ລະບົບການລ້ຽງປາໃນນາເຂົ້າ ແມ່ນ ການປະສົມປະສານ ລະຫວ່າງ ນາເຂົ້າ ແລະ ໜອງປາ ຢ່າງມີປະສິດທິຜົນ. ນີ້ແມ່ນ ແນວຄິດລິເລີ່ມ ຂອງປະຊາຊົນທີ່ຢູ່ໃກ້ຊິດຕິດແທດ ກັບທຳມະຊາດມາດົນນານ ເກີດມີແນວຄິດປຽ່ນແປງໃໝ່ໃນການຫັນມາ ເຮັດໃຫ້ເກີດປະໂຫຍດສູງສຸດ ໂດຍການຫັນປຽ່ນຈາກການເຮັດໄຮ່ ແບບເລື່ອນລອຍລົງມາເຮັດນາ ໃນເນື້ອທີ່ດີນຕອນດຽວ ໃຫ້ມີຄວາມສາມາດນຳໃຊ້ໄດ້ຍາວນານ, ການລ້ຽງປາໃນນາເຂົ້າ ກໍ່ເປັນເຕັກນິກໜື່ງທີ່ ສຳຄັນໃນການນຳໃຊ້ ທີ່ດີນແບບຄົງທີ່. ການລ້ຽງປາໃນນາເຂົ້າແມ່ນລ້ຽງໃນພື້ນທີ່ ທີ່ມີຄວາມເໝາະສົມ ໂດຍສະເພາະແມ່ນພື້ນທີ່ທົ່ງນາ ທີ່ມີນ້ຳຕະຫຼອດປີໃນລະດູແລ້ງ ແລະ ລະດູຝົນ ເປັນນາທີ່ທຢູ່ໃກ້ແຄມຫວ້ຍຮອ່ງ ຫຼື ແມ່ນ້ຳແລະຊົນລະປະທານ ສາມາດລະບາຍນ້ຳເຂົ້າ ແລະ ອອກຈາກນາໄດ້ເປັນຢ່າງດີ ເມືອງຕະໂອ້ຍ ກໍ່ເປັນເມືອງໜື່ງທີ່ມີພື້ນທີ່ ໃນການເຮັດນານວນຈຳກັດ ສວ່ນຫຼາຍທົ່ງນາ ແມ່ນ ຢູ່ຕາມຮອ່ມພູ ແລະ ຕີນພູ ໂດຍອາໃສນ້ຳຈາກທຳມະຊາດເປັນສວ່ນໃຫ່ຍ; ການບຸກເບີກເນື້ອທີ່ ແມ່ນ ໃຊ້ແຮງງານຄົນໃນຄອບຄົວ ຫຼື ຈ້າງລົດໄຖ ມາບຸກເບີກໃຫ້ ໂດຍການຂຸດ ຫຼື ຍູ້ດີນຕາມຮອ່ມພູເປັນຄັນຄູກັ້ນນ້ຳ ແລ້ວປັບພື້ນທີ່ ໃຫ້ມີຄວາມຊັນເລັກນອ້ຍ ເຮັດໃຫ້ນ້ຳເຂົ້າທົ່່ວເຖິ່ງຕາມພື້ນທີ່ນາ ເຊີ່ງເປັນລັກສະນະນາຂັ້ນໄດ ກໍ່ສາມາດປູກເຂົ້າໄດ້ ເຕັກນິກການລ້ຽງປາໃນນາເຂົ້າ ແມ່ນ ຈະເຮັດແຕກຕ່າງຈາກທົ່ງນາປົກກະຕິ ໂດຍມີການຈັດການພື້ນທີ່ ເພ່ືອປ້ອງກັນຄວາມສ່ຽງຈາກໄພພິບັດຈາກທຳມະຊາດ ຈາກການໄຫຼຂອງນ້ຳເຊາະເຈືອນໜ້າດີນ ການເຮັດນາລ້ຽງປາ ຕອ້ງເຮັດຄັນຄູສູງໃຫ່ຍເຮັດທໍ່ລະບາຍນ້ຳເຂົ້າ ແລະ ອອກຈາກນາໄດ້ສະດວກ ເຮັດຮ່ອງ ຫຼື ຄອງຕາມຂອບນາ ປຽ່ນທິດການໄຫລຂອງນ້ຳ ເພ່ືອປ້ອງກັນການເຊາະເຈືອນຂອງຄັນນາ ການເຮັດນາປະສົມປະສານກັບການລ້ຽງປາ ແມ່ນ ເພື່ອນຳທີ່ ດີນໃຫ້ເກີດປະໂຫຍດ ເພື່ອຜົນຜະລິດເຂົ້າ ແລະ ປາໃຫ້ຫຼາຍຂ້ືນ ເພື່ອຄ້ຳປະກັນສະບຽງອາຫານໃນຄອບຄົວ ແລະ ເພີ່ມລາຍໄດ້ໃຫ້ຊາວກະສິກອນ ແລະ ເພື່ອປົກປັກຮັກສາພື້ນທີ່ ການຜະລິດໃຫ້ໄດ້ນຳໃຊ້ຍາວນານ ຕອ້ງໄດ້ອາໃສ່ເຕັກນິກ.
ອຸປະກອນນຳເຂົ້າຊວ່ຍ ເປັນຕົ້ນ ແມ່ນ ທ່ໍລະບາຍນ້ຳເພ່ືອເຮັດຊົນລະປະທານ ຂະໜາດນອ້ຍສະເພາະຄອບຄົວ ມີແນວພັນເຂົ້າ, ແນວພັນປາ, ພ້າ,ຈົກ, ສຽມ, ຊວ້ນ, ກຽ່ວ ທີ່ຮັບໃຊ້ເຂົ້າໃນການຜະລິດ, ໃນການເຮັດເຕັກນິກລ້ຽງປາໃນນາເຂົ້າ ທັງ 2 ຢ່າງ ແມ່ນ ມີຜົນປະໂຫຍດເຊິ່ງກັນແລະກັນເຊັ່ນວ່າ: ເສດອາຫານ ແລະ ຕະກອນໃນນ້ຳ ( ເມື່ອປາກິນແລ້ວຂັບຖ່າຍອອກມາ) ສາມາດເປັນຝຸ່ນໃຫ້ແກ່ຕົ້ນເຂົ້າໃນນາ ແລະ ຊວ່ຍເພີ່ມອີນຊີວັດຖຸໃນດີນ ຕົ້ນເຂົ້າໃນນາເປັນບອ່ນລີ້ຊອ້ນ ແລະ ເປັນບອ່ນຫາກິນຕາມປ່າເຂົ້າ, ເມື່ອມີສັດຕູພືດ ຫຼືວ່າ ແມງໄມ້ມາຫາກິນເຂົ້າ ເມ່ືອຕົກລົງນ້ຳກ່ໍສາມາດເປັນອາຫານຂອງປາ.
ການລ້ຽງປາໃນນາເຂົ້າເປັນການຫຼຸດຜອ່ນການເກີດມົນລະຜິດທາງນ້ຳ ນ້ຳເນົ່າ, ນ້ຳເສຍ, ນ້ຳເໝັນ ເນ່ືອງຈາກ ເສດອາຫານ ແລະ ການໃສ່ຝຸ່ນ ນອກນັ້ນການລ້ຽງປາໃນນາເຂົ້າຍັງເປັນການລົດຕົ້ນທືນໃນການໃຊ້ຈ່າຍ ຫຸຼດຜອ່ນການໃຊ້ແຮງງານ ແລະ ເປັນການປົກປັກຮັກສາສິ່ງແວດລອ້ມໄປພອ້ມໆກັນ ໃຫ້ດີນມີຄວາມຊຸ່ມຊ່ືນຕະຫຼອດປີ, ເຕັກນິກນີ້ ແມ່ນ ມີຜົນປະໂຫຍດຫຼາຍຕໍ່ການດຳລົງຊີວິດ ຂອງຊາວກະສິກອນເພາະມີເຂົ້າ ແລະ ຊິ້ນປາອາຫານພຽງພໍ ມີຢູ່ມີກິນໃນຄອບຄົວ ແລະ ເປັນທີ່ເພີ່ງພໍໃຈຂອງຜູ້ໃຊ້ທີ່ດີນ ໃນການລ້ຽງປາໃນນາເຂົ້າຂໍ້ດີ ໃນການເຮັກເຕັກນິກນີ້ ຊວ່ຍເພີ່ມຜົນຜະລິດ ຈາກແຕ່ກອ່ນເຄີຍເຮັດໄຮ່ ແບບເລືອນລອຍແລ້ວໄດ້ຜົນຜະລິດນອ້ຍບໍ່ກຸ້ນກິນ ບັນຈຸບັນຫັນປຽ່ນມາເຮັດນາໃນເນື້ອທີ່ ນອ້ຍແຕ່ໄດ້ຮັບຜົນຜະລິດຫຼາຍສົມຄວນສາມາດກຸ້ມກິນ ເພາະວ່າການເຮັດນາສາມາດເຮັດໄດ້ 2 ລະດູການຕໍ່ປີ ນາແຊງ ແລະ ນາປີການລ້ຽງປາປະສົມປະສານກັບການປູກເຂົ້າ ສາມາດນຳໃຊ້ດີນໃຫ້ເກີດປະໂຫຍສູງສຸດໃນການຜະລິດກະສິກຳໃນພື້ນທີ່ດີນຕອນດຽວ ເສດອາຫານ ແລະ ຕະກອ່ນໃນນ້ຳເນົ່າເປ່ືອຍສາມາດເປັນອາຫານໃຫ້ແກ່ປາ ເມື່ອປາຂັບຖ່າຍອອກມາກໍ່ເປັນຝຸ່ນໃຫ້ແກ່ເຂົ້າໃນນາ ແລະ ຊວ່ຍເພີ່ມອີນຊີວັດຖຸໃນດີນໃຫ້ຫຼາຍຂື້ນ.
ຈຸດອ່ອນ: (1) ຂາດທືນເພື່ອປະຕິບັດເຕັກໂນໂລຢີນີ້ - ຊາວກະສິກອນຕ້ອງການແຫຼ່ງທືນ. (2) ມັນໄດ້ຖືກປະຕິບັດຕາມປະເພນີ ໂດຍບໍ່ມີຄວາມຮູ້ດ້ານວິຊາການ - ມີຄວາມຈໍາເປັນສໍາລັບຊາວກະສິກອນ ທີ່ຈະໄດ້ຮັບຄໍາແນະນໍາ ດ້ານເຕັກນິກກ່ຽວກັບ ການບໍາລຸງຮັກສາລະບົບ ລ້ຽງປາໃນນາເຂົ້າ ແລະ ການຄຸ້ມຄອງທີ່ດິນ. (3) ຄວາມຕ້ອງການອຸປະກອນທີ່ເຫມາະສົມ ເພ່ືອປະຕິບັດຂະບວນການຜະລິດ. (4) ຖ້າຄວາມຫນາແຫນ້ນ ຂອງປະຊາກອນປາສູງເກີນໄປ, ມັນອາດຈະມີຜົນກະທົບຕໍ່ສຸຂະພາບຂອງເຂົ້າ. (5) ມັນບໍ່ສາມາດຂະຫຍາຍພັນລູກປາ ສໍາລັບປີຕໍ່ໄປໃນລະບົບນາເຂົ້າທີ່ມີຢູ່ແລ້ວ, ຕ້ອງມີໜອງອະນຸບານປາສໍາລັບການຂະຫຍາຍພັນ.
地点: ບ້ານ ດືກດົງ, ເມືອງຕະໂອ້ຍ ແຂວງສາລວັນ, 老挝人民民主共和国
分析的技术场所数量: 单一场所
技术传播: 适用于特定场所/集中在较小区域
在永久保护区?:
实施日期: 2013; 不到10年前(最近)
介绍类型
对投入进行具体说明 | 单位 | 数量 | 单位成本 (ກີບ) | 每项投入的总成本 (ກີບ) | 土地使用者承担的成本% |
劳动力 | |||||
ແຮງງານໃນຄອບຄົວ | ຄົນ | 5.0 | 35000.0 | 175000.0 | 100.0 |
设备 | |||||
ຈົກ | ດວງ | 1.0 | 40000.0 | 40000.0 | 100.0 |
ຊວ້ນ | ດວງ | 1.0 | 25000.0 | 25000.0 | 100.0 |
ລົດໄຖນາ | ມື້ | 1.0 | 1000000.0 | 1000000.0 | 100.0 |
ພ້າ | ດວງ | 1.0 | 35000.0 | 35000.0 | 100.0 |
植物材料 | |||||
ແກນພັນ | ກິໂລ | 30.0 | 5000.0 | 150000.0 | 100.0 |
ແນວພັນປາ | ໂຕ | 2500.0 | 200.0 | 500000.0 | 100.0 |
肥料和杀菌剂 | |||||
ຝຸ໋ນໂບມ | ສອບ | 10.0 | 10000.0 | 100000.0 | 100.0 |
ຝຸ໋ນຄອກ | ສອບ | 10.0 | 5000.0 | 50000.0 | 100.0 |
施工材料 | |||||
ທໍ່ | ອັນ | 5.0 | 10000.0 | 50000.0 | 100.0 |
技术建立所需总成本 | 2'125'000.0 | ||||
技术建立总成本,美元 | 265.63 |
对投入进行具体说明 | 单位 | 数量 | 单位成本 (ກີບ) | 每项投入的总成本 (ກີບ) | 土地使用者承担的成本% |
劳动力 | |||||
ແຮງງານປັກດຳ | ວັນງານ | 5.0 | 35000.0 | 175000.0 | 100.0 |
ແຮງານເກັບກຽ່ວເຂົ້າ ແລະ ປາ | ວັນງານ | 10.0 | 35000.0 | 350000.0 | 100.0 |
设备 | |||||
ຈົກ | ດວງ | 1.0 | 40000.0 | 40000.0 | 100.0 |
ຊວ້ນ | ດວງ | 1.0 | 15000.0 | 15000.0 | 100.0 |
ຝ້າ | ດວງ | 2.0 | 35000.0 | 70000.0 | 100.0 |
肥料和杀菌剂 | |||||
ຝຸ໋ນໂບມ | ສອບ | 5.0 | 10000.0 | 50000.0 | 100.0 |
ຝຸ໋ນຄອກ | ສອບ | 5.0 | 5000.0 | 25000.0 | 100.0 |
技术维护所需总成本 | 725'000.0 | ||||
技术维护总成本,美元 | 90.63 |
ຜະລິດເຂົ້າໄຮ່ບໍ່ພຽງພໍ ສໍາລັບການບໍລິໂພກໃນຄົວເຮືອນ. ຫຼັງຈາກການນໍາໃຊ້ລະບົບເຂົ້າປາ, ຊາວກະສິກອນສາມາດເກັບຜົນຜະລິດເຂົ້າໄດ້ຫຼາຍຂື້ນ.
ການຜະລິດເຂົ້າ ແມ່ນ ບໍ່ມີປຸຍໃດ. ໃນເວລາທີ່ພວກເຂົາລ້ຽງປາໃນຂົງເຂດເຂົ້າ, ຂອງເສຍຈາກປາເຮັດຫນ້າທີ່ເປັນຝຸ່ນທໍາມະຊາດສໍາລັບເຂົ້າ.
ໃນລ້ຽງປາໃສ່ເຂົ້າ, ຈໍານວນປາ ແມ່ນ ສາມາດລ້ຽງໄດ້ເຖີງ 2000-2500 ໂຕ
ການປູກຝັງໃນພື້ນທີ່ຂ້ອນຂ້າງຄ້ອຍ(ເຂົ້າໄຮ່) ບໍ່ຈໍາເປັນຕ້ອງມີນ້ໍາຊົນລະປະທານ ແຕ່ການຂະຫຍາຍຕົວຂອງການປູກເຂົ້າຂອງເຂດທົ່ງພຽງຕ້ອງການນ້ໍາຫຼາຍ, ດັ່ງນັ້ນການນໍາໃຊ້ຊົນລະປະທານຈຳເປັນ.
ລາຍໄດ້ເພີ່ມຂື້ນເນື່ອງຈາກການຂາຍປາ, ປະມານ 2-3 ລ້ານກີບຕໍ່ປີ
ການປູກເຂົ້າໄຮ່ ແມ່ນ ກິດຈະກໍາແບບດັ້ງເດີມ ສໍາລັບປະຊາຊົນທ້ອງຖິ່ນ, ນອກຈາກນັ້ນການປູກເຂົ້າທົ່ງພຽງປະສົມພ້ອມກັບປາ ແມ່ນ ການເພີ່ມວຽກສໍາລັບຜູ້ນໍາໃຊ້ທີ່ດິນ.
ການປູກຝັງໃນເຂດເນີນສູງ ພຽງແຕ່ບໍ່ພຽງພໍສໍາລັບ ການບໍລິໂພກໃນປີໜື່ງ. ມີເຂົ້າໄຮ່ ແລະ ເຂົ້ານາ ແມ່ນ ພຽງພໍສໍາລັບການບໍລິໂພກໃນຄອບຄົວຕະຫລອດປີ ແລະ ນອກເຫນືອຈາກນັ້ນ ກໍ່ແມ່ນມີປາ.
ໃນລະດູແລ້ງ ຜູ້ທີ່ນໍາໃຊ້ທີ່ດິນນໍາເອົານ້ໍາຈາກແມ່ນ້ໍາ ໄປສູ່ພື້ນທີ່ການປູກຝັງ ຜ່ານຮ່ອງ ແລະ ດິນກໍ່ມີຄວາມຊຸ່ມຊື່ນຫຼາຍ (ຫ້ວຍບໍ່ແຫ້ງໃນລະດູແລ້ງ)
ເຄື່ອງຈັກຫນັກ (ລົດໄຖ) ທີ່ນໍາໃຊ້ເພື່ອການປູກຝັງ ແມ່ນ ເຮັດໃຫ້ດິນຖືກອັດແໜ້ນ.
ຝຸ່ນຊີວະພາບ ແລະ ຝຸ່ນຄອກ ສາມາດສ້າງນ້ໍາຂຽວ (plankton) ເປັນອາຫານສໍາລັບປາ ແລະ ຜົນຜະລິດຂອງເສຍ ຈາກປາ ຈະເປັນສານອາຫານສໍາລັບຕົ້ນເຂົ້າ.
ມີປາຈໍານວນຫຼາຍຊະນິດ ທີ່ໄດ້ຖືກປ່ອຍອອກມາ ໃນແຕ່ລະປີ ແລະ ສັດອື່ນໆ ເຊັ່ນ: ກະປູ, ກົບ, ຫອຍ, ກຸ້ງທີ່ມາຈາກທໍາມະຊາດ.
ໃນໄລຍະແຫ້ງແລ້ງ, ນ້ໍາແມ່ນຖືກສະໜອງຜ່ານຮ່ອງນ້ໍາ ເພື່ອການປູກເຂົ້ານາ