ເຕັກໂນໂລຢີ

ການປູກໄມ້ໄຜ່ ເພື່ອລ້ອມຮົ້ວ ແລະ ປ້ອງກັນລົມພັດແຮງ [ລາວ]

technologies_2904 - ລາວ

ຄວາມສົມບູນ: 84%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ລາວ

ຜູ້ນໍາໃຊ້ທີ່ດິນ:

ທ່ານ ອາຢຸຍ

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ການປູກໄມ້ໄຜ່ ເພື່ອ ລ້ອມເປັນຮົ້ວ ພື້ນທ່ີການຜະລິດ ກະສິກໍາ, ເປັນການປ້ອງກັນ ລົມພັດແຮງ ແລະ ຫຸຼດຜ່ອນ ການໄປຕັດໄມ້ ຢູປ່າ ມາເຮັດຮົ້ວ. ນອກຈາກນີ້, ໄມ້ໃຜ່ ຍັງສາມາດເປັນແຫ່ຼງລາຍຮັບ ທ່ີສໍາຄັນ ທ່ີສາມາດຂາຍເປັນສິນຄ້າ.

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ຕົ້ນໄມ້ໃຜ່ ຖືໄດ້ວ່າ ເປັນໄມ້ ທ່ີມີປະໂຫຍດ ຕໍ່ມະນຸດ ເພາະວ່າສາມາດ ນໍາມາເປັນອາຫານ, ນໍາໃຊ້ເຂົ້າໃນການຈັກສານ ເປັນເຄ່ືອງໃຊ້ຕ່າງໆ ແລະ ນໍາມາປຸກສ້າງ ເປັນທ່ີຢູອາໃສໄດ້. ນອກ ຈາກນັ້ນ, ຄຸນປະໂຫຍດ ຂອງການປູກໄມ້ໃຜ່ ຍັງສາມາດ ຊ່ວຍຮັກສາ ຄວາມຊຸ່ມຊ່ືນ ຂອງດິນ ເນ່ືອງຈາກໃບໃຜ່ ທີ່ລົ່ນສາມາດ ຍ່ອຍລະຫຼາຍ ກາຍເປັນຝຸ່ນໃຫ້ດິນ, ສາມາດ ສ້າງຈຸລິນຊີ ໃນດິນ ແລະ ສາມາດ ຢຶດເກາະດີນ ປ້ອງກັນດິນເຈື່ອນ ໃນເຂດຄອ້ຍຊັນ. ຈາກປະສົບການ ແລະ ບົດຮຽນ ໃນປີ 2010, ພາຍຫັຼງ ທ່ີໄດ້ຮັບຜົນກະທົບ ຈາກພາຍຸເກດສະຫນາ ເຮັດໃຫ້ພື້ນທ່ີການຜະລິດ ຂອງຊາວກະສິກອນ ໄດ້ຮັບຄວາມເສຍຫາຍ ຢ່າງໃຫຍ່ຫຼວງ ຊຶ່ງເຮັດໃຫ້ຊາວກະສິກອນ ຕ້ອງໄດ້ຊອກຫາ ວິທີທາງ ໃນການປ້ອງກັນຜົນກະທົບ ຈາກໄພພະບັດດັ່ງກ່າວນັ້ນ ໂດຍການປູກໄມ້ໃຜ່ ເປັນແຖວ ອອ້ມຮົ້ວ ເພື່ອປ້ອງກັນລົມພັດແຮງ ໃສ່ພື້ນທ່ີການຜະລິດ. ໃນເບ້ຶອງຕົ້ນ ຊາວກະສິກອນ ໄດ້ສັງເກດເຫັນວ່າ ເບ້ຍໄມ້ໃຜ່ ທ່ີເກີດຂ້ືນເອງ ຕາມທໍາມະຊາດ ຢູ່ແຄມຫ້ວຍ, ພື້ນທ່ີ ທ່ີເປັນດອນມີຢ່າງຫຼວງຫຼາຍ ແລະ ແຜ່ຂະຫຍາຍດີ ຊ່ຶງຊາວກະສິກອນ ກ່ໍສົນໃຈ ຢາກທົດລອງປູກ 2 ຟຸ່ມກ່ອນ ກ່ໍເຫັນວ່າ ຟຸ່ມໄມ້ໃຜ່ໃຫຍ່ໄວ ແລະ ຕົ້ນສູງ ທ່ີສາມາດ ຕາ້ນທານກັບລົມໄດ້ເປັນຢ່າງດີ. ດັ່ງນັ້ນ, ຊາວກະສິກອນ ຈ່ຶງໄດ້ຕັດສິນໃຈ ນໍາໄມ້ໃຜ່ມາປູກ ອອ້ມສວນຢາງໂບງ ພາຍໃນເນ້ືອທ່ີ ປະມານ 1 ເຮັກຕາ. ນອກຈາກນ້ີ, ໃນແຕ່ລະປີ ຊາວກະສິກອນ ຕອ້ງໄດ້ໄປຕັດໄມ້ ຢູ່ປ່າຈໍານວນຫຼວງຫຼາຍ ຊ່ຶງເປັນການທໍາລາຍ ຊັບພະຍາກອນປ່າໄມ້ ເພື່ອມາເຮັດຮົ້ວອອ້ມສວນ ພື້ນທ່ີທໍາການຜະລິດ ແລະ ເປັນການສ້ີນເປືອງເວລາ ໃນການໄປຕັດ, ແບກອອກມາຈາກປ່າ ແລະ ໄລຍະທາງໄກ ໃນແຕ່ລະປີ ກ່ໍຕອ້ງໄດ້ມີການບົວລະບັດຮັກສາ, ອານາໄມ, ເສຍຫຍ້າຮົ້ວ. ນອກຈາກນ້ີ, ກ່ໍຍັງມີບັນຫາ ກ່ຽວກັບ ສັດປ່າ ແລະ ສັດລຽ້ງ ເຂົ້າມາກິນຜົນ ລະ ປູກ ເຮັດໃຫ້ພື້ນທ່ີ ທໍາການຜະລິດ ໄດ້ຮັບຄວາມເສຍຫາຍ (ປະມານ 70-80% ຂອງພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍ). ດັ່ງນັ້ນ, ກິດຈະກຳ ການເຮັດຮົ້ວ ກໍ່ມີຄວາມສຳຄັນຫຼາຍ ທີ່ຊາວກະສິກອນ ຕ້ອງໄດ້ເຮັດ ແລະ ການບຳລຸງຮັກສາ ແມ່ນເຮັດໃນປີທຳອິດ ຂອງການປູກໄມ້ໃຜ່. ຂັ້ນຕອນ ໃນການປູກ ແມ່ນຂຸດຂຸມເລິກ ປະມານ 20 ຊັງຕີແມັດ, ກວ້າງ 20 ຊັງຕີແມັດ ແລະ ໄລຍະຫ່າງແມ່ນ 2 ແມັດ, ວິທີການປູກ ແມ່ນເລືອກຕໍໃຜ່ ທ່ີມີອາຍຸ 1-2 ປີ, ຕັດໂຄນເຫງົ້າໃຫ້ຂາດ ຈາກກໍແມ່ ແລ້ວຂຸດຕັດຮາກ, ເລືອກຂະຫນາດຕົ້ນ ຫຼື ຕໍ ທ່ີບໍ່ໃຫ່ຍເກີນໄປ ເລືອກຂະຫນາດລໍາຕົ້ນເທົ່າແຂນ ຍາວປະມານ 50-80 ຊັງຕີແມັດ, ການປູກ ແມ່ນໃຫ້ນໍາຕໍໃຜ່ໄປປູກພາຍໃນວັນດຽວ ທ່ີຕັດເລີຍ ບ່ໍຄວນປະໄວ້ດົນເກີນ 2 ວັນ. ໄລ ຍະເວລາທ່ີເຫມາະສົມ ແລະ ໄດ້ຜົນດີທ່ີສຸດ ໃນການປູກໄມ້ໃຜ່ ແມ່ນກາງເດືອນພຶດສະພາ ຫາ ເດືອນມີຖຸນາ ເພາະເປັນຊ່ວງງລະດູຝົນ ສາມາດອາໃສນໍາ້ຝົນຊ່ວຍ ແລະ ເປັນໄລຍະ ທີໄມ້ໃຜ່ຈະລີນເຕີບໂຕໄວ ແລະ ຫຸຼດຜອ່ນ ອັດຕາຄວາມສ່ຽງ ບໍ່ໃຫ້ໄມ້ໃຜ່ ທີເຮົາປູກນັ້ນຕາຍ. ການບົວ ລະ ບັດຮັກສາ ຖາ້ຫາກວ່າບາງປີ ຝົນຕົກບ່ໍຫຼາຍ ເຮົາຄວນເບ່ີງແຍ່ງ ໃນຊວ່ງລະດູແລ້ງ ຫາກມີບາງຕົ້ນຫ່ຽວແຫ້ງ ກໍ່ຄວນເອົານໍາ້ໄປຫົດ 5-7 ວັນ/ຄັ້ງເພື່ອ ບໍ່ໃຫ້ໄມ້ໃຜ່ຕາຍ ຈົນກວ່າຈະຮອດລະດູຝົນ ຖ້າໄມ້ໃຜ່ບໍ່ຕາຍ ຮອດປີທີ 2 ແມ່ນບໍ່ຈໍາເປັນ ຕອ້ງຫົດນໍາ້ອີກ ພຽງແຕ່ຖ່າງຫຍາ້ ອະນາໄມ 2 ຄັ້ງ/ປີ. ຜົນດີ ຂອງເຕັກນິກ ການປູກໄມ້ໃຜ່ລອ້ມຮົ້ວ ແມ່ນໃຊຕົ້ນທຶນ ບ່ໍສູງ ແລະ ການປູກໄມ້ໃຜ່ ຍັງເປັນຜົນດີ ຕໍ່ສ່ີງແວດລອ້ມ, ເສດຖະກີດ ແລະ ສັງຄົມ. ໄມ້ໃຜ່ ສາມາດ ເພີ່ມທາດອາຫານໃນດິນ, ເພີ່ມອອກຊີເຈນ ໃນອາ ກາດ ແລະ ເຮັດໃຫ້ອຸ່ນຫະພູມ ໃນເຂດພື້ນທ່ີ ເຢັນລົງ. ສາມາດ ກິນຫນ່ໍໄດ້, ລໍາໃຜ່ ກ່ໍສາມາດໃຊ້ປະໂຫຍດ ໄດ້ຫຼາກຫຼາຍ ເປັນຕົ້ນ ແມ່ນໃຊ້ເຂົ້າໃນການຈັກສານ. ສາມາດ ຂາຍເປັນສິນຄ້າ ໃນລາຄາ 40.000 ກີບ/ກິໂລ (ສໍາລັບຫນໍ່ໄມ້ແຫ້ງ), ສາມາດຂາຍໄດ້ 40 ກິໂລ/ປີ ການເກັບກ່ຽວແມ່ນ 3 ປີ ຈ່ືງໄດ້ເກັບກ່ຽວ. ໃນປະຈຸບັນ, ມີຄອບຄົວ ຈໍານວນຫນ່ືງ ກ່ໍໄດ້ຖອດຖອນບົດ ຮຽນ ແລະ ນໍາໃຊ້ເຕັກນິກດັ້ງກ່າວ ໂດຍການເອົາໄມ້ໃຜ່ ໄປປູກອອ້ມ ຢູ່ພື້ນທ່ີນາ ແລະ ຢູ່ສວນ ເພື່ອເປັນການປ້ອງກັນສັດ ແລະ ນໍາໃຊ້ປະໂຫຍດອ່ືນໆ.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ແຂວງສາລະວັນ

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ເມືອງສະໝ້ວຍ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກບໍ່ຮູ້ເນື້ອທີ່ທີ່ແນ່ນອນ, ໃຫ້ລະບຸ ເນື້ອທີ່ໂດຍປະມານ ທີ່ໃກ້ຄຽງ:
  • 0.1-1 ກມ 2

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2009

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ
  • ປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ແລະ ຜົນກະທົບ
  • ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
  • ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ເປັນໄມ້ຢືນຕົ້ນ ແລະ ໄມ້ພຸ່ມ ຈາກການປູກພືດ
  • ຕົ້ນໄມ້ Yangbong (Nothaphoebe umbelliflora)
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 1
ປ່າໄມ້ / ປ່າ

ປ່າໄມ້ / ປ່າ

  • ການປູກຕົ້ນໄມ້, ການປູກປ່າ
ປະເພດຂອງຕົ້ນໄມ້:
  • ໄມ້ໄຜ່
ຜົນຜະລິດ ແລະ ການບໍລິການ:
  • ການອະນຸລັກທໍາມະຊາດ / ການປ້ອງກັນ
  • ປ້ອງກັນ ການຄຸກຄາມ ທາງທໍາມະຊາດ
ຄວາມຄິດເຫັນ:

ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ): ຕົ້ນຢາງໂບງ

3.4 ການສະໜອງນ້ຳ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍ້າຝົນ

3.5 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ແລວກັນລົມ / ພາຍຸ
  • ການຈັດການອຸດົມສົມບູນ ຂອງດິນປະສົມປະສານ

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການ ທາງດ້ານພືດພັນ

ມາດຕະການ ທາງດ້ານພືດພັນ

  • V1: ເປັນໄມ້ຢືນຕົ້ນ ແລະ ການປົກຫຸ້ມຂອງໄມ້ພຸ່ມ
ມາດຕະການໂຄງສ້າງ

ມາດຕະການໂຄງສ້າງ

  • S6: ແລວກັນເຈື່ອນ, ຮົ້ວ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ດິນເຊາະເຈື່ອນ ໂດຍລົມ

ດິນເຊາະເຈື່ອນ ໂດຍລົມ

  • Eo: ຜົນກະທົບຈາກການເຊື່ອມໂຊມທາງອ້ອມ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປັບຕົວຕໍ່ການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຄຸນລັກສະນະ ຂອງເຕັກນິກ (ທີ່ກ່ຽວຂ້ອງ ກັບການແຕ້ມແຜນວາດ ທາງດ້ານເຕັກນີກ):

ຊາວກະສິກອນ ປູກໄມ້ໃຜ່ ອອ້ມເປັນຮົ້ວ ໃສ່ພື້ນທີ່ ປູກຢາງໂບງ ທັງຫມົດ 4 ແຈ, ຄັດເລືອກ ເອົາຕົ້ນພໍ່ພັນແມ່ພັນ ທ່ີແຂງແຮງ ຄວາມສູງຂອງເບ້ຍ ປະມານ 40- 60 ຊັງຕີແມັດ (ປະມານ 8 ເປົາ) ພາຍຫັຼງ ໄດ້ເບ້ຍໄມ້ໃຜ່ ເປັນທ່ີຮຽບຮ້ອຍແລວ້ ກ່ໍສາມາດນໍາໄປປູກເລີຍ (ບໍ່ໃຫ້ກາຍ 7 ວນັ ພາຍຫັຼງຂຸດ ມາຈາກປ່າ), ໄລຍະຫ່າງ ຂອງກໍໃຜ່ 2x 2 ແມັດ, ຂຸດຂຸມປູກ ເລິກ ປະມານ 40 X 40 ຊັງຕີແມັດ, ປູກໃນຊ່ວງ ທ່ີມີຝົນຕົກ ເພື່ອບ່ໍໃຫ້ມີຄວາມສຽ່ງ ຕ່ໍການຕາຍ ຂອງແນວພັນ ພາຍຫລັງປູກແລ້ວ ແມ່ນມີການບົວລະບັດ ເປັນໄລຍະ ໂດຍການເສຍຫຍາ້ 2 ເທ່ືອ/ປີ.

ຜູ້ຂຽນ:

ຈິມມີ້ ຫຼວງພິທັກ

ວັນທີ:

05/07/2017

4.2 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:

1 ເຮັກຕາ

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ຖ້າກ່ຽວຂ້ອງ, ໃຫ້ລະບຸອັດຕາແລກປ່ຽນຈາກ USD ເປັນສະກຸນເງິນທ້ອງຖິ່ນ (ເຊັ່ນ: 1 USD = 79.9 Brazilian Real): 1 USD =:

8000.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

30000 ກີບ

4.3 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ Timing (season)
1. ການກະກຽມດິນ ລະດູແລ້ງ ເດືອນທີມັງກອນ ຫາ ເດືອນກຸມພາ
2. ຖາງ ແລະ ຈຸດອານາໄມພື້ນທີ່ ເດືອນມີນາ
3. ຂຸດເບ້ຍໄມ້ໃຜ່ ຢູ່ປ່າ 1 ອາທິດ ພາຍຫຼັງ ສຳເລັດການກະກຽມດິນ
4. ການປູກໄມ້ໃຜ້ ລະດູຝົນ ເດືອນກໍລະກົດ ຫາ ເດືອນສິງຫາ
5. ການເສຍຫຍ້າ ພາຍຫຼັງປູກ (3 ຄັ້ງ/ປີ)

4.4 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ອຸປະກອນ ພ້າ ດວງ 4.0 30000.0 120000.0 100.0
ອຸປະກອນ ຂວານ ດວງ 1.0 100000.0 100000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 220000.0
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ 27.5

4.5 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ໄລຍະເວລາ / ຄວາມຖີ່
1. ການເສ້ຍຫຍ້າ ລຽບຕາມຮົ້ວ ໃນຊ່ວງປູກປີທຳອີດ (3 ຄັ້ງ/ປີ)

4.6 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ເສຍຫຍ້າ ວັນງານ 6.0 30000.0 180000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 180000.0
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ 22.5

4.7 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ການໄປຊອກຂຸດເບ້ຍ ຫືຼ ເຫງົ້າໄມ້ໃຜ່ ຢູ່ປ່າ ເພື່ອນຳມາປູກໃສ່ສວນ ແມ່ນເປັນປັດໃຈ ທີ່ສົງຜົນ ຕໍ່ການຈັດຕັ້ງປະຕິບັດ ເຕັກນີກນີ້ ເນື່ອງຈາກຕ້ອງໄດ້ໃຊ້ແຮງງານຫຼາຍ.

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ຫ້ອງການ ອຸຕຸນິຍົມ ເມືອງສະໝ້ວຍ

ເຂດສະພາບອາກາດກະສິກໍາ
  • ຄວາມຊຸ່ມ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ບໍ່ກ່ຽວຂ້ອງ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ປານກາງ (1-3 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

5-50 ແມັດ

ການມີນໍ້າ ເທິງໜ້າດິນ:

ທຸກຍາກ / ບໍ່ມີ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ມີນໍ້າດື່ມ

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ບໍ່ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ປະສົມປົນເປ( ກຸ້ມຕົນເອງ/ເປັນສິນຄ້າ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • 10-50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຍິງ
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ໄວ​ກາງ​ຄົນ

5.7 ເນື້ອທີ່ສະເລ່ຍຂອງດິນ ທີ່ຜູ້ນຳໃຊ້ທີ່ດິນ ໃຊ້ເຮັດເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດນ້ອຍ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ເປີດກວ້າງ (ບໍ່ມີການຈັດຕັ້ງ)

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຊາວກະສິກອນ ສາມາດ ຂາຍຫນໍ່ໄມ້ໄດ້ 1,600,000 ກີບ/ປີ

ຄວາມຫຼາກຫຼາຍ ຂອງແຫຼ່ງລາຍຮັບ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເພີ່ມລາຍຮັບ ຈາກການຂາຍໜໍ່ໄມ້ ແລະ ຢາງໂບງ

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ສາມາດ ຫຸຼດຜ່ອນ ແຮງງານ ໃນການເຂົ້າໄປຕັດໄມ້ ມາເຮັດຫັຼກຮົ້ວ

ຜົນກະທົບຕໍ່ລະບົບນິເວດ

ດິນ

ຄວາມຊຸ່ມຂອງດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເພີ່ມຄວາມອຸດົມ ສົມບູນ ຂອງດິນ

ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ

ຜົນກະທົບ ຂອງລົມພາຍຸໄຊໂຄນ, ພາຍຸຝົນຕົກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຕົນໄມ້ໃຜ່ທີ່ໃຫຍ່ ແລະ ສູງຂື້ນ ສາມາດປ້ອງກັນ ແລະ ຕາ້ນທານ
ກັບລົມພັດແຮງ

ຄວາມຮູນແຮງ ຂອງລົມ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຸຼດຜອ່ນ ຄວາມແຮງ ຂອງລົມພັດທ່ີພັດເຂົ້າໃສ່ສວນຢາງໂບງ

6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ

ການຕັດໄມ້ທຳລາຍປ່າ

ຄວາມຄິດເຫັນ / ລະບຸແຈ້ງ:

ຫຸຼດຜອ່ນ ບັນຫາ ການຕັດໄມ້ທໍາລາຍປ່າ ເພຶ່ອມາເຮັດຮົ້ວ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກຫຼາຍ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • 1-10%
ຖ້າຫາກວ່າມີ, ປະລິມານ (ຈໍານວນຂອງຄົວເຮືອນ / ເນື້ອທີ່ການຄຸ້ມຄອງ):

2 ຄອບຄົວ

ທັງໝົດນັ້ນ ແມ່ນໃຜ ໄດ້ປັບຕົວເຂົ້າ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 11-50%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ແມ່ນ

ອື່ນໆ (ລະບຸແຈ້ງ):

ເປັນວິທີການໜຶ່ງ ໃນການປູກໄມ້ໃຜ່

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ເປັນອີກວິທີການໜຶ່ງ ຂອງການປູກໄມ້ໃຜ່ ເຮັດເປັນຮົ້ວ ພ້ອມດຽວກັນນັ້ນ ກໍ່ທັງປ້ອງກັນ ແຮງລົມ ທີ່ພັດເຂົ້າໃສ່ ສວນຢາງໂບງ.
ສາມາດ ປ້ອງກັນສັດລຽ້ງ ແລະ ສັດປ່າ ບຸກລຸກເຂົ້ົາພື້ນທ່ີ ທໍາການຜະລິດໄດ້ ເນ່ືອງຈາກວ່າ ຕົ້ນຂອງໄມ້ໃຜ່ ມີຫຼາຍຕົ້ນ ທ່ີແຕກແຫນງອອກມາ ເຮັດໃຫ້ສັດ ບ່ໍສາມາດ ເຂົ້າພື້ນທ່ີ ທໍາການຜະລິດໄດ້.
ສາມາດ ນໍາໃຊ້ເປັນເຄ່ືອງຈັກສານ (ກະຜ່າ, ສານກະແຕະ). ໜໍ່ໄມ້ ຍັງສາມາດກິນເປັນອາຫານ ແລະ ຂາຍເປັນສິນຄ້າໄດ້.
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ຮາກຂອງໄມ້ໃຜ່ ສາມາດຢັ່ງລົງເລິກ ແລະ ຍືດເກາະ ກັບພື້ນດິນ ໄດ້ເປັນຢ່າງດີ ສາມາດປ້ອງກັນດິນເຈ່ືອນໄດ້ ແລະ ຕົ້ນໄມ້ໃຜ່ຍັງສາມາດ ບັງລົມໄດ້ເປັນຢ່າງດີ.
ສາມາດ ປະຢັດເວລາ ແລະ ແຮງງານ ໃນການເຂົາໄປປ່າ ເພື່ອໄປຊອກຫາຫນໍ່ໄມ້ ມາກິນ ແລະ ຂາຍ.
ຫຼຸດຜ່ອນ ການບຸກລຸກ ເຂົ້າປ່າໄປຕັດຕົ້ນໄມ້ ເພື່ອມາເຮັດຮົ້ວ.

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ພືດທ່ີ ປູກໄກ້ຄຽງ ກັບຕົ້ນໄມ້ໃຜ່ ຈະບໍ່ໄດ້ຮັບຜົນຜະລິດເທົ່າທ່ີຄວນ ເນ່ືອງຈາກຕົ້ນໄມ້ໃຜ່ ປົກຄຸມພື້ນທ່ີ ເຮັດໃຫ້ພື້ນທີ່ບໍລິເວນດັ່ງກ່າວນັ້ນ ເຕີບໂຕ ບໍ່ໄດ້ດີເທົ່າທ່ີຄວນ ຕັດອະນາໄມ ພື້ນທີ່ ທີ່ຖືກປົກຄຸມເປັນປະຈຳ
ມີປະຊາຊົນ ຈໍານວນຫນ່ຶງ ລັກຕັດຫນໍ່ໄມ້

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

1

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

04/07/2017

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ