ນີ້ແມ່ນສະບັບເກົ່າ, ກໍລະນີນີ້ ບໍ່ມີການເຄື່ອນໄຫວ. ໄປທີ່ສະບັບປະຈຸບັນ.
ເຕັກໂນໂລຢີ
​ຊັກ​ຊ້າ

ການເຮັດນາ ລະດູແລ້ງ ໃສ່ດິນບໍລິເວນຮາບພຽງ ແຄມຫ້ວຍ [ລາວ]

technologies_2298 - ລາວ

ຄວາມສົມບູນ: 88%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ລາວ

ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ:

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

17/05/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ການເຮັດນາ ລະດູແລ້ງ ຢູ່ສອງຟາກຫ້ວຍ ມີຈຸດປະສົງ ເພືື່ອແນໃສ່ ຢູດຕິ ການຖາງປ່າເຮັດໄຮ່ ແບບເລື່ອນລອຍ ໃນເຂດພູດອຍ ທັງເປັນການປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖ່ີນ.

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ເຕັກນິກ ການເຮັດນາ ລະດູແລ້ງ ຢູ່ແຄມຫ້ວຍ ເປັນແນວຄວາມຄິດ ລິເລ່ີມ ຈາກໂຄງການ Oxfarm Australia. ຊ່ຶງໃນເມ່ືອກ່ອນ ປະຊາຊົນ ພາຍໃນທອ້ງຖ່ີນ ເຄີຍຖາງປ່າເຮັດໄຮ່ເຂົ້າ ເປັນກິດຈະກໍາຫັຼກ ໃນການດໍາລົງຊີວິດ ຂອງປະຊາຊົນ ໃນເຂດພູດອຍ ແລະ ປະຊາຊົນ ກໍ່ບໍ່ເຄີຍເຮັດນາມາກ່ອນ.ຈາກສະພາບ ການດັ່ງກ່າວນັ້ນ, ປະຊາຊົນກ່ໍໄດ້ພົບບັນຫາ ການຂາດເຂົ້າກິນ ແລະ ເນື່ອງຈາກ ຈໍາກັດ ເນ້ືອທ່ີການຜະລິດ ແລະ ຈໍານວນ ຂອງປະຊາກອນເພີ່ມຂ້ຶນ ແລະ ເກີດມີການຍາດແຍ່ງ ພື້ນທ່ີ ທໍາການຜະລິດ. ດັ່ງນັ້ນ, ທາງໂຄງການ Oxfarm Australia ໄດ້ລິເລ່ີມເຂົ້າມາເມືອງຕະໂອ້ຍ ໃນຊຸມປີ 1996 ພາຍໃຕ້ ຈຸດປະສົງ ໂຄງການ ເພື່ອຫຸຼດຜອ່ນ ການບຸກລຸກ ທໍາມະຊາດ ໃນເຂດທຸລະການດານ ໂດຍໄດ້ມີການສ້າງຕັ້ງ ຄະນະ ກໍາມາທິການ ໃນການຄຸ້ມຄອງ ໄພພິບັດ ທາງທໍາມະຊາດ ໃນຂັນບາ້ນ. ໂດຍທາງໂຄງການ ໄດ້ເລັງເຫັນຄວາມສໍາຄັນ ແລະ ການຈັດສັນ ອາຊີບຄົງທີ່ ເພື່ອສະເຫນີ ໃຫ້ປະຊາຊົນ ໂດຍເລັງເຫັນ ເຕັກນິກ ການເຮັດນາ ລະດູແລ້ງ ຢູ່ແຄມຫ້ວຍ ເປັນອີກທາງເລືອກຫນ່ືງ ໃຫ້ແກ່ປະຊາຊົນ ເພື່ືຶ່ອປັບປຸງ ຊີວິດການເປັນຢູ່ ຂອງເຂົາເຈົ້າ ທັງສາມາດ ຄໍາ້ປະກັນ ສະບຽງອາຫານ ແລະ ຫຼຸດຜ່ອນບັນຫາ ການເຮັດວຽກໜັກຂອງສະມາຊີກ ພາຍ ໃນຄອບຄົວ. ໃນເບ້ືອງຕົ້ນ ທາງໂຄງການ ແມ່ນໄດ້ມີການຝຶກອົບຮົມ ໃຫ້ປະຊາຊົນ ຮູ້ຈັກນຳໃຊ້ຄວາຍ ໃນການໄຖນາ ເພາະປະຊາຊົນ ບໍ່ເຄີຍເຮັດນາມາກ່ອນ. ພ້ອມທັງ ການສະໜອງແນວພັນເຂົ້າ, ຈົກ ແລະ ຊວ້ນ ໃນການບຸກເບີກ ແລະ ກະກຽມດິນນາ. ຊ່ືງໃນໄລຍະເບ້ືອງຕົ້ນ ທ່ີທາງໂຄງ ການ ເຂົ້າມາສົ່ງເສີມ ການເຮັດນາ ຢູ່ໃນບາ້ນ ບ່ໍມີຫຼາຍຄອບຄົວ ສົນໃຈເຮັດທົດລອງ ກັບທາງໂຄງການ ເນ່ືອງຈາກເຂົາເຈົ້າ ຢ້ານຜິດຮີດຄອງປະ ເພນີ ເພາະປະຊາຊົນ ເຊ່ືອວ່າ ການປູກເຂົ້າ ແມ່ນຕອ້ງປູກໃສ່ດິນຢູ່ສູງ ແລະ ບ່ໍປູກແຊ່ກັບນໍາ້ ຄືກບັການເຮັດນາ. ແຕ່ເຖິງຢ່າງໃດກ່ໍຕາມ, ໃນເວລານັ້ນ ກໍ່ມີຄອບຄົວ ຈໍານວນຫນ່ືງ ທ່ີຕັດສິນໃຈ ເຂົ້າຮ່ວມທົດລອງ ກັບທາງໂຄງການ ຊຶ່ງທາງໂຄງການ. ຂັ້ນຕອນ ແລະ ວິທີການ ໃນການເຮັດເຕັກ ນິກດັ່ງກ່າວ ແມ່ນປະຊາຊົນ ປະກອບສ່ວນ ໂດຍການໃຊ້ແຮງງານຄົນ ໃນການຂຸດດິນ, ກະກຽມດິນປັບຫນ້າດິນ ຢູ່ແຄມຫ້ວຍ ເພື່ອເຮັດໃຫ້ເປັນດິນຫຸຼບ ຫືຼ ພຽງເທົ່າກັບ ລະດັບ ນໍາ້ຫ້ວຍ ເພື່ອເຮັດໃຫ້ນໍ້າໃນຫ້ວຍ ສາມາດໄຫຼຍູ້ອອກໄປ ສູ່ພື້ນທີ່ ທ່ີດິນພຽງ ທ່ີປະຊາຊົນ ໄດ້ຂຸດ ແລະ ບຸກເບິກກຽມດິນໄວ້. ໂດຍສ່ວນໃຫ່ຍ ປະຊາຊົນ ຈະເລ່ີມຂຸດດິນ ໃນເດືອນທັນວາ ເຖິງ ເດືອນມັງກອນ ພາຍຫັຼງ ທ່ີນໍາ້ຢູ່ຫ້ວຍລົດລົງ ເນ່ືອງຈາກວ່າ ດິນບໍ ລິເວນດັ່ງກ່າວນັ້ນ ນໍາ້ໄດ້ຖ້ວມທຸກໆປີ ໃນເວລາລະດູຝົນ ຊ່ຶງເຮັດໃຫ້ ດິນເຂດດັ່ງກ່າວນັ້ນ ອຸດົມສົມບູນ ແລະ ຮັບນໍາ້ໄດ້ເປັນຢ່າງດີ. ມາເຖິງປະຈຸ ບັນ, ເຫັນໄດ້ວ່າ ປະຊາຊົນ ພາຍໃນບ້ານມີຄວາມສົນໃຈຫຼາຍ ໃນການເຮັດນາ ລະດູແລ້ງ ຢູ່ສອງຟາກຫ້ວຍ ແລະ ໄດ້ຂະຫຍາຍເນື້ອທີ່ນາອອກ ໃນບ່ອນທ່ີມີເງ່ືອນໄຂ ເປັນຕົ້ນ ແມ່ນບ່ອນທ່ີມີຫ້ວຍ ພາຍໃນບາ້ນ ແລະ ປະຊາຊົນ ກ່ໍມີຄວາມສຸກຫຼາຍ ທ່ີໄດ້ເຮັດນາ ຊ່ຶງສາມາດ ລົບລ້າງແນວຄວາມຄິດ ເຊ່ືອຖືແບບດັ້ງເດີມ ແລະ ຄວາມເຊ່ືອ ຈາກເມ່ືອກ່ອນ ທ່ີບ່ໍເຄີຍເຮັດນາ ແລະ ຢ້ານຜິດຮີດຄອງ ມາເຖິງປະຈຸບັນ ເຂົາເຈົ້າ ມີເຂົ້ານາ ໄວ້ກິນພາຍ ໃນຄອບຄົວ ເຫັນໄດ້ວ່າເຂົາເຈົ້າ ສາມາດ ຫຸຼດຜອ່ນ ເນ້ືອທ່ີ ການຖາງປ່າເຮັດໄຮ່ໄດ້ ທັງເປັນການຊ່ວຍປະຢັດ ແຮງງານ ໃນການເຮັດໄຮ່ເຂົ້າ ແລະ ນໍາໃຊ້ພື້ນທ່ີ ໃຫ້ເກີດປະໂຫຍດສູງສຸດ. ນອກຈາກນ້ີ, ປະຊາຊົນພາຍໃນບາ້ນ ທ່ີຢູ່ໃກ້ຄຽງ ກໍ່ໄດ້ນາໍເອົາບົດຮຽນດັ່ງກ່າວ ໄປຫມູນໃຊ້ ຈັດຕັ້ງປະຕິ ບັດ ໃນບາ້ນຂອງເຂົາເຈົ້າ.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ແຂວງສາລະວັນ

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ເມືອງຕະໂອ້ຍ

2.6 ວັນທີໃນການຈັດຕັ້ງປະຕິບັດ

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • 10-50 ປີ ຜ່ານມາ

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານໂຄງການ / ການຊ່ວຍເຫຼືອຈາກພາຍນອກ
ຄວາມຄິດເຫັນ (ປະເພດ ໂຄງການ ແລະ ອື່ນໆ):

ໂຄງການ Oxfarm Australia

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ແລະ ຜົນກະທົບ
  • ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ການປູກພືດປະຈໍາປີ

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍ້າຝົນ
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 1

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ການປິດພື້ນທີ່ (ຢຸດການນໍາໃຊ້, ເພື່ອປູກເປັນປ່າຟື້ນຟູ)
  • ການເກັບກັກນໍ້າ

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກວ່າ ເຕັກໂນໂລຢີ ໄດ້ແຜ່ຂະຫຍາຍທົ່ວພື້ນທີ່ືື ຢ່າງສະໜ່ຳສະເໝີ, ໃຫ້ລະບຸ ເນື້ອທີ່ ໂດຍການຄາດຄະເນ:
  • < 0.1 ກິໂລແມັດ2 (10 ເຮັກຕາ)

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການ ທາງການກະສິກໍາ

ມາດຕະການ ທາງການກະສິກໍາ

  • A1: ພືດ / ການປົກຫຸ້ມຂອງດິນ
ມາດຕະການ ທາງດ້ານການຄຸ້ມຄອງ

ມາດຕະການ ທາງດ້ານການຄຸ້ມຄອງ

  • M1: ການປ່ຽນແປງ ປະເພດ ການນໍາໃຊ້ທີ່ດິນ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ການເຊື່ອມໂຊມ ຂອງນໍ້າ

ການເຊື່ອມໂຊມ ຂອງນໍ້າ

  • HW: ການຫຼຸດຜ່ອນ ຄວາມສາມາດ ໃນການປ້ອງກັນພື້ນທີ່ດິນທາມ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປ້ອງກັນການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ທີມງານ ຈາກຫ້ອງການສົ່ງເສີມ ກະສິກຳ ແລະ ປ່າໄມ້ ເມືອງຕະໂອ້ຍ

ວັນທີ:

11/08/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

1. ກະກຽມ ແລະ ຂຸດປັບຫນ້າດິນ ລຽບຕາມແຄມຫ້ວຍ ໃນເດືອນທັນວາ ຫາ ເດືອນມັງກອນ
2. ການຕົກກ້າ (ເດືອນມັງກອນ ຫາ ເດືອນກຸມພາ)
3. ການໄຖດິນ
4. ການດຳນາ
5. ເກັບກ່ຽວເຂົ້າ (ເດືອນເມສາ ຫາ ເດືອນພືດສະພາ)

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8000.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

50.000

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ການປັບໜ້າດິນ ຢູ່ແຄມຫ້ວຍ ການຈັດການຄຸ້ມຄອງ ເດືອນທັນວາ ຫາ ເດືອນມັງກອນ

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ປັບໜ້າດີນ ວັນງານ 60.0 50000.0 3000000.0 100.0
ອຸປະກອນ ຈົກ ອັນ 2.0 30000.0 60000.0 100.0
ອຸປະກອນ ພ້າ ອັນ 2.0 20000.0 40000.0 100.0
ອຸປະກອນ ຄວາຍ ໂຕ 1.0 7000000.0 7000000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 10100000.0

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ແຮງງານ ໃນການປັບໜ້າດິນ ການຈັດການຄຸ້ມຄອງ ເດືອນທັນວາ ຫາ ເດືອນມັງກອນ
2. ການກະກຽມຕົກຕ້າ ພືດ ທ້າຍເດືອນມັງກອນ
3. ດຳນາ ພືດ 1 ເດືອນ ຫຼັງຈາກຕົກກ້າ
4. ເກັບກ່ຽວຜົນຜະລິດ ການຈັດການຄຸ້ມຄອງ ເດືອນພືດສະພາ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຕົກກ້າ ວັນງານ 2.0 50000.0 100000.0 100.0
ແຮງງານ ແຮງງານ ດຳນາ ວັນງານ 14.0 50000.0 700000.0 100.0
ແຮງງານ ແຮງງານ ໃນການເກັບກ່ຽວ ວັນງານ 14.0 50000.0 700000.0 100.0
ວັດສະດຸໃນການປູກ ແນວພັນເຂົ້າ ກິໂລ 10.0 4000.0 40000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 1540000.0

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ແຮງງານ ໃນການຂຸດ ປັບດິນນາ ແມ່ນໃຊ້ແຮງງານ ຈໍານວນຫຼາຍ ແລະ ໃຊ້ເວລາດົນ ຊ່ຶງເປັນປັດໃຈ ທ່ີສົ່ງຜົນ ຕໍ່ຕົ້ນທຶນ ໃນການເຮັດເຕັກນິກນ້ີ.

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ເຂດສະພາບອາກາດກະສິກໍາ
  • ເຄີ່ງຄວາມຊຸ່ມ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ບໍ່ກ່ຽວຂ້ອງ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ສູງ (> 3 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

ເທິງຊັ້ນໜ້າດິນ

ການມີນໍ້າ ເທິງໜ້າດິນ:

ດີ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ກຸ້ມຕົນເອງ (ພໍພຽງ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
  • ສັດລາກແກ່
ເພດ:
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ຜູ້ສູງອາຍຸ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດກາງ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ເປີດກວ້າງ (ບໍ່ມີການຈັດຕັ້ງ)

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

500 ກິໂລ/ເຮັກຕາ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

1200 ກິໂລ/ 0.7 ເຮັກຕາ

ການຜະລິດອາຫານສັດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ສາມາດ ເກັບເອົາເຟືອງ ມາເກືອ ເປັນອາຫານໃຫ້ງົວກິນໄດ້ ໂດຍສະເພາະ ໃນຊ່ວງລະດູແລ້ງ ທ່ີງົວອຶດຫຍາ້ກິນ

ຜົນຜະລິດຂອງສັດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ງົວ ໄດ້ກິນເຟືອງ ເຮັດໃຫ້ແຂງແຮງດີ

ຄວາມສ່ຽງ ຕໍ່ຜົນຜະລິດ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ກິດຈະກໍາ ການເຮັດນາ ສາມາດຫຸຼດຜອ່ນ ຄວາມສ່ຽງ ຂອງຜົນຜະລິດ ສົມທຽບກັບ ກິດຈະກໍາ ການເຮັດໄຮ່ເຂົ້າ ຊ່ຶງມີຄວາມສ່ຽງຫຼາຍ.

ຄວາມໜາແໜ້ນ ຂອງຜົນຜະລິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ມີນາທົ່ງພຽງ ເຮັດໃຫ້ມີຄວາມຫຼາກຫຼາຍ ທາງດ້ານພືດພັນ ເນື່ອງຈາກສາມາດ ນໍາໃຊ້ເຟືອງ ໄປຄຸມໜານປູກຜັກ ເພື່ອປັບປຸງດິນ ເຮັດໃຫ້ມີຜັກໄວ້ກິນ ແລະ ມີນາ ທີ່ສາມາດ ຫາປາໄວ້ກິນ ພາຍໃນຄອບຄົວ.

ເນື້ອທີ່ການຜະລິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເນື້ອທີ ເຮັດໄຮ່ເຂົ້າຫຸຼດລົງ ແຕ່ມີເນື້ອທີ່ນາແຄມຫ້ວຍເພີ່ມຂຶ້ນ

ການຈັດການຄຸ້ມຄອງທີ່ດິນ

ອຸປະສັກ
ເຮັດໃຫ້ງ່າຍຂຶ້ນ
ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ຄ່າໃຊ້ຈ່າຍ ປັດໄຈນໍາເຂົ້າ ໃນການຜະລິດກະສິກໍາ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ທາງໂຄງການ Oxfarm Australia ໄດ້ສະຫນອງຄວາຍ ໃຫ້ຊາວກະສິກອນ ແລະ ຊາວກະສິກອນ ໃຊ້ແນວພັນເຂົ້າ ພື້ນເມືອງ ທ່ີບໍ່ໄດ້ສີ້ນເປືອງລາຍຈ່າຍ.

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ສາມາດ ຫຸຼດຜອ່ນວຽກຫນັກ ສົມທຽບໃສ່ ກິດຈະກໍາ ການເຮັດໄຮ່ເຂົ້ົາທ່ີໃຊ້ແຮງງານຫຼາຍ.

ຜົນກະທົບດ້ານວັດທະນາທໍາສັງຄົມ

ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ເພີ່ມຜົນຜະລີດເຂົ້າ ໄວ້ກິນພຽງພໍ ພາຍໃນຄອບຄົວ

ກາລະໂອກາດ ທາງດ້ານວັດທະນະທໍາ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ສາມາດ ປ່ຽນແນວຄວາມຄິດ ຂອງຊາວກະສິກອນ ທ່ີມີຄວາມເຊ່ືອຖື ບ່ໍໃຫ້ປູກເຂົ້າ ໃສ່ນໍາ້ ເພາະຜິດຮີດຄອງປະເພນີ.

ໂອກາດ ໃນການພັກຜ່ອນຢ່ອນໃຈ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ສາມາດ ໃຊທົ່ງນາ ເປັນບ່ອນພັກຜອ່ນ ຊ່ຶງມີອາກາດ ທ່ີບໍລິສັດ

ຄວາມຮູ້ກ່ຽວກັບ ການຄຸ້ມຄອງ ທີ່ດິນແບບຍືນຍົງ / ການເຊື່ອມໂຊມຂອງດິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ສາມາດ ເພີ່ມຜົນຜະລິດເຂົ້ານາໄດ້ ທັງເປັນການຫຸຼດຜອ່ນ ຄວາມບໍ່ຍຶນຍົງໃນການຖາງປ່າເຮັດໄຮ່ແບບເລ່ືອນລອຍ.

ການຫຼຸດຜ່ອນ ຂໍ້ຂັດແຍ່ງ

ຮ້າຍແຮງຂຶ້ນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ສາມາດ ຫຸຼດຜອ່ນບັນຫາ ຂໍ້ຂັດແຍ່ງ ທ່ີດິນ ຈາກກິດຈະກໍາ ການຖາງປ່າເຮັດໄຮ່ ແບບເລືອນລອຍ

ຜົນກະທົບຕໍ່ລະບົບນິເວດ

ຊີວະນານາພັນ: ສັດ, ພືດ

ຄວາມຫຼາກຫຼາຍຂອງພືດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເພີ່ມຈໍານວນ ຄວາມຫຼາກຫຼາຍ ຂອງພືດ ທ່ີເກີດຢູ່ຕາມແຄມຫ້ວຍ

ຄວາມຫຼາກຫຼາຍ ທາງດ້ານທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເພີ່ມຈໍານວນ ຄວາມຫຼາກຫຼາຍ ບ່ອນທ່ີຢູ່ອາໃສ ຂອງສ່ີງທ່ີມີຊີວິດ

6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ

ຜົນກະທົບ ຂອງອາຍຜິດເຮືອນແກ້ວ

ເພີ່ມຂຶ້ນ
ຫຼຸດຜ່ອນ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຸຼດຜອ່ນ ການປ່ອຍທາດອາຍພິດ ກະຈົກເຮືອນແກ້ວ ໂດຍການຢູດຕິ ການຖາງປ່າ ເຮັດໄຮ່ ໃນເຂດບໍລິເວນ ທ່ີເຮັດເຕັກນິກນ້ີ.

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອຸນຫະພູມປະຈໍາປີ ເພີ່ມຂື້ນ ດີ
ປະລິມານນໍ້າຝົນປະຈໍາປີ ເພີ່ມຂື້ນ ດີ
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ດີ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • ຫຼາຍກ່ວາ 50 %
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 10-50%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ສາມາດ ຫຸຼດຜອ່ນ ການຖາງປ່າ ເຮັດໄຮ່ ໂດຍການ ຈັດສັນອາຊີບຄົງທີ່ ໃຫ້ປະຊາຊົນ
ເພ່ີ່ມການຄໍາ້ປະກັນ ສະບຽງອາຫານ ໂດຍສະເພາະມີເຂົ້າກຸ້ມກິນ ພາຍໃນຄອບຄົວ
ສາມາດ ປ່ຽນແປງ ຄວາມເຊ່ືອ ຂອງປະຊາຊົນ ທ່ີໃນເມ່ືອກ່ອນ ທ່ີບ່ໍເຄີຍເຮັດນາ ແລະ ບໍ່ຕອ້ງການ ທ່ີຈະປູກເຂົ້າໃສ່ນໍາ້
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ຊາວກະສິກອນ ສາມາດ ນໍາໃຊ້ເຟືອງ ເປັນອາຫານສັດໄດ້ ໂດຍສະເພາະ ໃນລະດູແລງ້ ທ່ີສັດອຶດຫຍາ້ກິນ. ນອກຈາກນັ້ນ, ເຟືອງ ກໍ່ຍັງມີຄຸນປະໂຫຍດ ຫຼາຍຢ່າງເຊັ່ນ ສາມາດເອົາໄປປົກຄຸມຫນານຜັກ ເພື່ອເຮັດໃຫ້ດິນມີຄວາມອຸດົມສົມບູນ.
ສາມາດ ຫຸຼດຜອ່ນ ເວລາ ແລະ ທັງເປັນການປະຢັດ ແຮງງານ ໃນກິດຈະກໍາ ການເຮັດນາ

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ຈໍາກັດ ເນື້ອທີ້ ຮາບພຽງ ທີຢູ່ແຄມຫ້ວຍ ຊຶງບ່ໍພຽງພໍ ກັບ ຄວາມຕອ້ງການຂອງຊາວກະສິກອນ ທ່ີຕອ້ງການຢາກເຮັດນາ. ສາມາດ ນໍາໃຊ້ລົດຈົກ ມາຈົກດິນ ແລະ ຂະຫຍາຍເນ້ືອທ່ີນາ ອອກບ່ອນທີ່ມີເງື່ອນໄຂ
ຜົນຜະລິດ ເຂົ້ານາແຊງ ຍັງໄດ້ໜ້ອຍ ເນ່ືອງຈາກ ເນ້ືອທ່ີ ຈໍາກັດ ສົ່ງຜົນ ໃຫ້ມີພຽງແຕ່ບາງຄອບຄົວ ທີ່ມີເຂົ້າບໍກຸ້ມກິນຕະຫຼອດປີ.
ມີບັນຫາ ສັດຕູພືດ ທໍາລາຍເປັນຕົ້ນແມ່ນ ເພ້ຍ, ຕັກແຕນ, ນົກກະປິດ ແລະ ຫນູ.
ປະຊາຊົນ ຂາດເຕັກນິກ ວິຊາການ ໃນການເຮັດນາ ເພື່ອຍົກສະມັດຕະພາບ ຜົນຜະລິດໃຫ້ສູງຂຶ້ນ ຕ້ອງໄດ້ຮັບການຝຶກອົບຮົມ ຈາກວິຊາການ ທີ່ກ່ຽວຂ້ອງ.

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

1

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ