ເຕັກນິກການປູກໄມ້ໄຜ່ ເພື່ອປ້ອງກັນດິນເຈື່ອນ [ລາວ]
- ການສ້າງ:
- ປັບປູງ:
- ຜູ້ສັງລວມຂໍ້ມູນ: kang phanvongsa
- ບັນນາທິການ: kang phanvongsa, anousit namsena, Pasalath Khounsy, Bounthanom Bouahom, Chanvilay phalivong
- ຜູ້ທົບທວນຄືນ: viengsavanh phimphachanhvongsod, Nicole Harari, Stephanie Jaquet
ເຕັກນິກການປູກໄມ້ໄຜ່ ເພື່ອປ້ອງກັນດິນເຈື່ອນ
technologies_2251 - ລາວ
ເບິ່ງພາກສ່ວນ
ຂະຫຍາຍທັງໝົດ ຍຸບທັງໝົດ1. ຂໍ້ມູນທົ່ວໄປ
1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ
ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()
ຜູ້ນໍາໃຊ້ທີ່ດິນ:
ກຸນທິສັກ ທ້າວ. ຈັນສະໄຫມ
02055948049
ບ້ານ ວົງສຳພັນ, ເມືອງພູວົງ ແຂວງ ອັດຕະປື
ລາວ
ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)
ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?
16/05/2017
ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:
ແມ່ນ
1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ
ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :
ບໍ່ແມ່ນ
2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ
ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:
ເຕັກນິກ ປູກໄມ້ສ້າງໄພ ເພື່ອປ້ອງກັນ ການເຊາະເຈື່ອນຂອງດິນ ລຽບຕາມແຄມນ້ຳຫ້ວຍເພາະຮາກຂອງຕົ້ນໄຜຍາວ ສາມາດຍnດເກາະດິນ ເນື່ອ ງຈາກໃນຊ່ວງລະດູຝົນເຮັດໃຫ້ນ້ຳຫ້ວຍ ມີລະດັບນ້ຳສູງຂື້ນ ແລະ ໄຫຼແຮງ ສົ່ງຜົນເຮັດໃຫ້ຕາຝັ່ງແຄມນ້ຳເຊາະເຈື່ອນ
2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ
ການພັນລະນາ:
ໃນຊ່ວງລະດູຝົນ ເມື່ອລະດັບນ້ໍາເພີ່ມສູງ ແລະ ຄວາມໄວຂອງການໄຫລຂອງນ້ໍາແຮງ, ໄມ້ສ້າງໄຜ່ (Bambusa oldhamii ) ໄດ້ຖືກຄັດເລືອກ ທີ່ຈະປູກຕາມແຄມນ້ຳ ແມ່ນ ຍ້ອນລະບົບຮາກເລິກເຊິ່ງມີປະສິດທິພາບ ໃນການເກາະດິນ ໂດຍສະເພາະຄວບຄຸມການເຊາະເຈື່ອນດິນຕາມແຄມແມ່ນ້ໍາ.ນັບຕັ້ງແຕ່ເດືອນ 7-10 ຢູ່ທີ່ບ້ານ ວັງຍາງ ( ເມືອງ ພູວົງ, ແຂວງອັດຕະປື ) ມັກຈະມີຝົນຕົກໜັກ ສະເລ່ຍປະລິມານນ້ຳຝົນ 2,500-3,000 ມມ/ປີ (ແຫຼ່ງຂໍ້ມູນຈາກຫ້ອງການອຸຕຸນິຍົມ ເມືອງພູວົງ) ສົ່ງຜົນເຮັດໃຫ້ດິນແຄມຫ້ວຍ ເກີດມີການເຊາະເຈ່ືອນ ຊ່ືງແຕ່ລະປີໄດ້ມີການຂະຫຍາຍ ຄວາມກ້ວາງ ຂອງຮ່ອງນ້ຳ ຫ້ວຍອອກໄປເລື້ອຍໆ ນັບຕັ້ງແຕ່ອະດີດ ຈົນມາຮອດປະຈຸບັນ ສັງເກດເຫັນໄດ້ວ່າ ດິນແຄມຕາຝັ່ງເຈື່ອນໄປແລ້ວ ປະມານ 2 ມ, ເຮັດໃຫ້ ຜູ້ນຳໃຊ້ທີ່ດິນ ສູນເສຍເນື້ອທີ່ດິນທຳການຜະລິດກະສິກຳ ຊື່ງດິນຕອນນີ້ເມ່ືອກ່ອນແມ່ນໄດ້ມີການປູກກ້ວຍ ແລະ ອ້ອຍໃກ້ກັບນ້ຳຫ້ວຍ. ເພື່ອຕອບໂຈ້ການເຊາະເຈື່ອນ ຜູ້ນຳໃຊ້ທີ່ດິນ ໄດ້ເລີ່ມປູກໄມ້ໄຜ່ ໃນປີ 2007 ຊື່ງການປູກໄມ້ໄຜ່ຊະນິດນີ້ ຜູ້ນຳໃຊ້ທີ່ດິນ ໄດ້ສັງເກດເຫັນ ໄມ້ໄຜ່ປ່າ ທີ່ເກີດຂື້ນຕາມທຳມະຊາດ ທີ່
ກົງກັນຂ້າມ ກັບດິນໂຕເອງ ວ່າດິນມີການເຊາະເຈ່ືອນຫນ້ອຍເພາະ ຮາກຝອຍຂອງໄມ້ໄຜ່ ສາມາດຍືດເກາະດິນໄດ້ເປັນຢ່າງດີ ໃນບໍລິເວນແຄມຫ້ວຍ. ສະນັ້ນ, ທາງຜູ້ນຳໃຊ້ທີ່ດິນ ຈື່ງມີແນວຄິດລິເລີ່ມ ຢາກປູກໄມ້ໄຜ່ສ້າງໄຜ່ ແທນໄມ້ໄຜ່ປ່າ ຍ້ອນວ່າລຳຂອງໄມ້ສ້າງໄຜ່ປແມ່ນ ມີໜາມໜອ້ຍກ່ວາ ແລະ ໜໍ່ໄມ້ ກໍແຊບ (ເພື່ອນຳໃຊ້ ແລະ ບໍລິໂພກໃນຄອບຄົວ ) ເມື່ອທຽບກັບໄມ້ໄຜ່ປ່າ. ຊື່ງຂັ້ນຕອນ ແລະ ວິທີການ ໃນການເຮັດເຕັກນິກດັ່ງກ່າວນີ້ແມ່ນ:
1. ການເລືອກສະຖານທີ່ ປູກ ແມ່ນ ເລືອກເອົາດິນບໍລິເວນ ແຄມຫ້ວຍບ່ອນທີ່ ມີຄວາມສ່ຽງ ທີ່ ຈະເກີດການເຊາະເຈ່ືອນ, ໄມ້ໄຜ່ ຄວນປູກ ຫ່າງຈາກ ແຄມນ້ຳ ປະມານ 3 ແມັດ. ການຈະເລີນເຕີບໂຕຂອງໄມ້ສ້າງໄຜ່ ຈະຊ່ວຍປ້ອງກັນດິນເຈື່ອນຕາມແຄມຝັ່ງ.
2. ການກຽມພື້ນທີ່ປູກແມ່ນໄດ້ຖາກຖາງອານາໄມ ເສຍຫຍ້າພື້ນທີ່ ທີ່ຈະປູກໄມ້ໄຜ່ ຊ່ືງໃກ້ກັບແຄມຫ້ວຍ.
3.ການກະກຽມແນວພັນໄມ້ໄຜ່ (ໄມ້ສ້າງໄພ) ແມ່ນ ຊອກຂູດເອົາເຫງົ້າ ທີ່ມີຮາກ ຊື່ງຫາເອົາຕາມທ້ອງຖິ່ນ ປະມານ 120 ລຳ, ອາຍູເກືອບ 1 ປີ, ຊ່ືງຕັດຄວາມສູງໃຫ້ໄດ້ມານ 60-70 ຊມ ແລະ ຈົງຮາກໄວ້.
4.ການຂຸດຂຸມເພ່ືອປູກໄມ້ໄຜ້ ຂະໜາດ 50ຊມ x 50ຊມ, ໄລຍະຫ່າງ ລະຫວ່າງຂຸມຕ່ໍຂຸມ 5ມ ເມື່ອເຫງັ້າໄມ້ໄຜ່ມີການຂະຫຍາຍໂຕ ມັນຈະຄວບຄຸມພື້ນທີ່ ໄລຍະຫ່າງທີ່ຈົ່ງໄວ້, ຫຼັງຈາກນັ້ນ ກໍ່ນຳເອົາ 2-3 ເຫງົ້າໄມ້ໄຜ່ ລົງໄປປູກ (2-3 ເຫງົ້າ/ຂຸມ) ຈາກນັ້ນກ່ໍຫົດນ້ຳ ໃຊ້ເວລາໃນການປູກພາຍໃນໜ່ືງວັນ.
ຊວງເວລາໃນການປູກ ແມ່ນ ຈະເລີ່ມໃນເດືອນ 1 ຊ່ືງເປັນຊ່ວງລະດູແລ້ງ ເຫມາະສົມຕ່ໍການປູກໄມ້ໄຜ່ ເພາະຈະເຮັດໃຫ້ຮາກໄມ້ໄຜ່ຈັບດິນໄວ ກວ່າລະດູຝົນ ຍ້ອນລະດູຝົນ ຈະເຮັດໃຫ້ດິນອົມນ້ຳຫຼາຍເກີນໄປ ເຮັດໃຫ້ຮາກໄມ້ໄຜ່ເນົ່າເປ່ືອຍຕາຍ ແລະ ມີຄວາມສ່ຽງຕ່ໍການເຊາະເຈ່ືອນ, ການຫົດນ້ຳແມ່ນຫົດ 2 ຄັ້ງ/ອາທິດ ຈົນໄມ້ໄຜ່ທີ່ ປູກຕິດກັບດິນ.ພາຍຫຼັງທີ່ ປູກຕິດດິນແລ້ວ ໃນຊ່ວງໄລຍະ 1 ປີທຳອິດ ຕົ້ນໄມ້ໄຜ່ ແມ່ນ ຈະຂະຫຍາຍຕົວອອກ 4-5ໜໍ່ ຊື່ງປີທຳອິດ ແມ່ນ ບໍ່ທັນສາມາດຍືດເກາະດິນແຄມຫ້ວຍໄດ້ດີເທົ່າທີຄວນ,
ຈາກນັ້ນ ເມື່ອໄມ້ໄຜ່ອາຍຸໄດ້ 2-3 ປີ ແມ່ນມີການຂະຫຍາຍໜໍ່ເພີ່ມຂື້ນ 2-3 ເທົ່າຂອງປີທຳອິດ ເຮັດໃຫ້ຮາກຝອຍຂອງໄມ້ໄຜ່ມີຈຳນວນຫຼາຍຂ້ືນ ສາມາດຍືດເກາະ ແລະ ປ້ອງກັນການເຊາະເຈື່ອນຂອງດິນແຄມຫ້ວຍໃນເວລາທີ່ ນ້ຳມີປະລິມານສູງ ເມື່ອໄມ້ໄຜ້ມີອາຍຸຫຼາຍປີເທົ່າໃດ ຍິ່ງເຮັດໃຫ້ໄມ້ໄຜ່ສາມາດປ້ອງກັນ ການເຊາະເຈື່ອນຂອງຕາຝັ່ງໄດ້ດີ.
ນອກຈາກນີ້ ໄມ້ໄຜ່ຍັງມີຜົນປະໂຫຍດ ໃນການສ້າງລາຍຮັບໃຫ້ແກ່ຜູ້ນຳໃຊ້ທີ່ດິນ ຄືສາມາດເກັບໜໍ່ໄມ້ມາບໍລິໂພກ ແລະ ຂາຍໄດ້, ສ່ວນ ລຳໄມ້ໄຜ່ ແມ່ນເອົາໄປຂາຍ ຫືຼ ວ່າເອົາມາເຮັດເຄ່ືອງຫັດຖະກຳຈັກສານຕ່າງໆກໍໄດ້. ຫຼັງຈາກທີ່ ປູກໄມ້ໄຜ່ມາເປັນເວລາຫຼາຍປີແລ້ວທາງຜູ້ນຳໃຊ້ທີ່ ດິນໄດ້ເຫັນເຖິງຜົນປະໂຫຍດ ຂອງການປູກໄມ້ໄຜ່ວ່າມີຜົນດີຫຼາຍຢ່າງ ເມື່ອທຽບໃສ່ກ່ອນທີ່ຍັງບໍ່ທັນປູກໄມ້ໄຜ່, ຫຼັງຈາກປູກຈະເຫັນໄດ້ວ່າ ຮາກຂອງໄມ້ໄຜ່ ແມ່ນ ສາມາດຍືດເກາະດິນ ບໍ່ໃຫ້ດິນເຊາະເຈື່ອນ ໃນເວລາທີ່ ນ້ຳໄຫຼແຮງ ແລະ ເວລາທີ່
ນ້ຳ ມີປະລິມານທີ່ສູງຂ້ືນໄດ້ດີ, ສ່ວນໜ່ໍໄມ້ ແລະ ລຳໄມ້ໄຜ່ ແມ່ນສາມາດ ນຳມາໃຊ້ໃຫ້ເກີດປະໂຫຍດຕ່າງໆໄດ້ ແລະ ໃບໄມ້ໄຜ່ ແມ່ນສາມາດນຳມາເຮັດເປັນຝຸ່ນໄດ້ອິກດ້ວຍ, ສະນັ້ນ ເຈົ້າຂອງດິນຈື່ງມີຄວາມສຸກຄວາມພໍໃຈຫຼາຍ ທີ່ໄດ້ປູກໄມ້ໄຜ່ນີ້ ແລະ ຢາກແນະນຳ ໃຫ້ແກ່ເພ່ືອນບ້ານທີ່ ມີດິນຕິດແຄມຫ້ວຍຄືຕົນ ໄດ້ຮັບຮູ້ເຖິງຜົນປະໂຫຍດ ຂອງການປູກໄມ້ໄຜ້ ໃສ່ບໍລິເວນແຄມຫ້ວຍ.
ເຖິງຢ່າງໃດກໍຕາມ, ຈຸດອ່ອນ ຂອງການປູກໄມ້ໃຜ່ ແມ່ນຮົກເຮື້ອ ເກີດມີຍຸງ, ງູ ແລະ ສັດຕ່າງໆຊື່ງຕ້ອງໄດ້ເອົາໃຈໃສ່ ໃນການອານາໄມ.
2.3 ຮູບພາບຂອງເຕັກໂນໂລຢີ
2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ
ປະເທດ:
ລາວ
ພາກພື້ນ / ລັດ / ແຂວງ:
ເມືອງພູວົງ ແຂວງອັດຕະປື
ຂໍ້ມູນເພີ່ມເຕີມຂອງສະຖານທີ່:
ບ້ານ ວັງຍາງ
Map
×2.6 ວັນທີໃນການຈັດຕັ້ງປະຕິບັດ
ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:
2007
ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
- ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)
2.7 ການນໍາສະເໜີ ເຕັກໂນໂລຢີ
ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
- ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ
3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ
3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ
- ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
- ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ
- ປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ແລະ ຜົນກະທົບ
3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້
ດິນທີ່ປູກພືດ
- ພືດຢືນຕົ້ນ (ບໍ່ແມ່ນໄມ້)
ທິດທາງໄຫຼຂອງນໍ້າ, ນໍ້າ, ດິນທາມ
- ທໍ່ລະບາຍນໍ້າ, ທິດທາງນໍ້າ
3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ
ອື່ນໆ (ຕົວຢ່າງ, ຫຼັງຈາກນໍ້າຖ້ວມ):
- ນ້ຳຫ້ວຍ
ຈໍານວນ ລະດູການ ປູກໃນປີໜຶ່ງ:
- 1
3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ
- ການຄຸ້ມຄອງນໍ້າໜ້າດິນ (ນ້ຳຈາກພຸ, ແມ່ນໍ້າ, ທະເລສາບ, ທະເລ)
- ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດ ບົນພື້ນຖານລະບົບນິເວດ
3.5 ການຂະຫຍາຍເຕັກໂນໂລຢີ
ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
- ນໍາໃຊ້ໃນຈຸດສະເພາະ / ແນໃສ່ນໍາໃຊ້ໃນພື້ນທີ່ຂະໜາດນ້ອຍ
3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ
ມາດຕະການ ທາງດ້ານພືດພັນ
- V2: ຫຍ້າ ແລະ ພືດສະໝູນໄພທີ່ເປັນໄມ້ຢືນຕົ້ນ
3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ
ດິນເຊາະເຈື່ອນ ໂດຍນໍ້າ
- Wr: ແຄມຕາຝັ່ງເຈື່ອນ
3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ
ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
- ຫຼຸດຜ່ອນການເຊື່ອມໂຊມຂອງດິນ
4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ
4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ
4.2 ການແຕ້ມແຜນວາດອະທິບາຍເຕັກນິກ
ເຕັກນິກການປູກໄມ້ໄຜ່ ເພື່ອປ້ອງກັນດິນເຈື່ອນ ບ່ອນທີ່ເຮັດເຕັກນິກດັ່ງກ່າວແມ່ນຕິດກັບຫົນທາງຊື່ງຈະເຫັນໄດ້ຄືໃນຮູບ, ອີງຕາມຮູບພາບ, ຝາກເບື້ອງທີ່ໃກ້ກັບເຮືອນແມ່ນໄມ້ໄຜ່ທີ່ປູກ ສ່ວນອິກຝາກຂອງຫ້ວຍແມ່ນໄມ້ທີ່ເກີດຂື້ນຕາມທຳມະຊາດ. ຂະໜາດການປູກໄມ້ໄຜ່ລະຫວ່າງຕົ້ນຕໍ່ຕົນແມ່ນ 5x5m, ຄວາມເລິກໃນການຂຸດຂຸມປູກແມ່ນ 50x50cm, ດິນທີ່ເຮັດເຕັກນິກແມ່ນເປັນດິນຮາບພຽງ ແລະ ຕິດກັບດິນແຄມຫ້ວຍ
4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ
ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
- ຕໍ່ຫົວໜ່ວຍ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ລະບຸປະລິມານ, ຄວາມຍາວ ແລະ ອື່ນໆ (ຖ້າຫາກວ່າກ່ຽວຂ້ອງ):
200 ແມັດ
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):
ກີບ
ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:
8000.0
ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:
50000
4.4 ການສ້າງຕັ້ງກິດຈະກໍາ
ກິດຈະກໍາ | ປະເພດ ມາດຕະການ | ໄລຍະເວລາ | |
---|---|---|---|
1. | ເກັບລວບລວມເຫງົ້າໄມ້ໄຜ່ | ການຈັດການຄຸ້ມຄອງ | ເດືອນ12 |
2. | ການກະກຽມພື້ນທີ່ ການປູກ | ໂຄງສ້າງ | ເດືອນ12 |
3. | ຂຸດຂຸມ | ພືດ | ເດືອນ1 |
4. | ການປູກ | ພືດ | ເດືອນ1 |
5. | ຫົດນ້ຳ | ການຈັດການຄຸ້ມຄອງ |
4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານໃນຄອບຄົວ | ຄົນ/ວັນ | 5.0 | 50000.0 | 250000.0 | 100.0 |
ອຸປະກອນ | ຈົກ | ດວງ | 3.0 | 50000.0 | 150000.0 | 100.0 |
ອຸປະກອນ | ພ້າ | ດວງ | 3.0 | 35000.0 | 105000.0 | 100.0 |
ອຸປະກອນ | ຊ້ວນ | ດວງ | 2.0 | 25000.0 | 50000.0 | 100.0 |
ວັດສະດຸໃນການປູກ | ເຫງົ້າໄມ້ສ້າງໄຜ່ | ເຫງົ້າ | 120.0 | 3000.0 | 360000.0 | 100.0 |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ | 915000.0 |
4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ
ກິດຈະກໍາ | ປະເພດ ມາດຕະການ | ໄລຍະເວລາ / ຄວາມຖີ່ | |
---|---|---|---|
1. | ເສຍຫ້ຍາກ້ອງກໍໄຜ່ | ການຈັດການຄຸ້ມຄອງ | 1ຄັ້ງ/ເດືອນ |
2. | ປູກແທນຄືນ | ການຈັດການຄຸ້ມຄອງ | ປີລະຄັ້ງ |
4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານໃນຄອບຄົວ | ຄົນ/ວັນ | 1.0 | 50000.0 | 50000.0 | 100.0 |
ວັດສະດຸໃນການປູກ | ເຫງົ້າໄມ້ສ້າງໄຜ່ | ເຫງົ້າ | 5.0 | 3000.0 | 15000.0 | 100.0 |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ | 65000.0 |
5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ
5.1 ອາກາດ
ປະລິມານນໍ້າຝົນປະຈໍາປີ
- < 250 ມີລິແມັດ
- 251-500 ມີລິແມັດ
- 501-750 ມີລິແມັດ
- 751-1,000 ມີລິແມັດ
- 1,001-1,500 ມີລິແມັດ
- 1,501-2,000 ມີລິແມັດ
- 2,001-3,000 ມີລິແມັດ
- 3,001-4,000 ມີລິແມັດ
- > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):
1500.00
ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:
ລະດູຝົນ ແມ່ນ ຝົນຕົກໜ້ອຍສຸດ ໃນເດືອນມັງກອນ. ຫຼາຍທີ່ສຸດ ແມ່ນ ໃນເດືອນ ກໍລະກົດຫາ ເດືອນຕຸລາ, ໂດຍສະເລ່ຍແມ່ນ 566 ມມໃນຊ່ວງນັ້ນ
ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:
ຫ້ອງການຊັບພະຍາກອນທຳຊາດ ແລະ ສີ່ງແວດລ້ອມ ເມືອງພູວົງ ແຂວງອັດຕະປື
ເຂດສະພາບອາກາດກະສິກໍາ
- ເຄີ່ງຄວາມຊຸ່ມ
5.2 ພູມິປະເທດ
ຄ່າສະເລ່ຍ ຄວາມຄ້ອຍຊັນ:
- ພື້ນທີ່ຮາບພຽງ (0-2%)
- ອ່ອນ (3-5 %)
- ປານກາງ (6-10 %)
- ມ້ວນ (11-15 %)
- ເນີນ(16-30%)
- ໍຊັນ (31-60%)
- ຊັນຫຼາຍ (>60%)
ຮູບແບບຂອງດິນ:
- ພູພຽງ / ທົ່ງພຽງ
- ສັນພູ
- ເປີ້ນພູ
- ເນີນພູ
- ຕີນພູ
- ຮ່ອມພູ
ເຂດລະດັບສູງ:
- 0-100 ແມັດ a.s.l.
- 101-500 ແມັດ a.s.l.
- 501-1,000 ແມັດ a.s.l.
- 1,001-1,500 ແມັດ a.s.l.
- 1,501-2,000 ແມັດ a.s.l.
- 2,001-2,500 ແມັດ a.s.l.
- 2,501-3,000 ແມັດ a.s.l.
- 3,001-4,000 ແມັດ a.s.l.
- > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
- ບໍ່ກ່ຽວຂ້ອງ
5.3 ດິນ
ຄວາມເລິກ ຂອງດິນສະເລ່ຍ:
- ຕື້ນຫຼາຍ (0-20 ຊັງຕີແມັດ)
- ຕື້ນ (21-50 ຊຕມ)
- ເລີກປານກາງ (51-80 ຊຕມ)
- ເລິກ (81-120 ຊມ)
- ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
- ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
- ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
- ປານກາງ (1-3 %)
5.4 ມີນໍ້າ ແລະ ຄຸນນະພາບ
ລະດັບ ນໍ້າໃຕ້ດິນ:
< 5 ແມັດ
ການມີນໍ້າ ເທິງໜ້າດິນ:
ດີ
ຄຸນນະພາບນໍ້າ (ບໍ່ມີການບໍາບັດ):
ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)
ມີບັນຫາ ກ່ຽວກັບນໍ້າເຄັມບໍ່?
ບໍ່ແມ່ນ
ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?
ແມ່ນ
ເປັນປົກກະຕິ:
ຕອນ
5.5 ຊີວະນາໆພັນ
ຄວາມຫຼາກຫຼາຍ ທາງສາຍພັນ:
- ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
- ປານກາງ
5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ
ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
- ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
- ກຸ້ມຕົນເອງ (ພໍພຽງ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
- > 50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
- ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
- ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
- ການໃຊ້ແຮງງານຄົນ
ເພດ:
- ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
- ໄວກາງຄົນ
5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ
- <0.5 ເຮັກຕາ
- 0.5-1 ເຮັກຕາ
- 1-2 ເຮັກຕາ
- 2-5 ເຮັກຕາ
- 5-15 ເຮັກຕາ
- 15-50 ເຮັກຕາ
- 50-100 ເຮັກຕາ
- 100-500 ເຮັກຕາ
- 500-1,000 ເຮັກຕາ
- 1,000-10,000 ເຮັກຕາ
- > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
- ຂະໜາດນ້ອຍ
5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ
ເຈົ້າຂອງດິນ:
- ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
- ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
- ເປີດກວ້າງ (ບໍ່ມີການຈັດຕັ້ງ)
5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ສຸຂະພາບ:
- ທຸກຍາກ
- ປານກາງ
- ດີ
ການສຶກສາ:
- ທຸກຍາກ
- ປານກາງ
- ດີ
ການຊ່ວຍເຫຼືອ ດ້ານວິຊາການ:
- ທຸກຍາກ
- ປານກາງ
- ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
- ທຸກຍາກ
- ປານກາງ
- ດີ
ຕະຫຼາດ:
- ທຸກຍາກ
- ປານກາງ
- ດີ
ພະລັງງານ:
- ທຸກຍາກ
- ປານກາງ
- ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
- ທຸກຍາກ
- ປານກາງ
- ດີ
ການດື່ມນໍ້າ ແລະ ສຸຂາພິບານ:
- ທຸກຍາກ
- ປານກາງ
- ດີ
ການບໍລິການ ທາງດ້ານການເງິນ:
- ທຸກຍາກ
- ປານກາງ
- ດີ
6. ຜົນກະທົບ ແລະ ລາຍງານສະຫຼຸບ
6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ຜົນກະທົບທາງເສດຖະກິດສັງຄົມ
ການຜະລິດ
ເນື້ອທີ່ການຜະລິດ
ຄວາມຄິດເຫັນ / ລະບຸແຈ້ງ:
ພື້ນທີ່ການຜະລິດ ກ່ອນທີ່ຈະປູກໄມ້ໄຜ່ພື້ນທີ່ ການຜະລິດໄດ້ຮັບຄວາມເສຍຫາຍເທ່ືອລະກ້າວໂດຍການເຊາະເຈ່ືອນຂອງນ້ໍາຖ້ວມ, ຫຼັງຈາກໄມ້ໄຜ່ຖືກປູກແລ້ວ, ການສູນເສຍພື້ນທີ່ຜະລິດໄດ້ຫຸຼດຫນ້ອຍລົງ
ລາຍໄດ້ ແລະ ຄ່າໃຊ້ຈ່າຍ
ມີວຽກໜັກ
ຄວາມຄິດເຫັນ / ລະບຸແຈ້ງ:
ນອກເຫນືອໄປຈາກກິດຈະກໍາກະສິກໍາ ຊາວກະສິກອນຕ້ອງຮັກສາໄມ້ໄຜ່ຂອງພວກເຂົາ (ຕັດລໍາຕົ້ນ,ຫຍ້າ) ຖ້າບໍ່ດັ່ງນັ້ນມັນຈະເຕີບໃຫຍ່ ແລະ ຍາກທີ່ຈະກ້າວໄປຫາການເກັບກ່ຽວຫນໍ່ຫຼືລໍາຕົ້ນ
ຜົນກະທົບດ້ານວັດທະນາທໍາສັງຄົມ
ໂອກາດ ໃນການພັກຜ່ອນຢ່ອນໃຈ
ຄວາມຄິດເຫັນ / ລະບຸແຈ້ງ:
ໄມ້ໄຜ່ສາມາດສະຫນອງສະຖານທີ່ ຜ່ອນຄາຍຕາມແຄມນ້ໍາ ສໍາລັບການກິນເຂົ້າປ່າ ຫຼື ການຫາປາ
ຜົນກະທົບຕໍ່ລະບົບນິເວດ
ດິນ
ການສູນເສຍດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ການສູນເສຍຂອງດິນກ່ອນຫນ້ານີ້: ການສູນເສຍດິນໂດຍການເຊາະເຈ່ືອນຂອງນ້ໍາ; ຫັຼງຈາກໄມ້ໄຜ່ຖືກປູກແລ້ວດິນກໍ່ຖືກປ້ອງກັນໂດຍລະບົບຮາກໄຜ່
ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ
ການເຊາະເຈື່ອນຂອງດິນ / ຊາກສະລະຫະພັງ
ຄວາມຄິດເຫັນ / ລະບຸແຈ້ງ:
ດິນເຈື່ອນ / ເສດຕະກອນ ໃນອະດີດການສູນເສຍທີ່ດິນຕາມຝັ່ງປະມານ 2 ແມັດ ຫຼັງຈາກໄມ້ໄຜ່ໄດ້ຖືກປູກແລ້ວບໍ່ມີດິນໄຖືກສູນເສຍໃນເຂດພື້ນທີ່ປ້ອງກັນ
6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ
ການທັບຖົມ ຂອງດິນຕະກອນ ຢູ່ເຂດລຸ່ມນໍ້າ
ຄວາມຄິດເຫັນ / ລະບຸແຈ້ງ:
ການຕົກຕະກອນ ຢູ່ພື້ນທີ່ລຸ່ມແມ່ນ້ຳ ແມ່ນ ຫຸຼດລົງເນ່ືອງຈາກດິນຖືກລົບກວນຫນ້ອຍ
6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ | ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ | ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|---|---|
ປະລິມານນໍ້າຝົນຕາມລະດູການ | ຄວາມຊຸ່ມ / ລະດູຝົນ | ຫຼຸດລົງ | ປານກາງ |
6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງລົບເລັກນ້ອຍ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກ
ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ປານກາງ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກເລັກນ້ອຍ
6.5 ການປັບຕົວຮັບເອົາເຕັກໂນໂລຢີ
- 1-10%
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
- 90-100%
6.6 ການປັບຕົວ
ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?
ບໍ່ແມ່ນ
6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ
ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ |
---|
ສາມາດປ້ອງກັນການເຊາະເຈື່ອນຂອງດິນໄດ້ |
ສາມາດບໍລິໂພກໜໍ່ໄມ້ໄດ້ ແລະ ຂາຍໄດ້, ສາມາດຂາຍລຳໄມ້ໄຜ່ເພື່ອໄປເຮັດເຄື່ອງຈັກສານຕ່າງໆໄດ້ |
ປັບປຸງຈຸລິນຊີທີ່ມີຊີວິດຢູ່ໃນເຂດ ເຫງົ້າ (ມີການແລກປ່ຽນທາງຊີວະພາບສູງ ແລະມີທາດອາຫານສູງ) ຂອງລະບົບຮາກ |
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ |
---|
ໄມ້ໄຜ່ມີຈໍານວນຮາກ ຫລາຍເຊິ່ງຊ່ວຍ ໃຫ້ມີການເຊື່ອມຕໍ່ກັບດິນໄດ້ຢ່າງມີປະສິດທິຜົນ |
6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ໃນເວລາ ທີກໍໄຜ່ໃຫຍ່ເປັນພຸ້ມ ມັນຈະເປັນບ່ອນອາໄສຂອງ ຍູ່ງ ແລະ ງູ | ຕ້ອງໄດ້ອານາໄມ ບໍລີເວນພູ່ມໄມ້ ເພື່ອບໍ່ໃຫ້ເປັນທີ່ຢູ່ຂອງສັດອັນຕະລາຍ |
ໃບໄມ້ໄຜ່ແຫ້ງລົ່ນລົງນ້ຳ ຈະເຮັດໃຫ້ນ້ຳເປືອນ ເກີດເປັນຕະກອນ ເຮັດໃຫ້ຜູ້ໃຊ້ນ້ຳທີ່ຢູ່ໄດ້ຮັບຜົນກະທົບ |
ກ່ອນທີ່ ໃບໄມ້ແຫ້ງຈະຕົກລົ່ນລົງຫ້ວຍ ຄວນຈະຕັດງ່າໃບທີ່ຕາຍ ຖິ້ມກ່ອນທີ່ຈະຕົກລົງສູ່ນ້ຳຫ້ວຍ |
7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່
7.1 ວິທີການ / ແຫຼ່ງຂໍ້ມູນ
- ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ
1 ຄັ້ງ
- ການສໍາພາດ ຜູ້ນໍາໃຊ້ທີ່ດິນ
1 ຄົນ
ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ
ຂະຫຍາຍທັງໝົດ ຍຸບທັງໝົດການເຊື່ອມຕໍ່
ບໍ່ມີຂໍ້ມູນການເຊື່ອມຕໍ່
ເນື້ອໃນ
ບໍ່ມີເນື້ອໃນ