ກິດຈະກໍາ ການປູກຜັກ ສວນຄົວ ເປັນກິດຈະກໍາ ທ່ີຊາວກະສິກອນ ເຄີຍຈັດຕັ້ງປະຕິບັດ ເພື່ອຄໍາ້ປະກັນ ສະບຽງອາຫານ ແລະ ສ້າງລາຍຮັບ. ໃນເມ່ືອກ່ອນ ການຍົກສະມັດ ຕະພາບຜົນ ຜະລິດ ຂອງປະຊາຊົນ ແມ່ນນໍາໃຊ້ ແຕ່ຝຸ່ນຄອກ ເພື່ອເປັບປຸງດິນ ແລະ ປະລິມານ ການນໍາໃຊ້ຝຸ່ນຄອກ ແມ່ນອີງຕາມ ທ່າແຮງ ແລະ ຄວາມສາມາດ ຂອງຄອບຄົວ. ນອກຈາກນ້ິ, ພື້ນທ່ີ ທໍາການຜະລີດ ຂອງຊາວກະສິກອນ ສ່ວນໃຫຍ່ ແມ່ນເປັນດິນຊາຍ, ຊັ້ນດິນຕ້ືນ ມີຫີນແຮ່ ສະສົມ ຊັ້ນດິນ ທ່ີເກີດຈາກທໍາມະຊາດ ຊ່ຶງບໍ່ອໍານວຍ ແລະ ເປັນຂໍ້ຈຳກັດ ໃນການຜະລິດ ແລະ ພື້ນທີ ປູກຜັກ ສ່ວນໃຫຍ່ ແມ່ນປູກຢູ່ແຄມບາ້ນ ເນ່ືອງຈາກຈໍາກັດ ພື້ນທ່ີ ທໍາການຜະລິດ ແຄມຫ້ວຍ ຫືຼ ແຄມນໍາ້ຕ່າງໆ. ດັ່ງນັ້ນ, ໃນປີ 2016 ທາງແຜນງານ ໂຄງການ ຄໍາ້ປະກັນ ສະບຽງອາຫານ ແລະ ໂພສະນາການ ເຊ່ືອມໂຍງກັບການຕະຫຼາດ (FNML-IFAD) ໄດ້ມາແນະນໍາ ສົ່ງເສີມ ແລະ ຈັດຝຶກອົບຮົມ ກ່ຽວກັບ ວິທີການເຮັດ ຝຸ່ນບົ່ມ ເພື່ອປັບປຸງດິນ ແລະ ເພີ່ມຜົນຜະລິດ ພືດຜັກສວນຄົວ ໃຫ້ແກ່ຊາວກະສິກອນ ພາຍໃນບາ້ນຈໍານວນຫນ່ຶງ ຢູ່ເມືອງພູວົງ ແຂວງອັດຕະປື. ວິທີການ ເຮັດຝຸ່ນບົ່ມ ບ່ໍມີຂັ້ນຕອນຫຍູ້ງຍາກ ແລະ ຊາວກະສິກອນ ສາມາດ ນໍາໃຊ້ ວັດຖຸດີບ ທ່ີມີໃນທອ້ງຖ່ີນ. ຊ່ຶງວັດຖຸດິບ ທ່ີນໍາໃຊ້ເຂົ້າ ໃນການເຮັດຝຸ່ນບົ່ມ ປະກອບມີ ຂ້ີແກບເຜົາໃໝ້ ປະມານ 50% ຈໍານວນ 10 ກະສອບ (15 ກິໂລ/ກະສອບ), ຝຸ່ນຄອກ 20 ກິໂລ, ນໍາ້ 50 ລິດ, ກາກນໍາ້ຕານ 15 ບ່ວງ ຫືຼ ໃຊ້ນ້ຳຕານແທນກ່ໍໄດ້, ນໍາ້ສະກັດຊີວະພາບ 5 ບ່ວງ. ສໍາລັບ ອຸປະກອນ ທ່ີຫາມາໄດ້ນັ້ນ ນໍາມາປະສົມ ໃຫ້ເຂົ້າກັນ ລະອຽດດີ ແລ້ວເອົາລົງໃສ່ອ່າງທ່ີ ໄດ້ກະກຽມດິນ ຂະຫນາດອ່າງ (ທ່ີກໍ່ດວ້ຍຊີເມັນ ຫືຼ ສາມາດໃຊ້ອ່າງຢາງພາດສະຕິກກໍ່ໄດ້) ຄວາມເລິກ 0,5 ແມັດ, ກວ້າງ 1,5 ແມັດ ແລະ ຍາວ 2 ແມັດ. ສ່ວນຝຸ່ນ ປະສົມ ທ່ີເອົາລົງໃສ່ອ່າງນັ້ນ ກວດຝຸ່ນ ໃຫ້ພຽງຫນ້າຂອງອ່າງ, ແລ້ວເອົາຜ້າຢາງໃສ ປົກຄຸມອ່າງ ແລະ ຈິກຂາ້ງ ໃຫ້ແຈບດີ ບ່ໍໃຫ້ມີອາກາດເຂົ້າ, ການບົ່ມຝຸ່ນ ໃຊ້ເວລາ ປະມານ 1-2 ອາທິດ ຈ່ຶງສາມາດ ນໍາໄປໃສ່ສວນປູກຜັກໄດ້. ວິທີການນໍາໃຊ້ ແມ່ນນຳຝຸ່ນບົ່ມ ໃສ່ຄຸ ຫືຼ ກະສອບ ເພື່ອນໍາໄປຫວ່ານ ໃສ່ຫນານປູກຜັກ ໄດ້ເລີຍ ໃນຊ່ວງການກະກຽມດິນ ພາຍຫັຼງ ຫວ່ານຝຸ່ນບົ່ມ ຄຸມຫນານຜັກແລ້ວ ກໍ່ໃຊ້ ຄາດກວດ ຫືຼ ຈົກຂຸດຝຸ່ນບົ່ມ ປະສົມກັບດິນ ໃຫ້ເຂົ້າກັນ ແລ້ວກໍ່ສາມາດ ປູກຜັກໃສ່ໄດ້. ຊຶ່ງຊ່ວງທີ່ປູກຜັກ ແມ່ນທາ້ຍເດືອນທັນວາ ເຖິງ ເດືອນມີນາ (ປູກ 2-3 ຄັ້ງ/ປີ) ໂດຍອາໃສ ນໍາ້ບາດານ ໃນການຫົດຜັກ ເປັນສ່ວນໃຫຍ່. ສະຫຸຼບແລ້ວ, ເຕັກນິກ ການເຮັດຝຸ່ນບົ່ມມີຜົນດີ ທີຊ່ວຍປັບປຸງດິນ ເຮັດໃຫ້ດິນ ສະສົມ ອິນຊີວັດຖຸຫຼາຍຂຶ້ນ, ມີທາດອາຫານຫັຼກ ແລະ ທາດອາຫານເສີມ, ກະ ຕຸ້ນ ການທໍາງານ ຂອງຈຸລິນຊີດິນ ເຮັດໃຫ້ພືດຜັກ ມີການຈະເລີນເຕີບໂຕໄດ້ດີ ສົ່ງຜົນເຮັດໃຫ້ ຜົນຜະລິດ ເພີ່ມຂ້ຶນ. ເຕັກນິກ ດັ່ງກ່າວນ້ີ ບ່ໍມີຂັ້ນຕອນຫຍຸ້ງຍາກ ໃນການບໍາລຸງຮັກສາ ພຽງແຕ່ ຕອ້ງໄດ້ເອົາໃຈໃສ່ ອະນາໃມອ່າງ, ເກັບມຽ້ນ ອຸປະກອນ ເປັນຕົ້ນ ແມ່ນຊວ້ນ ແລະ ບົວຫົດນໍາ້ ເພື່ອໃວ້ໃຊ້ໃນເທ່ືອຕ່ໍໄປ ຂອງການເຮັດຝຸ່ນບົ່ມ ແລະ ທັງເປັນການປະຢັດ ຄ່າຈ້າງແຮງງານ.
地点: ເມືອງພູວົງ, ແຂວງອັດຕະປື, 老挝人民民主共和国
分析的技术场所数量: 2-10个场所
技术传播: 均匀地分布在一个区域 (approx. < 0.1 平方千米(10 公顷))
在永久保护区?:
实施日期: 2016; 不到10年前(最近)
介绍类型
对投入进行具体说明 | 单位 | 数量 | 单位成本 (ກີບ) | 每项投入的总成本 (ກີບ) | 土地使用者承担的成本% |
劳动力 | |||||
ແຮງງານ ໃນການກໍ່ສ້າງອ່າງ (ຮັບເໝົາ) | 1.0 | 500000.0 | 500000.0 | 100.0 | |
设备 | |||||
ບົວຫົດນຳ້ | ໜ່ວຍ | 1.0 | 25000.0 | 25000.0 | 100.0 |
ຄຸ | ໜ່ວຍ | 2.0 | 7500.0 | 15000.0 | 100.0 |
ຊວ້ານ | ດວງ | 1.0 | 20000.0 | 20000.0 | 100.0 |
ກະສອບ ໃສ່ຂີ້ແກບ ແລະ ຝຸ່ນຄອກ | ໜ່ວຍ | 20.0 | 2000.0 | 40000.0 | 100.0 |
ຜ້າຢາງປາດສະຕິກ | ແມັດ | 3.0 | 10000.0 | 30000.0 | 100.0 |
施工材料 | |||||
ກ້ອນດິນຈີ່ | ກ້ອນ | 100.0 | 4000.0 | 400000.0 | 100.0 |
ຊິມັງ | ເປົາ | 7.0 | 40000.0 | 280000.0 | 100.0 |
ດິນຊາຍ | ລົດ | 0.5 | 300000.0 | 150000.0 | 100.0 |
技术建立所需总成本 | 1'460'000.0 | ||||
技术建立总成本,美元 | 182.5 |
对投入进行具体说明 | 单位 | 数量 | 单位成本 (ກີບ) | 每项投入的总成本 (ກີບ) | 土地使用者承担的成本% |
劳动力 | |||||
ແຮງງານ ໃນການກະກຽມ ວັດຖູດິບ ເພື່ອເຮັດຝຸ່ນບົ່ມ | ວັນງານ | 2.0 | 50000.0 | 100000.0 | 100.0 |
ແຮງງານ ໃນການເຮັດຝຸ່ນບົ່ມ | ວັນງານ | 2.0 | 50000.0 | 100000.0 | 100.0 |
ແຮງງານ ໃນການນຳໃຊ້ຝູ່ນບົ່ມ ໄປໃສ່ສວນຜັກ | ວັນງານ | 2.0 | 50000.0 | 100000.0 | 100.0 |
肥料和杀菌剂 | |||||
ຝູ່ນຄອກ | ກິໂລ | 10.0 | 5000.0 | 50000.0 | 100.0 |
其它 | |||||
ຂີ້ແກບເຜົາ | ກະສອບ | 10.0 | 20000.0 | 200000.0 | 100.0 |
ນ້ຳຕານ | ກິໂລ | 1.0 | 10000.0 | 10000.0 | 100.0 |
ນ້ຳສະກັດ ຊີວະພາບ | ລິດ | 1.0 | 10000.0 | 10000.0 | 100.0 |
技术维护所需总成本 | 570'000.0 | ||||
技术维护总成本,美元 | 71.25 |
SLM之前的数量: 20 ກິໂລ/ໜານ
SLM之后的数量: 28 ກິໂລ/ໜານ
ເນື່ອງຈາກຊາວກະສິກອນ ໄດ້ຮັບຜົນຜະລິດ ເປັນທີ່ໜ້າພໍໃຈ ຊຶ່ງໄດ້ມີການຂະຫຍາຍ ເນື້ອທີ່ ປູກຜັກກວ້າງອອກຕື່ມ.
ກ່ອນການນໍາໃຊ້ ຝຸ່ນບົ່ມ ຊາວກະສິກອນ ສ່ວນໃຫຍ່ ປູກຜັກ ໄວ້ກິນ ພາຍໃນຄອບຄົວ ແຕ່ພາຍຫັຼງ ຈາກໃຊຝຸ່ນບົ່ມ ເຫັນວ່າ ຊາວກະສິກອນ ສາມາດ ຂາຍຜັກ ເປັນສິນຄ້າໄດ້.
ຊາວກະສິກອນ ມີວຽກເພີ່ມຂ້ຶນ ໂດຍສະເພາະ ແມ່ນຂະບວນການເຮັດຝຸ່ນບົ່ມ.
ຊາວກະສິກອນ ໄດ້ຮັບການຝຶກອົບຮົມ ແລະ ໄດ້ຮັບຄວາມຮູ້ ໃນການເຮັດຝຸ່ນບົ່ມ ເພື່ອປັບ ປຸງດິນ ໃນພື້ນທ່ີ ປູກຜັກສວນຄົວ.
ຊ່ຶງການເຮັດເຕັກນີກນ້ີ ຍັງຢູ່ໃນຊ່ວງໄລຍະທົດລອງ (2017)
ຊ່ຶງການເຮັດເຕັກນີກນ້ີ ຍັງຢູ່ໃນຊ່ວງໄລຍະທົດລອງ (2017)
ເກີດມີຈຸລິນຊີໃນດິນ ແລະ ຂີ້ກະເດືອນຫຼາຍຂື້ນ.
ຫຸຼດຜອ່ນບັນຫາ ສັດຕຸພືດ ເຂົ້າມາທໍາລາຍພືດຜັກ