ການປູກຜັກສວນຄົວ ຢູ່ດິນຄ້ອຍຊັນ [ລາວ]
- ການສ້າງ:
- ປັບປູງ:
- ຜູ້ສັງລວມຂໍ້ມູນ: Khampheng Bounpanya
- ບັນນາທິການ: Bounthanom Bouahom, kang phanvongsa, anousit namsena
- ຜູ້ທົບທວນຄືນ: Nicole Harari, Nivong Sipaseuth, Stephanie Jaquet, Alexandra Gavilano
technologies_3139 - ລາວ
ເບິ່ງພາກສ່ວນ
ຂະຫຍາຍທັງໝົດ ຍຸບທັງໝົດ1. ຂໍ້ມູນທົ່ວໄປ
1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ
ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()
ຜູ້ນໍາໃຊ້ທີ່ດິນ:
ລາວ
ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)
ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:
ແມ່ນ
1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ
ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :
ບໍ່ແມ່ນ
2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ
ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:
ເຕັກນີກ ການເຮັດຫນານຜັກ ຢູ່ດິນຄ້ອຍຊັນ ເປັນເຕັກນິກນຶ່ງ ທ່ີຊາວກະສິກອນ ໄດ້ຈັດຕັ້ງປະຕິບັດ ມາເປັນເວລາ ດົນນານ. ອີງຕາມປັດໃຈ ທາງດ້ານລັກສະນະ ພູມສັນຖານ ຂອງທ້ອງຖີ່ນ ທ່ີເປັນເຂດຄ້ອຍຊັນ ຊື່ງເປັນຂ້ໍຈໍາກັດ ໃຫ້ການຜະລິດ ກະສິກໍາ ເປັນຕົ້ນ ແມ່ນກິດຈະກໍາ ປູກຜັກສວນຄົວ ຂອງປະຊາຊົນ ທ້ອງຖ່ີນ.
2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ
ການພັນລະນາ:
ໂດຍສ່ວນໃຫຍ່ ປະຊາຊົນ ທອ້ງຖ່ີນ ປູກຜັກ ໃສ່ໄຮ່ເຂົ້າ ແລະ ປູກໃສ່ສວນຄົວ. ນອກຈາກນ້ີ, ພວກເຂົາກໍ່ປູກ ລຽບຕາມແມ່ນໍາ້ ໃນລະດູແລ້ງ. ສຳລັບ ຊາວກະສິກອນ ທີອາໃສ ຢູ່ເຂດພູດອຍ ຈະປູກຜັກ ໃນຊ່ວງລະດູຝົນ ເປັນສວນໄຫຍ່ ແລະ ປູກໃນລະດູແລ້ງ ສໍາລັບ ຜູ້ທີ່ມີເງ່ືອນໄຂ ຢູ່ໃກ້ແຄມຫ້ວຍ. ການປູກຜັກ ໃນພື້ນທ່ີດິນຄອ້ຍຊັນ ຈະມີຂໍ້ຈຳກັດ ກ່ຽວກັບ ຄວາມຊັນຂອງດິນ (ດິນບໍ່ຮາບພຽງ) ແລະ ການສະຫນອງນໍາ້. ການປູກຜັກ ຂອງຊາວກະສິກອນ ໃນເມືອງດາກຈຶງ ໃສ່ພື້ນທ່ີ ດິນຄອ້ຍຊັນ ເປັນພັກຄັນໃດ ແມ່ນເຄີຍໄດ້ປະຕິບັດມາ ເປັນເວລາດົນນານແລ້ວ. ເຖິງຢ່າງໃດກໍ່ຕາມ, ການປຸກຜັກ ຢູ່ດິນຄອ້ຍຊັນ (ສະເລ່ຍ ຄວາມຄອ້ຍຊັນ 11-15%) ມີຄວາມສ່ຽງຫຼາຍ ແລະ ເປັນຂໍ້ຈຳກັດ. ດັ່ງທ່ີກ່າວມານັ້ນ ຊາວກະສິກອນ ຈ່ຶງໄດ້ປະດິດສ້າງ (ໃຊພູມປັນຍາ ຂອງຊາວບາ້ນ) ປູກຜັກ ໃນພື້ນທ່ີ ດິນຄອ້ຍຊັນ ເພື່ອບໍລິໂພກ ແລະ ຂາຍຕະຫຼອດປີ. ຜັກ ທ່ີຊາວກະສິກອນ ປູກສ່ວນຫຼາຍ ແມ່ນຜັກ ຫອມປ້ອມ, ຜັກບົ້ງ, ຜັກກາດຂາວ, ຜັກກາດດອກ ແລະ ຜັກ ກາດຕີນໝີ. ໃນປີ 2000, ຊາວກະສິກອນ ໄດ້ຂະຫຍາຍພື້ນທີ ການປູກຜັກ ໃນພື້ນທ່ີ ດິນຄ້ອຍຊັນ ໂດຍນໍາໃຊ້ ເຕັກນິກການຂຸດ ເປັນພັກດິນ. ເຕັກນິກ ແລະ ວິທີ ການກຽມພື້ນທ່ີ ແມ່ນເລ່ີມຈາກການຄັດເລືອກ ພື້ນທ່ີດິນ ທ່ີຢູ່ລຽບຕາມຫ້ວຍ (ຫ່າງຈາກຫ້ວຍ ຫາ ຫນານຜັກ ປະມານ 5-10 ແມັດ). ກ່ອນອ່ືນຫມົດ ກ່ໍຈະເສຍຫຍາ້ ອອກໃຫ້ກຽ້ງ ລະອຽດດີ ຫັຼງຈາກນັ້ນ ເປັນການຂຸດດິນ ຈາກດິນສ່ວນທາງເທິງ ຂອງຫນ້າດິນ ທ່ີສູງກວ່າ ມາຖົມດິນ ຢູ່ສ່ວນລຸ່ມ ທ່ີຕ່ໍາກ່ວາ ເພື່ອປັບໃຫ້ຫນ້າດີນ ໃຫ້ພຽງ ສະຫມໍ່າສະເຫມີກັນ ຊ່ຶງໃຊ້ເວລາດົນ (ປະມານ 3 ຫືຼ 4 ອາທິດ) ໃນການຂຸດຫນານປູກຜັກ, ໃຊ້ແຮງງານ ປະມານ 2-3 ຄົນ ຊ່ຶງເປັນແຮງງານ ພາຍໃນຄອບຄົວ. ເຕັກນິກ ວິທີການຂຸດ ປັບພື້ືນທ່ີ ຢູ່ເຂດຄອ້ຍຊັນ ມີຂໍ້ຈຳກັດຄື: ຫນ້າດິນສ່ວນເທິງ ກ່ໍຄືຊັ້ນດິນທໍາອິດ ຈະຖືກຕັດອອກໄປ ເຫືຼອແຕ່ດິນຊັ້ນລຸ່ມ ທ່ີມີຄວາມອຸດົມສົມບູນ, ທາດອາຫານ ໃນດິນ ຈະຕ່ຳ ຊື່ງສົ່ງຜົນ ເຮັດໃຫ້ ການຈະເລີນເຕີບໂຕ ຂອງພືດຜັກ ໃນໄລຍະປູກຜັກ ທຳອີດ ບໍ່ງາມເທົ່າທີ່ຄວນ. ສ່ວນໜ້າດິນ ທ່ີຖືກຕັດອອກໄປ ຈະຖືກນໍາເອົາໄປຖົມ ໃນສ່ວນຂອງດິນຊັ້ນລຸ່ມ ເພື່ອປັບເປັນຄັນນາ ຫືຼ ເປັນພັກ ເປັນຊັ້ນ ທ່ີຄາ້ຍຄື ກັບຄັນໃດ. ຈ່ືງເຮັດໃຫ້ຜັກທ່ີປູກ ໃນພື້ນທ່ີ ສ່ວນລຸ່ມ ຈະເລີນເຕີບໂຕໄດດີ ກວ່າຫນານປູກຜັກຊັ້ນເທິງ ຍອ້ນວ່າຫນ້າດິນຊັ້ນເທິງ ມີທາດອານຫານ ແລະ ອີນຊີວັດຖຸຫຼາຍກວ່າ ການແກ້ບັນຫາຂອງຊາວກະສິກອນ ໃນເບ້ືອງຕົ້ນ ແມ່ນສາມາດ ຂຸດເອົາດິນຊັ້ນເທິງ ຂອງຫນານປູກຜັກ ທ່ີຢູ່ເທິງ ຂ້ືນໄປໃສ່ແປງຜັກ ທ່ີຢູ່ດ້ານລຸ່ມ ປັບລະດັບ ໃຫ້ສະຫມ່ໍາສະເຫມີ. ໂດຍສະເລ່ຍ ເນ້ືອທ່ີ ໃນການເຮັດຫນານຜັກ ປະມານ 0,01 ເຮັກຕາ (ປະມານ 7-8 ຫນານ/ຄອບຄົວ), ແຕ່ລະຫນານ ມີຄວາມກວ້າງ ປະມານ 60-80 ຊັງຕີ ແມັດ, ຍາວ 2-3 ແມັດ, ຄວາມເລິກ ລະຫວ່າງ ພັກຊັ້ນລຸ່ມ ຫາຊັ້ນເທິງ ປະມານ 30 ຊັງຕີແມັດ. ຫ້ັຼງຈາກ ການປັບລະດັບ ຫນ້າດິນແລ້ວ ຊາວກະສິກອນ ກ່ໍຈະຂຸດດິນ ເປັນຫນານ ຕາກແດດ ປະມານ 5-7 ມື້ ແລ້ວກໍ່ແປງຫນານປູກຜັກ ເອົາໄມ້ກົມ ຫືຼ ໄມ້ ສີແປດ ທຸບດິນໃຫ້ຫມຸ່ນ ແລະ ເອົາຄາດ ມາຄາດດີນ ເພື່ອປັບໜ້າດິນ ໃຫ້ພຽງ ສະຫມ່ໍາສະເຫມີກັນ ແລ້ວກ່ໍໃຊໄມ້ແປ້ນ ມາຂັ້ນເປັນພັກ ເພື່ອປ້ອງກັນ ບ່ໍໃຫ້ດິນເຈ່ືອນ (ສູງປະມານ 10 ຊັງຕີແມັດ). ກ່ອນການປູກຜັກ ແມ່ນຕ້ອງໄດ້ມີ ການລອ້ມຮົ້ວ ເພື່ອປ້ອງກັນສັດບຸກລຸກເຂົ້າ ໄປສວນຜັກ. ຜົນປະໂຫຍດ ທ່ີຊາວກະສິກອນ ໄດ້ຮັບຈາກເຕັກນິກດັ່ງກ່າວ ແມ່ນສາມາດ ປຸກຜັກແຄມນໍາ້ໄດ້ ແລະ ມີຜັກໄວ້ກິນ ພາຍໃນຄອບຄົວ. ພອ້ມທັງ ເປັນການນໍາໃຊ້ ທ່ີດິນຄອ້ຍຊັນ ໃຫ້ເກິດປະໂຫຍດ ທັງເປັນການປ້ອງກັນ ດິນແຄມນໍາ້ ເຊາະເຈ່ຶອນ. ເຖິງຢ່າງໃດກໍ່ຕາມ, ການເຮັດເຕັກນິກດັ່ງກ່າວ ກໍ່ມີອຸປະສັກ ເປັນຕົ້ນ ແມ່ນການກະກຽມພື້ນທ່ີ ເພາະເປັນພື້ນທ່ີ ເນີນສູງ, ຍາກໃນການປັບຫນ້້າດິນ ເພື່ອໃຫ້ດິນພຽງສະຫມ່ໍາສະເຫມີ ໂດຍສະເພາະ ການຂຸດດິນ ຈາກເປ້ີນເທິງລົງມາລຸ່ມ, ຂຸດດິນ ເປັນຊັ້ນໆ, ເປັນພັກຄາ້ຍຄືຄັນໃດ.
2.3 ຮູບພາບຂອງເຕັກໂນໂລຢີ
2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ
ປະເທດ:
ລາວ
ພາກພື້ນ / ລັດ / ແຂວງ:
ແຂວງເຊກອງ
ຂໍ້ມູນເພີ່ມເຕີມຂອງສະຖານທີ່:
ເມືອງດາກຈຶງ
ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
- ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກບໍ່ຮູ້ເນື້ອທີ່ທີ່ແນ່ນອນ, ໃຫ້ລະບຸ ເນື້ອທີ່ໂດຍປະມານ ທີ່ໃກ້ຄຽງ:
- < 0.1 ກິໂລແມັດ2 (10 ເຮັກຕາ)
Map
×2.6 ວັນທີໃນການຈັດຕັ້ງປະຕິບັດ
ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
- 10-50 ປີ ຜ່ານມາ
2.7 ການນໍາສະເໜີ ເຕັກໂນໂລຢີ
ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
- ເປັນສ່ວນໜື່ງຂອງລະບົບພື້ນເມືອງ (>50 ປີ)
3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ
3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ
- ປັບປຸງ ການຜະລິດ
- ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້
ດິນທີ່ປູກພືດ
- ການປູກພືດປະຈໍາປີ
ການປູກພືດປະຈຳປີ - ລະບຸປະເພດພືດ:
- ພືດປະເພດໃຫ້ແກ່ນ-ໝາກງາ, ດອກປອບປີ, ມັດສຕາດ, ອື່ນໆ
- ຜັກ-ຜັກໃບ( ຜັກສະລັດ, ຜັກກະລຳ, ຜັກຫົມ, ອື່ນໆ)
ຈໍານວນ ລະດູການ ປູກໃນປີໜຶ່ງ:
- 3
ຄວາມຄິດເຫັນ:
ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ): ປູກຜັກກາດ ແລະ ກາລຳປີ
3.4 ການສະໜອງນ້ຳ
ອື່ນໆ (ຕົວຢ່າງ, ຫຼັງຈາກນໍ້າຖ້ວມ):
- ນ້ຳຈາກຫ້ວຍ
3.5 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ
- ການປັບປຸງດິນ / ພືດຄຸມດິນ
- ມາດຕະການ ຕັດຂວາງ ກັບຄວາມຄ້ອຍຊັນ
- ພືດຜັກສວນຄົວ
3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ
ມາດຕະການ ທາງການກະສິກໍາ
- A1: ພືດ / ການປົກຫຸ້ມຂອງດິນ
ມາດຕະການໂຄງສ້າງ
- S1: ພັກຄັນໃດ
3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ
ດິນເຊາະເຈື່ອນ ໂດຍນໍ້າ
- Wt: ການສູນເສຍຊັ້ນໜ້າດິນ / ການເຊາະເຈື່ອນຜິວໜ້າດິນ
- Wg: ການເຊາະເຈື່ອນຮ່ອງນ້ຳ / ຫ້ວຍ
ການເຊື່ອມໂຊມ ທາງຊີວະພາບ
- Bc: ການຫຼຸດຜ່ອນການປົກຫຸ້ມຂອງພືດ
3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ
ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
- ປ້ອງກັນການເຊື່ອມໂຊມຂອງດິນ
4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ
4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ
ຄຸນລັກສະນະ ຂອງເຕັກນິກ (ທີ່ກ່ຽວຂ້ອງ ກັບການແຕ້ມແຜນວາດ ທາງດ້ານເຕັກນີກ):
ສະເລ່ຍ ຄວາມຄອ້ຍຊັນ ປະມານ 10-15% ໃນການເຮັດ ເຕັກນິກ ປູກຜັກ ເຂດຄ້ອຍຊັນ, ໄລຍະຫ່າງ ຈາກແຄມຫ້ວຍ ຫາ ພື້ນທ່ີຫນານປູກຜັກ ປະມານ 5 ແມັດ, ຄວາມກວ້າງ ຂອງຫນານຜັກ ປະມານ 60-80 ຊັງຕີແມັດ, ຄວາມຍາວ ປະມານ 2-3 ແມັດ ແລະ ຄວາມເລິກ ລະຫວ່າງພັກຊັ້ນເທິງ ປະມານ 30 ຊັງຕີແມັດ. ການລອ້ມຮົ້ວ ສວນປູກຜັກ ແມ່ນມີຄວາມຈໍາເປັນຫຼາຍ ທີ່ຕອ້ງໄດ້ເຮັດ ເນ່ືອງຈາກເປັນການປ້ອງກັນ ສັດລຽ້ງ (ງົວ ແລະ ແບ້) ເຂົ້າໄປທໍາລາຍຜົນຜະລິດ.
ຜູ້ຂຽນ:
U. Gaemperli
ວັນທີ:
5/6/2019
4.2 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ
ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
- ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:
200 ແມັດກະເລ້
ຖ້ານໍາໃຊ້ຫົວໜ່ວຍ ເນື້ອທີ່ຕາມທ້ອງຖິ່ນ, ໃຫ້ປ່ຽບເປັນ 1 ເຮັກຕາ (ຕົວຢ່າງ: 1 ເຮັກຕາ = 4 ໄລ່ ): 1 ເຮັກຕາ = :
0,02 ເຮັກຕາ
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):
ກີບ
ຖ້າກ່ຽວຂ້ອງ, ໃຫ້ລະບຸອັດຕາແລກປ່ຽນຈາກ USD ເປັນສະກຸນເງິນທ້ອງຖິ່ນ (ເຊັ່ນ: 1 USD = 79.9 Brazilian Real): 1 USD =:
8000.0
ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:
30000
4.3 ການສ້າງຕັ້ງກິດຈະກໍາ
ກິດຈະກໍາ | Timing (season) | |
---|---|---|
1. | ການກະກຽມດິນ (ຂຸດ ແລະ ປັບໜ້າດິນ) | ກ່ອນລະດູຝົນ |
2. | ການລ້ອມຮົ້ວ | ກ່ອນປູກຜັກ |
4.4 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງານ ກະກຽມດິນ ແລະ ປັບໜ້າດິນ | ວັນງານ | 21.0 | 30000.0 | 630000.0 | 100.0 |
ແຮງງານ | ແຮງງານ ລ້ອມຮົ້ວ | ວັນງານ | 4.0 | 30000.0 | 120000.0 | 100.0 |
ອຸປະກອນ | ຈົກ | ດວງ | 2.0 | 100000.0 | 200000.0 | 100.0 |
ອຸປະກອນ | ຊວານ | ດວງ | 2.0 | 100000.0 | 200000.0 | 100.0 |
ວັດສະດຸກໍ່ສ້າງ | ເຫຼັກຕະປູ | None | 2.0 | 10000.0 | 20000.0 | 100.0 |
ວັດສະດຸກໍ່ສ້າງ | ໜາມໝາກຈັບ | None | 2.0 | 60000.0 | 120000.0 | 100.0 |
ວັດສະດຸກໍ່ສ້າງ | ເສົາຫຼັກຮົ້ວ | None | 80.0 | 5000.0 | 400000.0 | 100.0 |
ວັດສະດຸກໍ່ສ້າງ | ໄມ້ແປ້ນ | None | 20.0 | 5000.0 | 100000.0 | 100.0 |
ວັດສະດຸກໍ່ສ້າງ | ໄມ້ໃຜ່ | None | 300.0 | 2000.0 | 600000.0 | 100.0 |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ | 2390000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ | 298.75 |
4.5 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ
ກິດຈະກໍາ | ໄລຍະເວລາ / ຄວາມຖີ່ | |
---|---|---|
1. | ການປັບຄັນຄູ | ພາຍຫຼັງ ເກັບກ່ຽວ |
2. | ປູກຜັກ | ພາຍຫຼັງ ສຳເລັດ ການກະກຽມດິນ |
3. | ເສຍຫຍ້າ | ເປັນປະຈຳ |
4. | ໃສ່ຝຸ່ນຄອກ | ເປັນປະຈຳ |
4.6 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານ ໃນການປັບດິນ ໜານຜັກ | ວັນງານ | 4.0 | 30000.0 | 120000.0 | 100.0 |
ແຮງງານ | ແຮງງານ ເສຍຫຍ້າ | ວັນງານ | 3.0 | 30000.0 | 90000.0 | 100.0 |
ແຮງງານ | ແຮງງານ ໃສ່ຝຸ່ນຄອກ | ວັນງານ | 1.0 | 30000.0 | 30000.0 | 100.0 |
ແຮງງານ | ແຮງງານ ປູກຜັກ | ວັນງານ | 3.0 | 30000.0 | 90000.0 | 100.0 |
ວັດສະດຸໃນການປູກ | ແນວພັນຜັກ/ແກ່ນຜັກ | ຸຖົງ | 4.0 | 5000.0 | 20000.0 | 100.0 |
ຝຸ່ນ ແລະ ຢາຊີວະພາບ | ຝຸ່ນຄອກ | ກິໂລ | 30.0 | 5000.0 | 150000.0 | 100.0 |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ | 500000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ | 62.5 |
4.7 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ
ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:
ແຮງງານ ໃນການປັບຫນ້າດິນ ແມ່ນສົ່ງຜົນ ຕ່ໍຕົ້ນທືນ ໃນການເຮັດເຕັກນິກນ້ີ ເພາະຕອ້ງໄດ້ໃຊ້ ເວລາປະມານ 3-4 ອາທິດ ຈ່ຶງສໍາເລັດ.
5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ
5.1 ອາກາດ
ປະລິມານນໍ້າຝົນປະຈໍາປີ
- < 250 ມີລິແມັດ
- 251-500 ມີລິແມັດ
- 501-750 ມີລິແມັດ
- 751-1,000 ມີລິແມັດ
- 1,001-1,500 ມີລິແມັດ
- 1,501-2,000 ມີລິແມັດ
- 2,001-3,000 ມີລິແມັດ
- 3,001-4,000 ມີລິແມັດ
- > 4,000 ມີລິແມັດ
ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:
ຫ້ອງການ ອຸຕຸນິຍົມ ເມືອງດາກຈຶງ
ເຂດສະພາບອາກາດກະສິກໍາ
- ຄວາມຊຸ່ມ
5.2 ພູມິປະເທດ
ຄ່າສະເລ່ຍ ຄວາມຄ້ອຍຊັນ:
- ພື້ນທີ່ຮາບພຽງ (0-2%)
- ອ່ອນ (3-5 %)
- ປານກາງ (6-10 %)
- ມ້ວນ (11-15 %)
- ເນີນ(16-30%)
- ໍຊັນ (31-60%)
- ຊັນຫຼາຍ (>60%)
ຮູບແບບຂອງດິນ:
- ພູພຽງ / ທົ່ງພຽງ
- ສັນພູ
- ເປີ້ນພູ
- ເນີນພູ
- ຕີນພູ
- ຮ່ອມພູ
ເຂດລະດັບສູງ:
- 0-100 ແມັດ a.s.l.
- 101-500 ແມັດ a.s.l.
- 501-1,000 ແມັດ a.s.l.
- 1,001-1,500 ແມັດ a.s.l.
- 1,501-2,000 ແມັດ a.s.l.
- 2,001-2,500 ແມັດ a.s.l.
- 2,501-3,000 ແມັດ a.s.l.
- 3,001-4,000 ແມັດ a.s.l.
- > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
- ລັກສະນະສວດ
5.3 ດິນ
ຄວາມເລິກ ຂອງດິນສະເລ່ຍ:
- ຕື້ນຫຼາຍ (0-20 ຊັງຕີແມັດ)
- ຕື້ນ (21-50 ຊຕມ)
- ເລີກປານກາງ (51-80 ຊຕມ)
- ເລິກ (81-120 ຊມ)
- ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
- ຫຍາບ / ເບົາ (ດິນຊາຍ)
- ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
- ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
- ປານກາງ (1-3 %)
5.4 ມີນໍ້າ ແລະ ຄຸນນະພາບ
ລະດັບ ນໍ້າໃຕ້ດິນ:
< 5 ແມັດ
ການມີນໍ້າ ເທິງໜ້າດິນ:
ດີ
ຄຸນນະພາບນໍ້າ (ບໍ່ມີການບໍາບັດ):
ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)
ມີບັນຫາ ກ່ຽວກັບນໍ້າເຄັມບໍ່?
ບໍ່ແມ່ນ
ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?
ບໍ່ແມ່ນ
5.5 ຊີວະນາໆພັນ
ຄວາມຫຼາກຫຼາຍ ທາງສາຍພັນ:
- ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
- ປານກາງ
5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ
ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
- ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
- ປະສົມປົນເປ( ກຸ້ມຕົນເອງ/ເປັນສິນຄ້າ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
- ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
- ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
- ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
- ການໃຊ້ແຮງງານຄົນ
ເພດ:
- ຜູ້ຍິງ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
- ຊາວໜຸ່ມ
- ໄວກາງຄົນ
5.7 ເນື້ອທີ່ສະເລ່ຍຂອງດິນ ທີ່ຜູ້ນຳໃຊ້ທີ່ດິນ ໃຊ້ເຮັດເຕັກໂນໂລຢີ
- <0.5 ເຮັກຕາ
- 0.5-1 ເຮັກຕາ
- 1-2 ເຮັກຕາ
- 2-5 ເຮັກຕາ
- 5-15 ເຮັກຕາ
- 15-50 ເຮັກຕາ
- 50-100 ເຮັກຕາ
- 100-500 ເຮັກຕາ
- 500-1,000 ເຮັກຕາ
- 1,000-10,000 ເຮັກຕາ
- > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
- ຂະໜາດນ້ອຍ
5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ
ເຈົ້າຂອງດິນ:
- ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
- ເປີດກວ້າງ (ບໍ່ມີການຈັດຕັ້ງ)
ສິດທິ ໃນການນໍາໃຊ້ນໍ້າ:
- ເປີດກວ້າງ (ບໍ່ມີການຈັດຕັ້ງ)
5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ສຸຂະພາບ:
- ທຸກຍາກ
- ປານກາງ
- ດີ
ການສຶກສາ:
- ທຸກຍາກ
- ປານກາງ
- ດີ
ການຊ່ວຍເຫຼືອ ດ້ານວິຊາການ:
- ທຸກຍາກ
- ປານກາງ
- ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
- ທຸກຍາກ
- ປານກາງ
- ດີ
ຕະຫຼາດ:
- ທຸກຍາກ
- ປານກາງ
- ດີ
ພະລັງງານ:
- ທຸກຍາກ
- ປານກາງ
- ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
- ທຸກຍາກ
- ປານກາງ
- ດີ
ການດື່ມນໍ້າ ແລະ ສຸຂາພິບານ:
- ທຸກຍາກ
- ປານກາງ
- ດີ
ການບໍລິການ ທາງດ້ານການເງິນ:
- ທຸກຍາກ
- ປານກາງ
- ດີ
6. ຜົນກະທົບ ແລະ ລາຍງານສະຫຼຸບ
6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ຜົນກະທົບທາງເສດຖະກິດສັງຄົມ
ການຜະລິດ
ການຜະລິດພືດ
ຄວາມຄິດເຫັນ / ລະບຸແຈ້ງ:
ເພີ່ມຜົນຜະລິດສູງຂຶ້ນ
ຄວາມສ່ຽງ ຕໍ່ຜົນຜະລິດ
ຄວາມຄິດເຫັນ / ລະບຸແຈ້ງ:
ຫຼຸດຜ່ອນຄວາມສ່ຽງ ຈາກບັນຫາ ນ້ຳຖ້ວມ ເນື່ອງຈາກຢູ່ພື້ນທີ່ສູງ ເມື່ອສົມທຽບ ໃສ່ບ່ອນ ທີ່ເຮັດສວນຜັກ ແຄມນານ້ຳຢູ່ ພື້ນທີ່ຕ່ຳ.
ຄວາມໜາແໜ້ນ ຂອງຜົນຜະລິດ
ຄວາມຄິດເຫັນ / ລະບຸແຈ້ງ:
ຊາວກະສິກອນ ສາມາດ ເພີ່ມຜົນຜະລິດ ແລະ ຄວາມຫຼາກຫຼາຍ ຂອງຜັກ ໃນສວນຄົວ ເນື່ອງຈາກ ພື້ນທີ່ປູກຜັກ ເພີ່ມຂຶ້ນ.
ເນື້ອທີ່ການຜະລິດ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:
0.02 ເຮັກຕາ
ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:
0.04 ເຮັກຕາ
ການຈັດການຄຸ້ມຄອງທີ່ດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ຊາວກະສິກອນ ນຳໃຊ້ທີ່ດິນ ຄ້ອຍຊັນ ຢູ່ລຽບຕາມຫ້ວຍໃກ້ບ້ານ ໂດຍການປັບໜ້າດິນ ເຮັດເປັນພັກຄັນໃດ ເພື່ອປູກຜັກສວນຄົວ ຊຶ່ງເປັນວິທີ ທີ່ງ່າຍດາຍ ແລະ ເປັນພື້ນຖານ ສົມທຽບກັບ ເມື່ອກ່ອນ ປະຊາຊົນ ແມ່ນເຂົ້າປ່າ ທີ່ໃກຈາກບ້ານ ເພື່ອໄປເກັບຜັກປ່າມາກິນ.
ລາຍໄດ້ ແລະ ຄ່າໃຊ້ຈ່າຍ
ລາຍຮັບ ຈາກການຜະລີດ
ຄວາມຄິດເຫັນ / ລະບຸແຈ້ງ:
ໃນເມື່ອກ່ອນ ຊາວກະສິກອນ ປູກຜັກໄວ້ກິນ ພາຍໃນຄອບຄົວ ແຕ່ປະຈຸບັນ ມີຜັກຫຼາຍ ສາມາດ ຂາຍເປັນສິນຄ້າ.
ຄວາມຫຼາກຫຼາຍ ຂອງແຫຼ່ງລາຍຮັບ
ຄວາມຄິດເຫັນ / ລະບຸແຈ້ງ:
ການປູກຜັກ ເປັນອີກທາງເລືອກໜື່ງ ທີ່ເຮັດໃຫ້ ຊາວກະສິກອນ ສາມາດ ເພີ່ມແຫຼ່ງລາຍຮັບໄດ້ເປັນຢ່າງດີ.
ມີວຽກໜັກ
ຄວາມຄິດເຫັນ / ລະບຸແຈ້ງ:
ສາມາດ ຫຼຸດຜ່ອນ ວຽກແມ່ຍິງ ໃນການໄປຊອກເກັບຜັກຢູ່ປ່າ ແລະ ຢູ່ໄຮ່ ມາກິນ ພາຍໃນຄອບຄົວ.
ຜົນກະທົບດ້ານວັດທະນາທໍາສັງຄົມ
ສະຖານະການຂອງສັງຄົມ ແລະ ກຸ່ມດ້ອຍໂອກາດທາງເສດຖະກິດ
ຄວາມຄິດເຫັນ / ລະບຸແຈ້ງ:
ເປັນກິດຈະກຳ ທີ່ສົ່ງຜົນດີ ໃຫ້ແກ່ແມ່ຍິງ ເນື່ອງຈາກສາມາດ ຊ່ວຍຫຼຸດຜ່ອນວຽກ ແລະ ປະຢັດເວລາ ໃນການໄປຊອກຫາ ຜັກຢູ່ປ່າ ແລະ ຢູ່ໄຮ່ ມາກິນ ພາຍໃນຄອບຄົວ.
ຜົນກະທົບຕໍ່ລະບົບນິເວດ
ດິນ
ການສູນເສຍດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ສາມາດ ປ້ອງກັນ ດິນແຄມຫ້ວຍ ເຊາະເຈ່ືອນ ໃນເວລາ ທີ່ຝົນຕົກແຮງ.
ຊີວະນານາພັນ: ສັດ, ພືດ
ການປົກຫຸ້ມຂອງພືດ
ຄວາມຄິດເຫັນ / ລະບຸແຈ້ງ:
ເພິ່ມເນື້ອທີ່ປູກຜັກ ໃສ່ດິນຄ້ອຍຊັນ ໃຫເກີດປະໂຫຍດ ເນື່ອງຈາກໃນເມື່ອກ່ອນ ເຄີຍເປັນປ່າຫຍ້າຮົກເຮື້ອ.
6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ
ການປ້ອງກັນ / ຄວາມອາດສາມາດ ການກັ່ນຕອງ
ຄວາມຄິດເຫັນ / ລະບຸແຈ້ງ:
ຫຸຼດຜ່ອນ ບັນຫາ ການຕົກຕະກອນ ຈາກການເຊາະໄຫຼຂອງນໍາ້ ພອ້ມດຽວກັນນັ້ນ ກ່ໍປັບປຸງພືດພັນ ຢູ່ຫນ້າດິນ ໃຫ້ມີຄວາມອຸດົມສົມບູນ ຢູ່ເຂດຄອ້ຍຊັນ.
6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ປານກາງ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກ
ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ປານກາງ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກ
6.5 ການປັບຕົວຮັບເອົາເຕັກໂນໂລຢີ
- 11-50%
ທັງໝົດນັ້ນ ແມ່ນໃຜ ໄດ້ປັບຕົວເຂົ້າ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
- 91-100%
6.6 ການປັບຕົວ
ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?
ບໍ່ແມ່ນ
6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ
ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ |
---|
ນໍາ້ ບ່ໍຖ້ວມ ພື້ນທ່ີ ການຜະລິດ ເນື່ອງຈາກປູກຜັກຢູ່ພື້ນທີ່ສູງ ເມ່ືອທຽບໃສ່ ພື້ນທ່ີ ປູກຜັກ ແຄມນໍາ້ ຢູ່ພື້ນທ່ີຕ່ຳ. |
ກິດຈະກໍາ ປູກພືດຜັກ ສວນຄົວ ສາມາດ ສ້າງລາຍຮັບ ໃຫ້ຄອບຄົວ ແລະ ທັງປະກອບສ່ວນ ເປັນອາຫານ ໃຫ້ແກ່ ຄອບຄົວ. |
ເປັນກິດຈະກໍາ ທ່ີສົ່ງຜົນດີ ແລະ ເປັນປະໂຫຍດ ໃຫ້ແກ່ແມ່ຍິງ ພາຍໃນຊຸມຊົນ ທີ່ສາມາດ ປະກອບສ່ວນ ໄດ້ເປັນຢ່າງດີ. |
6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ກິດຈະກໍາ ປູກຜັກ ສວນຄົວ ແມ່ນຕອ້ງໄດ້ ເອົາໃຈໃສ່ ໃນການໃສ່ຝຸນ ຫຼາຍຄັ້ງ ເພື່ືອຍົກສະມັດຕະພາບ ຜົນຜະລິດ ໃຫ້ສູງຂື້ນ. | ຊອກຫາໄມ້ ມາເຮັດຂັ້ນໃຫ້ສູງ ຫືຼ ປ້ານຄັນຄູ ໃຫ້ສູງຂ້ຶນ ເພື່ອສາມາດ ຮອງຮັບ ຝຸ່ນທ່ີໃສ່ ໃນແຕ່ລະຄັ້ງ. |
ສ້ີນເປືອງ ເວລາ ໃນການຈັດຕັ້ງປະຕິບັດ ແລະ ບົວລະບັດ ຮັກສາຕົ້ນ ເປັນຕົ້ນແມ່ນ ກິດຈະກໍາປັບດິນ, ແປງຫນານ, ໃສ່ຝຸນ, ລອ້ມຮົ້ວ ເພື່ອປ້ອງກັນສັດລຽ້ງ. | ຕອ້ງໄດ້ ເອົາໃຈໃສ່ ໃນການບົວລະບັດ ໃຊ້ວັດສະດຸ ທ່ີແຫນ້ນຫນາ ເພື່ືຶອສາມາດ ຮັບປະກັນ ບໍ່ໃຫ້ຮົ້ວເປເພໄວ. |
ພື້ນທ່ີ ທ່ີເຫມາະສົມ ໃນການເຮັດເຕັກນິກ ແມ່ນມີຈຳກັດ ເນ່ືອງຈາກ ລັກສະນະ ພູມສັນຖານ ແມ່ນເປັນເຂດຄອ້ຍຊັນ. |
ຈຸດອ່ອນ/ຂໍ້ບົກຜ່ອງ/ຄວາມສ່ຽງ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ວິທີການ ໃນການຄັດເລືອກພື້ນທ່ີ ທີ່ມີຄວາມເໝາະສົມ ໃນການເຮັດເຕັກນີກນີ້ ແມ່ນເປັນສິ່ງທ້າທາຍ. | ການເຮັດ ເຕັກນີກນ້ີ ຕອ້ງເລືອກພື້ນທ່ີ ທ່ີມີຄວາມຄອ້ຍຊັນ ຕໍາ່ກວ່າ 15% ແລະ ຕອ້ງຂຸດ ຫ່າງຈາກຫ້ວຍ ໃກກ່ອນ 5 ແມັດ ເພື່ອ ຫີຼກລ່ຽງ ບັນຫາດິນ ເຈືອນ. |
ວິທີ ການຂຸດຫນານຜັກ ແມ່ນຈະຂຸດ ຈາກສ່ວນເທີງ ລົງລຸ່ມ ເຮັດໃຫ້ດິນ ທ່ີຂຸດຢູ່ເທີງ ຈະເລ່ືອນ ລົງມາທັບຖົມດິນ ທ່ີຢູ່ລຸ່ມ. | ຜູ້ຈັດຕັ້ງປະຕິບັດ ຄວນຈະຂຸດ ສະສົມດິນ ຊັ້ນໜ້າໄວ້ບ່ອນໃດບ່ອນຫນ່ືງກ່ອນ ເພື່ອນໍາມາກອງ ໃສ່ໜານທ່ີຂຸດແລວ້ ຕາມພາຍຫັຼງ ເນ່ືອງຈາກດິນຊັ້ນໜ້າ ຈະມີຄວາມອຸດົມສົມບູນ ເປັນເນ້ືອດິນ ທ່ີປະປົນກັບອິນຊີວັດຖຸ. |
7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່
7.1 ວິທີການ / ແຫຼ່ງຂໍ້ມູນ
- ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ
1 ຄັ້ງ
- ການສໍາພາດ ຜູ້ນໍາໃຊ້ທີ່ດິນ
1 ທ່ານ
ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?
28/08/2017
ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ
ຂະຫຍາຍທັງໝົດ ຍຸບທັງໝົດການເຊື່ອມຕໍ່
ບໍ່ມີຂໍ້ມູນການເຊື່ອມຕໍ່
ເນື້ອໃນ
ບໍ່ມີເນື້ອໃນ