ເຕັກໂນໂລຢີ

ການປູກແຂມ ໃນເຂດພື້ນທີ່ຄ້ອຍຊັນ ເພື່ອປ້ອງກັນດີນເຊາະເຈື່ອນ [ລາວ]

ເຈາະຕັງຕາມຕະກື

technologies_2930 - ລາວ

ຄວາມສົມບູນ: 84%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:
ຜູ້ນໍາໃຊ້ທີ່ດິນ:

ພອນໄຊ

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ເຕັກນິກ ການປູກແຂມ ຈຸດປະສົງ ເພື່ອປ້ອງກັນດິນເຈື່ອນ ຢູ່ເຂດເນີນພູ ແລະ ແຄມຫ້ວຍ ເຊີ່ງຕິດກັບພື້ນທີ່ ການຜະລິດກະສິກຳ. ເພາະວ່າ ລະບົບຮາກ ຂອງຕົ້ນແຂມ ມີຮາກຝອຍແຕກ ແຜ່ລາມອອກຫຼາຍ ຊື່ງສາມາດຍືດເກາະດິນໄດ້ເປັນຢ່າງດີ. ນອກຈາກນ້ີ, ແຂມຍັງສາມາດ ສ້າງລາຍຮັບ ໃຫ້ຊາວກະສິກອນໄດ້.

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ສະພາບ ການປ່ຽນແປງ ທາງດ້ານດິນຟ້າອາກາດ ໄດ້ສົ່ງຜົນກະທົບ ຕໍ່ລະບົບການຜະລິດ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນ ໃນທ້ອງຖິ່ນຊົນນະບົດ ເປັນຕົ້ນແມ່ນ ໃນເຂດຊົນນະບົດພູດອຍ. ຈາກບັນຫາການປ່ຽນແປງດິນຟ້າອາກາດ ເປັນຕົ້ນແມ່ນບັນຫາຝົນຕົກໜັກແກ່ຍາວ, ຝົນຕົກແຮງສ່ວນຫຼາຍແມ່ນ ເດືອນ 7-8 ແລະ ມັນສົ່ງຝົນເຮັດໃຫ້ດີນມີການເຊາະເຈື່ອນດ້ວຍນໍ້າຝົນຢູ່ໃນເຂດຄ້ອຍຊັນ. ສະນັ້ນຈ່ືງໄດ້ປູກແຂມ ເພ່ືອເຮັດໃຫ້ດິນມີຕວາາມທົນທານ ແລະ ປ້ອງກັນການເຊາະເຈ່ືອນຂອງດີນ, ດັ່ງນັ້ນ ໃນປິ 2011, ຊາວກະສິກອນ ຢູ່ບ້ານ ຈໍລະວຽງ ເມືອງ ຕະໂອ້ຍ ຈື່ງໄດ້ ທົດລອງເກັບເອົາເຫົ້ງາແຂມ ຕາມທຳມະຊາດ ເພື່ອມາປູກໃສ່ດິນໄຮ່ ທີ່ເປັນເຂດຄ້ອຍຊັນ ທີ່ໄດ້ຮັບຜົນກະທົບການດິນເຊາະເຈ່ືອນ.ຈຸດປະສົງຫຼັກ ຂອງຊາວກະສິກອນ ໃນການປູກແຊມ ແມ່ນ ປ້ອງກັນດິນເຈື້ອນ ເຊື່ງອາດຈະສົ່ງຜົນກະທົບ ຕໍ່ພືດພັນທັນຍາຫານ. ໃນເວລາດຽວກັນ ກໍ່ງ່າຍຕໍ່ການຈັດການ ແລະ ເກັບກ່ຽວດອກແຂມ ໃນພື້ນທີ່ ດິນຂອງຕົນເອງ, ເຊື່ງພໍ່ຄ້າ ຈະມາຊື້ເອົາຢູ່ຕາມບ້ານ. ສິ່ງສຳຄັນ, ຕົ້ນແຂມສາຍພັນພ້ືນເມືອງ ແມ່ນ ມີລະບົບຮາກ ແຜ່ຂະຫຍາຍ ລົງເລິກໃນດິນ ມີຄວາມຍາວປະມານ 1 – 2 ແມັດ, ສາມາດຈັບເກາະກັບດິນໄດ້ດີ. ຍິ່ງໄປກ່ວານັ້ນ ແຂມ ຍັງສາມາດ ປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ, ທົນທານຕໍ່ພະຍາດໄດ້ ແລະ ສັດລ້ຽງກໍ່ບໍ່ກີນ (ຍ້ອນວ່າໃບຂອງແຂມ ມີລັກສະນະເປັນຂົນຊາໆເຮັດໃຫ້ສັດບໍ່ມັກ).ສຳລັບການກະກຽມອຸປະກອນ ໃນການໄປເອົາເຫົ້ງາແຂມມາປູກ ປະກອບມີ: ສຽມ, ພ້າ ແລະ ກະພາໃສ່ (ກະຕ່າໄມ້) ວິທີການເລືອກເກັບເອົາແຂມ ເພື່ອມາປູກ ແມ່ນຕ້ອງໄດ້ໄປເກັບເອົາແຂມ ທີ່ເກີດຢູ່ບ່ອນທີ່ຄ້ອຍຊັນ ແລະ ເກີດ ຢູ່ຕາມເປີ້ນພູ ແລະ ເທີງພູ (ສັນພູ) ເປັນສ່ວນຫຼາຍ ໂດຍຂຸດເອົາຕົ້ນແຂມ ພ້ອມທັງຮາກ, ຕັດກ້ານ ແລະ ໃບ ອອກ ໃຫ້ເຫຼືອປະມານ 30 cm. ການປູກແຂມໃນທີ່ນີ້ ແມ່ນ ປູກໃສ່ເນື້ອທີ່ດິນ ທີ່ມີຄວາມຍາວປະມານ 300 ແມັດ ແລະ ກວ້າງ ລະຫວ່າງ 80-120 ແມັດ ເທີງເຂດທີ່ມີຄວາມຊັນ ລະຫວ່າງ 11-15%. ເຫົ້ງາແຂມທີ່ແຂງແຮງ ທີ່ສາມາດເກັບເອົາຕາມເຂດປ່າໃນທ້ອງຖິ່ນ, ມາປູກໃນປະລິມານ 6000 ເຫົ້ງາ/ເຮັກຕາ.ໂດຍທົ່ວໄປ ແມ່ນ ປູກລະຫວ່າງເດືອນ 4-5 ເພາະໃນຊ່ວງນີ້ ອຸນະພາບໃນດິນຍັງມີຄວາມສົມດູນດີ. ໃນຊ່ວງນີ້ດິນ ແມ່ນ ຍັງມີຄວາມຮ້ອນເຮັດໃຫ້ຮາກພືດ ແລະ ແກ່ນພືດມີການກະຕຸ້ນໃນການແຕກງອກ ແລະ ຈະເລີນເຕີບໂຕໄວ, ຖ້າວ່າດິນຖືກຄວາມຊຸ່ມຫຼາຍ(ຝົນຕົກຫຼາຍວັນແລ້ວ ປະມານເດືອນ 6 ຂ້ືນໄປແລ້ວດິນຈະເຢັນ ເຮັດໃຫ້ເຮົາປູກບ່ໍໄດ້, ປູກກະບ່ໍງາມ ກ່ອນອ່ືນໝົດ ແມ່ນໄປຂຸດເອົາ ແຂມ ແລ້ວເອົາມາປະໄວ້ ບ່ອນຮົ່ມ1-2 ວັນ, ຫຼັງຈາກນັ້ນ ຂຸດຂຸມໃຫ້ເລີກ, ກວ້າງ 20 x 20 ຊັງຕີແມັດ, ເອົາຕົ້ນແຂມມາປູກ 4-5 ແໜ່ງ ຕໍ່ຂຸມ ໄລຍະຫ່າງຕົ້ນຕໍ່ຕົ້ນ 2 ແມັດ ແລະ ການປູກເລີ່ມປູກແຕ່ບ່ອນທີ່ ຕໍ່າຫາ ບ່ອນທີ່ສູງຂື້ນໄປ ຕາມແລວຕັດ ຂວາງຂອງພື້ນທີ ສວ່ນວ່າຕົ້ນໂບງ ແລະ ໄມ້ໃຫ້ໝາກທີ່ ປູກຊັບຫວ່າງນັ້ນ ປູກຕາມຫວ່າງຂອງແຖວທີ່ 2 ເລີຍ, ຫຼັງຈາກປູກແຂມໄດ້ປີທຳາອິດ 2011 ລາວໄດ້ນຳເອົາຕົ້ນໂບງໄປປູກ ຖັດຈາກແຖວທີ 2 ຂອງແຂມຕໍ່ໄປ ເພາະວ່າແຂມຍັງໄດ້ເກາະດິນໄວ້ ແລະ ຫວ່າງຂອງແຂມ ແມ່ນ ຍັງມີຄວາມຊຸ່ມຂອງນໍ້າ ເຮັດໃຫ້ຕົ້ນໂບງມີການຈະເລີນເຕີບໂຕໄວ.ພາຍຫຼັງຈາກປູກແຂມແລ້ວ ຕ້ອງມີໄດ້ດູແລຮັກສາຢ່າງໜ້ອຍ ປີລະ 1 ຄັ້ງ (ໃນປີທີ 2 ຫາ 3 ກໍ່ສາມາດເກັບດອກແຂມໄດ້) ໂດຍການເສຍຫຍ້າ, ສ່າງລຳທີ່ຕ່າຍອອກ ແລ້ວເອົາຫຍ້າ ແລະ ລຳຕາຍທີ່ເຮົາສາ່ງອອກ ມາປົກໄວ້ອ້ອມໆເຫົ້ງາ ແລະ ຮາກຂອງ ຕົ້ນແຂມ ເພາະວ່າຫຍ້າ ແລະ ໃບຂອງມັນ ຍັງສາມາດເປັນຝຸ່ນ, ຫຸຼດຜ່ອນການໄຫຼເຊາະຂອງນຳ້ ແລະ ຍັງຮັກສາຄວາມຊຸ່ມຂອງດີນ. ພໍຮອດຊ່ວງລະດູຝົນຕົກ (ເດືອນ 6-10) ຮາກ ແລະ ແໜ່ງຂອງ ຕົ້ນແຂມ ແມ່ນສາມາດແຕກແໜງດີ ແລະ ຍັງຄຸມໜ້າດິນ ເພ່ືອບ່ໍໃຫ້ດິນເຊາະເຈ່ືອນຈາກນ້ຳຝົນໄດ້. ຜົນດີ ຂອງເຕັກນິກການປູກແຂມ ແມ່ນເພ່ືອປ້ອງກັນການເຊາະເຈ່ືອນຂອງດິນ ແລະ ດອກແຂມຍັງໄດ້ສ້າງລາຍຮັບໃຫ້ແກ່ຄອບຄົວ ເນື່ອງຈາກຕະຫຼາດມີຄວາມຕ້ອງການຫຼາຍ ເນື້ອທີ່ ປູກແຂມ 1.5 ເຮັກຕາ ມີລາຍຮັບຈາກການຂາຍດອກແຂມ ເປັນເງີນ 2,000,000 ກີບ/ໂຕນ. ປະຈຸບັນແຂມ ສາມາດນຳໄຊ້ເຂົ້າໃນການຈັກ ສານເຊັ່ນ: ເຮັດຟອຍ, ເຄື່ອງຈັກສານອື່ນໆ ຂາຍພາຍໃນ ແລະ ສົ່ງອອກປະເທດໃກ້ຕຽງ. ປະຈຸບັນ, ກໍ່ໄດ້ມີຫຼາຍຄອບຄົວ ທີ່ພາກັນປູກແຂມເພ່ືອເປັນສິນຄ້າ ແລະ ສາມາດຫຸຼດຜ່ອນບັນ ຫາການຍາດແຍ່ງແຂມທຳມະຊາດ ທີ່ເກີດຢູ່ຕາມພູຕາມຜາ ເພາະປະຊາຊົນສາມາດປູກໃສ່ພື້ນທີ່ດິນຂອງ ເຂົາເຈົ້າເອງ.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ເມືອງ ຕະໂອ້ຍ ແຂວງ ສາລະວັນ

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ບ້ານ ຈໍລະວຽງ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກບໍ່ຮູ້ເນື້ອທີ່ທີ່ແນ່ນອນ, ໃຫ້ລະບຸ ເນື້ອທີ່ໂດຍປະມານ ທີ່ໃກ້ຄຽງ:
  • < 0.1 ກິໂລແມັດ2 (10 ເຮັກຕາ)

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2011

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ການອະນຸລັກ ລະບົບນິເວດ
  • ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ
  • ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
  • ສ້າງຜົນກະທົບ ທີ່ເປັນທາງບວກ ໃຫ້ແກ່ສັງຄົມ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ພືດຢືນຕົ້ນ (ບໍ່ແມ່ນໄມ້)
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 1
ຄວາມຄິດເຫັນ:

ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ): ແຂມ ແລະ ຢາງບົງ

3.4 ການສະໜອງນ້ຳ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍ້າຝົນ

3.5 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ລະບົບການປູກພືດໝູນວຽນ (ການປູກພືດໝູນວຽນ, ປ່າເລົ່າ, ການຖາງປ່າເຮັດໄຮ່)
  • ການປັບປຸງດິນ / ພືດຄຸມດິນ

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການ ທາງການກະສິກໍາ

ມາດຕະການ ທາງການກະສິກໍາ

  • A1: ພືດ / ການປົກຫຸ້ມຂອງດິນ
ມາດຕະການ ທາງດ້ານພືດພັນ

ມາດຕະການ ທາງດ້ານພືດພັນ

  • V2: ຫຍ້າ ແລະ ພືດສະໝູນໄພທີ່ເປັນໄມ້ຢືນຕົ້ນ
ມາດຕະການ ທາງດ້ານການຄຸ້ມຄອງ

ມາດຕະການ ທາງດ້ານການຄຸ້ມຄອງ

  • M5: ການຄວບຄຸມ / ການປ່ຽນແປງຂອງອົງປະກອບຂອງຊະນິດ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ດິນເຊາະເຈື່ອນ ໂດຍນໍ້າ

ດິນເຊາະເຈື່ອນ ໂດຍນໍ້າ

  • Wt: ການສູນເສຍຊັ້ນໜ້າດິນ / ການເຊາະເຈື່ອນຜິວໜ້າດິນ
  • Wg: ການເຊາະເຈື່ອນຮ່ອງນ້ຳ / ຫ້ວຍ
  • Wr: ແຄມຕາຝັ່ງເຈື່ອນ
  • Wo: ຜົນກະທົບ ຂອງການເຊື່ອມໂຊມ ຕໍ່ພື້ນທີ່ພາຍນອກ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປ້ອງກັນການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຄຸນລັກສະນະ ຂອງເຕັກນິກ (ທີ່ກ່ຽວຂ້ອງ ກັບການແຕ້ມແຜນວາດ ທາງດ້ານເຕັກນີກ):

- ພື້ນທີ່ມີຄວາມຍາວ 300 m, ກວ້າງ 80 m - 120 mຊ່ອງຫວ່າງລະຫວ່າງພືດແມ່ນ 2 x 2 ມ, 4-5 ຮູຂຸມຂົນຕໍ່ພືດ.- ມຸມຊ້ນ 11-15%, ສໍາລັບຕີນພູແມ່ນ 3-5%.ພື້ນທີ່ ທີ່ໄດ້ຮັບການປ້ອງກັນ (ເຂດພື້ນທີ່ປ້ອງກັນຢູ່ຕາມຕີນພູລຽບຕາມພື້ນທີ່ການປູກຝັງແມ່ນ 3 m)- ອຸປະກອນ: ມີດ, ຂີ້ດ, ກະຕ່າ ສໍາລັບການເກັບເຫົ້ງາແຂມ- ແຂມ ແມ່ນຖືກນໍາມາຈາກທໍາມະຊາດ ໂດຍການຕັດເອົາເຫົ້ງາລວມທັງລໍາຕົ້ນ.- ຄວາມຫນາແຫນ້ນຂອງແຂມ ແມ່ນ 6000 ເຫົ້ງາຕໍ່ເຮັກຕາ ຊະນິດພັນຕົ້ນແຂມທໍາມະຊາດສາມາດປູກໃນເກືອບທຸກຊະນິດຂອງດິນ. ຊະນິດນີ້ມີໃບຍາວ (60-80 ຊມ) ສາມາດເປັນຮົ່ມບັງແສງແດດ ທີ່ສ່ອງໂດຍກົງເຂົ້າໄປໃນດິນ, ແລະ ກ້ານແຂມສາມາດຍາວໄດ້ເຖິງ 1.5-2 ແມັດ. ຫນື່ງສູມຂອງແຂມຈະມີລະຫວ່າງ 10-20 ກ້ານ. ທີ່ດິນທີ່ໄດ້ນໍາໃຊ້ປູກຝັງ ແບບເລື່ອນລອຍໃນເມື່ອກ່ອນ ດຽວນີ້ ແມ່ນ ປູກແຂມປົນກັບຕົ້ນຢາງບົງ, ໃນປັດຈຸບັນມີເນື້ອທີ່ ປູກເຂົ້າໄຮ່ ຢູ່ໃກ້ກັບແຂມ ແລະ ຕົ້ນຢາງບົງ, ທໍາອິດຫຼັງຈາກປູກແຂມ, ຫຼັງຈາກນັ້ນ ກໍ່ປູກຢາງບົງ ຫມູນວຽນ ກັບ ເຂົ້າໄຮ່ ໃນພື້ນທີ່ກ່ອນຫນ້ານີ້ທີ່ມີການປູກຢາງບົງ . ຕົວຈິງແລ້ວ, ໃນຮູບແບບນີ້, ຊາວກະສິກອນມີສອງເນື້ອທີ່- ຫນື່ງດິນໄດ້ຖືກປູກມາຕັ້ງແຕ່ປີ 2011ເຊິ່ງປະກອບດ້ວຍຕົ້ນແຂມ ແລະ ຢາງບົງ, ໃນຂະນະທີ່ ດິນຕອນອື່ນມີແຊມເທົ່ານັ້ນ ນັບຕັ້ງແຕ່ປີ 2012 ແລະ ຫຼັງຈາກປູກຕົ້ນຢາງ ໃນປີ 2015. ນອກຈາກນັ້ນ, ຕົ້ນໄມ້ຫມາກໄມ້ ແລະ ໜອງປາຢູ່ທາງລຸ່ມຂອງເນື້ທີ່ປູກແຂມ. ນີ້ ແມ່ນ ຍ້ອນວ່າພືດທີ່ເຕີບໂຕໜາແໜ້ນ ຊ່ວຍປ້ອງກັນບໍ່ໃຫ້ຕະກອນດິນໄຫຼລົງໜອງປາ. ກ່ອນຫນ້ານີ້ພື້ນທີ່ນີ້ ໄດ້ນໍາໃຊ້ເຂົ້າໃນການຜະລິດເຂົ້າ, ຢາງບົງ ແລະ ຕົ້ນຫມາກໄມ້ອື່ນໆ, ຫຼັງຈາກການເກັບກ່ຽວເຂົ້າ ແລະ ຕັດດອກແຂມ, ກ່ອນທີ່ຈະປູກເຂົ້າໄຮ່ອີກຄັ້ງ ແລະມັນຖືກລ້ອມຮອບດ້ວຍຫີນໃຫຍ່ ແລະ ນ້ອຍ.

ຜູ້ຂຽນ:

ພອນສີລິ ພັນວົງສາ

ວັນທີ:

11/07/2017

4.2 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:

ເນື້ອທີ 3 ເຮັກຕາ

ຖ້ານໍາໃຊ້ຫົວໜ່ວຍ ເນື້ອທີ່ຕາມທ້ອງຖິ່ນ, ໃຫ້ປ່ຽບເປັນ 1 ເຮັກຕາ (ຕົວຢ່າງ: 1 ເຮັກຕາ = 4 ໄລ່ ): 1 ເຮັກຕາ = :

ຍາວ 300 ແມັດ , ກວ້າງ 100 ແມັດ

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ຖ້າກ່ຽວຂ້ອງ, ໃຫ້ລະບຸອັດຕາແລກປ່ຽນຈາກ USD ເປັນສະກຸນເງິນທ້ອງຖິ່ນ (ເຊັ່ນ: 1 USD = 79.9 Brazilian Real): 1 USD =:

8400.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

50,000

4.3 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ Timing (season)
1. ຖ່າງຫຍ້າ 30 ວັນ ກອ່ນ ລະດູຝົນ
2. ຊອກຫາແນວພັນຕາມທຳມະຊາດ
3. ຂຸດຂຸມ ແລະ ປູກ

4.4 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງານ ຄົນ/ມື້ 3.0 50000.0 150000.0 100.0
ແຮງງານ ແຮງງານເກັບເຫົ້ງາແຂມ ຄົນ/ມື້ 3.0 50000.0 150000.0 100.0
ແຮງງານ ແຮງງານຂຸດຂຸມ ແລະ ປູກ ຄົນ/ມື້ 3.0 50000.0 150000.0 100.0
ອຸປະກອນ ສຽມ ດວງ 4.0 15000.0 60000.0 100.0
ອຸປະກອນ ພ້າເສຍຫຍ້າ ດວງ 4.0 25000.0 100000.0 100.0
ອຸປະກອນ ກະພາ ອັນ 4.0 50000.0 200000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 810000.0
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ 96.43

4.5 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ໄລຍະເວລາ / ຄວາມຖີ່
1. ເສຍຫຍ້າ ປີລະເທື່ອ
2. ສ່າງໃນທີ່ຕາຍອອກ ປີລະເທື່ອ

4.6 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານເສຍຫຍ້າ, ສ່າງໃບ ຄົນ/ມື້ 4.0 50000.0 200000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 200000.0
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ 23.81

4.7 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ແຮງງານ ໃນການໄປຊອກຂຸດເຫງົ້າແຂມມາປູກ

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):

450.00

ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:

ຊ່ວງຝົນຕົກໜັກແມ່ນຊ່ວງໄລຍະ ເດືອນ 6-7 ຂອງທຸກປີ ແກ່ຍາວເຖີງຕົ້ນເດືອນ 8

ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ສູນບໍໍລິການເຕັກນິກກະສິກຳ ແລະ ປ່າໄມ້ ບ້ານດູບ ເມືອງຕະໂອ້ຍ ແຂວງສາລະວັນ

ເຂດສະພາບອາກາດກະສິກໍາ
  • ຄວາມຊຸ່ມ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ລັກສະນະສວດ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ບາງລະອຽດ / ໜັກ (ໜຽວ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ບາງລະອຽດ / ໜັກ (ໜຽວ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ປານກາງ (1-3 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

5-50 ແມັດ

ການມີນໍ້າ ເທິງໜ້າດິນ:

ດີ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ບໍ່ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ການຄ້າ / ຕະຫຼາດ
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ເຄື່ອງກົນຈັກ
ເພດ:
  • ຜູ້ຍິງ
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ຊາວໜຸ່ມ
  • ໄວ​ກາງ​ຄົນ

5.7 ເນື້ອທີ່ສະເລ່ຍຂອງດິນ ທີ່ຜູ້ນຳໃຊ້ທີ່ດິນ ໃຊ້ເຮັດເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດໃຫຍ່

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ເປີດກວ້າງ (ບໍ່ມີການຈັດຕັ້ງ)
  • ບຸກຄົນ

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ການເພີ່ມຂື້ນຂອງການປູກພືດເຊັ່ນ: ການປູກເຂົ້າໄຮ່ເພາະວ່າແຂມສາມາດປ້ອງກັນ ເຂົ້າຈາກຄວາມເສຍຫາຍຈາກພາຍຸຝົນ, ເຮັດໃຫ້ຜົນຜະລິດເຂົ້າດີຂື້ນ.

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນຫນ້ານີ້: ລາຍໄດ້ຕ່ໍາທີ່ສຸດຈາກການລເກັບດອກແຂມໃນປ່າທໍາມະຊາດ. ຫຼັງຈາກການປູກແຂມ: ຊາວກະສິກອນໄດ້ຮັບປະມານ 2,000,000 ກີບຕໍ່ໂຕນ

ຄວາມຫຼາກຫຼາຍ ຂອງແຫຼ່ງລາຍຮັບ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນຫນ້ານີ້: ລະດັບຜະລິດຕະພັນທີ່ ຈະຂາຍໃນຕະຫຼາດແມ່ນຂະຫນາດນ້ອຍ, ບໍ່ຮັບປະກັນ ແລະ ປະລິມານກໍ່ຕ່ໍາ (ລາຍໄດ້ເລັກນ້ອຍຈາກກ້ວຍ, ເຂົ້າ, ຫມາກນັດ). ຫຼັງຈາກການປູກແຂມ: ລາຍໄດ້ເພີ່ມເຕີມ ແລະເປັນລາຍໄດ້ຫຼັກ ແລະ ເນ່ືອງຈາກວ່າມັນຍັງປ້ອງກັນຫນອງປາຢູ່ລຸ່ມເຂດຕີນພູ ເຊື່ງສາມາດເປັນແຫຼ່ງລາຍຮັບເພີ່ມເຕີມ

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນຫນ້ານີ້, ແມ່ນໃຊ້ເວລາຫຼາຍໆມ້ື ເພ່ືອເກັບກ່ຽວດອກແຂມຈາກປ່າທໍາມະຊາດ, ຍ້ອນວ່າມັນຢູ່ໄກຈາກບ້ານ. ຫຼັງຈາກການປູກແຂມ: ມັນງ່າຍທີ່ ຈະເກັບດອກແຂມ (ການບໍາລຸງຮັກສາແມ່ນບ່ໍໄດ້ໃຊ້ແຮງງານຫຼາຍເມ່ືອທຽບກັບສະຖານະການກ່ອນ).

ຜົນກະທົບຕໍ່ລະບົບນິເວດ

ດິນ

ການທັບຖົມຂອງດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ໃນເມື່ອກ່ອນ: ໂດຍບໍ່ມີອຸປະສັກ ແລະ ສີ່ງປົກຄຸມດິນເຮັດໃຫ້ດິນ ທີ່ຖືກທໍາລາຍໂດຍກົງຈາກາກການໄຫຼເຊາະ ຂອງນ້ໍາ. ຫຼັງຈາກ: ການໄຫຼລົງຂອງນ້ຳຝົນ ຢ່າງຮຸນແຮງຖືກຂັດຂວາງໂດຍການປົກຫຸ້ມຂອງດິນ ເຊື່ງສາມາດຮັກສາດິນ. ນອກຈາກນັ້ນ, ເສດຊາກຂອງພືດຍັງສະໜອງ ອuນຊີວັດຖຸ ສໍາລັບການກາຍສະພາບເປັນດິນອີກ.

ວົງຈອນ ຂອງສານອາຫານໃນດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຫຼັງຈາກການປູກແຂມ, ເສດຊາກພືດໄດ້ເພີ່ມຂ້ືນ ເຊິ່ງຊ່ວຍປັບປຸງສະພາບ ສານອາຫານຂອງດິນ
ແລະສ້າງອາຫານໃນດິນ ແລະ ສິ່ງມີຊີວິດຂະໜາດນ້ອຍ.

ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ

ການເຊາະເຈື່ອນຂອງດິນ / ຊາກສະລະຫະພັງ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ການປົກຫຸ້ມ ຢ່າງຫນາແຫນ້ນ ແລະ ຂະຫຍາຍຕົວຂອງຕົ້ນແຂມ ທີ່ມີຮາກເລິກສາມາດ ຫຸຼດຜ່ອນການລະລ້າງ ແລະ ດິນເຈ່ືອນ.

6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ

ການທັບຖົມ ຂອງດິນຕະກອນ ຢູ່ເຂດລຸ່ມນໍ້າ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຄວາມຫນາແຫນ້ນຂອງຕົ້ນ ແຂມ ແມ່ນ ມີບົດບາດສໍາຄັນ ໃນການເປັນຕົວກອງທີ່ ຈະຫຸຼດຜ່ອນການສະສົມຈະກອນດິນ ລູມຫ້ວຍ

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ເພີ່ມຂື້ນ ຫຼື ຫຼຸດລົງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ດີຫຼາຍ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງລົບເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກຫຼາຍ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ປານກາງ

ຜົນຕອບແທນ ໃນໄລຍະຍາວ:

ປານກາງ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • 11-50%
ທັງໝົດນັ້ນ ແມ່ນໃຜ ໄດ້ປັບຕົວເຂົ້າ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 91-100%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ຮາກຂອງແຂມຢັ່ງລົງເລິກ, ເກາະດິນໄດ້ດີ ສາມາດປ້ອງກັນດີນເຊາະເຈ່ືອນ
ສາມາດນໍາໃຊ້ດິນ ໃນພື້ນທີ່ປູກພືດຫຼາຍຊະນີດ ສັບຫວ່າງ ກັບຕົ້ນແຂມ
ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ຈາກການຂາຍແຂມ
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ປູກແຂມ ສາມາດປ້ອງກັນການເຊາະເຈ່ືອນຂອງດິນ ຈາກການຊະລ້າງຂອງນໍ້າຝົນ
ສາມາດເກັບກັກທາດອາຫານ ແລະ ຊີວະມວນ ເທິງໜ້າດິນ ຊື່ງມັນຈະກາຍເປັນສານອິນຊີ ທີ່
ມີປະໂຫຍດ ຕໍ່ພືທີ່ປູກ

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ຮາກຂອງຕົ້ນແຂມ ມີການຂະຫຍາຍຕົວ ແລະ ແຜ່ກວ້າງຢ່າງໄວວາຊື່ງສາມາດກວມເອົາພື້ນທີ່ ທີ່ທໍາການຜະລິດ ເຮັດໃຫ້ພື້ນທີ່ ການປູກພືດຊະນິດອ່ືນຈໍາກັດ ໃຫ້ມີການຈັດການແບ່ງເຫງົ້້າແຂມ ໂດຍການຕັດ ແລະ ສອຍ ຮາກຂອງຕົ້ນແຂມອອກ ເພ່ືອບ່ໍໃຫ້ແຜ່ລາມກວ້າງອອກໄປ
ຕົ້ນແຂມ ຢູ່ເທິງພື້ນທີ່ຄ້ອຍຊັນ ອາດເຮັດໃຫ້ມັນຍາກທີ່ຈະຮັກສາ ແລະ ເກັບກ່ຽວຜົນຜະລິດ.

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1 ຄັ້ງ

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

ຜູ້ໃຫ້ສະພາດ 2 ຄົນ

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

11/07/2017

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ