ໂຄງການລຸດຜ່ອນຄວາມສ່ຽງໄພພິບັດ ໃນຂັ້ນຊຸມຊົນເຂດພູດອຍ [ລາວ]
- ການສ້າງ:
- ປັບປູງ:
- ຜູ້ສັງລວມຂໍ້ມູນ: Pasalath Khounsy
- ບັນນາທິການ: Bounthanom Bouahom
- ຜູ້ທົບທວນຄືນ: Nicole Harari, William Critchley
approaches_3218 - ລາວ
ເບິ່ງພາກສ່ວນ
ຂະຫຍາຍທັງໝົດ ຍຸບທັງໝົດ1. ຂໍ້ມູນທົ່ວໄປ
1.2 ລາຍລະອຽດ ການຕິດຕໍ່ ຂອງບຸກຄົນທີ່ຊັບພະຍາກອນ ແລະ ສະຖາບັນ ການມີສ່ວນຮ່ວມ ໃນການປະເມີນຜົນ ແລະ ເອກະສານ ຂອງວິທີທາງ
ບຸກຄົນສຳຄັນ (ຫຼາຍຄົນ)
ຜູ້ນໍາໃຊ້ທີ່ດິນ:
ຜູ້ປະສານງານຂັ້ນແຂວງ:
ມາລີຈັນສີ ສຸກກະເສີມ
smalychansy@gmail.com
ຫ້ອງການ Oxfam Australia ປະຈຳແຂວງສາລະວັນ
ຫ້ອງການ ແຮງງານ ແລະ ສະຫວັດດີການ ສັງຄົມ ເມືອງສາລະວັນ
ລາວ
ຄະນະກຳມະການຂັ້ນເມືອງ:
ວິໄລສັກ ເສີດ
ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຕະໂອ້ຍ
ລາວ
ຄະນະກຳມະການຂັ້ນເມືອງ:
ແກ້ວຄຳມາ ບຸດສາ
ໍ+8562099704868
ຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງຕະໂອ້ຍ
ລາວ
ຊື່ຂອງໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ ຫຼື ປະເມີນດ້ານແນວທາງ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)ຊື່ຂອງ ສະຖາບັນການຈັດຕັ້ງ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ ຫຼື ປະເມີນແນວທາງ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ1.3 ເງື່ອນໄຂ ຂອງການນໍາໃຊ້ເອກກະສານຂໍ້ມູນ ຂອງ WOCAT
ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?
31/08/2017
ຜູ້ສັງລວມ ແລະ ບັນດາຜູ້ຕອບແບບສອບຖາມ ຍອມຮັບໃນເງື່ອນໄຂ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການ WOCAT:
ແມ່ນ
2. ພັນລະນາ ແນວທາງການຄຸ້ມຄອງນໍາໃຊ້ດິນແບບຍືນຍົງ
2.1 ການອະທິບາຍ ໂດຍຫຍໍ້ ຂອງວິທີທາງ
ການລຸດຜ່ອນຄວາມສ່ຽງໄພພິບັດຂັ້ນຊຸມຊົນ ໃນເຂດພູດອຍ ເພື່ອຊ່ວຍບັນເທົາທຸກ ແລະ ປັບປຸງຊີວິດການເປັນຢູ່ ພາຍຫຼັງໄດ້ຮັບຜົນກະທົບ ຈາກໄພພິບັດເຊັ່ນ: ໄພແຫ້ງແລ້ງ, ໄພນ້ຳຖ້ວມ ຫຼື ພາຍຸ.
2.2 ການອະທິບາຍ ລາຍລະອຽດ ຂອງວິທີທາງ
ການອະທິບາຍ ລາຍລະອຽດ ຂອງວິທີທາງ:
ໂຄງການລຸດຜ່ອນຄວາມສ່ຽງ ໄພພິບັດຂັ້ນຊຸມຊົນເຂດພູດອຍ ໄດ້ລິເລີ່ມ ສ້າງຕັ້ງຂຶ້ນ ພາຍຫຼັງ ໄດ້ຮັບຜົນກະທົບ ຈາກພະຍຸເກດສະໜາ ເຂົ້າສູ່ເຂດພາກໃຕ້ ໃນປີ 2008 ຊື່ງເຮັດໃຫ້ ມີຄວາມເສຍຫາຍ ທາງດ້ານຊັບສິນ, ໂຄງລ່າງພື້ນຖານ, ແລະ ພື້ນທີ່ເຮັດການຜະລິດ ຫຼາຍພໍສົມຄວນ. ໂຄງການດັ່ງກ່າວ ທີ່ໄດ້ຮັບການອະນຸມັດມາຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທືນ ລົງສູ່ຂັ້ນທ້ອງຖີ່ນ ໂດຍຜ່ານ ຄະນະບໍລິຫານຊີ້ນຳໂຄງການເຊັ່ນ: ຮອງເຈົ້າແຂວງ, ເຈົ້າເມືອງ, ລົງສູ່ ຮອງເຈົ້າເມືອງເປັນຄະນະຊີ້ນຳຂັ້ນທ້ອງຖີ່ນ. ໂດຍອີງໃສ່ ແຜນການຈັດຕັ້ງປະຕິບັດຂອງກະຊວງເປັນຫຼັກ. ທາງອົງການ Oxfam Australia ສ້າງແຜນການຈັດຕັ້ງປະຕິບັດວຽກງານ ໂດຍການປະສານກັບກະຊວງທີ່ກ່ຽວຂ້ອງ ເພື່ອອອກແບບເປັນໂຄງການ, ແລ້ວສະເໜີ ຕໍ່ຄະນະບໍລິຫານງານຂັ້ນແຂວງ, ຂັ້ນເມືອງ ລົງຈັດຕັ້ງປະຕິບັດ ບັນດາກິດຈະກຳຕ່າງໆ. ໃນລະດັບຂັ້ນເມືອງ ໄດ້ມີການຈັດຕັ້ງຄະນະຊີ້ນຳຂັ້ນເມືອງ ຊື່ງປະກອບ ດ້ວຍຄະນະຜູ້ປະສານງານຈາກຫຼາຍພາກສ່ວນເຂົ້າຮ່ວມໄດ້ແກ່: ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການປົກຄອງເມືອງ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການຊັບພະຍາກອນທຳມະຊາດ, ຫ້ອງການກາແດງເມືອງ, ອົງການຈັດຕັ້ງມະຫາຊົນ (ສະຫະພັນແມ່ຍີງ, ຊາວໜຸ່ມ, ກຳມະບານ, ແນວລາວສ້າງຊາດ). ຈຸດປະສົງຂອງໂຄງການ ເພື່ອສ້າງຄວາມເຂົ້າໃຈດ້ານໄພພິບັດ, ການລຸດຜ່ອນຜົນກະທົບ, ການພັດທະນາຊຸມຊົນ. ບັນດາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ ປະກອບມີ ການບັນເທົາຜົນກະທົບໄພແຫ້ງແລ້ງ, ໄພນ້ຳຖ້ວມ, ການລຸດຜ່ອນຜົນກະທົບຂອງພະຍາດລະບາດ, ການສ້າງຕັ້ງກອງທືນສັດແບບໝູນວຽນ, ກອງທືນເຂົ້າປະຈຳບ້ານ. ໃນຂະແໜງກະສິກຳ ກໍ່ລວມມີ ການປູກພືດປະສົມປະສານ (ສາລີ, ພືດຖົ່ວ, ໝາກແຕງ), ປູກເຂົ້າກີບດຽວ, ພືດຜັກສວນຄົວ. ນອກຈາກນັ້ນ, ທາງອົງການ Oxfam Australia ແລະ ພາກລັດຖະບານແລ້ວ ຍັງມີການຮ່ວມມືກັບອົງການ CARE International (ປະຈໍາແຂວງເຊກອງ), ແລະ ອົງການອາຫານໂລກ (World Food Programme) ໃນການສະໜອງເຄື່ອງບັນເທົາທຸກ ແລະ ສຸຂະພິບານ. ເຖີງວ່າຈະມີຫຼາຍພາກສ່ວນ ໃຫ້ການປະກອບສ່ວນ ແຕ່ການຈັດຕັ້ງປະຕິບັດໂຄງການ ກໍ່ຍັງມີຂໍ້ຈຳກັດເນື່ອງ ຈາກເປັນໂຄງການໄລຍະສັ້ນໆ, ມີງົບປະມານຈໍາກັດ ແລະ ຂາດການປະສານງານເປັນໄລຍະ ອີງຕາມທາງສູນກາງ ແລະ ຂັ້ນແຂວງພິຈາລະນາ. ຜ່ານການຈັດຕັ້ງປະຕິບັດໂຄງການ ເຫັນໄດ້ວ່າ ທາງຊຸມຊົນມີຄວາມພໍໃຈສົມຄວນ, ມີການເຂົ້າຮ່ວມຂອງຫຼາຍຫ້ອງການໃນຊຸມຊົນ, ມີການສ້າງຕັ້ງກຸ່ມຄຸ້ມຄອງໄພພິບັດຂັ້ນບ້ານ, ມີການປຶກສາຫາລືເປັນປະຈຳ ແລະ ມີການລົງຊຸກຍູ້ເຜີຍແຜ່ເປັນປະຈຳ.
2.3 ຮູບພາບຂອງແນວທາງ
2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ແນວທາງໄດ້ຖືກນໍາໃຊ້
ປະເທດ:
ລາວ
ພາກພື້ນ / ລັດ / ແຂວງ:
ແຂວງສາລະວັນ
ຂໍ້ມູນເພີ່ມເຕີມຂອງສະຖານທີ່:
ເມືອງຕະໂອ້ຍ
ຄວາມຄິດເຫັນ:
ຫ້ອງການປະສານງານຂັ້ນແຂວງ ຢູ່ນຳພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງສາລະວັນ
Map
×2.6 ວັນທີເລີ່ມຕົ້ນ ແລະ ສິ້ນສຸດ ການຈັດຕັ້ງປະຕີບັດ ວິທີທາງ
ສະແດງປີຂອງການເລີ່ມຕົ້ນ:
2008
ຖ້າຫາກບໍ່ຮູ້ຈັກປີທີ່ແນ່ນອນ, ໃຫ້ປະມານຄາດຄະເນ ເອົາມື້ທີ່ໄດ້ເລີ່ມຈັດຕັ້ງປະຕິບັດ ວິທີທາງ:
ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)
ປີທີ່ສີ້ນສູດ (ຖ້າຢຸດບໍ່ໄດ້ນໍາໃຊ້ ວິທີທາງ):
2014
ຄວາມຄິດເຫັນ:
ທາງໂຄງການ ໄດ້ຈັດຕັ້ງປະຕິບັດວຽກງານ ເປັນ 2 ໄລຍະທີ່1 ເລິ່ມແຕ່ປີ 1999-2001 ແລະ ໄລຍະທີ່ 2 ແມ່ນເລີ່ມແຕ່ປີ 2008-2014 ທີ່ໄດ້ແນ່ໃສ່ການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງໄພພິບັດ.
2.7 ປະເພດຂອງແນວທາງ
- ພາຍໃຕ້ໂຄງການ / ແຜນງານ
2.8 ເປົ້າໝາຍ / ຈຸດປະສົງຫຼັກ ຂອງການຈັດຕັ້ງປະຕິບັດ ວິທີທາງ
ຈຸດປະສົງຂອງໂຄງການ ເພື່ອສ້າງຄວາມເຂົ້າໃຈດ້ານໄພພິບັດ, ການລຸດຜ່ອນຜົນກະທົບ, ການພັດທະນາຊຸມຊົນ ໃຫ້ແກ່ຊຸມຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ.
2.9 ເງື່ອນໄຂອໍານວຍ ຫຼື ຂັດຂວາງການປະຕິບັດຂອງເຕັກໂນໂລຢີ / ເຕັກໂນໂລຢີການນໍາໃຊ້ຕາມແນວທາງ
ສັງຄົມ / ວັດທະນະທໍາ / ມາດຕະຖານ ແລະ ຄຸນຄ່າທາງສາສະໜາ
- ອໍານວຍ
ບົດບາດຍິງ-ຊາຍ, ຊ່ວຍໃຫ້ປະຊາຊົນໄດ້ປ່ຽນແນວຄິດໃນການດຳລົງຊີວິດ ເພດຊາຍຫັນມາຊ່ວຍວຽກພາຍໃນເຮືອນຂອງເພດຍີງ
- ເຊື່ອງຊ້ອນ
ກິດຈະກໍາການສ້າງກອງທືນເຂົ້າ ແລະ ການເຈາະນ້ຳບາດານ ຊຶ່ງເປັນກຸ່ມໃຫຍ່ ທີ່ເປັນບັນຫາ ໃນການຈັດຕັ້ງປະຕິບັດ ແລະ ຢາກທີ່ຈະໂຮມກີດຈະກຳເຂົ້າກັນ.
ມີຄວາມສາມາດ / ເຂັ້າເຖິງຊັບພະຍາກອນດ້ານການເງິນ ແລະ ການບໍລິການ
- ອໍານວຍ
ໃຫ້ໂອກາດຜູ້ທຸກຍາກແທ້ໆ ໄດ້ເຂົ້າຮ່ວມບັນດາກິດຈະກຳຂອງໂຄງການ, ຊຸກຍູ້ໃຫ້ປະຊາຊົນ ມີໂອກາດຊອກຫາທືນ ເພື່ອນໍາມາດຳເນີນກິດຈະກຳດ້ວຍຕົນເອງ
ການກໍ່ຕັ້ງສະຖາບັນ
- ອໍານວຍ
ສ້າງຕັ້ງກຸ່ມຄະນະກຳມະການສະພາປະຈຳເມືອງ, ບ້ານ ແລະ ສະໜັບສະໜຸນ ການສ້າງຫ້ອງການປະຈຳທ້ອງຖີ່ນ
ການຮ່ວມມື / ການປະສານງານຂອງຜູ້ກ່ຽວຂ້ອງ
- ອໍານວຍ
ມີການປະສານງານເປັນລະບົບ ແລະ ເປັນປະຈຳຢ່າງຕໍ່ເນື່ອງ ໂດຍມີຫຼາຍລະດັບເປັນຕົ້ນແມ່ນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ
ກ່ຽວກັບກົດໝາຍ (ສິດນໍາໃຊ້ດິນ, ສິດນໍາໃຊ້ນໍ້າ)
- ອໍານວຍ
ນະໂຍບາຍ
- ອໍານວຍ
ການປົກຄອງທີ່ດິນ (ການຕັດສິນໃຈ, ການປະຕິບັດ ແລະ ຂໍ້ບັງຄັບ)
- ອໍານວຍ
ຄວາມຮູ້ກ່ຽວກັບການຄຸ້ມຄອງ ທີ່ດິນແບບຍືນຍົງ, ການເຂົ້າເຖິງການສະໜັບສະໜູນ ທາງດ້ານວິຊາການ
- ອໍານວຍ
ຕະຫຼາດ (ໃນການຊື້ວັດຖຸດິບ, ຂາຍຜະລິດຕະພັນ) ແລະ ລາຄາ
- ອໍານວຍ
ການລວມກຸ່ມຂາຍໝາກຈອງ
ວຽກ, ມີກໍາລັງຄົນ
- ອໍານວຍ
3. ການມີສ່ວນຮ່ວມ ແລະ ບົດບາດຂອງພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ມີສ່ວນຮ່ວມ
3.1 ຜູ້ມີສ່ວນຮ່ວມ ໃນວິທີທາງ ແລະ ພາລະບົດບາດ ຂອງເຂົາເຈົ້າ
- ຜູ້ນໍາໃຊ້ດິນໃນທ້ອງຖິ່ນ / ຊຸມຊົນທ້ອງຖິ່ນ
ກຸ່ມຊາວກະສິກອນ
ເປັນຜູ້ຈັດຕັ້ງປະຕິບັດຕົວຈີງ
- ອົງການຈັດຕັ້ງ ພາຍໃນຊຸມຊົນ
ອໍານາດການປົກຄອງບ້ານ ແລະ ອົງການຈັດຕັ້ງພາຍໃນບ້ານ
ຮັບຮອງ, ຢັ້ງຢືນ ແລະ ເຜີຍແຜ່ເອກະສານທີ່ສຳຄັນ
- ຜູ້ຊ່ຽວຊານ ການນຄຸ້ມຄອງ ທີ່ດິນແບບຍືນຍົງ / ທີ່ປຶກສາດ້ານກະສິກໍາ
ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ
ນຳພາ ໃນການຈັດຕັ້ງປະຕິບັດ ແລະ ນໍາພາຝຶກອົບຮົມ
- ອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ
ພະນັກງານໂຄງການ Oxfam
ນຳພາການຈັດຕັ້ງປະຕິບັດ ແລະ ນຳພາຝຶກອົບຮົມ
- ອໍານາດ ການປົກຄອງທ້ອງຖິ່ນ
ນຳພາ, ແລະ ຕິດຕາມ ການຈັດຕັ້ງປະຕິບັດ ແລະ ການຝຶກອົບຮົມ
ຊີ້ນໍາ ແລະ ນໍາພາ ການຈັດຕັ້ງປະຕິບັດກິດຈະກຳໂຄງການ ແລະ ສະໜອງການຝຶກອົບຮົມ
- ພະນັກງານຂັ້ນສູນກາງ (ຜູ້ວາງແຜນ, ຜູ້ສ້າງນະໂຍບາຍ)
ຫ້ອງການບໍລິຫານຂັ້ນສູນກາງ ຢູ່ໃນນະຄອນຫຼວງວຽງຈັນ ແລະ ບັນດາກະຊວງທີ່ກ່ຽວຂ້ອງ
ໃຫ້ຄໍາປຶກສາຫາລື ແລະ ຢັ້ງຢືນການປະຕິບັດໂຄງການລະດັບຊາດ
- ອົງການຈັດຕັ້ງ ສາກົນ
ຫ້ອງການ Oxfam
ສະໜັບສະໜຸນທາງດ້ານງົບປະມານ
3.2 ການມີສ່ວນຮ່ວມຂອງຜູ້ນໍາໃຊ້ທີ່ດິນໃນທ້ອງຖິ່ນ / ຊຸມຊົນທ້ອງຖິ່ນໃນໄລຍະທີ່ແຕກຕ່າງກັນຂອງແນວທາງ
ການລວບລວມ ເອົາຜູ້ນໍາໃຊ້ດິນ ໃນທ້ອງຖິ່ນ / ຊຸມຊົນທ້ອງຖິ່ນ | ໃຫ້ລະບຸ ຜູ້ໃດທີ່ມີສ່ວນຮ່ວມ ໃນແຕ່ລະກິດຈະກໍາ? | |
---|---|---|
ການເລີ່ມຕົ້ນ / ແຮງຈູງໃຈ | ການຮ່ວມມື | |
ການວາງແຜນ | ການຮ່ວມມື | |
ການປະຕິບັດ | ການຮ່ວມມື | |
ຕິດຕາມກວດກາ / ການປະເມີນຜົນ | ການຮ່ວມມື | |
ທັດສະນະສຶກສາ | ການຮ່ວມມື | ວຽກງານການຄຸ້ມຄອງໄພພິບັດ ໄດ້ນຳພາພະນັກງານຈຳນວນ 20 ຄົນ ໄປທັດສະນະສຶກສາ ກ່ຽວຂ້ອງກັບວຽກງານາຄຸ້ມຄອງໄພພິບັດ ແລະ ນຳພາຊາວກະສິກອນ ຈຳນວນ 7 ທ່ານ ຕາງໜ້າແຕ່ລະບ້ານ ໄປຢ້ຽມຢາມ ແລະ ທັດສະນະພື້ນທີ່ ເບີ່ງກິດຈະກຳເຕັກນີກປູກເຂົ້າ. |
3.3 ແຜນວາດ (ຖ້າມີ)
3.4 ການຕັດສິນໃຈກ່ຽວກັບການຄັດເລືອກເຕັກໂນໂລຢີຂອງການຄຸ້ມຄອງທີ່ດິນແບບຍືນຍົງ / ເຕັກໂນໂລຢີ
ລະບຸ ຄົນທີ່ຕັດສິນໃຈ ກ່ຽວກັບການຄັດເລືອກຂອງ ເຕັກໂນໂລຢີ / ເຕັກໂນໂລຢີ ຈະໄດ້ຮັບການປະຕິບັດ:
- ພາກສ່ວນກ່ຽວຂ້ອງທັງໝົດ, ເປັນສ່ວນໜຶ່ງ ຂອງວິທີທາງແບບມີສ່ວນຮ່ວມ
ອະທິບາຍ:
ບັນດາກິດຈະກຳ ຫຼື ເຕັກນິກຕ່າງໆ ທີ່ຈະດຳເນີນການຕ້ອງໄດ້ຜ່ານໃນກອງປະຊຸມ ໃນຂັ້ນແຂວງ ເພື່ອເອົາເຂົ້າໃນແຜນຍຸດທະສາດ
Specify on what basis decisions were made:
- ປະເມີນເອກກະສານ ຄວາມຮູ້ກ່ຽວກັບ ການຄຸ້ມຄອງ ທີ່ດິນແບບຍືນຍົງ (ຫຼັກຖານທີ່ຊ່ວຍໃນການຕັດສິນໃຈ)
- ປະສົບການສ່ວນບຸກຄົນ ແລະ ຄວາມຄິດເຫັນ (ທີ່ບໍ່ເປັນເອກກະສານ)
- ຄວາມເປັນໄປໄດ້ໃນທ້ອງຖີ່ນ, ເງື່ອນໄຂສະດວກ, ງົບປະມານ, ແລະ ການຍອມຮັບຂອງຊຸມຊົນ
4. ການສະໜັບສະໜູນທາງດ້ານວິຊາການ, ການສ້າງຄວາມສາມາດ, ແລະ ການຈັດການຄວາມຮູ້.
4.1 ການສ້າງຄວາມສາມາດ / ການຝຶກອົບຮົມ
ຜູ້ນໍາໃຊ້ທີ່ດິນ ຫຼື ພາກສ່ວນກ່ຽວຂ້ອງອື່ນໆ ໄດ້ຮັບການຝຶກອົບຮົມບໍ່?
ແມ່ນ
ໃຫ້ລະບຸ ຜູ້ໃດທີ່ໄດ້ຮັບການຝຶກອົບຮົມ:
- ຜູ້ນໍາໃຊ້ດິນ
- ພະນັກງານພາກສະໜາມ / ທີ່ປຶກສາ
ຮູບແບບຂອງການຝຶກອົບຮົມ:
- ການເຮັດຕົວຈິງ
- ຕົວຕໍ່ຕົວ
ໃນຫົວຂໍ້:
ການຄຸ້ມຄອງກອງທືນ, ການນຳໃຊ້ນ້ຳສະອາດ, ທະນາຄານເຂົ້າ, ສັດຕະວະແພດ, ການລ້ຽງໄກ່, ປາ, ແບ້, ການປູກເຂົ້າ
ການຕອບໂຕ້ກັບຄວາມສ່ຽງໄພພິບັດ (ພາຍຸ, ໄຟໃໝ້ປ່າ, ອຸປະກອນເຕືອນໄພ)
4.2 ການບໍລິການໃຫ້ຄໍາປຶກສາ
ເຮັດຜູ້ໃຊ້ທີ່ດິນມີການເຂົ້າເຖິງການບໍລິການໃຫ້ຄໍາປຶກສາ?
ແມ່ນ
ລະບຸວ່າການສະໜອງ ການບໍລິການ ໃຫ້ຄໍາປຶກສາ:
- ໃນພື້ນທີ່ຂອງຜູ້ນໍາໃຊ້ດິນ
ອະທິບາຍ / ຄວາມຄິດເຫັນ:
1 ຄັ້ງຕໍ່ເດືອນ
4.3 ສະຖາບັນການສ້າງຄວາມເຂັ້ມແຂງ (ການພັດທະນາອົງການຈັດຕັ້ງ)
ສະຖາບັນ ໄດ້ຮັບການສ້າງຕັ້ງຂື້ນ ຫຼື ໄດ້ຮັບການສ້າງຄວາມເຂັ້ມແຂງ ໂດຍການຈັດຕັ້ງປະຕິບັດ ວິທີທາງບໍ່?
- ມີ, ພໍສົມຄວນ
ລະບຸ ທາງສະຖາບັນ ໄດ້ສ້າງຄວາມເຂັ້ມແຂງ ໃນລະດັບໃດ (ຫຼາຍ):
- ທ້ອງຖິ່ນ
ອະທິບາຍ ສະຖາບັນການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ, ສະມາຊິກ ແລະ ອື່ນໆ.
ຄະນະກຳມະການຮັບຜິດຊອບຂັ້ນບ້ານ ແລະ ຂັ້ນເມືອງ ມີພາລະບົບາດໃນການຄຸ້ມຄອງ, ຈຸດປະສານ ແລະ ສະເໜີບັນຫາຕໍ່ຂັ້ນເທີງ ເພື່ອພິຈາລະນາ.
ລະບຸ ປະເພດ ຂອງສະໜັບສະໜູນ:
- ທາງດ້ານການເງິນ
- ການສ້າງຄວາມອາດສາມາດ / ການຝຶກອົບຮົມ
- ອຸປະກອນ
4.4 ຕິດຕາມກວດກາ ແລະ ປະເມີນຜົນ
ການຈັດຕັ້ງປະຕິບັດ ວິທີທາງ ໄດ້ມີການປະເມີນຜົນ ແລະ ຕິດຕາມບໍ?
ແມ່ນ
ຄວາມຄິດເຫັນ:
The M&E team of the Oxfam project organized a monthly monitoring meeting involving collaboration with the community board at village and district levels.
ຖ້າແມ່ນ, ເອກກະສານສະບັບນີ້ ແມ່ນໄດ້ນໍາໃຊ້ເຂົ້າໃນການຕິດຕາມ ແລະ ປະເມີນຜົນບໍ່?
ແມ່ນ
ຄວາມຄິດເຫັນ:
ຕ້ອງເຂົ້າໃຈວຽກກິດຈະກຳ, ໂດຍຜ່ານການໃຊ້ແບບສອບຖາມ ແລະ ການໂອ້ລົມ ປຶກສາຫາລື ເພື່ອໃຫ້ເຂົ້າໃຈ
4.5 ການຄົ້ນຄວ້າ
ນີ້້ແມ່ນສ່ວນໜຶ່ງ ການຄົ້ນຄວ້າ ຂອງວິທີທາງບໍ່?
ແມ່ນ
ລະບຸ ຫົວຂໍ້:
- ເຕັກໂນໂລຢີ
ໃຫ້ຂໍ້ມູນ ເພີ່ມເຕີມ ແລະ ກໍານົດ ຜູ້ໃດເຮັດການຄົ້ນຄວ້າ:
ບາງວຽກທີ່ບໍ່ອຳນວຍ ກໍ່ໄດ້ມີການດັດປັບ ໃຫ້ເໝາະສົມ, ຍົກຕົວຢ່າງ: ຊຸກຍູ້ໃຫ້ປະຊາຊົນລ້ຽງສັດ ທີ່່ເຂົາເຈົ້າບໍ່ເຄີຍລ້ຽງມາກ່ອນ ຊຶ່ງເປັນບົດຮຽນ ແລະ ເຕັກນີກອັນໃໝ່.
5. ການສະໜັບສະໜູນທາງດ້ານການເງິນ ແລະ ອຸປະກອນຈາກພາຍນອກ
5.1 ງົບປະມານປະຈໍາປີ ສໍາລັບວິທີທາງ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
ສະແດງງົບປະມານ ປະຈໍາປີ ສໍາລັບອົງປະກອບ ຂອງວິທີທາງ ການຄຸ້ມຄອງ ທີ່ດິນແບບຍືນຍົງ ເປັນໂດລາສະຫະລັດ :
100000.00
ຖ້າຫາກບໍ່ຮູ້ຈັດງົບປະມານທີ່ແນ່ນອນ ແມ່ນໃຫ້ປະມານເອົາ:
- 10,000-100,000
ຄໍາເຫັນ (ຕົວຢ່າງ: ແຫຼ່ງຂໍ້ມູນຫຼັກ ຂອງການສະໜອງທຶນ / ຜູ້ໃຫ້ທຶນທີ່ສໍາຄັນ):
ທືນຊ່ວຍເຫຼືອລ້າຂອງອົງການ AUSAid
5.2 ການສະໜັບສະໜູນ ທາງດ້ານການເງິນ / ອຸປະກອນ ສະໜອງໃຫ້ແກ່ຜູ້ນໍາທີ່ດິນ
ຜູ້ນໍາໃຊ້ດິນ ໄດ້ຮັບການສະໜັບສະໜູນ ທາງດ້ານ ການເງິນ / ອຸປະກອນ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີບໍ?
ແມ່ນ
ຖ້າແມ່ນ, ໃຫ້ລະບຸປະເພດ (ຫຼາຍ) ຂອງການສະໜັບສະໜູນ, ເງື່ອນໄຂ ແລະ ຜູູ້ສະໜອງ (ຫຼາຍ):
ສະໜັບສະໜຸນດ້ານທືນ ຈາກອົງການ AUSAid, ຜ່ານການຈັດຕັ້ງປະຕິບັດ ໂດຍອົງການ Oxfam
5.3 ເງິນສົມທົບສໍາລັບການນໍາໃຊ້ສະເພາະປັດໃຈຂາເຂົ້າໃນການຜະລີດກະສິກໍາ (ລວມທັງແຮງງານ)
- ແຮງງານ
ທີ່ຂອບເຂດ | ລະບຸ ການອຸດໜູນ |
---|---|
ງົບປະມານເຕັມສ່ວນ | ປະຊາຊົນປະກອບສ່ວນ |
- ການກໍ່ສ້າງ
ໃຫ້ລະບຸໄດ້ຮັບການສະໜັບສະໜູນປັດໃຈຂາເຂົ້າຫຍັງແດ່ | ທີ່ຂອບເຂດ | ລະບຸ ການອຸດໜູນ |
---|---|---|
ຫີນ | ງົບປະມານເຕັມສ່ວນ | |
ໄມ້ | ງົບປະມານບາງສ່ວນ | ຊາວບ້ານ |
- ພື້ນຖານໂຄງລ່າງ
ໃຫ້ລະບຸໄດ້ຮັບການສະໜັບສະໜູນປັດໃຈຂາເຂົ້າຫຍັງແດ່ | ທີ່ຂອບເຂດ | ລະບຸ ການອຸດໜູນ |
---|---|---|
ເສັ້ນທາງ | ງົບປະມານເຕັມສ່ວນ | ໂຄງການ |
ໂຮງຮຽນ | ງົບປະມານເຕັມສ່ວນ | ໂຄງການ |
ຖ້າແຮງງານ ຂອງຜູ້ນໍາໃຊ້ດິນ ໄດ້ຮັບການສະໜັບສະໜູນ ປັດໃຈຂາເຂົ້າ, ແມ່ນບໍ່:
- ລ້ຽງເຂົ້າ - ອາຫານ
ຄວາມຄິດເຫັນ:
ຈັດພາເຂົ້າສາມະຄີ ແລະ ແຈກຢາຍເປັນອັດຕາເຂົ້າສານ
5.4 ສິນເຊື່ອ
ໄດ້ປ່ອຍສິນເຊື່ອ ສະໜອງໃຫ້ພາຍໃຕ້ ວິທີການສໍາລັບກິດຈະກໍາ ການຄຸ້ມຄອງ ທີ່ດິນແບບຍືນນຍົງບໍ່?
ບໍ່ແມ່ນ
5.5 ສິ່ງຈູງໃຈ ຫຼື ເຄື່ອງມືອື່ນໆ
ການສົ່ງເສີມ ຈັດຕັ້ງປະຕິບັດ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ ໄດ້ສະໜອງສິ່ງກະຕຸກຊຸກຍູ້ບໍ່?
ບໍ່ແມ່ນ
6. ວິເຄາະຜົນກະທົບ ແລະ ສັງລວມບັນຫາ
6.1 ຜົນກະທົບຂອງແນວທາງ
ວິທີທາງ ຊ່ວຍຊຸກຍູ້ ຜູ້ນຳໃຊ້ທີ່ດິນທ້ອງຖີ່ນ, ໃນການປັບປຸງ ການມີສ່ວນຮ່ວມ ຂອງຜູ້ທີ່ກ່ຽວຂ້ອງ ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ດັ່ງກ່າວນີ້ ສາມາດເປັນຫຼັກຖານ ທີ່ສະໜັບສະໜູນ ໃຫ້ການຕັດສິນໃຈໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການຈັດຕັ້ງປະຕິບັດ ວິທີທາງ ສາມາດຊ່ວຍຜູ້ນໍາໃຊ້ທີ່ດິນ ໃນການຈັດຕັ້ງປະຕິບັດ ແລະ ບໍາລຸງຮັກສາ ເຕັກໂນໂລຢີ ການຄຸ້ມຄອງ ທີ່ດິນແບບຍືນຍົງໄດ້ບໍ?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ສາມາດປັບປຸງ ການປະສານງານ ແລະ ຄ່າໃຊ້ຈ່າຍ ການຈັດຕັ້ງປະຕິບັດ ທີ່ມີປະສິດທິພາບ ຂອງການຄຸ້ມຄອງ ທີ່ດິນແບບຍືດຍົງໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ສາມາດລະດົມ ຫຼື ປັບປຸງ ການເຂົ້າເຖິງຊັບພະຍາກອນ ການເງິນ ສໍາລັບການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືດຍົງໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ສາມາດປັບປຸງຄວາມຮູ້ ແລະ ຄວາມສາມາດຂອງຜູ້ນໍາໃຊ້ທີ່ດິນ ໃນການປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືດຍົງໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ສາມາດປັບປຸງຄວາມຮູ້ ແລະ ຄວາມສາມາດ ຂອງພາກສ່ວນທີ່ກ່ຽວຂ້ອງໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ສາມາດສ້າງຄວາມເຂັ້ມແຂງ ໃຫ້ສະຖາບັນການຈັດຕັ້ງ, ການຮ່ວມມື ລະຫວ່າງພາກສ່ວນທີ່ກ່ຽວຂ້ອງບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ສາມາດຫຼຸດຜ່ອນ ຂໍ້ຂັດແຍ່ງໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການຈັດຕັ້ງປະຕິບັດ ວິທີທາງ ສາມາດສ້າງຄວາມເຂັ້ມແຂງ ທາງສັງຄົມ ແລະ ເສດຖະກິດບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ເປັນບູລິມະສິດທີ່ສຳຄັນ
ການຈັດຕັ້ງປະຕິບັດ ວິທີທາງ ສາມາດປັບປຸງ ຄວາມສະເໜີພາບ ຂອງບົດບາດ ຍິງຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ຍິງໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການຈັດຕັ້ງປະຕິບັດ ວິທີທາງ ສາມາດຊຸກຍູ້ ຜູ້ນໍາໃຊ້ທີ່ດິນທີ່ເປັນຊາວໜຸ່ມ / ຄົນລຸ້ນໃໝ່ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງໄດ້ບໍ?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ໄດ້ປັບປຸງ ການຄໍ້າປະກັນສະບຽງອາຫານ ຫຼື ປັບປຸງໂຄສະນາການໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການຈັດຕັ້ງປະຕິບັດ ວິທີທາງ ສາມາດປັບປຸງ ການເຂົ້າເຖິງຕະຫຼາດໄດ້ບໍ?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການນໍາໃຊ້ ວິທີທາງ ໄດ້ປັບປຸງ ການເຂົ້າເຖິງນໍ້າ ແລະ ສາຂາພິບານໄດ້ບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ການຈັດຕັ້ງປະຕິບັດ ວິທີທາງ ສາມາດສ້າງຄວາມອາດສາມາດໃຫ້ຜູ້ນໍາໃຊ້ດິນ ໃນການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ / ຫຼດຜ່ອນຄວາມສ່ຽງທາງໄພພິບັດໄດ້ບໍ? :
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ໂຄງການສີ້ນສຸດ ຂາດການນຳພາແບບຕໍ່ເນື່ອງ, ແຕ່ບາງກິດຈະກຳກໍ່ຍັງສືບຕໍ່ ເຊັ່ນ ທະນາຄານເຂົ້າ
ການນໍາໃຊ້ ວິທີທາງ ໄດ້ປັບປຸງ ການຈ້າງງານ, ໂອກາດ ໃນການສ້າງລາຍຮັບບໍ່?
- ບໍ່
- ມີ, ໜ້ອຍໜຶ່ງ
- ມີ, ພໍສົມຄວນ
- ມີ, ຫຼາຍ
ບາງຄົນໄດ້ຄວາມຮູ້ ແລະ ປະສົບການ ກໍ່ສາມາດໄປຮັບຈ້າງເປັນລາຍວັນໄດ້
6.2 ແຮງຈູງໃຈຫຼັກຂອງຜູ້ນໍາໃຊ້ທີ່ດິນໃນການປະຕິບັດການຄຸ້ມຄອງທີ່ດິນແບບຍືນຍົງ
- ການຜະລິດເພີ່ມຂຶ້ນ
- ກໍາໄລເພີ່ມຂຶ້ນ (ຄວາມສາມາດ), ການປັບປຸງຄ່າໃຊ້ຈ່າຍ, ຜົນປະໂຫຍດ, ອັດຕາສ່ວນ
- ຫຼຸດຜ່ອນຄວາມສ່ຽງຂອງໄພພິບັດ
- ການຫຼຸດຜ່ອນພາລະວຽກ
- ກົດລະບຽບແລະລະບຽບການ (ລະອຽດ) / ການບັງຄັບໃຊ້
- ລວມເຂົ້ານໍາກັນກັບການເຄື່ອນໄຫວ / ໂຄງການ / ກຸ່ມ / ເຄືອຂ່າຍ
ກຸ່ມນຳໃຊ້ນ້ຳ, ກຸ່ມຄຸ້ມຄອງທະນາຄານ
- ຄວາມຮັບຮູ້ ທາງສີ່ງແວດລ້ອມ
- ພາສີ ແລະ ຄວາມເຊື່ອຖື, ສົມບັດສິນທໍາ
ການເກີດລູກ ອັດຕາການຕາຍລຸດລົງ, ມີສຸກສາລາດ ນ້ຳສະອາດ
- ການປັບປຸງ ຄວາມຮູ້ ແລະ ຄວາມສາມາດ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
6.3 ຄວາມຍືນຍົງຂອງກິດຈະກໍາວິທີທາງ
ຜູ້ນໍາໃຊ້ ທີ່ດິນ ສາມາດສືບຕໍ່ ການຈັດຕັ້ງປະຕິບັດ ຜ່ານວິທີທາງໄດ້ບໍ່ (ໂດຍປາດສະຈາກ ການຊ່ວຍເຫຼືອ ຈາກພາກສ່ວນພາຍນອກ)?
- ແມ່ນ
ຖ້າ ໄດ້, ອະທິບາຍເຫດຜົນ:
ກຸ່ມເຮັດນາ ແລະ ກອງທືນສັດ ຍັງສືບຕໍ່່ກິດຈະກຳຢູ່ ແລະ ສຳລັບກິດຈະກຳນ້ຳບາດານ, ນ້ຳລີນ, ໂຮງຮຽນ, ເສັ້ນທາງ ແມ່ນຕ້ອງໄດ້ຍາດແຍ່ງເອົາການຊ່ວຍເຫຼືອຈາກໂຄງການຮ່ວມມືຕ່າງໆ.
6.4 ຈຸດແຂງ / ຂໍ້ດີ ຂອງວິທີທາງ
ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ |
---|
ແຜນຈັດຕັ້ງປະຕິບັດໂຄງການ ຕິດພັນກັບຍຸດທະສາດຂອງເມືອງ ແລະ ຄວາມຕ້ອງການຂອງຊຸມຊົນ |
ສ້າງຄວາມເຂົ້າໃຈໃນການຄຸ້ມຄອງໂຄງການ, ປະສານງານ ໃນແຕ່ລະລະດັບ. |
ການຕິດຕາມກິດຈະກຳແບບຕໍ່ເນື່ອງ ປະມານ 3-5ປີ |
ການປູກຈິດສຳນຶກໃຫ້ເຂົ້າໃຈລະອຽດ ເພື່ອການປະກອບສ່ວນໃນບັນດາກິດຈະກຳ |
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ |
---|
ການປະຕິບັດ ແມ່ນເແັນແບບມີສ່ວນຮ່ວມ ຕັ້ງແຕ່ຂະບວນການລິເລີ່ມ ຈົນຮອດ ການກວດກາຕິດຕາມ |
ການສົ່ງເສີມໄປຕາມຂະແໜງການທີ່ກ່ຽວຂ້ອງ |
ສຶກສາປະເມີນຜົນລະອຽດ ເພື່ອສ້າງຄວາມສາມາດໃນການຂື້ນແຜນ ສະນອງອຸປະກອນ, ລົດ, ມີພະນັກງານຢູ່ຂັ້ນບ້ານປະຈຳຢ່າງເປັນປົກກະຕິ |
6.5 ຈຸດອ່ອນ / ຂໍ້ເສຍຂອງແນວທາງ ແລະ ວິທີການແກ້ໄຂໃຫ້ເຂົາເຈົ້າ
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມູມມອງຂອງຜູ້ນໍາໃຊ້ທີ່ດິນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ຄວາມຮູ້ ຄວາມສາມາດຂອງວິຊາການບໍ່ທັນຫຼາຍ | ຝຶກອົບຮົມຄວາມຮູ້ ແລະ ທັກສະທາງດ້ານເຕັກນິກວິຊາການໃຫ້ຫຼາຍຂື້ນ ແລະ ມີຄວາມຫຼາກຫຼາຍ |
ຄວາມຮູ້ຂອງປະຊາຊົນ ຂາດໂຕນຈາກນັກວິຊາການ ມີຄວາມຕ່າງລະດັບກັນຫຼາຍ. ເຮັດໃຫ້ການສ້າງຄວາມເຂົ້າໃຈເຊີ່ງກັນແລະກັນ ມີຄວາມຫຍຸ້ງຍາກ | ຝຶກກັບທີ່, ໃຊ້ສື່ທາງ Video ໃນການສື່ສານ ຈະຊ່ວຍໃຫ້ເຂົ້າໃຈໄວຂຶ້ນ |
ມີຄວາມເຄີຍຊີນໃນການເອື່ອຍອີງ ໂຄງການ ຫຼື ລັດຖະບານໃນການຈັດຕັ້ງປະຕິບັດ | |
ຮີດຄອງປະເພນິມີບາງດ້ານຍັງກົດໜ່ວງການພັດທະນາ | ສະເໜີໃຫ້ປູກຈິດສຳນຶກທາງດ້ານແນວໂຮມ ໃນການປູກລະດົມແນວຄິດປະຊາຊົນ |
ຈຸດອ່ອນ ຫຼື ຂໍ້ເສຍ ຫຼື ຄວາມສ່ຽງ ໃນມຸມມອງຂອງ ຜູ້ສັງລວມຂໍ້ມູນ ຫຼື ບັນດາຜູ້ຕອບແບບສອບຖາມ | ມີວິທີການແກ້ໄຂຄືແນວໃດ? |
---|---|
ບໍ່ມີງົບປະມານໃນການລົງຕິດຕາມປະເມີນຜົນຕົວຈີງ | |
ຂາດການສົ່ງຄືນເງີນ, ສັດ ໃຫ້ແກ່ກອງທືນ ເພື່ອໃຫ້ຄອບຄົວອື່ນ | ຕ້ອງເຮັດສັນຍາໃຫ້ຮັດກຸມ ແລະ ປັບປຸງຕະນະກຳມະການຄືນໃໝ່ |
ສະໜອງອຸປະກອນຊັກຊ້າ | |
ການມອບໂອນໜ້າທີ່ໃຫ້ຜູ້ທີ່ບໍ່ມີຄວາມສາມາດພຽງພໍ | ມອບໃຫ້ທາງເມືອງຈັດຕັ້ງປະຕິບັດ |
7. ເອກກະສານອ້າງອີງ ແລະ ຂໍ້ມູນການເຊື່ອມໂຍງ
7.1 ວິທີການ / ແຫຼ່ງຂໍ້ມູນ
- ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ
1 ຄັ້ງ
- ການສໍາພາດ ຜູ້ນໍາໃຊ້ທີ່ດິນ
2 ຄົນ
- ສໍາພາດ ຊ່ຽວຊານ ການຄຸ້ມຄອງ ດິນແບບຍືນຍົງ
1 ຄົນ
ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ
ຂະຫຍາຍທັງໝົດ ຍຸບທັງໝົດການເຊື່ອມຕໍ່
ບໍ່ມີຂໍ້ມູນການເຊື່ອມຕໍ່
ເນື້ອໃນ
ບໍ່ມີເນື້ອໃນ