ການຫັນປ່ຽນ ພື້ນທ່ີດິນ ທ່ີມີຫີນຂ້ີໝ້ຽງຫຼາຍ ໃຫ້ກາຍເປັນດິນປູກຫຍ້າ ເພື່ອເປັນອາຫານສັດ [ລາວ]
- ການສ້າງ:
- ປັບປູງ:
- ຜູ້ສັງລວມຂໍ້ມູນ: kang phanvongsa
- ບັນນາທິການ: sinnilong vongkhamchanh, Bounthanom Bouahom
- ຜູ້ທົບທວນຄືນ: Nicole Harari, Stephanie Jaquet, Alexandra Gavilano
technologies_2891 - ລາວ
ເບິ່ງພາກສ່ວນ
ຂະຫຍາຍທັງໝົດ ຍຸບທັງໝົດ1. ຂໍ້ມູນທົ່ວໄປ
1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ
ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()
ຜູ້ນໍາໃຊ້ທີ່ດິນ:
ແກ້ວສີມົນກອງ ຄຳທີ
ລາວ
ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ:
ຈະເລີນສັກ ອຳພອນ
ຫ້ອງການກະສີກຳ ແລະ ປ່າໄມ້
ລາວ
ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)
ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:
ແມ່ນ
1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ
ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :
ບໍ່ແມ່ນ
2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ
ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:
ເຕັກນິກ ການຫັນປ່ຽນ ພື້ນທີ່ດິນ ທີ່ເປັນຫີນຂີ້ໝ້ຽງ ເນື່ອງຈາກການເຊາະລ້າງ ໃນເວລາຝົນຕົກ ເຮັດໃຫ້ ດິນເຊາະລ້າງ ມາຈາກເທີງພູ ໄຫຼມາໃສ່ດິນ ເຂດພູພຽງ ເຮັດໃຫ້ດິນບໍລິເວນ ດັ່ງກ່າວ ບໍ່ສາມາດທຳການຜະລິດໄດ້.
2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ
ການພັນລະນາ:
ບັນຫາ ການເຊື່ອມໂຊມ ຂອງດິນ ໂດຍສະເພາະ ແມ່ນບັນຫາ ດິນຫິນຂີ້ ໝ້ຽງ ເນ້ືອດິນ ເປັນດິນດາກ ແກມດິນຊາຍ ແລະ ມີຫິນ ກ້ອນນ້ອຍໆ ແລະ ໄຫ່ຍປະປົນຢູ່ນາໍ ຊື່ງເກີດຂ້ືນເອງຕາມ ທາໍມະຊາດ ຊື່ງເປັນບັນຫາ ທີ່ສົ່ງຜົນກະທົບ ຕໍ່ການຜະລິດ ຂອງຊາວກະສິກອນ. ສາເຫດ ທີ່ເຮັດໃຫ້ເກີດ ດິນເຊື່ອມໂຊມດັ່ງກ່າວ ແມ່ນເກີດຈາກການເຊາະລ້າງ ຂອງນໍ້າຝົນ ທີ່ຕົກແຮງໄດ້ໄຫຼ ພັດເອົາຊັ້ນໜ້າດິນ ທີ່ມີອິນຊີວັດຖຸ ໄປເຮັດໃຫ້ຊັ້ນໜ້າດິນ ຍັງເຫຼືອໄວ້ແຕ່ຫິນຂີ້ ໝ້ຽງ ແລະ ດິນດາກ ທີ່ໄຫຼພັດໄປຕາມກະແສນ້ຳຝົນ ປະມານ 20% ເປັນເວລາຫຼາຍປີ. ໃນປີ 2009, ທາງໂຄງການ ADB ໄດ້ເຂົ້າມາຊຸກຍູ້ ສົ່ງເສີມປະຊາຊົນ ລ້ຽງງົວ ແລະ ປູກຫຍ້າ ເປັນອາຫານສັດ ໂດຍໄດ້ມີ ການສ້າງຕັ້ງກຸ່ມລ້ຽງງົວ ຈໍານວນ 10 ກຸ່ມ ຢູ່ໃນໝູ່ບ້ານ ມີທັງໝົດ ຈາໍນວນ 80 ຄອບຄົວ ທາງໂຄງການ ໄດ້ມອບງົວ ຈາໍນວນ 4 ໂຕ/ຄອບຄົວ, ນອກຈາກແນວພັນງົວແລ້ວ ທາງໂຄງການ ຍັງໄດ້ສະໜອງ ແນວພັນແກ່ນຫຍ້າ, ຈົກ, ສຽມ ແລະ ອຸປະກອນ ສ້າງລະບົບນ້ຳລິນເພ່ືອຫົດສວນຫຍ້າ ແລະ ໃຫ້ສັດລ້ຽງກີນ. ຊື່ງໄດ້ຈັດຕັ້ງກັນເປັນກຸ່ມ ແລະ ນາໍໃຊ້ດິນລວມຂອງບ້ານ ພາຍໃນ ເນື້ອທີ ່ 15 ເຮັກຕາ. ໃນການຈັດຕັ້ງກັນເປັນກຸ່ມ ແມ່ນສະມາຊິກ ທຸກຄົນ ຕ້ອງໄດ້ປ່ຽນຜຽນກັນໄປເຝົ້າງົວ ແລະ ໄປຕັດຫຍ້າ ມາເກືອສັດ ຫຼື ໄປປ່ອຍສັດ ເຂົ້າໄປກີນຫຍ້າເອງເລີຍ ໃນທົ່ງຫຍ້າທີ່ພວກເຂົາປູກ. ພາຍຫຼັງ, ຈັດຕັ້ງປະຕິບັດມາໄດ້ 4 ປີ ທີ ່ ປະຊາຊົນ ເຮັດເປັນກຸ່ມ ປະຊາຊົນ ກໍ່ພົບບັນຫາ ໃນການຈັດການຄຸ້ມຄອງ ສັດລ້ຽງ ພາຍໃນກຸ່ມ ເນື່ອງຈາກ ວ່າມີ ສະມາຊິກ ຈາໍນວນໜື່ງ ພາຍໃນກູ່ມ ກໍ່ປ່ອຍປະລະເລີຍ ໜ້າທີ່ຄວາມຮັບຜິດຊອບ ພາຍໃນກຸ່ມ, ຂາດຄວາມສາມັກ ຄີດັ່ງນັ້ນ ຈ່ືງເປັນສາເຫດເຮັດໃຫ້ເກີດມີຊ່ອງຫວ່າງ ໃຫ້ກຸ່ມຄົນບ່ໍດີ ມາລັກເອົາໜາມໝາກຈັບທີ່ ກຸ່ມບ້ານໄດ້ເຮັດຮົ້ວ ລ້ອມ ທົ່ງຫຍ້າສັດໄວ້ ແລະ ສາຍຢາງຕໍ່ນ້ຳ ເຮັດສັບສີນເສຍຫາຍ. ຕົກມາເຖິງປີ 2012 ສວນປູກຫຍ້າ ກໍ່ເກີດໄຟໄໝ້ ສາເຫດຍ້ອນ ປະຊາຊົນ ຈູດປ່າເຮັດໄຮ່ ເຊີ່ງ ເຮັດໃຫ້ ສວນປູກຫຍ້າ ໄດ້ຮັບຄວາມເສຍຫາຍທັງໝົດ 15 ເຮັກຕາ ຂອງພື້ນທີ ່ ປູກຫຍ້າທັງໝົດ. ດັ່ງນັ້ນ, ຈື່ງເຮັດໃຫ້ເຈົ້າຂອງງົວ ຈາໍນວນໜ່ືງ ກ່ໍເອົາງົວ ມາລ້ຽງເອງ ພໍໃຜພໍລາວ ແລະ ໃນທີ່ສຸດ ກຸ່ມດັ່ງກ່າວ ກໍ່ບໍ່ສາມາດສືບຕໍ່ໄປໄດ້. ໃນທ້າຍປີ 2014 ມີຄອບຄົວຊາວກະສິກອນ ຄອບຄົວໜື່ງ ທີ່ເຄີຍເປັນສະມາຊິກ ພາຍໃນກຸ່ມ ມີຄວາມຄິດສົນໃຈ ແລະ ຕ້ອງການຢາກລ້ຽງງົວ ເປັນສິນຄ້າ ຈີ່ງໄດ້ໄປ ປຶກສາຫາລື ກັບອາໍນາດການປົກຄອງບ້ານ ເພື່ອຕ້ອງການ ນໍາໃຊ້ທີ່ດິນ ດັ່ງກ່າວ ໂດຍບໍ່ໄດ້ເສຍຄ່າເຊົ່າດິນ. ປະຈຸບັນ ເນື້ອທີ່ທັງໝົດ ໃນການປູກຫຍ້າ ລ້ຽງສັດ 15 ເຮັກຕາ ແລະ ມີງົວ ຈາໍນວນ 130 ໂຕ. ສໍາລັບຫຍ້າ ທີ່ເອົາມາປູກໃນເບື້ອງຕົ້ນ ແມ່ນເອົາມາແຕ່ສວນຫຍ້າເກົ່າ ທີ່ທາງໂຄງການສະໜອງໃຫ້ເມ່ືອກ່ອນ ໂດຍການຄັດເລືອກ ເອົາເຫົ້ງາ ທີ່ແຂງແຮງ ສົມບູນດີ ມາປູກ. ຊະນິດພັນຫຍ້າ ທີ່ນໍາມາປູກ ມີ 2 ຊະນິດພັນຄື: ຫຍ້າກີນີ ແລະ ຫຍ້າປັດສະປາລອມ (Paspalum Grass) ປູກ ເປັນແຖວໃນພື້ນທີ່ດຽວກັນ, ການກະກຽມພ້ືນທີ່ ແມ່ນໄດ້ໄຊ້ລົດໄຖ ຄູໂບຕາ 4,000 ແຮງມ້າ ແລະ ການນໍາໄຊ້ແຮງງານປູກ ປະມານ 50 ແຮງງານ ພາຍໃນ 30 ວັນ, ໃຊ້ແຮງງານ ໃນການໄປຂຸດເຫງົ້າ ຈາໍນວນ 10 ແຮງງານ ພາຍໃນເວລາ 5 ວັນສໍາເລັດ. ພາຍຫຼັງ ປູກແລ້ວ ກໍ່ມີການບົວລະບັດຮັກສາ 2 ຄັ້ງ/ປີ ໃນລະຫວ່າງ ເດືອນ 5 – 12. ລະດູການປູກ ທີ່ເໝາະສົມ ແມ່ນໃນຊ່ວງກາງເດືອນ 5 ເນື່ອງຈາກ ມີຝົນຝອຍ, ປະມານວັນທີ 12 ແມ່ນໄດ້ເລີ່ມບຸກເບີກພື້ນທີ່ ແລະ ໄຖດິນ ຕາກແດດໄວ້ປະມານ 15 ວັນ ເພື່ອໃຫ້ເສດຫຍ້າ ແລະ ວັດສະພືດ ທີ ່ ບໍ່ຕ້ອງ ການນັ້ນຕາຍ, ເໜົ່າເປື່ອຍ ກາຍເປັນຝຸ່ນ ອີນຊີ ເພີ ່ ມລົງໃນດິນ, ທັງເຮັດໃຫ້ໂຄງສ້າງ ຂອງເນ້ືອດິນ ແໜ້ນແຂງແຕ່ກໂຕ, ອັນເປັນຜົນເຮັດໃຫ້ ພືດທີ່ເກີດໃໝ່ ສາມາດຈະເລີນເຕີບໂຕຂ້ືນ ຈາກໜ້າດິນ ແລະ ຂະຫຍາຍ ຮາກໄດ້ດີ. ໃນຊ່ວງ 15 ວັນ ທີ່ໄດ້ຕາກກ້ອນຫີນໄຖຢູ່ນັ້ນ ແມ່ນໄດ້ເຮັດຮົ້ວອ້ອມສວນ (ທັງຂຸດຂຸມ, ຝັງຫຼັກ ຮົ້ວ, ຕອກເຫຼັກໝາກຈັບ) ອ້ອມທັງ 15 ເຮັກຕາ ແລະ ໃສ່ຝຸ່ນຄອກຈຳນວນ 40 ໂຕນ, ໂດຍນຳໃຊ້ລົດຕ໋ອກໆ ແກ່ຝຸ່ນເຂົ້າໄປໃນສວນແລ້ວ ໃຊ້ຊ້ວນ ຕັກລົງໃສ່ໜ້າດີິນ ເປັນກອງໆ (ກອງລະ 20-30 ຊ້ວນ), ແຕ່ລະກອງ ຫ່າງກັນ ປະມານ 5x5 ແມັດ, ເມື່ອຮອດວັນທີ 24/5 ກໍ່ໄດ້ໄຖຄົ້ນຄ້ືນ ອີກເທ່ືອໜ່ືງ ເພື່ອເປັນການປະສົມຝຸ່ນຄອກ ທີ່ໃສ່ລົງໄປໃນສວນນັ້ນ ໃຫ້ປົນກັບເນ້ືອດີນໄດ້ດີ ແລະ ຍັງເປັນການກຳຈັດ ວັດສະພືດ ອີກຄັ້ງ. ເມື່ອວັນທີ 1/6 ກໍ່ໄດ້ລົງມືການປູກ ແມ່ນໄດ້ໃຊ້ວິທີການຂຸດເປັນແຖວ ເອົາເຫົ້ງາ ມາຝັງລົງດິນເລີກປະມານ 5 ເຊັນຕິແມັດ ແລ້ວຖົມທັນທີ, ໄລຍະຫ່າງຂອງຕົ້ນປະມານ 50x50 ເຊັນຕິແມັດ, ລະຫວ່າງແຖວ 80 ເຊັນຕີແມັດ ຫຼັງຈາກປູກແລ້ວ ແມ່ນບໍ່ໄດ້ຫົດນໍ້າ ມີແຕ່ອາໃສນໍ້າຝົນ ເພາະປູກ ໃນຕົ້ນ ເດືອນ 6 ພໍດີມີຝົນຝອຍຕົກລົງມາ ແຕ່ໃນບາງຊ້ວງ ທີ່ຝົນບໍ່ຕົກ (ພາຍຫຼັງ ປູກແລ້ວ) ກໍ່ສາມາດ ໃຊ້ນາໍ້ລິນ ທີ່ທາງໂຄງການ ໄດ້ຕິດຕັ້ງໄວ້ໃຫ້ ແລະ ຫົດ ໃນລະດູແລ້ງ ພ້ອມເກັບກັກນາໍ້ ໄວ້ໄຫ້ສັດກິນ. ສ່ວນການເກັບກູ້ ແມ່ນນັບແຕ່ມື້ທີ່ປູກ ປະມານ 90-100 ວັນ ກໍ່ສາມາດຕັດຫຍ້າ ມາໃຫ້ສັດກິນໄດ້. ຊື່ງມີ 2 ຮູບແບບການເກືອສັດ ເຊັ່ນຮູບແບບທາໍອີດ ແມ່ນໄດ້ນາໍໃຊ້ແຮງງານຄົນ ໄປຕັດຫຍ້າ ທີ່ປູກ ເປັນແຖວ ໃນສວນດຽວ ແລ້ວເກັບໃສ່ກະສອບ ເພື່ອມາໄຫ້ງົວກິນ ສາໍລັບ ຮູບແບບທີສອງ ແມ່ນຮູບແບບ ການປ່ອຍງົວ ເຂົ້າໄປກິນຫຍ້າ ຢູ່ສວນເລີຍ ເມ່ືອຫຍ້າ ອາຍຸ ໄດ້ປະມານ 6 ເດືອນ ໂດຍປ່ອຍ ເປັນອາທິດ ໝູນວຽນ ກັນໄປ ແລະ ໃນຊ່ວງເວລາທີ ່ ຕັດເອົາຫຍ້າໄປລ້ຽງງົວນັ້ນ ແມ່ນຈະໄດ້ ອານາໄມ ວັດສະພືດໄປພ້ອມ, ໃນທຸກໆປີ ແມ່ນຈະໄດ້ ໃສ່ຝຸ່ນຄອກ ເປັນປະຈຳ ພາຍຫຼັງທີ່ຕັດ ຫຼື ເກັບກູ້ຫຍ້າໄປໃຫ້ງົວກິນ ແລະ ໃນບາງປີກໍ່ ມີການສ້ອມແຊມຮົ້ວ ຫາກມີການເປ້ເພ ເສຍຫາຍ.
ຈຸດດີຈາກເຕັກນິກນີ້ - ດິນບ່ໍເຈ່ືອນໃນເວລາຝົນຕົກແຮງ (ຮາກຂອງຫຍ້າຍືດເກາະດິນໄດ້ດີ) ໝາຍຄວາມວ່າເຕັກນິກການປູກຫຍ້ານີ້ ສາມາດປ້ອງກັນການເຊາະລ້າງທາດອາຫານໃນດິນ, ເທີງໜ້າດິນໃນເວລາຝົນຕົກແຮງ ແລະ ບໍ່ເຮັດໃຫ້ດິນແໜ້ນ,ບໍ່ເຮັດໃຫ້ດິນແຂງ - ຈຸລິນຊີເພີ່ມຂ້ືນ (ຍ້ອນໃບຮາກທີ່ຕາຍໄປທັບຖົມກັນແລ້ວເນົ່າເປື່ອຍ ) - ດີນງອກງາມຂື້ນ (ຍ້ອນໃບຮາກຫຍ້າທີ່ຕາຍ ໄປທັບຖົມກັນ ແລ້ວເນົ່າເປື່ອຍ ກາຍເປັນຝຸ່ນໃຫ້ດິນ, ການຖ່າຍເທມູນສັດ ທີ່ປ່ອຍງົວເຂົ້າໄປກິນຫຍ້າ) - ສໍາລັບ ສັດລ້ຽງ ແມ່ນໄຫ່ຍໄວ ແຂງແຮງດີ - ຫຸຼດຜ່ອນ ອັດຕາການເກີດພະຍາດຫຼາຍຂ້ືນ, ສັດບ່ໍເສຍຫາຍ - ຊາວກະສິກອນ ມີລາຍໄດ້ເພີ່ມຂ້ືນຈາກການຂາຍສັດ (ສາມາດ ສ້າງລາຍໄດ້ 80,000,000 ກີບ/ປີ) - ມີເວລາຫວ່າງ ພຽງພໍ ໃນການເຮັດກີດຈະກາໍ ການຜະລິດອ່ືນໆ ພາຍໃນຄອບຄົວ.
ຈຸດອ່ອນ - ຄວາມຫຼາກຫຼາຍ ຂອງຊິວະນາໆພັນຫຼຸດລົງເຊັ່ນ: ແມງໄມ້ທີ ່ ເປັນປະໂຫຍດຫຼຸດລົງ (ຈີ່ນາຍ,ຈິ່ຫຼໍ່) - ຈາໍນວນ ແລະ ປະເພດ ເຄື່ອງປ່າຂອງດົງຫຼຸດລົງ ເປັນຕົ້ນ ແມ່ນເຫັດລະໂງກ, ເຫັດຂ່າ, ເຫັດດີນ, ຂີ້ຊີ, ແຂມ, ຫວາຍ - ຈາໍນວນສັດປ່າ ກໍ່ຫຼຸດລົງ ຈາກເມື່ອກ່ອນ ເຄີຍພົບເຫັນ ກວາງ, ຟານ, ກະຮອກ, ກະແຕ ຢູ່ພື້ນທີ່ດັ່ງກ່າວ. - ຈາໍກັດ ແຮງງານ ພາຍໃນຄອບຄົວ ເພື່ອປະກອບເຂົ້າໃນກິດຈະກາໍສ້ອມແປງຮົ້ວ ແລະ ປູກຫຍ້າ. - ຄ່າຈ້າງ ແຮງງານແພງ ວັນລະ 50,000 ກີບ/ວັນ ໃນກິດຈະກາໍ ບົວລະບັດຮັກສາ ສວນຫຍ້າ. - ມີຄວາມຫຍຸ້ງຍາກ ໃນການບົວລະບັດ ກໍາຈັດວັດສະພືດ ເຊັ່ນ ຫຍ້າໜາມແກ້ວ ເກີດຂື້ນຫຼາຍ. - ປະຢັດຕົ້ນທືນ ໃນການຊື້ແກ່ນຫຍ້າ ເພາະປະຊາຊົນ ສາມາດ ໄປຂຸດເອົາເຫງົ້າ ໄດ້ຢູ່ຕາມພື້ນທີ່ໆ ເຄີຍປູກຫຍ້າ ຜ່ານມາຂອງໂຄງການ.
2.3 ຮູບພາບຂອງເຕັກໂນໂລຢີ
2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ
ປະເທດ:
ລາວ
ພາກພື້ນ / ລັດ / ແຂວງ:
ແຂວງ ອັດຕະປື
ຂໍ້ມູນເພີ່ມເຕີມຂອງສະຖານທີ່:
ບ້ານຕາດແສງ, ເມືືອງຊານໄຊ
ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
- ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກບໍ່ຮູ້ເນື້ອທີ່ທີ່ແນ່ນອນ, ໃຫ້ລະບຸ ເນື້ອທີ່ໂດຍປະມານ ທີ່ໃກ້ຄຽງ:
- 0.1-1 ກມ 2
Map
×2.6 ວັນທີໃນການຈັດຕັ້ງປະຕິບັດ
ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:
2011
ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
- ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)
2.7 ການນໍາສະເໜີ ເຕັກໂນໂລຢີ
ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
- ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ
- ໂດຍຜ່ານໂຄງການ / ການຊ່ວຍເຫຼືອຈາກພາຍນອກ
ຄວາມຄິດເຫັນ (ປະເພດ ໂຄງການ ແລະ ອື່ນໆ):
ເຕັກນິກດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການ ADB (ທືນພັດທະນາ ກະສິກຳ)
3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ
3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ
- ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
- ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
- ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ
3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້
ທົ່ງຫຍ້າລ້ຽງສັດ
ການລ້ຽງສັດແບບປ່ອຍ ຕາມທຳມະຊາດ:
- ແບບຂັງຄອກ
ທົ່ງຫຍ້າລ້ຽງສັດແບບສຸມ / ການຜະລິດອາຫານສັດ:
- ປັບປຸງ ທົ່ງຫຍ້າ
ຄວາມຄິດເຫັນ:
ຈໍານວນ ລະດູການ ປູກໃນປີໜຶ່ງ: 1
ຄວາມໜາແໜ້ນ ຂອງສັດລ້ຽງ (ຖ້າຫາກວ່າກ່ຽວຂ້ອງ): 130ໂຕ/15ເຮັກຕາ
3.4 ການສະໜອງນ້ຳ
ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
- ປະສົມປະສານ ກັນລະຫວ່າງ ນໍ້າຝົນ ແລະ ນໍ້າຊົນລະປະທານ
3.5 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ
- ການຄຸ້ມຄອງສັດລ້ຽງ ແລະ ທົ່ງຫຍ້າລ້ຽງສັດ
- ການປັບປຸງດິນ / ພືດຄຸມດິນ
3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ
ມາດຕະການ ທາງດ້ານການຄຸ້ມຄອງ
- M2: ການປ່ຽນແປງ ການຈັດການຄຸ້ມຄອງ / ລະດັບຄວາມໜາແໜ້ນ
3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ
ການເຊື່ອມໂຊມ ຂອງດິນ ທາງກາຍະພາບ
- Pc: ການອັດແໜ້ນ
ການເຊື່ອມໂຊມ ທາງຊີວະພາບ
- Bc: ການຫຼຸດຜ່ອນການປົກຫຸ້ມຂອງພືດ
- Bf: ຜົນກະທົບ ຄວາມເສຍຫາຍ ຈາກໄຟໄໝ້
ການເຊື່ອມໂຊມ ຂອງນໍ້າ
- Ha: ສະພາບແຫ້ງແລ້ງ
3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ
ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
- ການຟື້ນຟູ / ຟື້ນຟູດິນທີ່ຊຸດໂຊມ
- ປັບຕົວຕໍ່ການເຊື່ອມໂຊມຂອງດິນ
4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ
4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ
ຄຸນລັກສະນະ ຂອງເຕັກນິກ (ທີ່ກ່ຽວຂ້ອງ ກັບການແຕ້ມແຜນວາດ ທາງດ້ານເຕັກນີກ):
ການກະກຽມພ້ືນທີ ແມ່ນໄດ້ໄຊ້ລົດໄຖ ຄູໂບຕາ 4,000 ແຮງມ້າ
ຊະນິດພັນທີ ່ ໃຊ້ ແມ່ນ ຫຍ້າກີນີ ແລະ ປັດສະປາລອນ ໂດຍການປູກ ເປັນແຖວໃນພື້ນທີ ່ ດຽວກັນ
ຄວາມໜ້າແໜ້ນຂອງພືດ ທີ ່ ປູກແມ່ນ 37 000 ຕົ້ນ/ຮຕ
ພື້ນທີ ່ ການປູກຫຍ້າ ກວ້າງ 100 ແມັດ, ຍາວ 1500 ແມັດ
ການປູກຫຍ້າ ແມ່ນ ຂຸດຂຸມ ປູກ ຫ່າງກັນ 50 X 50 ຊັງຕີແມັດ
ໄລຍະຫ່າງ ລະຫວ່າງແຖວ ແມ່ນ 80 ຊັງຕີແມັດ
ພື້ນທີ ່ ການປູກຫຍ້າ ແມ່ນຢູ່ລຸ່ມຕີນພູ ມີຄວາມຄ້ອຍຊັນ ປະມານ 3-5%
ພາຍຫຼັງ ປູກແລ້ວ ກໍ່ມີການບົວລະບັດຮັກສາ 2 ຄັ້ງ/ປີ ໃນລະຫວ່າງ ເດືອນ 5 – 12.
ສ່ວນການເກັບກູ້ ແມ່ນນັບແຕ່ມື້ທີ ່ ປູກ ປະມານ 90-100 ວັນ ກໍ່ສາມາດຕັດຫຍ້າ ມາໃຫ້ສັດກິນໄດ້.
ຜູ້ຂຽນ:
ສິນນິລົງ ວົງຄຳຈັນ
ວັນທີ:
03/07/2017
4.2 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ
ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
- ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:
ເຮັກຕາ
ຖ້ານໍາໃຊ້ຫົວໜ່ວຍ ເນື້ອທີ່ຕາມທ້ອງຖິ່ນ, ໃຫ້ປ່ຽບເປັນ 1 ເຮັກຕາ (ຕົວຢ່າງ: 1 ເຮັກຕາ = 4 ໄລ່ ): 1 ເຮັກຕາ = :
15
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):
ກີບ
ຖ້າກ່ຽວຂ້ອງ, ໃຫ້ລະບຸອັດຕາແລກປ່ຽນຈາກ USD ເປັນສະກຸນເງິນທ້ອງຖິ່ນ (ເຊັ່ນ: 1 USD = 79.9 Brazilian Real): 1 USD =:
8000.0
ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:
50000
4.3 ການສ້າງຕັ້ງກິດຈະກໍາ
ກິດຈະກໍາ | Timing (season) | |
---|---|---|
1. | ລົງສຳຫຼວດຄວາມເໝາະສົມຂອງພື້ນທີ່ | ເດືອນ 1-2 |
2. | ການບຸກເບີກພື້ນທີ່ | |
3. | ການປູກ(ການຢອດເມັດ) | |
4. | ການບົວລະບັດສາ ແລະ ການໃສ່ຝຸ່ນ | |
5. | ການເຮັດຮົ້ວອ້ອມສວນ |
4.4 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານປູກຫຼື ຢອດເມັດ | ຄົນ | 20.0 | 50000.0 | 1000000.0 | 100.0 |
ແຮງງານ | ແຮງງານເຮັດຮົ້ວ | ຄົນ | 30.0 | 50000.0 | 1500000.0 | 100.0 |
ແຮງງານ | ແຮງງານໃສ່ຝຸ່ນ | ຄົນ | 60.0 | 50000.0 | 3000000.0 | 100.0 |
ອຸປະກອນ | ຄ້ອນຕີ | ດວງ | 6.0 | 35000.0 | 210000.0 | |
ອຸປະກອນ | ເຫຼັກຫງັດ | ດ້າມ | 3.0 | 170000.0 | 510000.0 | |
ອຸປະກອນ | ຂົນຝຸ່ນເຂົ້າໃນສວນ | ທ້ຽວ | 60.0 | 35000.0 | 2100000.0 | |
ອຸປະກອນ | ເຄ່ືອງອັດຫຍ້າ | ເຄ່ືອງ | 3.0 | 1500000.0 | 4500000.0 | |
ວັດສະດຸໃນການປູກ | ແກ່ນຫຍ້າລູຊີ | ກິໂລກຣາມ | 55.0 | 50000.0 | 2750000.0 | |
ວັດສະດຸໃນການປູກ | ແກ່ນຫຍ້າກິນີ | ກິໂລກຣາມ | 40.0 | 50000.0 | 2000000.0 | |
ວັດສະດຸໃນການປູກ | ຫຍ້າມູລາໂຕ | ກິໂລກຣາມ | 35.0 | 50000.0 | 1750000.0 | |
ຝຸ່ນ ແລະ ຢາຊີວະພາບ | ຝຸ່ນຄອກ | ໂຕນ | 40.0 | 200000.0 | 8000000.0 | 100.0 |
ວັດສະດຸກໍ່ສ້າງ | ຕະປູ | ແກັດ | 1.0 | 80000.0 | 80000.0 | |
ວັດສະດຸກໍ່ສ້າງ | ເຫລັກໝາກຈັບ | ໂຄ້ງ | 48.0 | 250000.0 | 12000000.0 | |
ວັດສະດຸກໍ່ສ້າງ | ຫຼັກຮົ້ວ | ຫຼັກ | 1600.0 | 10000.0 | 16000000.0 | |
ວັດສະດຸກໍ່ສ້າງ | ຂຸມຫຼັກຮົ້ວ | ຂຸມ | 1600.0 | 3000.0 | 4800000.0 | |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ | 60200000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ | 7525.0 |
ຖ້າທ່ານບໍ່ສາມາດ ໄຈ້ແຍກຄ່າໃຊ້ຈ່າຍໃນຕາຕະລາງຂ້າງເທິງ, ໃຫ້ຄາດຄະເນຂອງຄ່າໃຊ້ຈ່າຍທັງຫມົດ ຂອງການສ້າງເຕັກໂນໂລຢີ:
61878000.0
4.5 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ
ກິດຈະກໍາ | ໄລຍະເວລາ / ຄວາມຖີ່ | |
---|---|---|
1. | ການໃສ່ຝຸ່ນຄອກ | None |
2. | ການຕັດຫຍ້າມາໃຫ້ສັດກິນ | None |
3. | ການອະນະໄມວັດສະພືດຫຼັງການຕັດຫຍ້າ | None |
4. | ການສ້ອມແຊມແປງຮົ້ວຮາວ | None |
ຄວາມຄິດເຫັນ:
ດ້ານການບຳລຸງຮັກສາແມ່ນຈະບໍ່ຄ່ອຍມີກິດຈະກຳຫຼາຍ ຈະເປັນກິດຈະກຳທີ່ ຕ້ອງປະຕິບັດພຽງຄັ້ງດຽວຕໍ່ປີເທົ່ານັ້ນ.
4.6 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານ | ຄົນ | 50.0 | 30000.0 | 1500000.0 | 100.0 |
ອຸປະກອນ | ຈົກ | ດວງ | 25.0 | 30000.0 | 750000.0 | |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ | 2250000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ | 281.25 |
4.7 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ
ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:
ອຸປະກອນ ທີ່ໃຊ້ເຂົ້າ ໃນການເຮັດນ້ຳລິນ (ທໍ່, ອ່າງເກັບນ້ຳ) ແລະ ອຸປະກອນ ເຮັດຮົ້ວ ເພື່ອປ້ອງກັນບໍ່ໃຫ້ສັດເຂົ້າພື້ນທີ່
5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ
5.1 ອາກາດ
ປະລິມານນໍ້າຝົນປະຈໍາປີ
- < 250 ມີລິແມັດ
- 251-500 ມີລິແມັດ
- 501-750 ມີລິແມັດ
- 751-1,000 ມີລິແມັດ
- 1,001-1,500 ມີລິແມັດ
- 1,501-2,000 ມີລິແມັດ
- 2,001-3,000 ມີລິແມັດ
- 3,001-4,000 ມີລິແມັດ
- > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):
2500.00
ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:
ມີຝົນເລີ່ມຕົກນັບແຕ່ກາງເດືອນ5-6, ຝົນຕົກແຮງແມ່ນໃນຊ່ວງເດືອນ 8-9-ຕົ້ນເດືອນ10. ສະເພາະການຕົກຂອງຝົນໃນພື້ນທີ່ດັ່ງກ່າວແມ່ນເລີ່ມຕົກແຕ່ ເດືອນ 6-11
ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:
ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ເຂດສະພາບອາກາດກະສິກໍາ
- ເຄີ່ງຄວາມຊຸ່ມ
ສະເພາະການຕົກຂອງຝົນໃນເຂດພື້ນທີ່ດັ່ງກ່າວແມ່ນເລີ່ມຕົກແຕ່ ກາງເດືອນ5 -11
5.2 ພູມິປະເທດ
ຄ່າສະເລ່ຍ ຄວາມຄ້ອຍຊັນ:
- ພື້ນທີ່ຮາບພຽງ (0-2%)
- ອ່ອນ (3-5 %)
- ປານກາງ (6-10 %)
- ມ້ວນ (11-15 %)
- ເນີນ(16-30%)
- ໍຊັນ (31-60%)
- ຊັນຫຼາຍ (>60%)
ຮູບແບບຂອງດິນ:
- ພູພຽງ / ທົ່ງພຽງ
- ສັນພູ
- ເປີ້ນພູ
- ເນີນພູ
- ຕີນພູ
- ຮ່ອມພູ
ເຂດລະດັບສູງ:
- 0-100 ແມັດ a.s.l.
- 101-500 ແມັດ a.s.l.
- 501-1,000 ແມັດ a.s.l.
- 1,001-1,500 ແມັດ a.s.l.
- 1,501-2,000 ແມັດ a.s.l.
- 2,001-2,500 ແມັດ a.s.l.
- 2,501-3,000 ແມັດ a.s.l.
- 3,001-4,000 ແມັດ a.s.l.
- > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
- ບໍ່ກ່ຽວຂ້ອງ
5.3 ດິນ
ຄວາມເລິກ ຂອງດິນສະເລ່ຍ:
- ຕື້ນຫຼາຍ (0-20 ຊັງຕີແມັດ)
- ຕື້ນ (21-50 ຊຕມ)
- ເລີກປານກາງ (51-80 ຊຕມ)
- ເລິກ (81-120 ຊມ)
- ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
- ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
- ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
- ປານກາງ (1-3 %)
5.4 ມີນໍ້າ ແລະ ຄຸນນະພາບ
ລະດັບ ນໍ້າໃຕ້ດິນ:
5-50 ແມັດ
ການມີນໍ້າ ເທິງໜ້າດິນ:
ປານກາງ
ຄຸນນະພາບນໍ້າ (ບໍ່ມີການບໍາບັດ):
ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)
ມີບັນຫາ ກ່ຽວກັບນໍ້າເຄັມບໍ່?
ບໍ່ແມ່ນ
ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?
ບໍ່ແມ່ນ
5.5 ຊີວະນາໆພັນ
ຄວາມຫຼາກຫຼາຍ ທາງສາຍພັນ:
- ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
- ປານກາງ
5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ
ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
- ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
- ການຄ້າ / ຕະຫຼາດ
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
- ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
- ສະເລ່ຍ
- ຮັ່ງມີ
ບຸກຄົນ ຫຼື ກຸ່ມ:
- ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
- ເຄື່ອງກົນຈັກ
ເພດ:
- ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
- ໄວກາງຄົນ
5.7 ເນື້ອທີ່ສະເລ່ຍຂອງດິນ ທີ່ຜູ້ນຳໃຊ້ທີ່ດິນ ໃຊ້ເຮັດເຕັກໂນໂລຢີ
- <0.5 ເຮັກຕາ
- 0.5-1 ເຮັກຕາ
- 1-2 ເຮັກຕາ
- 2-5 ເຮັກຕາ
- 5-15 ເຮັກຕາ
- 15-50 ເຮັກຕາ
- 50-100 ເຮັກຕາ
- 100-500 ເຮັກຕາ
- 500-1,000 ເຮັກຕາ
- 1,000-10,000 ເຮັກຕາ
- > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
- ຂະໜາດໃຫຍ່
5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ
ເຈົ້າຂອງດິນ:
- ຊຸມຊົນ / ບ້ານ
ສິດທິ ໃນການນໍາໃຊ້ທີ່ດິນ:
- ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
- ບຸກຄົນ
5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ສຸຂະພາບ:
- ທຸກຍາກ
- ປານກາງ
- ດີ
ການສຶກສາ:
- ທຸກຍາກ
- ປານກາງ
- ດີ
ການຊ່ວຍເຫຼືອ ດ້ານວິຊາການ:
- ທຸກຍາກ
- ປານກາງ
- ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
- ທຸກຍາກ
- ປານກາງ
- ດີ
ຕະຫຼາດ:
- ທຸກຍາກ
- ປານກາງ
- ດີ
ພະລັງງານ:
- ທຸກຍາກ
- ປານກາງ
- ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
- ທຸກຍາກ
- ປານກາງ
- ດີ
ການດື່ມນໍ້າ ແລະ ສຸຂາພິບານ:
- ທຸກຍາກ
- ປານກາງ
- ດີ
ການບໍລິການ ທາງດ້ານການເງິນ:
- ທຸກຍາກ
- ປານກາງ
- ດີ
6. ຜົນກະທົບ ແລະ ລາຍງານສະຫຼຸບ
6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ຜົນກະທົບທາງເສດຖະກິດສັງຄົມ
ການຜະລິດ
ການຜະລິດພືດ
ຄວາມຄິດເຫັນ / ລະບຸແຈ້ງ:
ກ່ອນຫນ້ານີ້ ດິນໄດ້ຖືກປະສົມກັບກ້ອນຫີນນ້ອຍໃຫຍ່, ດັ່ງນັ້ນມັນຍາກສໍາລັບການປູກ. ໂດຍການນໍາໃຊ້ວິທີການປູກຫຍ້າ ແມ່ນ ຄ່ອຍໆເອົາກ້ອນຫີນເຫຼົ່ານັ້ນອອກ ແລະ ການຜະລິດການປູກພືດກໍ່ເພີ່ມຂື້ນ.
ການຜະລິດອາຫານສັດ
ຄວາມຄິດເຫັນ / ລະບຸແຈ້ງ:
ກ່ອນທີ່ຜູ້ໃຊ້ທີ່ດິນຈະປ່ອຍໃຫ້ສັດຂອງຕົນ ກີນຫຍ້າຕາມທໍາມະຊາດ. ຫຼັງຈາກນັ້ນ, ໂດຍການປູກແນວພັນຫຍ້າທີ່ແຕກຕ່າງກັນໃນເຂດພື້ນທີ່ຂະຫນາດໃຫຍ່, ການຜະລິດອາຫານສັດໄດ້ເພີ່ມຂື້ນຢ່າງຫຼວງຫຼາຍ
ຄຸນນະພາບຂອງອາຫານສັດ
ຄວາມຄິດເຫັນ / ລະບຸແຈ້ງ:
ຫຍ້າທໍາມະຊາດມີທາດອາຫານ ແລະ ທາດໂປຼຕີນຕໍ່າ ທີ່ຈໍາເປັນສໍາລັບການເຕີບໂຕຂອງສັດລ້ຽງ ເມື່ອທຽບກັບແນວພັນທີ່ມີໂປຼຕີນສູງ ທີ່ປູກໂດຍຊາວກະສິກອນ
ຜົນຜະລິດຂອງສັດ
ຄວາມຄິດເຫັນ / ລະບຸແຈ້ງ:
ກ່ອນຫນ້ານີ້ ການຂາດແຄນອາຫານສໍາລັບ ການລ້ຽງສັດໄດ້ເຮັດໃຫ້ການຜະລິດສັດຕົກຕໍ່າ. ປັດຈຸບັນຊາວກະສິກອນສາມາດ ນຳເອົາອາຫານສັດຈາກທົ່ງຫຍ້າຂອງລາວຢ່າງພຽງພໍ, ການຜະລິດສັດເພີ່ມຂື້ນຢ່າງຫຼວງຫຼາຍ.
ຄວາມສ່ຽງ ຕໍ່ຜົນຜະລິດ
ຄວາມຄິດເຫັນ / ລະບຸແຈ້ງ:
ເນື່ອງຈາກວ່າອາຫານສັດມີຈໍາກັດ ໂດຍສະເພາະແມ່ນໃນລະດູແລ້ງ, ຄວາມລົ້ມເຫຼວຂອງການຜະລິດສັດແມ່ນມີບັນຫາ. ປັດຈຸບັນ ລາວສາມາດຜະລິດອາຫານສັດທີ່ມີຄຸນຄ່າສູງ ໃນພື້ນທີ່ຂະຫນາດໃຫຍ່, ຄວາມສ່ຽງຂອງການຜະລິດຫຼຸດລົງບາງລະດັບ.
ຄວາມໜາແໜ້ນ ຂອງຜົນຜະລິດ
ຄວາມຄິດເຫັນ / ລະບຸແຈ້ງ:
ເມື່ອກ່ອນ ທີ່ຊາວກະສິກອນ ມີພຽງແຕ່ຫຍ້າທໍາມະຊາດຈາກທຳມະຊາດ, ແຕ່ວ່າໃນປັດຈຸບັນເຂົາຜະລິດຫຍ້າ Napier, ຫຍ້າ ກີນີ, ຫຍ້າ Paspalum ໂດຍຕົນເອງ
ເນື້ອທີ່ການຜະລິດ
ຄວາມຄິດເຫັນ / ລະບຸແຈ້ງ:
ເມື່ອກ່ອນ ການລ້ຽງສັດ ແມ່ນ ຂື້ນກັບປ່າທໍາມະຊາດ ແລະ ຈາກທົ່ງນາ. ຫຼັງຈາກຊາວກະສິກອນສາມາດຂະຫຍາຍພື້ນທີ່ຜະລິດໄດ້ 15 ຕາແມັດ.
ການຈັດການຄຸ້ມຄອງທີ່ດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ເມື່ອກ່ອນ ສັດຈະກີນຫຍ້າຢູ່ຕາມບ້ານ, ແລະຊາວກະສິກອນຕ້ອງປອ້ງສັດ. ຫລັງຈາກການປູກຫຍ້າລ້ຽງສັດ ໃນພື້ນທີ່ຫຍ້າທີ່ມີຮົ້ວ ສາມາດປ່ອຍງົວໄດ້ ສອງອາທິດ. ໃນອະນາຄົດ ງົວສາມາດໄດ້ຮັບອາຫານໂດຍການຕັດ ຫຍ້າສົດ ຫຼື ຫຍ້າອາຫານແຫ້ງ.
ລາຍໄດ້ ແລະ ຄ່າໃຊ້ຈ່າຍ
ຄ່າໃຊ້ຈ່າຍ ປັດໄຈນໍາເຂົ້າ ໃນການຜະລິດກະສິກໍາ
ຄວາມຄິດເຫັນ / ລະບຸແຈ້ງ:
ເຂດພື້ນທີ່ຂະຫຍາຍຕົວ ໄດ້ຮຽກຮ້ອງໃຫ້ມີການປະກອບສ່ວນທາງດ້ານການເງິນເພີ່ມເຕີມເພື່ອສ້າງກະສິກໍາລ້ຽງສັດ ແລະ ການປູກ 15 ເຮັກຕາເພີ່ມເຕີມ (ຄ່າໃຊ້ຈ່າຍໃຫມ່: ທີ່ພັກອາໄສສັດລ້ຽງ, ຮົ້ວ, ແນວພັນຫຍ້າ ແລະ ການບໍາລຸງລ້ຽງກະສິກໍາ).
ລາຍຮັບ ຈາກການຜະລີດ
ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:
80,000,000 kip/annualຂື້ນ
ຄວາມຄິດເຫັນ / ລະບຸແຈ້ງ:
ການພີ່ມຂື້ນຂອງລາຍຮັບ ອີງໃສ່ຄວາມຈິງ, ວ່າໃນປັດຈຸບັນ ຊາວກະສິກອນສາມາດຂາຍງົວທີ່ມີສຸຂະພາບແຂງແຮງ ແລະ ລາຄາທີ່ດີ. ຕົວຈິງແລ້ວ, ລາວຜະລິດງົວ ແມ່ນສົ່ງອອກໄປເຖີງຫວຽດນາມ.
ຄວາມຫຼາກຫຼາຍ ຂອງແຫຼ່ງລາຍຮັບ
ຄວາມຄິດເຫັນ / ລະບຸແຈ້ງ:
ເມື່ອກ່ອນ ງົວໄດ້ຂາຍຈໍານວນຫນ້ອຍ. ຫຼັງຈາກການນໍາໃຊ້ເຕັກໂນໂລຢີ, ຊາວກະສິກອນກໍ່ໄດ້ລ້ຽງງົວ, ຫມູ, ສັດປີກໃຫ້ແກ່ຕະຫຼາດ. ນອກຈາກນັ້ນ, ລາວຍັງສາມາດຂາຍແນວພັນຫຍ້າຕ່າງໆ.
ມີວຽກໜັກ
ຄວາມຄິດເຫັນ / ລະບຸແຈ້ງ:
ການລ້ຽງສັດທີ່ຜ່ານມາ ໂດຍອີງໃສ່ ການລ້ຽງສັດແບບປ່ອຍຕາມໝູ່ບ້ານ. ການສ້າງ ແລະ ບໍາລຸງຮັກສາພື້ນທີ່ທົ່ງຫຍ້າໃຫມ່ ແລະ ການລ້ຽງງົວອື່ນໆ ທີ່ເພີ່ມຂື້ນໄດ້ເຮັດໃຫ້ວຽກງານເພີ່ມຂື້ນ
ຜົນກະທົບຕໍ່ລະບົບນິເວດ
ດິນ
ການປົກຄຸມຂອງດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ການປົກຫຸ້ມຂອງດິນໄດ້ເພີ່ມຂື້ນຢ່າງຫຼວງຫຼາຍ ເນື່ອງຈາກວ່າການປູກແນວພັນຫຍ້າທີ່ໜາແໜ້ນ.
ການສູນເສຍດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ດິນສາມາດໄດ້ຮັບການແກ້ໄຂດ້ວຍຮາກທີ່ຂະຫຍາຍ ແລະ ລືກຂອງແນວພັນຫຍ້າທີ່ແຕກຕ່າງກັນ. ນອກຈາກນັ້ນ, ເສດຫຍ້າກໍ່ສະຫນັບສະຫນູນການປົກຫຸ້ມຂອງດິນທີ່ດີ ຫຼຸດຜ່ອນການສູນເສຍດິນໂດຍການເຊາະເຈື່ອນຂອງນ້ໍາ.
ການທັບຖົມຂອງດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ໃນໄລຍະລະດູຝົນເສດພືດຜັກ ແລະ ປຸຍສາມາດເພີ່ມການສະສົມຂອງດິນ.
ການອັດແໜ້ນຂອງດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ລະບົບຮາກທີ່ຂະຫຍາຍຕົວ ແລະ ເລິກຂອງການປູກຫຍ້າປັບປຸງໂຄງສ້າງດິນຢ່າງຈະແຈ້ງ.
6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ | ເພີ່ມຂື້ນ ຫຼື ຫຼຸດລົງ | ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|---|---|
ອຸນຫະພູມປະຈໍາປີ | ເພີ່ມຂື້ນ | ບໍ່ຮູ້ | |
ອຸນຫະພູມລະດູການ | ລະດູແລ້ງ | ເພີ່ມຂື້ນ | ດີ |
ປະລິມານນໍ້າຝົນປະຈໍາປີ | ຫຼຸດລົງ | ປານກາງ | |
ປະລິມານນໍ້າຝົນຕາມລະດູການ | ຄວາມຊຸ່ມ / ລະດູຝົນ | ຫຼຸດລົງ | ປານກາງ |
ການປ່ຽນແປງສະພາບດິນຟ້າອາກາດອື່ນໆ | ເພີ່ມຂື້ນ | ບໍ່ຮູ້ |
ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)
ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ພະຍຸຝົນ | ປານກາງ |
ພາຍຸລົມທ້ອງຖິ່ນ | ປານກາງ |
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ອາກາດໜາວຮຸນແຮງ | ປານກາງ |
ແຫ້ງແລ້ງ | ບໍ່ດີ |
ໄພພິບັດທາງຊີວະພາບ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ແມງໄມ້ / ການລະບາດຂອງພະຍາດ | ປານກາງ |
6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງລົບ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກ
ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງບວກເລັກນ້ອຍ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກ
6.5 ການປັບຕົວຮັບເອົາເຕັກໂນໂລຢີ
- ກໍລະນີດຽວ / ການທົດລອງ
ຖ້າຫາກວ່າມີ, ປະລິມານ (ຈໍານວນຂອງຄົວເຮືອນ / ເນື້ອທີ່ການຄຸ້ມຄອງ):
15
ທັງໝົດນັ້ນ ແມ່ນໃຜ ໄດ້ປັບຕົວເຂົ້າ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
- 91-100%
6.6 ການປັບຕົວ
ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?
ແມ່ນ
ອື່ນໆ (ລະບຸແຈ້ງ):
ຄວາມເປັນເຈົ້າຂອງ ແລະ ອົງການຈັດຕັ້ງ
ລະບຸການຮັບຮອງເອົາ ເຕັກໂນໂລຢີ (ການອອກແບບ, ອຸປະກອນການ / ຊະນິດພັນ ແລະ ອື່ນໆ):
ໃນຕົ້ນປີ 2009, ເຕັກໂນໂລຢີກວມເອົາເນື້ອທີ່ບ້ານ 15 ເຮັກຕາ ແລະ ໄດ້ຮັບການສ້າງຕັ້ງຂື້ນ ໂດຍການສະຫນັບສະຫນູນຂອງໂຄງການ ແລະ ຮັກສາໄວ້ໂດຍກຸ່ມລ້ຽງສັດ. ຫຼັງຈາກນັ້ນໃນປີ 2014 - ຫຼັງຈາກຄວາມລົ້ມເຫລວຂອງໂຄງການ ຍ້ອນຄວາມຫຍຸ້ງຍາກໃນການຈັດຕັ້ງ ແລະ ການບໍາລຸງຮັກສາ - ຜູ້ໃຊ້ທີ່ດິນຂອງບ້ານ ໄດ້ເຊົ່າດິນຈາກອໍານາດທ້ອງຖິ່ນ ແລະ ນໍາໃຊ້ເຕັກໂນໂລຢີດ້ວຍຕົນເອງ.
6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ
ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ |
---|
ໃນເບື້ອງຕົ້ນໂຄງການ (ADB) ໄດ້ໃຫ້ອຸປະກອນ, ແກ່ນຫຍ້າ ແລະ ການກະກຽມດິນ |
ປັບປຸງຄຸນນະພາບການລ້ຽງສັດ |
ເພີ່ມລາຍຮັບຂອງຄົວເຮືອນຈາກສັດລ້ຽງ |
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ |
---|
ຄຸນະພາບຂອງດີນດີຂື້ນ ຍ້ອນຝຸ່ນສັດ ແລະ ເສດພືດ |
6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ນ້ໍາບໍ່ພຽງພໍໃນລະດູແລ້ງ ເຊິ່ງສົ່ງຜົນກະທົບຕໍ່ການຜະລິດຫຍ້າ | ຕ້ອງການພື້ນທີ່ເກັບນ້ຳ |
ຄວາມຫຍຸ້ງຍາກໃນການຄວບຄຸມສັດໃນພື້ນທີ່ຂະຫນາດໃຫຍ່ດັ່ງກ່າວ | ຈໍາກັດພື້ນທີ່ລ້ຽງສັດ |
ມີຄວາມຫຍຸ້ງຍາກທີ່ຈະເກັບມູນສັດ ເພື່ອໃສ່ຝຸ່ນໃຫ້ດີນ |
7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່
7.1 ວິທີການ / ແຫຼ່ງຂໍ້ມູນ
- ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ
1 ຄັ້ງ
- ການສໍາພາດ ຜູ້ນໍາໃຊ້ທີ່ດິນ
2 ຄົນ
ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?
27/06/2017
ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ
ຂະຫຍາຍທັງໝົດ ຍຸບທັງໝົດການເຊື່ອມຕໍ່
ບໍ່ມີຂໍ້ມູນການເຊື່ອມຕໍ່
ເນື້ອໃນ
ບໍ່ມີເນື້ອໃນ