ນີ້ແມ່ນສະບັບເກົ່າ, ກໍລະນີນີ້ ບໍ່ມີການເຄື່ອນໄຫວ. ໄປທີ່ສະບັບປະຈຸບັນ.
ເຕັກໂນໂລຢີ
​ຊັກ​ຊ້າ

ຂະບວນການຫັນປ່ຽນພື້ນທີ່ດິນນ້ຳຂັງ ເປັນໜອງລ້ຽງປາ [ລາວ]

ອາລຸ

technologies_2905 - ລາວ

ຄວາມສົມບູນ: 88%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ອິນເພັດ ອຳເທະ

030 9652090

ບ້ານ ອາສ້ອຍ ເມືອງສະໝ້ອຍ. ແຂວງ ສາລາວັນ

ລາວ

ຜູ້ນໍາໃຊ້ທີ່ດິນ:

ແກ້ວສົງເຮືອງ ຕຸລ້ານ

030 9565790

ບ້ານ ອາສ້ອຍ ເມືອງສະໝ້ອຍ. ແຂວງ ສາລາວັນ

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

04/07/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

ຄວາມຄິດເຫັນ:

ກ່ອນໜ້າທີ່ຈະສ້າງໜອງ ເຂດດັ່ງກ່າວເປັນດິນນາເຮື້ອ ນ້ຳຂັງ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ການຫັນປ່ຽນ ຈາກດິນທາມ ມາສ້າງໜອງ ເພື່ອລ້ຽງປາ ແລະ ເກັບກັກນໍ້າ ໄວ້ໃຊ້ເຂົ້າໃນການຜະລິດກະສິກາໍ

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

-ຊາວກະສິກອນ ຢູ່ບ້ານ ອາສ້ອຍ ທີ່ແຂວງ ສາລາວັນ ສປປ ລາວ ເຄີຍເຮັດນາປູກເຂົ້າມາກ່ອນ, ພາຍຫຼັງມີການສ້າງເສັ້ນທາງ ແລະ ໄດ້ວາງທໍ່ລະບາຍນ້ຳຈາກການສ້າງທາງ, ເຮັດໃຫ້ພື້ນທີ່ດັ່ງກ່າວ ມີລະດັບນ້ຳຫຼາຍຂ້ືນທຸກໆປີ ໂດຍສະເພາະ ແມ່ນ ລະດູຝົນ ລະຫວ່າງເດືອນສິງຫາ ຫາ ເດືອນຕຸລາ ຈະມີນຳ້ຖ້ວມໃນພື້ນທີ່ດັ່ງກ່າວ ເຊີ່ງເປັນສາເຫດທີເຮັດໃຫ້ ຜົນຜະລິດເຂົ້າ ຈາກການເຮັດນາບໍ່ໄດ້ຮັບຜົນດີ ແລະ ສົ່ງຜົນກະທົບຕໍ່ລາຍໄດ້ ຂອງຄອບຄົວຊາວກະສິກອນ.
ສະນັ້ນ, ໃນປີ 2005 ຄອບຄົວຊາວກະສິກອນຜູ້ນຳໃຊ້ດິນ ຈີ່ງມີແນວຄວາມຄິດລິເລີ່ມ ທີ່ຈະຫັນປ່ຽນພື້ນທີ່ດັ່ງກ່າວ ມາເປັນໜອງລ້ຽງປາ ເພາະວ່າພື້ນທີ່ນັ້ນ ເປັນພື້ນທີ່ຕໍ່າ ແລະ ຮາບພຽງລຸ່ມຕີນພູ ແລະ ດິນກໍ່ສາມາດເກັບຮັກສານ້ຳໄດ້ ຕະຫຼອດປີ.
ຈຸດປະສົງຫຼັກໃນການເຮັດເຕັກນິກ ຂຸດໜອງລ້ຽງປາດັ່ງກ່າວນັ້ນ ແມ່ນ ເພ່ືອເປັນການຫັນປ່ຽນ ຮູບແບບການນຳໃຊ້ພື້ນທີ່ດິນ ທີ່ບໍ່ສາມາດໃຊ້ເຂົ້າໃນການຜະລິດ ກະສິກຳໄດ້ (ການປູກເຂົ້າ), ຈື່ງຫັນປ່ຽນມາເປັນໜອງລ້ຽງປາ ເພື່ອການບໍລິໂພກຊີ້ນປາ ແລະ ສ້າງລາຍໄດ້ພາຍໃນຄອບຄົວ. ນອກນັ້ນການເຮັດໜອງລ້ຽງປາ ຍັງເປັນບ່ອນເກັບນ້ຳ ເພື່ອນຳໃຊ້ເຂົ້າໃນການຜະລິດກະສິກຳ ໃນລະດູແລ້ງເຊັ່ນ: ປູກພືດຜັກສວນຄົວ, ການປູກຫຍ້າອາຫານສັດ, ການປູກກ້ວຍ, ການປູກໄມ້ໄຜ່ຕາມຄັນຄູໜອງປາ. ໜອງລ້ຽງປາຍັງເປັນບ່ອນເກັບນ້ຳໃນການລ້ຽງສັດ ເຊັ່ນ: ງົວ, ຄວາຍ ແລະ ສັດປິກເປັນຕົ້ນ.
ອົງປະກອບຫຼັກ ວິທີການຈັດຕັ້ງປະຕິບັດເຕັກນິກດັ່ງກ່າວ ກ່ອນອ່ືນໝົດ ແມ່ນ ໃຊ້ແຮງງານຄົນເອົາໄມ້ແປ້ນ ແລະ ດິນດາກທີ່ມີຢູ່ຕາມບໍລິເວນນັ້ນ ມາຕັນຕາມໄມ້ແປ້ນທີ່ໄດ້ວາງຕັນທໍ່ຊີມັງ ຂະໜາດ 80 ຊັງຕິແມັດ ເປັນທໍ່ລະບາຍນ້ຳຂ້າງທາງ ບ່ອນທີ່ນ້ຳໄຫຼເຂົ້າເຂດພື້ນທີ່ດິນທາມ ເພື່ອບໍ່ໃຫ້ລະດັບນ້ຳໃນບືງເພີ່ມຂື້ນ, ຫຼັງຈາກນັ້ນກໍ່ໃຊ້ລົດຈົກ ຂຸດດິນໃນພື້ນທີ່ດັ່ງກ່າວ ເນື້ອທີ່ປະມານ 1.5 ເຮັກຕາ ມາຖົມເປັນຄັນຄູໜອງສູງ 2,5 ແມັດ, ກວ້າງ 2 ແມັດ ວິທີການຈົກໜອງ ແມ່ນ ອີງຕາມສະພາບຕົວຈິງຂອງພື້ນທີ່
ຊື່ງໃນພື້ນທີ່ ທີ່ໄດ້ໃຊ້ເຕັກນິກດັ່ງກ່າວ ແມ່ນໃຊ້ລົດຈົກ ໃຫ້ເປັນຮູບໂຕ L (ເພາະອີກ 2 ຂ້າງຂອງພື້ນທີ່ນັ້ນ ຂ້າງໜ່ື່ງແມ່ນຕິດກັບທາງ ແລະ ອີກຂ້າງໜື່ງເປັນປ່າຕົ້ນແປກ) ເຊິ່ງມີເນື້ອທີ່ທັງໝົດ 15,000 ຕາແມັດ, ຄວາມຍາວ 150 ແມັດ ແລະ ກວ້າງ 100 ແມັດ.
ຫຼັງຈາກສຳເລັດການຂຸດໜອງໃຫຍ່ແລ້ວ ກໍ່ນຳໃຊ້ລົດຈົກ ຂຸດດິນ ຂັ້ນເປັນໜອງຂະໜາດນ້ອຍ 2 ໜອງ, ໜອງທີ່ 1ມີເນື້ອທີ່ 2,000 ມ2 (20 x 100 ແມັດ) ແລະ ໜອງທີ່ 2 ມີເນື້ອທີ່ 3,000 ມ2 (30 x 100 ແມັດ) ແລະ ມີໜອງໃຫຍ່ 1 ໜອງ ມີເນື້ອທີ່ 10,000ມ2 (100 x 100 ແມັດ). ຫຼັງຈາກນັ້ນ, ກໍ່ວາງທໍ່ນ້ຳລົ້ນ ທໍ່ຊີມັງ ຂະໜາດ 40 ຊັງຕິແມັດ ຕາມຄັນຄູໜອງ ແຕ່ລະໜອງ ໂດຍມີຄວາມເລືກ 50 ຊັງຕີແມັດ ຈາກຄັນຄູ ເພ່ືອລະບາຍນ້ຳໃນແຕ່ລະໜອງ ແລະ ໜອງສຸດທ້າຍຈະລະບາຍນ້ຳອອກໃສ່ຫ້ວຍ.
ການບຳລຸງຮັກສາ ເຕັກນີກດັ່ງກ່າວ ສ່ວນໃຫ່ຍແລ້ວແມ່ນ ການຄາດຫຍ້າຂ້ືນຈາກໜອງ ໂດຍໃຊ້ແຮງງານຄົນ, ອະນາໄມຖາງຫຍ້າແຄມໜອງ, ສ້ອມແປງຄັນຄູໜອງ ບ່ອນທີ່ດິນຕາມຄູໜອງເຈ່ືອນ ໂດຍການໃຊ້ໄມ້ ແລະ ດິນທີ່ຫາໄດ້ຈາກທຳມະຊາດ ບໍລິເວນອອ້ມຂ້າງ ມາເຮັດເປັນຮາວ ເພ່ືອປ້ອງກັນດິນເຈ່ືອນ ໂດຍການສັກໄມ້ໃສ່ຕາມບໍລິເວນບ່ອນດິນເຈື່ອນແລ້ວເອົາດິນປົກຕາມໄມ້ຮາວນັ້ັນ ນອກນີ້ ຍັງມີການປູກຫຍ້າລ້ຽງສັດ (ຫຍ້າເນເປຍ), ຕົ້ນກ້ວຍ,ໄມ້ໄຜ້ລຽບຕາມຄັນຄູໜອງເພ່ືອສ້າງຄວາມໜາແໜ້ນໃຫ້ຄັນຄູໜອງ.
ຜົນປະໂຫຍດ ແມ່ນ ມີຊີ້ນປາ ແລະ ສັດນໍ້າ ໄວ້ກິນພາຍໃນຄອບຄົວ ແລະ ມີປາຂາຍເປັນລາຍໄດ້ ເຊີ່ງມີຜົນຜະລິດ (ຊີ້ນປາ) ປະມານ 1 ໂຕນ/ປີ ຫຼື ເປັນເງິນປະມານ 15 ລ້ານ/ປີ. ນອກຈາກນັ້ນຍັງສາມາດເກັບນ້ຳໃນລະດູແລ້ງ ທັງເປັນບ່ອນສະໜອງນ້ຳໃນການສັດລ້ຽງ (ງົວ ຄວາຍ ແລະ ສັດປິກ). ຫຍ້າທີ່ປູກໄວ້ ກໍ່ສາມາດເປັນອາຫານຂອງສັດໄດ້, ຜົນຜະລິດຈາກການປູກກ້ວຍ ແລະ ໄມ້ໄຜ່ ກໍ່ສາມາດນຳມາບໍລິໂພກ ແລະ ຂາຍເປັນລາຍໄດ້ໃນຄອບຄົວ. ນອກນັ້ນ ຍັງນຳໃຊ້ໄມ້ໄຜ່ເປັນວັດຖຸດິບ ເຮັດເຄື່ອງຫັດຖະກຳເຊັ່ນ: ກະຕ່າ, ແຕະຝາເຮືອນ ແລະ ອ່ືນໆ. ການສ້າງໜອງລ້ຽງປາ ຍັງເຮັດໃຫ້ເກີດປະໂຫຍດ ທາງດ້ານລະບົບນິເວດໃນແຫຼ່ງນ້ຳ ຢູ່ບໍລິເວນດັ່ງກ່າວ ເປັນຕົ້ນແມ່ນບ່ອນປະສົມພັນ ແລະ ຂະຫຍາຍພັນສັດນ້ຳຊະນິດຕ່າງໆເຊັ່ນ: ປາ, ກຸ້ງ, ປູ່ ແລະ ກົບ.
ຜົນກະທົບ ມີບາງປີສະພາບດິນຟ້າອາກາດມີການປ່ຽາແປງ ຝົນບໍ່ຕົກຕາມລະດູການ ສົ່ງຜົນກະທົບເຮັດໃຫ້ນ້ຳໃນໜອງບົກແຫ້ງ, ເຮັດໃຫ້ດິນແຂງ ແລະ ເຮັດໃຫ້ເກີດມີຫຍ້າຂື້ນຫຼາຍ ທົ່ວບໍລິເວນໜອງ ສົ່ງຜົນໃຫ້ພືດທີ່ ປູກຕາມຄັນຄູໜອງຕາຍເຊັ່ນ: ຫຍ້າເນເປຍ ແລະ ຕົ້ນກ້ວຍ. ບາງປີມີນໍ້າປ່າໄຫຼແຮງ ເຮັດໃຫ້ຄັນຄູໜອງເຊາະເຈື່ອນ ຈາກກະແສນ້ຳ ແລະ ເຮັດໃຫ້ປາ ແລະ ສັດນ້ຳທີ່ ລ້ຽງໄວ້ອອກໄປ ຕາມແຫຼ່ງນ້ຳທຳມະຊາດ. ເຮັດໃຫ້ມີຄວາມເສຍຫາຍຫຼາຍ ຕໍ່ຜົນຜະລິດຈາກການປູກຝັງ ແລະ ສັດລ້ຽງ.
ເຈົ້າຂອງທີ່ດິນແມ່ນ ມັກເຕັກນິກດັ່ງກ່າວສົມຄວນ ແລະ ຢາກພັດທະນາເຕີມອີກ ຖ້າມີເງ່ືອນໄຂ ຫືຼ ມີໂຄງການມາຊຸກຍູ້ ຊ່ວຍເຫຼືອດ້ານງົບປະມານ, ວິຊາການ. ເຕັກນິກດັ່ງກ່າວ ຜູ້ນຳໃຊ້ທີ່ ດິນເປັນຜູ້ລິເລີ່ມ ຍັງບໍ່ໄດ້ຂະຫຍາຍໄປເຂດບ້ານໃກ້ຄ່ຽງ.

2.3 ຮູບພາບຂອງເຕັກໂນໂລຢີ

2.4 ວິດີໂອ ເຕັກໂນໂລຢີ

ສະຖານທີ່:

ບ້ານ ອາສ້ອຍ ເມືອງ ສະໝ້ວຍ ແຂວງສາລາວັນ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ເມືອງ ສະໝ້ວຍ ແຂວງສາລາວັນ

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ບ້ານ ອາສ້ອຍ

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2005

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • 10-50 ປີ ຜ່ານມາ

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ
ຄວາມຄິດເຫັນ (ປະເພດ ໂຄງການ ແລະ ອື່ນໆ):

ເປັນກິດຈະກຳພາຍໃນຄອບຄົົວ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ທິດທາງໄຫຼຂອງນໍ້າ, ນໍ້າ,​ ດິນທາມ

ທິດທາງໄຫຼຂອງນໍ້າ, ນໍ້າ,​ ດິນທາມ

  • ໜອງ, ເຂື່ອນໄຟຟ້າ
ຜະລິດຕະພັນຫຼັກ / ບໍລິການ:

ປາກິນຫ້ຍາ, ປານິນ, ປາໃນ

ຖ້າຫາກວ່າ ການນໍາໃຊ້ທີ່ດິນ ມີການປ່ຽນແປງ ໃນເວລາ ຈັດຕັ້ງປະຕິບັດ ເຕັກໂນໂລຢີ, ແມ່ນໃຫ້ລະບຸວ່າ ດິນພື້ນທີ່ດັ່ງກ່າວ ເຄີຍເປັນດິນປະເພດໃດ ກ່ອນການຈັດຕັ້ງປະຕິບັດ ເຕັກໂນໂລຢີ:

Before implementation of the Technology this land was a wetland that is unsuitable for agricultural activities

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍ້າຝົນ
ຄວາມຄິດເຫັນ:

ນຳທີ່ດິນບືງໃນເມື່ອກ່ອນ ມາເປັນໜອງປາໃນປະຈຸບັນ

ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 1
ລະບຸ ຊະນິດ:

ປູກໄດ້ຕະຫຼອດປີ

ຄວາມໜາແໜ້ນ ຂອງສັດລ້ຽງ (ຖ້າຫາກວ່າກ່ຽວຂ້ອງ):

ຄວາຍ 5 ໂຕ, ແບ້ 7 ໂຕ, ໝູ 30 ໂຕ, ງົວ 7ໂຕ

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ການເກັບກັກນໍ້າ
  • ການລ້ຽງເຜີ້ງ, ສັດນໍ້າ, ສັດປີກ, ກະຕ່າຍ, ມ້ອນໃໝ ແລະ ອື່ນໆ.

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ນໍາໃຊ້ໃນຈຸດສະເພາະ / ແນໃສ່ນໍາໃຊ້ໃນພື້ນທີ່ຂະໜາດນ້ອຍ
ຄວາມຄິດເຫັນ:

ໜອງພັກຂັ້ນໄດ

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການໂຄງສ້າງ

ມາດຕະການໂຄງສ້າງ

  • S5: ເຂື່ອນໄຟຟ້າ, ຝາຍເກັບນໍ້າ, ອ່າງ, ໜອງ
ຄວາມຄິດເຫັນ:

ການປ່ຽນແປງປະເພດການນຳໃຊ້ທີ່ດິນ ປ່ຽນຈາກພື້ນທີ່ບືງນາຮົກເຮື້ອ ມ່າເປັນໜອງຫລ້ຽງປາ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ດິນເຊາະເຈື່ອນ ໂດຍນໍ້າ

ດິນເຊາະເຈື່ອນ ໂດຍນໍ້າ

  • Wg: ການເຊາະເຈື່ອນຮ່ອງນ້ຳ / ຫ້ວຍ
ການເຊື່ອມໂຊມ ຂອງນໍ້າ

ການເຊື່ອມໂຊມ ຂອງນໍ້າ

  • HW: ການຫຼຸດຜ່ອນ ຄວາມສາມາດ ໃນການປ້ອງກັນພື້ນທີ່ດິນທາມ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປັບຕົວຕໍ່ການເຊື່ອມໂຊມຂອງດິນ
ຄວາມຄິດເຫັນ:

ເປັນການຫັນປ່ຽນພື້ນທີ່ດິນ ທີ່ມີນ້ຳຂັງ ບໍ່ສາມາດນຳໃຊ້ ໃນການທຳກະສິກຳ ມາສ້າງເປັນໜອງ ເພື່ອເກັບນ້ຳ ໃຊ້ໃນການປູກພືດ ແລະ ລ້ຽງປາ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ທ ຄຳຈັນ ສິນທະວົງ

ວັນທີ:

05/07/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

ຄັນຄູໜອງມີຄວາມສູງປະມານ 2.5 ແມັດ, ລະດັບນ້ຳໜອງຈາກພື້ນຫາທໍ່ນ້ຳລົ້ນເລິກ 2 ແມັດ, ໜ້າຄູໜອງ ກວ້າງ 3 ແມັດ.
- ລວງກວ້າງທັງໝົດ 100 ແມັດ, ຍາວ 150 ແມັດ
- ມີຄວາມຄ້ອຍຊັນ 3-5 %
- ມີສາມາດເກັບນ້ຳໄດ້ ປະມານ 30 000 ແມັດກ້ອນ
- ພື້ນທີ່ເກັບກັກນ້ຳ 1.5 ເຮັກຕາ
- ວັກຖຸດິບທີ່ໃຊ້ໃນການກໍ່ສ້າງແມ່ນ ດິນ, ທໍ່ຊີມັງ ແລະ ໄມ້ແປ້ນ
- ສາຍພັນປາທີ່ປ່ອຍມີ: ປານິນ, ປາກິນຫຍ້າ, ປາໃນ

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ຫົວໜ່ວຍ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ:

1.5 ເຮັກຕາ

ລະບຸປະລິມານ, ຄວາມຍາວ ແລະ ອື່ນໆ (ຖ້າຫາກວ່າກ່ຽວຂ້ອງ):

ຍາວ 150 ແມັດ ກວ້າງ 100 ແມັດ

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8500.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

50 000

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ຕັນຫ້ວຍ ການຈັດການຄຸ້ມຄອງ ກ່ອນລະດູຝົນ
2. ຂຸດຮອງລະບາຍນ້ຳອອກຈາກບືງ ໂຄງສ້າງ
3. ປ້ານຄັນຄູໜອງ (ໃຊ້ລົດຈົກ) ໂຄງສ້າງ

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຄົນ 50.0 50000.0 2500000.0 100.0
ແຮງງານ ລົດຈົກ ຄັນ 1.0 3000000.0 3000000.0 100.0
ອຸປະກອນ ຈົກ ດວງ 20.0 50000.0 1000000.0 100.0
ອຸປະກອນ ຊ້ວນ ດວງ 20.0 30000.0 600000.0 100.0
ອຸປະກອນ ພ້າ ດວງ 5.0 20000.0 100000.0 100.0
ວັດສະດຸໃນການປູກ ຫ້ຍາ ລ້ຽງສັດ ມັດ 3.0 20000.0 60000.0 100.0
ອື່ນໆ ແນວພັນປາ ໂຕ 2400.0 1000.0 2400000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 9660000.0
ຄວາມຄິດເຫັນ:

ຫ້ຍາ ລ້ຽງສັດ ແລະ ແນວພັນປາ ແມ່ນ ທາງ ກະສິກຳເມືອງ ເປັນຜູ້ສະໜອງໃຫ້

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ອະນາໄມຄູໜອງ ການຈັດການຄຸ້ມຄອງ ທຸກປີ
2. ສ້ອມແປງຄູໜອງ ໂຄງສ້າງ yearly
3. ປ່ອຍປາ ມາດຕະການອື່ນໆ yearly
ຄວາມຄິດເຫັນ:

ສ້ອມແປງຄູໜອງ ແມ່ນ ປີ 1 ເຮັດ 2 ເທື່ອ ຊ້ວງເດືອນ 3 ແລະ ເດືອນ 10
ການປ່ອຍປາແມ່ນ ປ່ອຍ ວັນທີ 13/7 ຂອງ ທຸກໆ ປີ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຄົນ 6.0 50000.0 300000.0
ອຸປະກອນ ຈົກ ດວງ 1.0 50000.0 50000.0
ອຸປະກອນ ຊ້ວນ ດວງ 2.0 30000.0 60000.0
ອຸປະກອນ ພ້າ ດວງ 1.0 20000.0 20000.0
ອຸປະກອນ ລໍ້ຊຸກດິນ ຄັນ 2.0 250000.0 500000.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 930000.0
ຖ້າຫາກຜູ້ນຳໃຊ້ທີ່ດິນ ນຳໃຊ້ມູນຄ່າຕ່ຳກວ່າ 100% ໃຫ້ລະບຸ ແມ່ນໃຜເປັນຜູ້ຊ່ວຍ ໃນລາຍຈ່າຍທີ່ເຫຼືອ:

100% ຜູ້ນຳໃຊ້ທີ່ດິນ

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ຄ່າແຮງງານ ແລະ ລົດຈົກ ແມ່ນ ປັດໃຈທີ່ສຳຄັນທີ່ສຸດ

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):

2000.00

ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:

ລະດູຝົນ ຝົນຕົກແຕ່ເດືອນ 7 ຫາ ເດືອນ 11ລະດູໜາວ ແຕ່ເດືອນ 12 ຫາ ເດືອນ 3 ( ຝົນຝອຍ) ເດືອນ 4 ເດືອນ 5 ແຫ້ງແລ້ງ

ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ຫ້ອງການກະສິກຳເມືອງສະໝ້ວຍ

ເຂດສະພາບອາກາດກະສິກໍາ
  • ຄວາມຊຸ່ມ

ຝົນຕົກຫຼາຍ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ລັກສະນະສວດ
ຄຳເຫັນ ແລະ ຂໍ້ມູນສະເພາະ ເພີ່ມເຕີມ ກ່ຽວກັບ ພູມີປະເທດ:

ລະດັບຄວາມຄ້ອນຊັນ 2-5%
ລະດັບຄວາມສູງ ສະເລ່ຍ 700m

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ບາງລະອຽດ / ໜັກ (ໜຽວ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ປານກາງ (ດິນໜຽວ, ດິນໂຄນ)
  • ບາງລະອຽດ / ໜັກ (ໜຽວ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ປານກາງ (1-3 %)
ຖ້າເປັນໄປໄດ້ ແມ່ນໃຫ້ຕິດຄັດ ການພັນລະນາດິນ ຫຼື ຂໍ້ມູນສະເພາະຂອງດິນ, ຕົວຢ່າງ, ຄຸນລັກສະນະ ປະເພດຂອງດິນ, ຄ່າຄວາມເປັນກົດ / ເປັນດ່າງຂອງດິນ, ສານອາຫານ,​ ດິນເຄັມ ແລະ ອື່ນໆ.

ຂຸດລົງເລິກ 81-120 cm ກ່ວາຈະເຫັນຊັ້ນຫີນ, ເນື້ອດິນເປັນດາກໜຽວແລະໜັກ

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

5-50 ແມັດ

ການມີນໍ້າ ເທິງໜ້າດິນ:

ດີ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ມີນໍ້າດື່ມ

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ແມ່ນ

ເປັນປົກກະຕິ:

ເລື້ອຍໆ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ
ຄວາມຄິດເຫັນ ແລະ ລັກສະນະສະເພາະ ເພີ່ມເຕີມກ່ຽວກັບ ຊີວະນາໆພັນ:

ປັດຈຸບັນຄວາມຫຼາກຫຼາຍຂອງຊີວະນາໆພັນເຫັນວ່າຫຼຸດລົງ ຍ້ອນການທຳມາຫາກິນຂອງປະຊາຊົນ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ກຸ້ມຕົນເອງ (ພໍພຽງ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • 10-50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ຊາວໜຸ່ມ
  • ໄວ​ກາງ​ຄົນ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດກາງ
ຄວາມຄິດເຫັນ:

ການສ້າງໜອງປາແມ່ນອ້າຍນ້ອງຮ່ວມທືນກັນເຮັດ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ບຸກຄົນ
ຄວາມຄິດເຫັນ:

ເປັນເຈົ້າຂອງທີ່ດິນ
- ເປັນນ້ຳທີ່ໄຫຼມາຈາກ ຫ້ວຍເຂົ້າສູ່ໜອງສ່ວນບຸກຄົນ

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຼັງຈາກການກໍ່ສ້າງໜອງ ພືດຕ່າງໆກໍ່ສາມາດປູກຢູ່ເທິງຄູຂອງຫນອງໄດ້.

ຜົນຜະລິດຂອງສັດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

ມີປາໜ້ອຍ ເພາະຫາຕາມທຳມະຊາດ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

ສາມາດຫາປາ ໄດ້ 1 ໂຕນ/ປີ

ຄວາມຄິດເຫັນ / ລະບຸແຈ້ງ:

ເມື່ອກ່ອນ, ມີປາຈໍານວນໜ້ອຍທີ່ຈັບໄດ້ ຍ້ອນວ່າປາທີ່ມາຈາກນ້ໍາທໍາມະຊາດ ຊາວກະສິກອນຍັງລ້ຽງສັດປີກເພີ່ມເນື່ອງຈາກມີຫນອງປາ.

ຄວາມສ່ຽງ ຕໍ່ຜົນຜະລິດ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຄວາມສ່ຽງຂອງການລົ້ມເຫລວ ໃນການຜະລິດໄດ້ຫຼຸດລົງຍ້ອນວ່ານໍ້າຖ້ວມມີບັນຫາຫນ້ອຍ ໃນເຕັກໂນໂລຢີນີ້.

ການຈັດການຄຸ້ມຄອງທີ່ດິນ

ອຸປະສັກ
ເຮັດໃຫ້ງ່າຍຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

No management (bog wetland)

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

fish farm management

ຄວາມຄິດເຫັນ / ລະບຸແຈ້ງ:

water harvesting and fish production

ມີນໍ້າ ແລະ ຄຸນນະພາບ

ມີນໍ້າ ໃຫ້ສັດລ້ຽງ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນທີ່ມັນຈະມີພຽງພື້ນທີ່ອ່າວທໍາມະຊາດ ທີ່ບໍ່ເຫມາະສົມ ສະສົມໃນທົ່ງຫຍ້າຈາກວັດຖຸພືດທີ່ຕາຍແລ້ວແລະມີນ້ໍາຕື້ນເທົ່ານັ້ນ. ຫຼັງຈາກການກໍ່ສ້າງໜອງ, ນ້ໍາມີພຽງພໍສໍາລັບການຜະລິດປາ, ການດື່ມນ້ໍາສໍາລັບສັດລ້ຽງ ແລະ ສໍາລັບການປູກພືດ

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ຄ່າໃຊ້ຈ່າຍ ປັດໄຈນໍາເຂົ້າ ໃນການຜະລິດກະສິກໍາ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຼັງຈາກຂຸດໜອງທີ່ສໍາເລັດແລ້ວ, ຊາວກະສິກອນຕ້ອງຊື້ປາທີ່ມີລາຄາແພງ ຈາກປະເທດຫວຽດນາມ (1000 ກີບ / ໂຕ) ທຸກປີ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນການກໍ່ສ້າງຫນອງ, ຊາວກະສິກອນຜະລິດພຽງແຕ່ສໍາລັບຄອບຄົວຕົນເອງ ໂດຍບໍ່ມີລາຍໄດ້ຈາກການຜະລິດກະສິກໍາ. ຫຼັງຈາກການປະຕິບັດເຕັກໂນໂລຢີ, ຊາວກະສິກອນໄດ້ຮັບລາຍໄດ້ຈາກປາ, ພືດ ແລະ ຫມາກໄມ້ປະມານ 15 ລ້ານກີບ / ປີ.

ຄວາມຫຼາກຫຼາຍ ຂອງແຫຼ່ງລາຍຮັບ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຫມາກກ້ວຍ, ໄມ້ໄຜ່, ຜັກ

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນຫນ້ານີ້ຊາວກະສິກອນ ໄດ້ອາໄສດິນທາມທໍາມະຊາດ ໂດຍບໍ່ມີການບໍາລຸງຮັກສາ, ຫຼັງຈາກທີ່ເຮັດໜອງສໍາເລັດແລ້ວ, ຊາວກະສິກອນຕ້ອງໃຊ້ເວລາເຮັດວຽກຫຼາຍຂື້ນ ເພື່ອຮັກສາໜອງຢ່າງຖືກຕ້ອງ.

ຜົນກະທົບດ້ານວັດທະນາທໍາສັງຄົມ

ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຼັງຈາກການກໍ່ສ້າງຫນອງແລ້ວຄອບຄົວກໍ່ສາມາດເພີ່ມຄຳປະກັນສະບຽງອາຫານ ແລະ ກຸ້ມຕົນເອງຍ້ອນວ່າພວກເຂົາມີປາ, ຫມາກໄມ້ ແລະ ພືດອື່ນໆທີ່ຕ້ອງການ. ພວກເຂົາສາມາດຂາຍຜະລິດຕະພັນ ເມື່ອຕ້ອງການ

ໂອກາດ ໃນການພັກຜ່ອນຢ່ອນໃຈ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ຫນອງເຮັດຫນ້າທີ່ເປັນບ່ອນພັກຜ່ອນ ເພື່ອການຫາປາ ແລະ ລອຍນ້ໍາ.

ຜົນກະທົບຕໍ່ລະບົບນິເວດ

ວົງຈອນນໍ້າ / ນໍ້າ

ການຂຸດຄົ້ນ / ການເກັບກັກນໍ້າ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນ, ນ້ໍາຖ້ວມທີ່ດິນໂດຍບໍ່ມີການ ເກັບກັກ. ນັບຕັ້ງແຕ່ການສ້າງສະນ້ໍາ ນ້ໍາຖືກເກັບກັກໄວ້ໄດ້ງ່າຍສໍາລັບຈຸດປະສົງການກະເສດ

ການໄຫຼ ຂອງນໍ້າໜ້າດິນ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ການໄຫລຂອງດິນ ແລະ ການສະສົມຢູ່ຫ້ວຍຕອນລຸ່ມ. ໜອງສາມາດຄວບຄຸມ ແລະ ຫຼຸດຜ່ອນການໄຫຼ ຈາກຝົນຕົກ ເຮັດໃຫ້ ຕະກອນດິນສະສົມຢູ່ລຸ່ມຫນອງ

ຊີວະນານາພັນ: ສັດ, ພືດ

ຊະນິດທີ່ເປັນປະໂຫຍດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ມີສັດຈໍານວນຫຼາຍຢູ່ໃນເຂດດັ່ງກ່າວລວມທັງຜູ້ຖືກລ້າ (ຫນູ, ປາ, ກົບ ... ) ແລະຜູ້ລ້າ ( ງູ, ນົກ, ... ), ທັງຫມົດທີ່ເປັນອົງປະກອບ ຕ່ອງໂສ້ອາຫານຂະຫນາດນ້ອຍ.

ຄວາມຫຼາກຫຼາຍ ທາງດ້ານທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ການເພີ່ມຂື້ນຂອງຊະນິດ ແລະ ສາຍພັນສັດໃນເຂດນັ້ນ ຊີ້ໃຫ້ເຫັນເຖິງການເພີ່ມຂື້ນຂອງຄວາມຫຼາກຫຼາຍທາງດ້ານນິເວດ.

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອຸນຫະພູມປະຈໍາປີ ເພີ່ມຂື້ນ ປານກາງ
ອຸນຫະພູມລະດູການ ລະດູແລ້ງ ເພີ່ມຂື້ນ ດີ
ປະລິມານນໍ້າຝົນປະຈໍາປີ ເພີ່ມຂື້ນ ປານກາງ
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ຫຼຸດລົງ ປານກາງ

ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)

ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ພະຍຸຝົນ ດີຫຼາຍ
ພາຍຸລູກເຫັບທ້ອງຖິ່ນ ດີຫຼາຍ
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ແຫ້ງແລ້ງ ດີ
ໄພພິບັດທາງອຸທົກກະສາກ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ນໍ້າຖ້ວມຮູນແຮງ ດີ
ໄພພິບັດທາງຊີວະພາບ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ແມງໄມ້ / ການລະບາດຂອງພະຍາດ ປານກາງ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ໄລຍະເວລາການເຕີບໃຫຍ່ຂະຫຍາຍຕົວ ປານກາງ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ປານກາງ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກເລັກນ້ອຍ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກເລັກນ້ອຍ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • ຫຼາຍກ່ວາ 50 %
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 90-100%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ມີຜະລິດຕະພັນສັດນໍ້າ ຈາກໜອງເພີ່ມຂື້ນ ແລະ ຫຼາກຫຼາຍຊະນິດ: ປູ, ປາ, ກຸ້ງ, ຫອຍ
ສາມາດຜະລິດໄດ້ຕະຫຼອດປິບໍ່ວ່າຈະເປັນ ພືດ ຫຼື ສັດ
ສາມາດຄໍ້າປະກັນສະບຽງອາຫານ ແລະ ສາມາດຜະລິດເປັນສິນຄ້າ
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ສາມາດມີອາຫານ ບໍລິໂພກໄດ້ຕະຫຼອດປີ ຈາກການຜະລິດກະສິກຳ (ປູກຝັງ ແລະ ລ້ຽງສັດ)
ສາມາດຜະລິດແນວພັນປາ ເພື່ອລ້ຽງໃນໜອງຕົນເອງ ແລະ ກະຈ່າຍແນວພັນປາໃຫ້ ຄອບຄົວອື່ນໄດ້ລ້ຽງນຳ
ສາມາດເກັບນ້ຳໄວ້ໃຊ້ ໃນການຜະລິດກະສິກຳ (ປູກຝັງ ແລະ ລ້ຽງສັດ) ໃນລະດູແລ້ງ
ສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວ ຈາກການລ້ຽງປາແບບປະສົມປະສານ

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ຂາດງົບປະມານໃນການບົວລະບັດຮັກສາ ຜະລິດລູກປາດ້ວຍຕົວເອງເພື່ອຂາຍ-ສ້າງທືນຮອນມາບົວລະບັດຮັກສາ
ນ້ຳຖ້ວມບາງຄັ້ງຄາວ ເສີ່ມຄັນຄູໃຫ້ສູງຂື້ນ
ແຫ້ງແລ້ງບາງປີ
ຈຸດອ່ອນ/ຂໍ້ບົກຜ່ອງ/ຄວາມສ່ຽງ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ ມີວິທີການແກ້ໄຂຄືແນວໃດ?
ຍັງຂາດຄວາມຮູ້ໃນການລ້ຽງປາ ແລະ ຜະລິດລູກປາ ຈັດຝືກອົບຮົມການ ປະສົມພັນປາ ໃຫ້ປະຊາຊົນ
ຂາດງົບປະມານໃນການລ້ຽງປາ ແລະ ຜະລິດລູກປາ (ຍັງໄດ້ຊື້ແນວພັນຈາກ ພາຍນອກ) ສະໜອງ ອຸປະກອນ ຫຼື ພໍ່ແມ່ພັນປາ

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1 ຄັ້ງ

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

2 ຄົນ

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ