ນີ້ແມ່ນສະບັບເກົ່າ, ກໍລະນີນີ້ ບໍ່ມີການເຄື່ອນໄຫວ. ໄປທີ່ສະບັບປະຈຸບັນ.
ເຕັກໂນໂລຢີ
​ຊັກ​ຊ້າ

ເຕັກນີກ ເອົາໄມ້ທ່ອນ ມາກັ້ນເປັນຮົ້ວ ປ້ອງກັນໜ້າດີນ ບໍ່ໃຫ້ດີນເຊາະເຈື່ອນ ແລະ ຮັກສາ ຄວາມສົມບູນຂອງດິນ [ລາວ]

technologies_2279 - ລາວ

ຄວາມສົມບູນ: 88%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ທ່ານ. ບູນເລີດ

ບ້ານ ວົງວິໄລເໜືອ ເມືອງ ພູວົງ ແຊວງ ອັດຕະປື

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

18/05/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ແລວໄມ້ທ່ອນ ເພື່ອຫຼຸດຜ່ອນ ການຊະລ້າງ ເທິງໜ້າດິນ ໃນລະດູຝົນ

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ກິດຈະກາໍ ການຖາງປ່າເຮັດໄຮ່ ແບບໝູນວຽນ ແມ່ນ ເປັນອາຊີບຫຼັກ ຂອງຊາວກະສິກອນ, ໃນເຂດພູດອຍ ທີ່ເຄີຍປະຕິບັດກັນມາ ໄດ້ຫຼາຍລຸ້ນຄົນແລ້ວ. ອີງຕາມລັກສະນະພູມສັນຖານ ເປັນເຂດຄ້ອຍຊັນ ທີ່ເປັນຂໍ້ຈາໍກັດ ໃຫ້ການຜະລິດກະສິກາໍ ແລະ ພາຍຫຼັງ ການບຸກເບີກພື້ນທີ່ທາໍການຜະລີດ ໂດຍການຈຸດປ່າ ຖາງໄຮ່ໃນເຂດຄ້ອຍຊັນ ຊື່ງມັນໄດ້ສົ່ງຜົນກະທົບ ຕໍ່ການນາໍໃຊ້ທີ່ດິນ, ເປັນຕົ້ນ ແມ່ນ ໃນລະດູຝົນ ເຊີ່ງຝົນຈະເລີ່ມຕົກ ແຕ່ເດືອນ 5-1 ; ບາງເດືອນ ຝົນກໍ່ຕົກແຮງ ໂດຍສະເພາະ ໃນຊ່ວງເດືອນ 9-10 ເຮັດໃຫ້ດິນ ໄຫຼລົງຮ່ອງພູ ເຮັດໃຫ້ຕະກອນ ແລະ ອິນຊີວັດຖຸເທິງໜ້າດິນ ໄຫຼເຊາະລ້າງ ລົງຮ່ອງນາໍ້ ຂ້າງທາງ ເສດໄມ້ ທັບຖົມເຄື່ອງປູກຂອງຝັງ, ສົ່ງຜົນກະທົບ ເຮັດໃຫ້ເກີດມີ ການສູນເສຍຊັ້ນໜ້າດິນດີ ດັ່ງນັ້ນ, ໃນປີ 2015 ຜູ້ນຳໄຊ້ທີ່ດີນ ຈີ່ງມີແນວຄວາມຄິດ ຕ້ອງການ ຢາກສ້າງແລວກັນດີນເຊາະໄຫຼ ຂອງນ້ຳຝົນ ທີ່ໄຫຼມາແຕ່ເທີງພູ ທັງເປັນການຮັກສາ, ກະຈາຍ ທາດອາຫານ ຕາມໜ້າດີນ ຢູ່ພື້ນທີ່ລຸ່ມຕີນພູ ໂດຍການຄົ້ນຄິດ ຊອກຫາວິທີ ເອົາໄມ້ທ່ອນ ທີ່ຊອກຫາໄດ້ ຈາກທຳມະຊາດ (ເປັນໄມ້ແຫ້ງ ທີ່ ໄດ້ຈາກການຕຸດໄຮ່) ມີຄວາມຍາວ ປະມານ 4-5 ແມັດ/ທ່ອນ, ມີເສັ້ນຜ່າ ສູນກາງ ປະມານ 15-20 ຊັງຕີແມັດ ເອົາມາວາງລຽນກັນ ໄວ້ຮ່ອງນ້ຳ ບ່ອນທີ່ເຄີຍຖືກນາໍ້ໄຫຼເຊາະ ຕາມພື້ນທີ່ ການ ຜະລິດ ໃຫ້ໄດ້ຄວາມສູງຈາກພື້ນດິນ ປະມານ 1 ແມັດ.
ຫຼັງຈາກນັ້ນ, ກໍ່ໃຊ້ໄມ້ໄຜ່ ທີ່ມີຄວາມ ຍາວ ປະມານ 1.5 ແມັດ, ມີຂະໝາດ ເສັ້ນຜ່າສູນກາງ ປະມານ 10 ຊັງຕີແມັດ ມາເຮັດເປັນຫັຼກຄາ້ໍ ເພ່ືອບ່ໍໃຫ້ ໄມ້ທ່ອນ ທີ່ເອົາມາ ລຽນລາໍນັ້ນ ລົ້ມລົງ ໂດຍການ ນາໍທ່ອນໄມ້ໃຜ່ ຝັງລົງດິນ ປະມານ 50 ຊັງຕີແມັດ ໂດຍການໃຊ້ເຊືອກມັດ. ການເຮັດເຕັກນີກ ດັ່ງ ກ່າວ ແມ່ນ ເລີ່ມຈັດຕັ້ງປະຕິບັດ ພາຍຫຼັງ ສໍາເລັດການ ສັກເຂົ້າໄຮ່ ໂດຍເລືອກເຮັດໃສ່ ບ່ອນພູ ທີ່ມີຄວາມຄ້ອຍຊັນ 20-25% ເປັນບ່ອນ ທີ່ມີຮ່ອງນໍ້າ ໄຫຼເຊາະລົງມາ ຊື່ງໂດຍລວມແລ້ວ ປະຊາຊົນ ຈະນໍາໃຊ້ເຕັກນິກນິ້ ປະມານ 2-3 ຈຸດ ພາຍໃນເນື້ອທີ່ ການຜະລິດທັງໝົດ. ຜົນທີ່ໄດ້ຮັບ ຈາກການເຮັດ ເຕັກນິກ ດັ່ງກ່າວນີ້ ແມ່ນ ສາມາດ ຫຸຼດຜ່ອນຄວາມແຮງ ຂອງການໄຫຼເຊາະ ຂອງນໍ້າ ແລະ ສາມາດ ກະຈາຍຕະກອນດິນ ໃນພື້ນທີ່ອອກຈາກ ພື້ນທີ່ທາໍການຜະລິດ ເພາະວ່າ ເມື່ອນ້ຳໄຫຼມາ ຈະມາຕ່ຳໃສ່ໄມ້ກັ້ນ ແລະ ໄຫຼອອກ ທາງດ້ານຂ້າງຂອງໄມ້ກັ້ນ. ສົມທຽບ ກ່ອນ ແລະ ຫຼັງ ການນຳໃຊ້ ເຕັກນີກນີ້້ ເຫັນວ່າ ກ່ອນຈັດຕັ້ງປະຕິບັດ ເຕັກນິກ ໄດ້ຜົນຜະລິດເຂົ້າ ປະມານ 1.5 ໂຕນ/ຮຕ ພາຍຫຼັງ ນຳໃຊ້ເຕັກນິກນີ້ ຜົນຜະລິດເຂົ້າ ເພີ່ມຂື້ນ ປະມານ 2 ໂຕນ/ຮຕ ເນ່ືອງຈາກ ການສູນເສຍດີນຫຸຼດລົງ ອີນຊີວັດຖຸໃນດີນເພີ້ມຂື້ນ ເພາະການທັບຖົມຂອງຕະກອນ ແລະ ເສດຊາກພືດ ທີ່ໄຫຼມາຕາມນ້ຳເຮັດໃຫ້ຊັ້ນໜ້າດິນ ຖືກເພີ່ມພູນໃຫ້ເປັນຊັ້ນໜາຂື້ນ, ເມື່ອເສດຊາກພືດເຫຼົ່ານັ້ນ ເນົ່າເປ່ືອຍ ຫືຼ ຖືກຍ່ອຍສະຫຼາຍ ໂດຍສິ່ງທີ່ ມີຊີວິດໃນດິນ (ຂີ້ກະເດືອນ, ບົ້ງກື) ຈະເປັນການປັບປຸງດິນ ໃນບໍລິເວນນັ້ນ ໃຫ້ອຸດົມສົມບູນຂື້ນ.
ຈຸດດີ: ຫຼຸດຜ່ອນການໄຫຼຂອງຕະກອນດິນ, ການເພີ່ມຂອງອິນຊີວັດຖຸໃນພື້ນດິນ (ເຮັດໃຫ້ຊັ້ນດິນໜາຂື້ນ), ກະຈາຍທາດອາຫານໃນພືີ່ນທີ່ກະສິກໍາ ແລະ ຕົ້ນທືນຕ່ຳ.
ຈຸດອ່ອນ: ເຕັກໂນໂລຢີນີ້ ແມ່ນ ບໍ່ຖາວອນ ແລະ ຂ້ອນຂ້າງອ່ອນໄຫວ, ດັ່ງນັ້ນຈິ່ງຕ້ອງມີການສ້ອມແປງ ແລະ ບໍາລຸງຮັກສາປະຈໍາປີ. ຖ້າໂຄງສ້າງເກົ່າຫຼາຍ ຈະຕ້ອງໄດ້ຮັບການຍົກລະດັບ, ມັນຈະຕ້ອງໃຊ້ຄຸນນະພາບທີ່ດີກວ່າເກົ່່າເຊັ່ນ ເຊືອກ ແລະ ເສົາຊີມັງ. ຢ່າງໃດກໍຕາມ, ປະຊາຊົນສ່ວນໃຫຍ່ຍັງ ໃຊ້ອຸປະກອນທີ່ມີ ຢູ່ໃນທ້ອງຖິ່ນ ເຊື່ງມີຜົນກະທົບຕໍ່ ຄຸນນະພາບຂອງເຕັກໂນໂລຢີ ກໍ່ຄືກັບປະສິດທິຜົນຂອງມັນ.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ເມືອງພູວົງ ແຂວງ ອັດຕະປື

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ບ້ານ ວົງວິໄລ ເໜືອ

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2015

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ການປູກພືດປະຈໍາປີ
ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ):

ພືດທີ່ປູກຫັຼກໆ ມີຄື: ເຂົ້າໄຮ່,ສາລີ,ກ້ວຍ,ມັນຕົ້ນ,ອ້ອຍ ແລະອືນໆ

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍ້າຝົນ
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 1

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ມາດຕະການ ຕັດຂວາງ ກັບຄວາມຄ້ອຍຊັນ

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ນໍາໃຊ້ໃນຈຸດສະເພາະ / ແນໃສ່ນໍາໃຊ້ໃນພື້ນທີ່ຂະໜາດນ້ອຍ
ຄວາມຄິດເຫັນ:

ເຕັກນີກນີ: ແມ່ນ ປະຕິບັດຢູ່ສະເພາະແຕ່ຈຸດທີ່ເປັນຮ່ອງນ້ຳໄຫຼ ທີ່ເກີດຈາກຝົນຕົກ

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການໂຄງສ້າງ

ມາດຕະການໂຄງສ້າງ

  • S6: ແລວກັນເຈື່ອນ, ຮົ້ວ
  • S11: ອື່ນໆ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ດິນເຊາະເຈື່ອນ ໂດຍນໍ້າ

ດິນເຊາະເຈື່ອນ ໂດຍນໍ້າ

  • Wt: ການສູນເສຍຊັ້ນໜ້າດິນ / ການເຊາະເຈື່ອນຜິວໜ້າດິນ
  • Wo: ຜົນກະທົບ ຂອງການເຊື່ອມໂຊມ ຕໍ່ພື້ນທີ່ພາຍນອກ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປ້ອງກັນການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ນາງ ວາດສະໜາ

ວັນທີ:

18/05/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

ເຕັກນິກນີ້ຖືກນໍາໃຊ້ໃນພື້ນທີ່ ທີ່ມີຄວາມຄ້ອຍຊັນ
ສິ່ງກີດຂວາງໄມ້ທ່ອນ ໄມ້ຖືກສ້າງຂື້ນດ້ວຍຄວາມສູງ 1 ແມັດຈາກຫນ້າດິນ.
ຄວາມຍາວຂອງໄມ້ທ່ອນ ແມ່ນ ປະມານ 4-5 ແມັດ.
ຄວາມເລິກຂອງໄມ້ໄຜ່ ລົງໄປໃນດິນ ແມ່ນ 50 ຊັງຕີແມັດ
ເຕັກນິກນີ້ ແມ່ນ ປະຕິບັດ ຢູ່ດ້ານເທິງຂອງໄຮ່ ທີ່ມີຄວາມຊັນ 20-25%, ບ່ອນທີ່ນ້ໍາຈາກທໍາມະຊາດ ໄຫຼເປັນຮ່ອງຈາມໜ້າດີນ.

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ຫົວໜ່ວຍ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ:

2 ຮາວກັ້ນ

ລະບຸປະລິມານ, ຄວາມຍາວ ແລະ ອື່ນໆ (ຖ້າຫາກວ່າກ່ຽວຂ້ອງ):

ກວ້າງ 4-5 ແມັດ / ສູງ 1 ແມັດ (ສຳລັບ 1 ຮາວ)

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8000.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

50000ກີບ

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ເກັບໄມ້ທ່ອນ ແລະ ໄມ້ໄຜ່ ໂຄງສ້າງ ຫຼັງເກັບກ່ຽວ
2. ຝັງເສົາມ້ໄຜ່ ໂຄງສ້າງ
3. ຈັດລຽງໄມ້ທ່ອນ ໂຄງສ້າງ
ຄວາມຄິດເຫັນ:

ເອົາວາງໃສ່ບ່ອນທີ່ເປັນຮ່ອງນ້ໍາ ເພື່ອຫຼຸດຜ່ອນການໄຫລຂອງນ້ໍາ

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຄົນ 2.0 50000.0 100000.0 100.0
ອຸປະກອນ ຈົກ ດວງ 1.0 50000.0 50000.0 100.0
ອຸປະກອນ ຊ້ວນ ດວງ 1.0 25000.0 25000.0 100.0
ອຸປະກອນ ຄ້ອນຕີ ດວງ 1.0 20000.0 20000.0 100.0
ວັດສະດຸໃນການປູກ ໄມ້ທ່ອນ ລຳ 10.0 100.0
ວັດສະດຸໃນການປູກ ໄມ້ໃຜ່ ລຳ 10.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 195000.0
ຄວາມຄິດເຫັນ:

ກ່ຽວກັບວັດສະດຸກໍ່ສ້າງ: ໄມ້ໄຜ່ ແລະ ໄມ້ທ່ອນ ແມ່ນໃຊ້ໄມ້ທີ່ເສດເຫຼືອ ທີ່ຖືກເກັບຈາກອ້ອມຂ້າງ

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ສ້ອມແປງ ເອົາໄມ້ມາເສີມໃສ່ ໂຄງສ້າງ ເດືອນລະເທື່ອ
ຄວາມຄິດເຫັນ:

ການນໍາໃຊ້ວັດສະດຸທີ່ຍັງເຫຼືອ ສໍາລັບການບໍາລຸງຮັກສາ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຄົນ 2.0 50000.0 100000.0 100.0
ອຸປະກອນ ຟ້າ ດວງ 2.0 25000.0 50000.0 100.0
ອຸປະກອນ ສຽມ ດວງ 1.0 20000.0 20000.0 100.0
ວັດສະດຸກໍ່ສ້າງ ໄມ້ທ່ອນ ທ່ອນ 10.0 100.0
ວັດສະດຸກໍ່ສ້າງ ໄມ້ໃຜ່ ລຳ 10.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 170000.0

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ຊ້ວນ,ຈົກ,ເຫັຼກຕະປູ,ພ້າແມ່ນຫາຊື້ຈາກທອ້ງຕະຫຼາດ ຊາວກະສີກອນຊື້ເອງ

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):

2500.00

ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:

ປະລີມານນຳ້ຝົນ ລະຫວ່າງເດືອນ 9 ແມ່ນຝົນຕົກຫຼາຍ, ຫຼາຍສຸດ ແມ່ນ ເດືອນ 6 - 9 ແລະ ໜ້ອຍສຸດ ແມ່ນ ເດືອນ 11- 4

ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ຫ້ອງການຊັບພະຍາກອນທຳມະຊາດເມືອງພູວົງ

ເຂດສະພາບອາກາດກະສິກໍາ
  • ເຄີ່ງຄວາມຊຸ່ມ

ອຸນຫະພູມສະເລ່ຍ ປະຈຳປີ 26,2 ອົງສາ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ລັກສະນະກີ່ວ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ບາງລະອຽດ / ໜັກ (ໜຽວ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ປານກາງ (1-3 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

5-50 ແມັດ

ການມີນໍ້າ ເທິງໜ້າດິນ:

ປານກາງ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ມີນໍ້າດື່ມ

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ບໍ່ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ປະສົມ (ກຸ້ມຕົນເອງ / ເປັນສິນຄ້າ
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • 10-50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ທຸກຍາກ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ເດັກນ້ອຍ
  • ໄວ​ກາງ​ຄົນ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດນ້ອຍ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ເປີດກວ້າງ (ບໍ່ມີການຈັດຕັ້ງ)

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

1,5 ໂຕນ/ຮຕ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

2ໂຕນ/ຮຕ

ຄວາມຄິດເຫັນ / ລະບຸແຈ້ງ:

ການເພີ່ມຂື້ນຂອງສານອິນຊີຈາກການສະສົມຂອງຫນ້າດິນ

ເນື້ອທີ່ການຜະລິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນທີ່ຊາວກະສິກອນຈະສູນເສຍພື້ນທີ່ຫຼາຍຍ້ອນຊ່ອງທາງນ້ໍາໃນພື້ນທີ່ການປູກຝັງ; ຫຼັງຈາກທີ່ມີບັນດາອຸປະສັກໄມ້ທີ່ໄດ້ຖືກສ້າງຂື້ນແລ້ວ, ພື້ນດິນໄດ້ເພີ່ມຂື້ນໂດຍການສະສົມຂອງດິນ

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ການໄຫລວຽນຂອງນ້ໍາໃນພື້ນທີ່ການຜະລິດທີ່ຜ່ານມາເຮັດໃຫ້ເກີດຜົນເສຍຫາຍຕໍ່ການປູກພືດແລະໃນການຫຼຸດລົງຜົນຜະລິດພືດ

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ການຕິດຕັ້ງສິ່ງກີດຂວາງໄມ້ເພື່ອຂະຫຍາຍພື້ນທີ່ການປູກຝັງຕ້ອງໃຊ້ແຮງງານຫຼາຍ

ຜົນກະທົບດ້ານວັດທະນາທໍາສັງຄົມ

ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ການຄໍ້າປະກັນ ສະບຽງອາຫານ ໄດ້ຮັບການປັບປຸງຍ້ອນວ່າຊາວກະສິກອນໄດ້ຮັບຜົນຜະລິດຫຼາຍກວ່າ ແລະ ສາມາດຂາຍເຖິງຕະຫຼາດທ້ອງຖິ່ນ

ຜົນກະທົບຕໍ່ລະບົບນິເວດ

ວົງຈອນນໍ້າ / ນໍ້າ

ການໄຫຼ ຂອງນໍ້າໜ້າດິນ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ນ້ໍາ ແລະ ດິນທີ່ຖືກທໍາລາຍລຸດລົງໃນເວລາທີ່ສຳເລັດ ແລວກີດຂວາງ ແລະ ນ້ໍາແມ່ນມຸ້ງໄປຂ້າງຫນື່ງ. ດັ່ງນັ້ນ, ການໄຫຼ ຂອງນໍ້າໜ້າດິນເທິງພື້ນດິນ ແມ່ນ ມີຜົນກະທົບໜ້ອຍລົງ.

ດິນ

ການສູນເສຍດິນ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນທີ່ຈະມີຫຼາຍໆຊັ້ນດິນໂດຍການລ້າງນ້ໍາໃນພື້ນດິນກໍ່ຖືກສູນເສຍ. ຫຼັງຈາກການຕິດຕັ້ງອຸປະກອນກີດກັນ ນ້ໍາມີການປ່ຽນແປງ ແລະ ແຜ່ຂະຫຍາຍໃນພື້ນທີ່ ແລະການຕົກຕະກອນຕາມຮ່ອງຂ້າງທາງ

ຊີວະນານາພັນ: ສັດ, ພືດ

ມວນຊີວະພາບ / ຢູ່ເທິງຊັ້ນດິນ C

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ສິ່ງກີດຂວາງຂອງໄມ້ທ່ອນສາມາດແຜ່ຂະຫຍາຍຊີວະມວນ ແລະ ຊິ້ນສ່ວນຂອງພືດ ແລະ ຝຸ່ນຊີວະພາບໄປສູ່ພື້ນທີ່ການຜະລິດ (ເພີ່ມຂື້ນຂອງດິນຟ້າ)

ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ

ການເຊາະເຈື່ອນຂອງດິນ / ຊາກສະລະຫະພັງ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນທີ່ຈະມີຝົນຕົກຢ່າງຫຼວງຫຼາຍເຮັດໃຫ້ມີການເຊາະເຈື່ອນຂອງດິນ (ລະດູແລ້ງແລະລະດູແລ້ງລະຫວ່າງແຖວ) ໃນລະດູຝົນ

6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ

ພື້ນທີ່ທໍາການຜະລິດ ຂອງເພື່ອນບ້ານທີ່ຢູ່ໃກ້ຄຽງ ໄດ້ຮັບຜົນກະທົບ

ເພີ່ມຂຶ້ນ
ຫຼຸດຜ່ອນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນ ໄຫຼຜ່ານເສັ້ນທາງຂອງເຈົ້າຂອງດິນ. ຫຼັງຈາກການຕິດຕັ້ງເຕັກໂນໂລຢີ, ທາງນ້ໍາໄດ້ປ່ຽນແປງໄປສູ່ເຂດບ້ານໂດຍບໍ່ມີການກໍ່ໃຫ້ເກີດຄວາມເສຍຫາຍຢູ່.

ດີນເຈື່ອນລົງສູ່ຮ່ອງຂ້າງທາງ

ຫຼຸດລົງ
ເພີ້ມຂື້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນ ມີການເຊາະເຈື່ອນໂດຍກົງ. ຫຼັງຈາກຕິດຕັ້ງ ຮົ້ວກີດຂວາງ ຕະກອນດິນ ສ່ວນຫຼາຍ ແມ່ນ ຍັງຫຼົງເຫຼືອຢູ່ຈາມໄຮ່

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອຸນຫະພູມປະຈໍາປີ ເພີ່ມຂື້ນ ປານກາງ
ອຸນຫະພູມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ດີຫຼາຍ
ປະລິມານນໍ້າຝົນປະຈໍາປີ ເພີ່ມຂື້ນ ດີ
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ດີ

ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)

ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ພະຍຸຝົນ ປານກາງ
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອາກາດໜາວຮຸນແຮງ ດີ
ແຫ້ງແລ້ງ ປານກາງ
ໄຟ​ໄໝ້​ປ່າ ປານກາງ
ໄພພິບັດທາງອຸທົກກະສາກ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ດິນເຈື່ອນ ປານກາງ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ໄລຍະເວລາການເຕີບໃຫຍ່ຂະຫຍາຍຕົວ ບໍ່​ດີ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ປານກາງ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກເລັກນ້ອຍ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ປານກາງ

ຜົນຕອບແທນ ໃນໄລຍະຍາວ:

ປານກາງ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • 1-10%
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 90-100%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ຂໍ້ດີໃນການ ນຳໄຊ້ເຕັກນີກນີ້ ປ້ອງກັນບໍໃຫ້ເຊາະເຈື່ອນ ,ຜົນຜະລິດໃດ້ຮັບ ໜາກຜົນ
ບູກຄົນໃດ ກໍ່ສາມາດເຮັດໄດ້ງາ່ຍໆ
ບໍໄດ້ໄຊ້ຕົ້ນທືນ ,ໄດ້ຮັບຜົນຜະລິດສູງ ສາມາດກູ້ມຕົນເອງ
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ສາມາດກະຈາຍຕະກອນດີນທີ່ໄຫຼມາຕາມກະແສນ້ຳ ໄປທົ່ວພື້ນທີ່ ການຜະລິດ

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ສ່ວນໃຫຍ່ຂອງສະຖານທີ່ເຫລົ່ານີ້ບໍ່ຖາວອນ ແລະ ມີຄວາມສ່ຽງທີ່ຕ້ອງການສ້ອມແປງທຸກໆປີ ມັນອາດຈະຕ້ອງການຄຸນນະພາບທີ່ດີກວ່າ ເຊັ່ນເສົາ ຄອນກຣີດ
ການສະສົມມີບາງບ່ອນ, ກໍ່ຍັງເກີດການຊະລ້າງເຫລືອຢູ່ ຕ້ອງສ້າງຫຼາຍໆຈຸດ
ຈຸດອ່ອນ/ຂໍ້ບົກຜ່ອງ/ຄວາມສ່ຽງ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ ມີວິທີການແກ້ໄຂຄືແນວໃດ?
ປະຊາຊົນຍັງໃຊ້ອຸປະກອນ ທີ່ມີຢູ່ໃນທ້ອງຖິ່ນທີ່ ສົ່ງຜົນກະທົບ ຕໍ່ຄຸນນະພາບຂອງການໄຫຼ ທີ່ຖືກທໍາລາຍເຊັ່ນດຽວກັນກັບປະສິດທິຜົນຂອງມັນ. ມັນອາດຈະຕ້ອງມີການຕິດຕັ້ງສະຖານທີ່ແບບນີ້ໃນຫລາຍໆສະຖານທີ່ຕາມແຄມ ຂື້ນຢູ່ກັບຄວາມຊັນຂອງດິນ.

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1 ສະຖານທີ່

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

1 ຄົນ

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ