈື່ອນໄປແລ້ວ ປະມານ 2 ມ, ເຮັດໃຫ້ ຜູ້ນຳໃຊ້ທີ່ດິນ ສູນເສຍເນື້ອທີ່ດິນທຳການຜະລິດກະສິກຳ ຊື່ງດິນຕອນນີ້ເມ່ືອກ່ອນແມ່ນໄດ້ມີການປູກກ້ວຍ ແລະ ອ້ອຍໃກ້ກັບນ້ຳຫ້ວຍ. ເພື່ອຕອບໂຈ້ການເຊາະເຈື່ອນ ຜູ້ນຳໃຊ້ທີ່ດິນ ໄດ້ເລີ່ມປູກໄມ້ໄຜ່ ໃນປີ 2007 ຊື່ງການປູກໄມ້ໄຜ່ຊະນິດນີ້ ຜູ້ນຳໃຊ້ທີ່ດິນ ໄດ້ສັງເກດເຫັນ ໄມ້ໄຜ່ປ່າ ທີ່ເກີດຂື້ນຕາມທຳມະຊາດ ທີ່
ກົງກັນຂ້າມ ກັບດິນໂຕເອງ ວ່າດິນມີການເຊາະເຈ່ືອນຫນ້ອຍເພາະ ຮາກຝອຍຂອງໄມ້ໄຜ່ ສາມາດຍືດເກາະດິນໄດ້ເປັນຢ່າງດີ ໃນບໍລິເວນແຄມຫ້ວຍ. ສະນັ້ນ, ທາງຜູ້ນຳໃຊ້ທີ່ດິນ ຈື່ງມີແນວຄິດລິເລີ່ມ ຢາກປູກໄມ້ໄຜ່ສ້າງໄຜ່ ແທນໄມ້ໄຜ່ປ່າ ຍ້ອນວ່າລຳຂອງໄມ້ສ້າງໄຜ່ປແມ່ນ ມີໜາມໜອ້ຍກ່ວາ ແລະ ໜໍ່ໄມ້ ກໍແຊບ (ເພື່ອນຳໃຊ້ ແລະ ບໍລິໂພກໃນຄອບຄົວ ) ເມື່ອທຽບກັບໄມ້ໄຜ່ປ່າ. ຊື່ງຂັ້ນຕອນ ແລະ ວິທີການ ໃນການເຮັດເຕັກນິກດັ່ງກ່າວນີ້ແມ່ນ:
1. ການເລືອກສະຖານທີ່ ປູກ ແມ່ນ ເລືອກເອົາດິນບໍລິເວນ ແຄມຫ້ວຍບ່ອນທີ່ ມີຄວາມສ່ຽງ ທີ່ ຈະເກີດການເຊາະເຈ່ືອນ, ໄມ້ໄຜ່ ຄວນປູກ ຫ່າງຈາກ ແຄມນ້ຳ ປະມານ 3 ແມັດ. ການຈະເລີນເຕີບໂຕຂອງໄມ້ສ້າງໄຜ່ ຈະຊ່ວຍປ້ອງກັນດິນເຈື່ອນຕາມແຄມຝັ່ງ.
2. ການກຽມພື້ນທີ່ປູກແມ່ນໄດ້ຖາກຖາງອານາໄມ ເສຍຫຍ້າພື້ນທີ່ ທີ່ຈະປູກໄມ້ໄຜ່ ຊ່ືງໃກ້ກັບແຄມຫ້ວຍ.
3.ການກະກຽມແນວພັນໄມ້ໄຜ່ (ໄມ້ສ້າງໄພ) ແມ່ນ ຊອກຂູດເອົາເຫງົ້າ ທີ່ມີຮາກ ຊື່ງຫາເອົາຕາມທ້ອງຖິ່ນ ປະມານ 120 ລຳ, ອາຍູເກືອບ 1 ປີ, ຊ່ືງຕັດຄວາມສູງໃຫ້ໄດ້ມານ 60-70 ຊມ ແລະ ຈົງຮາກໄວ້.
4.ການຂຸດຂຸມເພ່ືອປູກໄມ້ໄຜ້ ຂະໜາດ 50ຊມ x 50ຊມ, ໄລຍະຫ່າງ ລະຫວ່າງຂຸມຕ່ໍຂຸມ 5ມ ເມື່ອເຫງັ້າໄມ້ໄຜ່ມີການຂະຫຍາຍໂຕ ມັນຈະຄວບຄຸມພື້ນທີ່ ໄລຍະຫ່າງທີ່ຈົ່ງໄວ້, ຫຼັງຈາກນັ້ນ ກໍ່ນຳເອົາ 2-3 ເຫງົ້າໄມ້ໄຜ່ ລົງໄປປູກ (2-3 ເຫງົ້າ/ຂຸມ) ຈາກນັ້ນກ່ໍຫົດນ້ຳ ໃຊ້ເວລາໃນການປູກພາຍໃນໜ່ືງວັນ.
ຊວງເວລາໃນການປູກ ແມ່ນ ຈະເລີ່ມໃນເດືອນ 1 ຊ່ືງເປັນຊ່ວງລະດູແລ້ງ ເຫມາະສົມຕ່ໍການປູກໄມ້ໄຜ່ ເພາະຈະເຮັດໃຫ້ຮາກໄມ້ໄຜ່ຈັບດິນໄວ ກວ່າລະດູຝົນ ຍ້ອນລະດູຝົນ ຈະເຮັດໃຫ້ດິນອົມນ້ຳຫຼາຍເກີນໄປ ເຮັດໃຫ້ຮາກໄມ້ໄຜ່ເນົ່າເປ່ືອຍຕາຍ ແລະ ມີຄວາມສ່ຽງຕ່ໍການເຊາະເຈ່ືອນ, ການຫົດນ້ຳແມ່ນຫົດ 2 ຄັ້ງ/ອາທິດ ຈົນໄມ້ໄຜ່ທີ່ ປູກຕິດກັບດິນ.ພາຍຫຼັງທີ່ ປູກຕິດດິນແລ້ວ ໃນຊ່ວງໄລຍະ 1 ປີທຳອິດ ຕົ້ນໄມ້ໄຜ່ ແມ່ນ ຈະຂະຫຍາຍຕົວອອກ 4-5ໜໍ່ ຊື່ງປີທຳອິດ ແມ່ນ ບໍ່ທັນສາມາດຍືດເກາະດິນແຄມຫ້ວຍໄດ້ດີເທົ່າທີຄວນ,
ຈາກນັ້ນ ເມື່ອໄມ້ໄຜ່ອາຍຸໄດ້ 2-3 ປີ ແມ່ນມີການຂະຫຍາຍໜໍ່ເພີ່ມຂື້ນ 2-3 ເທົ່າຂອງປີທຳອິດ ເຮັດໃຫ້ຮາກຝອຍຂອງໄມ້ໄຜ່ມີຈຳນວນຫຼາຍຂ້ືນ ສາມາດຍືດເກາະ ແລະ ປ້ອງກັນການເຊາະເຈື່ອນຂອງດິນແຄມຫ້ວຍໃນເວລາທີ່ ນ້ຳມີປະລິມານສູງ ເມື່ອໄມ້ໄຜ້ມີອາຍຸຫຼາຍປີເທົ່າໃດ ຍິ່ງເຮັດໃຫ້ໄມ້ໄຜ່ສາມາດປ້ອງກັນ ການເຊາະເຈື່ອນຂອງຕາຝັ່ງໄດ້ດີ.
ນອກຈາກນີ້ ໄມ້ໄຜ່ຍັງມີຜົນປະໂຫຍດ ໃນການສ້າງລາຍຮັບໃຫ້ແກ່ຜູ້ນຳໃຊ້ທີ່ດິນ ຄືສາມາດເກັບໜໍ່ໄມ້ມາບໍລິໂພກ ແລະ ຂາຍໄດ້, ສ່ວນ ລຳໄມ້ໄຜ່ ແມ່ນເອົາໄປຂາຍ ຫືຼ ວ່າເອົາມາເຮັດເຄ່ືອງຫັດຖະກຳຈັກສານຕ່າງໆກໍໄດ້. ຫຼັງຈາກທີ່ ປູກໄມ້ໄຜ່ມາເປັນເວລາຫຼາຍປີແລ້ວທາງຜູ້ນຳໃຊ້ທີ່ ດິນໄດ້ເຫັນເຖິງຜົນປະໂຫຍດ ຂອງການປູກໄມ້ໄຜ່ວ່າມີຜົນດີຫຼາຍຢ່າງ ເມື່ອທຽບໃສ່ກ່ອນທີ່ຍັງບໍ່ທັນປູກໄມ້ໄຜ່, ຫຼັງຈາກປູກຈະເຫັນໄດ້ວ່າ ຮາກຂອງໄມ້ໄຜ່ ແມ່ນ ສາມາດຍືດເກາະດິນ ບໍ່ໃຫ້ດິນເຊາະເຈື່ອນ ໃນເວລາທີ່ ນ້ຳໄຫຼແຮງ ແລະ ເວລາທີ່
ນ້ຳ ມີປະລິມານທີ່ສູງຂ້ືນໄດ້ດີ, ສ່ວນໜ່ໍໄມ້ ແລະ ລຳໄມ້ໄຜ່ ແມ່ນສາມາດ ນຳມາໃຊ້ໃຫ້ເກີດປະໂຫຍດຕ່າງໆໄດ້ ແລະ ໃບໄມ້ໄຜ່ ແມ່ນສາມາດນຳມາເຮັດເປັນຝຸ່ນໄດ້ອິກດ້ວຍ, ສະນັ້ນ ເຈົ້າຂອງດິນຈື່ງມີຄວາມສຸກຄວາມພໍໃຈຫຼາຍ ທີ່ໄດ້ປູກໄມ້ໄຜ່ນີ້ ແລະ ຢາກແນະນຳ ໃຫ້ແກ່ເພ່ືອນບ້ານທີ່ ມີດິນຕິດແຄມຫ້ວຍຄືຕົນ ໄດ້ຮັບຮູ້ເຖິງຜົນປະໂຫຍດ ຂອງການປູກໄມ້ໄຜ້ ໃສ່ບໍລິເວນແຄມຫ້ວຍ.
ເຖິງຢ່າງໃດກໍຕາມ, ຈຸດອ່ອນ ຂອງການປູກໄມ້ໃຜ່ ແມ່ນຮົກເຮື້ອ ເກີດມີຍຸງ, ງູ ແລະ ສັດຕ່າງໆຊື່ງຕ້ອງໄດ້ເອົາໃຈໃສ່ ໃນການອານາໄມ.
Localização: ບ້ານ ວັງຍາງ, ເມືອງພູວົງ ແຂວງອັດຕະປື, República Democrática Popular do Laos
Nº de sites de tecnologia analisados: Local único
Difusão da tecnologia: Aplicado em pontos específicos/concentrado numa pequena área
Em uma área permanentemente protegida?:
Data da implementação: 2007; menos de 10 anos atrás (recentemente)
Tipo de introdução
Especifique a entrada | Unidade | Quantidade | Custos por unidade (ກີບ) | Custos totais por entrada (ກີບ) | % dos custos arcados pelos usuários da terra |
Mão-de-obra | |||||
ແຮງງານໃນຄອບຄົວ | ຄົນ/ວັນ | 5,0 | 50000,0 | 250000,0 | 100,0 |
Equipamento | |||||
ຈົກ | ດວງ | 3,0 | 50000,0 | 150000,0 | 100,0 |
ພ້າ | ດວງ | 3,0 | 35000,0 | 105000,0 | 100,0 |
ຊ້ວນ | ດວງ | 2,0 | 25000,0 | 50000,0 | 100,0 |
Material vegetal | |||||
ເຫງົ້າໄມ້ສ້າງໄຜ່ | ເຫງົ້າ | 120,0 | 3000,0 | 360000,0 | 100,0 |
Custos totais para a implantação da tecnologia | 915'000.0 | ||||
Custos totais para o estabelecimento da Tecnologia em USD | 114.38 |
Especifique a entrada | Unidade | Quantidade | Custos por unidade (ກີບ) | Custos totais por entrada (ກີບ) | % dos custos arcados pelos usuários da terra |
Mão-de-obra | |||||
ແຮງງານໃນຄອບຄົວ | ຄົນ/ວັນ | 1,0 | 50000,0 | 50000,0 | 100,0 |
Material vegetal | |||||
ເຫງົ້າໄມ້ສ້າງໄຜ່ | ເຫງົ້າ | 5,0 | 3000,0 | 15000,0 | 100,0 |
Custos totais para a manutenção da tecnologia | 65'000.0 | ||||
Custos totais de manutenção da Tecnologia em USD | 8.13 |
ພື້ນທີ່ການຜະລິດ ກ່ອນທີ່ຈະປູກໄມ້ໄຜ່ພື້ນທີ່ ການຜະລິດໄດ້ຮັບຄວາມເສຍຫາຍເທ່ືອລະກ້າວໂດຍການເຊາະເຈ່ືອນຂອງນ້ໍາຖ້ວມ, ຫຼັງຈາກໄມ້ໄຜ່ຖືກປູກແລ້ວ, ການສູນເສຍພື້ນທີ່ຜະລິດໄດ້ຫຸຼດຫນ້ອຍລົງ
ນອກເຫນືອໄປຈາກກິດຈະກໍາກະສິກໍາ ຊາວກະສິກອນຕ້ອງຮັກສາໄມ້ໄຜ່ຂອງພວກເຂົາ (ຕັດລໍາຕົ້ນ,ຫຍ້າ) ຖ້າບໍ່ດັ່ງນັ້ນມັນຈະເຕີບໃຫຍ່ ແລະ ຍາກທີ່ຈະກ້າວໄປຫາການເກັບກ່ຽວຫນໍ່ຫຼືລໍາຕົ້ນ
ໄມ້ໄຜ່ສາມາດສະຫນອງສະຖານທີ່ ຜ່ອນຄາຍຕາມແຄມນ້ໍາ ສໍາລັບການກິນເຂົ້າປ່າ ຫຼື ການຫາປາ
ການສູນເສຍຂອງດິນກ່ອນຫນ້ານີ້: ການສູນເສຍດິນໂດຍການເຊາະເຈ່ືອນຂອງນ້ໍາ; ຫັຼງຈາກໄມ້ໄຜ່ຖືກປູກແລ້ວດິນກໍ່ຖືກປ້ອງກັນໂດຍລະບົບຮາກໄຜ່
ດິນເຈື່ອນ / ເສດຕະກອນ ໃນອະດີດການສູນເສຍທີ່ດິນຕາມຝັ່ງປະມານ 2 ແມັດ ຫຼັງຈາກໄມ້ໄຜ່ໄດ້ຖືກປູກແລ້ວບໍ່ມີດິນໄຖືກສູນເສຍໃນເຂດພື້ນທີ່ປ້ອງກັນ
ການຕົກຕະກອນ ຢູ່ພື້ນທີ່ລຸ່ມແມ່ນ້ຳ ແມ່ນ ຫຸຼດລົງເນ່ືອງຈາກດິນຖືກລົບກວນຫນ້ອຍ