ເຕັກໂນໂລຢີ

ເຕັກນິກການເຮັດນໍ້າສະກັດຊີວະພາບ [ລາວ]

technologies_3240 - ລາວ

ຄວາມສົມບູນ: 88%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ສີສົມພູ ຂັນທະວີ

0304867035

ສູນບໍລິການ ເຕັກນິກ ກະສິກຳ ເມືອງ ພູວົງ ແຂວງ ອັດຕະປື

ເມືອງ ພູວົງ, ແຂວງ ອັດຕະປື

ລາວ

ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ:

ໄຊຍະພອນ ຈັນທີ

030 5184849

ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ ພູວົງ

ເມືອງ ພູວົງ, ແຂວງ ອັດຕະປື

ລາວ

ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ:

ພາວິເສດ ວິໄຊ

020 99596456

ຫ້ອງການກະວິກຳ ແລະ ປ່າໄມ້ເມືອງ

ເມືອງ ພູວົງ, ແຂວງ ອັດຕະປື

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

11/01/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ຈຸລິນຊີທີ່ມີປະສິດທິຜົນ (EM) ແມ່ນ ເປັນສານສະກັດ ທີ່ສາມາດນໍາໃຊ້ເປັນການຮັກສາດິນ ກ່ອນການປູກພືດຜັກທີ່ເຕີບໂຕຢ່າງເຕັມທີ່ ແລະ ຊ່ວຍເສີມຂະຫຍາຍຈຸລິນຊີທີ່ເປັນປະໂຫຍດຂອງດິນ

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ກິດຈະກຳ ການປູກພືດຜັກສວນຄວນ ແມ່ນ ກິດຈະກຳໜື່ງ ທີ່ຊາວກະສິກອນ ເຄີຍຈັດຕັ້ງປະຕິບັດ ກັນມາເປັນເວລາດົນ ນານມາແລ້ວ ເພື່ອຄໍ້າປະກັນສະບຽງອາຫານ ແລະ ສາມາດສ້າງລາຍຮັບໃຫ້ປະຊາຊົນ ຊາວກະສິກອນພາຍໃນທ້ອງຖີ່ນ. ແຕ່ວ່າຊາວກະສິກອນ ກໍ່ມີບັນຫາຫຍຸ່ງຍາກສົມຄວນ ເນື່ອງຈາກວ່າ: ດິນເຂດນັ້ນ ມີລັກສະນະເປັນດິນໜຽວ, ດິນແຂງອັດແໜ້ນ, ດູດຊືມນໍ້າບໍ່ໄດ້ດີ, ເປັນດິນທີ່ບໍ່ມີທາດອາຫານທີ່ເໝາະສົມ ແກ່ການປູກພືດຜັກ, ບັນຫາທີ່ຊາວກະສິກອນພົບກໍ່ຄື: ຜັກບໍ່ງາມ, ຜັກຫ່ຽວເຫຼືອງ, ມີພະຍາດ ແລະ ມີແມງໄມ້ ສັດຕູພືດປະມານ 30%. ເພື່ອຍາກໃຫ້ໄດ້ ຜົນຜະລິດຕາມຄາດໝາຍ ແລະ ທ່ວງທັັນເວລາ ຊາວກະສິກອນ ຈຳເປັນຕ້ອງໄດ້ຊື້ຝຸ່ນເຄມີ ມາໃຊ້ປະສົມກັນກັບ ຝຸ່ນຄອກທີ່ມີຢູ່ ແຕ່ວ່າ ຜົນຜະລິດ ແລະ ຄຸນນະພາບພືດຜັກ ກໍ່ຍັັງບໍ່ໄດ້ຕາມການຄາດໝາຍເທົ່າທີ່ຄວນ, ສົມທຽບກ່ອນໃສ່ປຸ໋ຍກັບບໍ່ໃສ່: ໃບຂອງຜັກທີ່ໃສ່ປຸ໋ຍເຄມີ ແມ່ນ ເກັບຮັກສາບໍ່ໄດ້ດົນ ເຮັດໃຫ້ຜັກຫ່ຽວໄວ, ເຫນົ່າເປື້ອຍໄວ ແລະ ຜົນຜະລິດ, ຄຸນນະພາບ ຂອງພືດຜັກເພີ່ມຫຼາຍຂື້ນເຊັ່ນ: ກ່ອນໃສ່ປຸ໋ຍເຄມີຈາກທີ່ໄດ້ 4-5 ກິໂລ/ຫນານ, ຜັກ 1 ກິໂລ ຜັກປູກມີລາຄາ 5000 ກີບ, 5000ກີບ x 5 ກິໂລ = 25 000 ກີບ, ພາຍຫຼັງທີ່ໃສ່ປຸ໋ຍເຄມີ ຜົນຜະລິດຂອງຜັກແມ່ນໄດ້ຢູ່ 6-7 ກິໂລ/ຫນານ, ຜັກ 1 ກິໂລ ຜັກປູກມີລາຄາ 5000 ກີບ 5000ກີບ x 7 ກິໂລ = 35 000 ກີບ, ດັ່ງນັ້ນໃນປີ 2015 ທາງແຜນງານໂຄງການຄໍ້າປະກັນສະບຽງອາຫານ ແລະ ໂພສະນາການເຊື່ອມໂຍງກັບການຕະຫຼາດ (ຄສພຕ) ໄດ້ມາແນະນໍາ ເຕັກນິກວິທີການ ເຮັດນໍ້າສະກັດຊີວະພາບ ແລະ ສົ່ງເສີມໃຫ້ປະຊາຊົນ ຊາວກະສິກອນນຳໃຊ້ນໍ້າສະກັດຊີວະພາບ ເພື່ອປັບປຸງສະພາບທາດອາຫານໃນດິນ ແລະ ເພີ່ມຜົນຜະລິດຄຸນນະພາບ ຂອງພືດຜັກສວນຄົວ ແລະ ພືດຜົນລະປູກອື່ນໆ. ຊາວກະສິກອນ ເລີ່ມສົນໃຈເຕັກນິກ ໃນການເຮັດນໍ້າສະກັດຊີວະພາບນີ້ ຈື່ງທົດລອງປະຕິບັດ ຕາມຂັ້ນຕອນທີ່ (ຄສພຕ) ໄດ້ສົ່ງເສີມແນະນຳມາ. ກິດຈະກຳການເຮັດເຕັກນິກນໍ້າສະກັດຊີວະພາບນີ້ແມ່ນສາມາດເຮັດໄດ້ງ່າຍ ແລະ ຊາວກະສິກອນສາມາດນຳໃຊ້ວັດຖຸ, ສິ່ງເສດເຫຼືອ ຈາກພືດຜັກສວນຄົວທີ່ຫາໄດ້ຕາມທ້ອງຖີ່ນເຊັ່ນ: ເສດຜັກກາດ, ເສດຜັກບົ້ງ, ຜັກຫົມ ແລະ ອື່ນໆ. ເຊີ່ງມີສ່ວນປະກອບດັ່ງນີ້: ເສດຜັກຈໍານວນ 3 ກິໂລ, ນໍ້າຕານ 1 ກິໂລ, ກາກນໍ້າຕານ 0,5 ລິດ (ຖ້າມີ, ບໍ່ມີບໍ່ໃສ່ກໍ່ໄດ້ ເຊີ່ງຫາຊື້ໄດ້ຕາມຮ້ານການກະເສດ ). ຫຼັງຈາກນັ້ນນຳເອົາເສດພືດຜັກດັ່ງກ່າວ ມາຊອຍ ຫຼື ຟັກໃຫ້ລະອຽດ ແລ້ວນຳເອົາ ນໍ້າຕານ, ກາກນໍ້າຕານ ສ່ວປະກອບຕ່າງໆໄປໃສ່ຖັງ ຂະໜາດ 20 ລິດ ທີ່ກຽມໄວ້ ແລ້ວມາປະສົມເຂົ້າກັນ, ເຊີ່ງເນື້ອທີ່ໃນການເຮັດເຕັກນິກ ນໍ້າສະກັດຊີວະພາບນີ້ ແມ່ນ 2 ແມັດ x 2 ແມັດ ແລ້ວເອົາໄມ້ຍາວປະມານ 1 ແມັດ ມາຄົນໃຫ້ເຂົ້າກັັນດີ ແລ້ວປິດຝາຖັງໃຫ້ສະນິດ ບໍ່ໃຫ້ອາກາດເຂົ້າໄດ້ ເມື່ອປະຕິບັດເຕັກນິກທຸກຢ່າງແລ້ວ ເຮົາຈະນຳຖັງນໍ້າສະກັດຊີວະພາບໄປເກັບມຽ້ນໃນທີ່ຮົ່ມ ບໍ່ໃຫ້ຖືກແສງແດດ ເພື່ອເກັບຮັກສາຄຸນນະພາບ ຂອງນໍ້າສະກັດຊີພາບ, ຫຼັງຈາກນັ້ນ ອີກໜື່ງອາທິດເຮົາສາມາດເປີດຝາຖັງ ເພື່ອຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນອີກຄັ້ງ ເຮົາຈະປະຕິບັດແບບນີ້ໄປເລື້ອຍໆຈົນຮອດ 1 ເດືອນ ຫຼັງຈາກນັ້ນກໍ່ສາມາດນຳເອົາ ນໍ້າສະກັດຊີວະພາບໄປໃຊ້ປະສົມກັບນໍ້າໃນປະລິມານ 1 ບ່ວງແກງ/ນໍ້າ 10 ລິດ, ຄົນໃຫ້ເຂົ້າກັນແລ້ວສາມາດນຳໄປ ຫົດພືດຜັກໄດ້ເລີຍ, ເວລາຫົດແມ່ນເຮົາຈະຫົດຈາກໃບລົງໄປຫາລຳຕົ້ນເລີຍ ຫຼື ຮາກພືດເລີຍ ຫຼັງຈາກນຳໃຊ້ເຕັກນິກນີ້ ປະຈຸບັນຜົນທີ່ໄດ້ຮັບກໍ່ຄື: ເລີ່ມມີຂີ້ກະເດືອນຢູ່ໃນບໍລິເວນໜານປູກຜັກຫຼາຍຂື້ນ ດິນມີຄວາມຊຸ່ມດີ, ດິນມີທາດອາຫານເພີ່ມຂື້ນກອ່ນເກົ່າ ເຮົາສັງເກດເຫັນໄດ້ວ່າ: ຈາກທີ່ ດິນເປັນດິນສີຂາວອັດແໜ້ນ ກໍ່ເຫັນໄດ້ວ່າດີນເປັນດິນດຳ, ເປັນດີນຜຸພຸຍ, ຊືມຊັບນໍ້າໄດ້ດີ ເຮົາຈະສັງເກດ ເວລາຫົດຜັກນໍ້າທີ່ເຮົາຫົດແມ່ນຊືມລົງດິນຢູ່ໜານຜັກປູກເລີຍ ໂດຍທີ່ນໍ້າບໍ່ໄຫລອອກໄປບ່ອນອື່ນ; ພະຍາດໃບຫ່ຽວ, ໃບເຫລືອງຫຼຸດລົງປະມານ 10% ແລະ ແມງໄມ້ສັດຕູພືດເຊັ່ນ: ມົດແດງໄຟ, ບົ້ງຮຳໃບຫຼຸດລົງຄື: ຈາກທີ່ມີຫລາຍກໍ່ເຫັນວ່າຫຼຸດໜ້ອຍລົງປະມານ 20%, ເຮັດໃຫ້ຜັກຂຽວງາມມີນໍ້າໜັກ, ຜົນຜະລິດ ແລະ ຄຸນນະພາບຂອງພືດຜັກ ເພີ່ມຫຼາຍຂື້ນຈາກທີ່ໄດ້ 5-6 ກິໂລ/ຫນານ ກັບກາຍມາເປັນ 12- 15 ກິໂລ/ຫນານ, ພື້ນທີ່ປູກຜັກເລີ່ມມີຫຍ້າຄວາຍ, ຫຍ້າຫນາມແກ້ວ, ຫຍ້າຍຸບ ເຊີ່ງເປັນຫຍ້າທີ່ມາຍາດແຍ່ງອາຫານຂອງພືດ, ເຊີ່ງເປັນຂໍ້ຫຍຸ່ງຍາກ ແລະ ເປັນອຸປະສັກສົມຄວນ ໃຫ້ແກ່ຊາວກະສິກອນ, ມີຜັກທຳມະຊາດເຊັ່ນ: ຜັກຫົມ, ຜັກຊ່ຽນເກີດຂື້ນຫຼາຍ, ດັ່ງນັ້ນເຕັກນິກທີ່ກ່າວມານີ້ ກໍ່ມີຈຸດດີ: ບໍ່ເປັນພິດກັບສີ່ງແວດລ້ອມ, ບໍ່ມີຜົນກະທົບຕໍ່ສຸຂະພາບ ຂອງຊາວກະສິກອນຜູ້ນຳໃຊ້, ບໍ່ສົ່ງກີ່ນເໝັນຕໍ່ເຮືອນອ້ອມຂ້າງ ແລະ ຊຸມຊົນ, ຫຼຸດຜ່ອນລາຍຈ່າຍພາຍໃນຄອບຄົວ ປຽບທຽບງົບປະມານໃນການລົງທືນເຮັດນໍ້າສະກັດຊີວະພາບ 1 ຄັ້ງໄດ້ນໍ້າສະກັດຊີວະພາບ 1,5 ລິດ ແມ່ນໃຊ້ງົບປະມານ 15.000 ກີບ ໃຊ້ໄດ້ 1 ປີ, ເມື່ອທຽບໃສ່ກ່ອນການໃຊ້ເຕັກນິກແມ່ນ ຊື້ປຸ໋ຍເຄມີ 50.000 ກີບໃຊ້ໄດ້ 1 ປີ ເຮົາເຫັນໄດ້ເຖິງຄວາມແຕກຕ່າງກັນ ໃນການໃຊ້ນໍ້າສະກັດຊີວະພາບ ກັບ ໃຊ້ປຸ໋ຍເຄມີ ແລະ ຍັງສາມາດ ເພີ່ມຜົນຜະລີດ ນອກຈາກປູກກີນແລ້ວ ຍັງສາມາດຂາຍສ້າງລາຍຮັບໃຫ້ຄອບຄົວ ເຊີ່ງມີລາຍຮັບ 225 000 ກີບ/ປີ/ລະດູການປູກ, ຕົວຢ່າງ: ສົມທຽບຜົນຜະລິດກ່ອນໃຊ້ເຕັກນິກ ແລະ ຫຼັງໃຊ້ຄື: ເຮົາມີແນວພັນຜັກ 1 ກິໂລ ສາມາດປູກໄດ້ 3 ໜານ, 1 ໜານມີຂະໜາດ 1 ແມັດ x 3 ແມັດ ສາມາດເກັບໄດ້ປະມານ 5-6 ກິໂລ, ຜັກ 1 ກິໂລ ຜັກປູກມີລາຄາ 5000 ກີບ, 5000ກີບ x 6 ກິໂລ = 30 000 ກີບ x 3 = 90 000 ກີບ/ລະດູການປູກ ແຕ່ວ່າ ຫຼັງຈາກທີ່ໃຊ້ເຕັກນິກແລ້ວ ແນວພັນຜັກ 1 ກິໂລ ສາມາດປູກໄດ້ 3 ໜານ, 1 ໜານມີຂະໜາດ 1 ແມັດ x 3 ແມັດ ສາມາດເກັບໄດ້ປະມານ 12-15 ກິໂລ ຜັກ 1 ກິໂລຜັກປູກມີລາຄາ 5000 ກີບ 5000ກີບ x 15 ກິໂລ = 75 000 ກີບ x 3 = 225 000 ກີບ ເຊີ່ງເຮົາເຫັນໄດ້ເຖິງຄວາມແຕກຕ່າງກັນຫຼາຍສົມຄວນ, ນໍ້າສະກັດຊີວະພາບ ຍັງຊ່ວຍປັບປຸງທາດອາຫານໃນດິນໄດ້ດີ, ຜົນຜະລິດຂຽວງາມຊ່ວຍເພີ່ມປະລິມານ ແລະ ຄຸນນະພາບຂອງພືດຜັກຫຼາຍຂື້ນ.
ຈຸດອ່ອນ: ວັດສະພືດ=ຫຍ້າເພີ່ມຫຼາຍຂື້ນແມ່ນ ຫຍ້າຍຸບ, ຫຍ້າໜາມແກ້ວ, ຫຍ້າຄວາຍ,ໃຊ້ເວລາດົນໃນການໝັກຫລາຍເພື່ອຈະກາຍມາເປັນນໍ້າສະກັດຊີວະພາບ.
ຫຼັງຈາກທີ່ເຮົາສົມທຽບກ່ອນໃຊ້ເຕັກນິກ ແລະ ຫຼັງໃຊ້ເຕັກນິກ ທີ່ກ່າວມາຂ້າງເທິງນັ້ນ ຊາວກະສິກອນສັງເກດເຫັນໄດ້ວ່າ: ມັນມີຄວາມແຕກຕ່າງກັນຫຼາຍສົມຄວນ, ດັ່ງນັ້ນຊາວກະສິກອນເຫັນວ່າ ເຕັກນິກນີ້ແມ່ນດີ ເໝາະສົມຫຼາຍຕໍ່ການນຳໃຊ້ ເຂົ້າໃນການປູກພືດຜັກສວນຄົວ, ນອກຈາກເປັນທາດອາຫານໃຫ້ແກ່ພືດຜັກແລ້ວ ຍັງສາມາດປັບປຸງດິນພື້ນທີ່ທຳການຜະລິດໄດ້ເປັນຢ່າງດີ, ສະນັ້ນຊາວກະສິກອນພື່ງພໍໃຈຫຼາຍໃນການນຳໃຊ້ເຕັກນິກການເຮັດນໍ້າສະກັດຊີວະພາບນີ້.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ແຂວງອັດຕະປື

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ເມືອງພູວົງ

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2015

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານໂຄງການ / ການຊ່ວຍເຫຼືອຈາກພາຍນອກ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ການປູກພືດປະຈໍາປີ
ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ):

ຜັກບົ້ງ, ຜັກກາດ, ຜັກບົ່ວ, ຜັກຫອມປ້ອມ

ຖ້າຫາກວ່າ ການນໍາໃຊ້ທີ່ດິນ ມີການປ່ຽນແປງ ໃນເວລາ ຈັດຕັ້ງປະຕິບັດ ເຕັກໂນໂລຢີ, ແມ່ນໃຫ້ລະບຸວ່າ ດິນພື້ນທີ່ດັ່ງກ່າວ ເຄີຍເປັນດິນປະເພດໃດ ກ່ອນການຈັດຕັ້ງປະຕິບັດ ເຕັກໂນໂລຢີ:

ກ່ອນການຈັດຕັ້ງປະຕິບັດ ເຕັກນິກນີ້ ແມ່ນ ເປັນດິນສ່ວນມາກ່ອນ, ເປັນດິນປົນຊາຍ, ມີຄວມອຸດົມສົມບູນໜ້ອຍ

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ນໍ້າຝົນ
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 2
ລະບຸ ຊະນິດ:

ຜັກບົ້ງ, ຜັກກາດ, ຜັກບົ່ວ, ຜັກຫອມປ້ອມ

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ການຈັດການອຸດົມສົມບູນ ຂອງດິນປະສົມປະສານ
  • ພືດຜັກສວນຄົວ

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກວ່າ ເຕັກໂນໂລຢີ ໄດ້ແຜ່ຂະຫຍາຍທົ່ວພື້ນທີ່ືື ຢ່າງສະໜ່ຳສະເໝີ, ໃຫ້ລະບຸ ເນື້ອທີ່ ໂດຍການຄາດຄະເນ:
  • < 0.1 ກິໂລແມັດ2 (10 ເຮັກຕາ)

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການ ທາງການກະສິກໍາ

ມາດຕະການ ທາງການກະສິກໍາ

  • A2: ອິນຊີວັດຖຸ ຫຼື ຄວາມອຸດົມສົມບູນໃນດິນ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ການເຊື່ອມໂຊມ ຂອງດິນ ທາງເຄມີ

ການເຊື່ອມໂຊມ ຂອງດິນ ທາງເຄມີ

  • Cn: ຄວາມອຸດົມສົມບູນ ລົດໜ້ອຍຖອຍລົງ ແລະ ສານອິນຊີວັດຖຸລົດລົງ (ບໍ່ແມ່ນສາເຫດມາຈາກການເຊາະເຈື່ອນ)
ການເຊື່ອມໂຊມ ທາງຊີວະພາບ

ການເຊື່ອມໂຊມ ທາງຊີວະພາບ

  • Bh: ການສູນເສຍ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊິວິດ
  • Bs: ຄຸນນະພາບ / ການອັດແໜ້ນ ຂອງສາຍພັນຫຼຸດລົງ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ຫຼຸດຜ່ອນການເຊື່ອມໂຊມຂອງດິນ
  • ປັບຕົວຕໍ່ການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ນາງ ຟ້າດາວັນ ສຸລິຍາ

ວັນທີ:

11/01/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

ກິດຈະກຳ ການເຮັດເຕັກນິກນໍ້າສະກັດຊີວະພາບນີ້ ແມ່ນສາມາດເຮັດໄດ້ງ່າຍ ແລະ ຊາວກະສິກອນສາມາດນຳໃຊ້ວັດຖຸ, ສິ່ງເສດເຫຼືອ ຈາກພືດຜັກສວນຄົວ ທີ່ຫາໄດ້ຕາມທ້ອງຖີ່ນເຊັ່ນ: ເສດຜັກກາດ, ເສດຜັກບົ້ງ, ຜັກຫົມ ແລະ ອ່ືນໆ. ເຊີ່ງມີສ່ວນປະກອບດັ່ງນີ້: ເສດຜັກຈໍານວນ 3 ກິໂລ, ນໍ້າຕານ 1 ກິໂລ, ກາກນໍ້າຕານ 0,5 ລິດ (ຖ້າມີ, ບໍ່ມີບໍ່ໃສ່ກໍ່ໄດ້ ເຊີ່ງຫາຊ້ືໄດ້ຕາມຮ້ານການກະເສດ ).
ຫຼັງຈາກນັ້ນນຳເອົາເສດພືດຜັກດັ່ງກ່າວມາຊອຍ ຫຼື ຟັກໃຫ້ລະອຽດແລ້ວນຳເອົາ ນໍ້າຕານ, ກາກນໍ້າຕານ ສ່ວປະກອບຕ່າງໆ ໄປໃສ່ຖັງຂະໜາດ 20 ລິດ ທີ່ກຽມໄວ້ແລ້ວມາປະສົມເຂົ້າກັນ, ເຊີ່ງເນື້ອທີ່ ໃນການເຮັດເຕັກນິກ ນໍ້າສະກັດຊີວະພາບນີ້ ແມ່ນ 2 ແມັດ x 2 ແມັດ ແລ້ວເອົາໄມ້ຢາວປະມານ 1 ແມັດມາຄົນໃຫ້ເຂົ້າກັນດີແລ້ວ ປິດຝາຖັງໃຫ້ສະນິດ ບໍ່ໃຫ້ອາກາດເຂົ້າໄດ້ ເມື່ອປະຕິບັດເຕັກນິກ ທຸກຢ່າງແລ້ວ ເຮົາຈະນຳຖັງນໍ້າສະກັດຊີວະພາບ ໄປເກັບມຽ້ນໃນທີ່ ຮົ່ມ ບໍ່ໃຫ້ຖືກແສງແດດ ເພື່ອເກັບຮັກສາ ຄຸນນະພາບ ຂອງນໍ້າສະກັດຊີພາບ, ຫຼັງຈາກນັ້ນອີກໜື່ງອາທິດ ເຮົາສາມາດເປີດຝາຖັງ ເພື່ອຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນອີກຄັ້ງ ເຮົາຈະປະຕິບັດແບບນີ້ ໄປເລື້ອຍໆ ຈົນຮອດ 1 ເດືອນ ຫຼັງຈາກນັ້ນ ກໍ່ສາມາດນຳເອົານໍ້າສະກັດຊີວະພາບ ໄປໃຊ້ປະສົມກັບນໍ້າໃນປະລິມານ 1 ບ່ວງແກງ/ນໍ້າ 10 ລິດ ຄົນໃຫ້ເຂົ້າກັນແລ້ວສາມາດນຳໄປຫົດພືດຜັກໄດ້ເລີຍ.

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກິບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8500.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

໌50000

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ລວບລວມເສດຜັກ ພືດ ຫຼັງຈາກເກັບກູ້
2. ຟັກເສດຜັກໃຫ້ລະອຽດ ມາດຕະການອື່ນໆ After harvesting
3. ປະສົມກັບ ນ້ຳຕານ, ກາກນ້ຳຕານ ໃຊ້ຖັງ ມາດຕະການອື່ນໆ
4. ເອົາໄມ້ມາຄົນ ໃຫ້ເຂົ້າ ກັນໃນຖັງ ມາດຕະການອື່ນໆ

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຄົນ 1.0 50000.0 50000.0 100.0
ອຸປະກອນ ພ້າ ດວງ 1.0 20000.0 20000.0
ອຸປະກອນ ຖັງ ໜ່ວຍ 1.0 30000.0 30000.0
ອຸປະກອນ ບົວຫົດນ້ຳ ອັນ 2.0 25000.0 50000.0
ວັດສະດຸໃນການປູກ ກາກນ້ຳຕານ ລິດ 1.0 8000.0 8000.0 100.0
ວັດສະດຸໃນການປູກ ນ້ຳຕານ ກິໂລ 2.0 7000.0 14000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 172000.0
ຖ້າຫາກຜູ້ນຳໃຊ້ທີ່ດິນ ນຳໃຊ້ມູນຄ່າຕ່ຳກວ່າ 100% ໃຫ້ລະບຸ ແມ່ນໃຜເປັນຜູ້ຊ່ວຍ ໃນລາຍຈ່າຍທີ່ເຫຼືອ:

ໂຄງານ ຄສພຕ (ຄ້ຳປະກັນ ສະບຽງອາຫານ ແລະ ໂພສະນາການ ເຊື່ອມໂຍງການຕະຫຼາດ) ຊ່ວຍເຫຼືອທາງດ້ານ ອຸປະກອນ

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ລວບລວມເສດຜັກ ພືດ ຫຼັງຈາກເກັບກູ້
2. ຟັກເສດຜັກໃຫ້ລະອຽດ ມາດຕະການອື່ນໆ After harvesting
3. ປະສົມກັບ ນ້ຳຄານ, ກາກນ້ຳຕານ ໃຊ້ຖັງ ມາດຕະການອື່ນໆ
4. ເອົາໄມ້ມາຄົນ ໃຫ້ເຂົ້າ ກັນໃນຖັງ ມາດຕະການອື່ນໆ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ຄົນ 1.0 50000.0 50000.0 100.0
ອຸປະກອນ ພ້າ ດວງ 1.0 20000.0 20000.0
ອຸປະກອນ ຖັງ ໜ່ວຍ 1.0 30000.0 30000.0
ອຸປະກອນ ບົວຫົວນ້ຳ ໜ່ວຍ 1.0 25000.0 25000.0
ວັດສະດຸໃນການປູກ ນ້ຳຕານ ກິໂລ 1.0 7000.0 7000.0 100.0
ວັດສະດຸໃນການປູກ ກາກນ້ຳຄານ ລິດ 2.0 8000.0 16000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 148000.0
ຖ້າຫາກຜູ້ນຳໃຊ້ທີ່ດິນ ນຳໃຊ້ມູນຄ່າຕ່ຳກວ່າ 100% ໃຫ້ລະບຸ ແມ່ນໃຜເປັນຜູ້ຊ່ວຍ ໃນລາຍຈ່າຍທີ່ເຫຼືອ:

ໂຄງານ ຄສພຕ (ຄ້ຳປະກັນ ສະບຽງອາຫານ ແລະ ໂພສະນາການ ເຊື່ອມໂຍງການຕະຫຼາດ) ຊ່ວຍເຫຼືອທາງດ້ານ ອຸປະກອນ

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ແຮງງານ

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):

2500.00

ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:

ເດືອນ 11 ຫາ ເດືອນ 4 ຝົນຕົກໜ້ອຍ ປະມານ 20 - 80 mm
ເດືອນ 5 ຫາ ເດືອນ 10 ຝົນເລີ່ມຕົກຫຼາຍ ປະມານ 200 - 500 mm, ຝົນຕົກຫຼາຍກ່ອນໝູ່ ແມ່ນ ແຕ່ເດືອນ 6 ຫາ ເດືອນ 9

ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ກົມອຸຕຸນິຍົມ ເມືອງພູວົງ

ເຂດສະພາບອາກາດກະສິກໍາ
  • ເຄີ່ງຄວາມຊຸ່ມ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ບໍ່ກ່ຽວຂ້ອງ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ຫຍາບ / ເບົາ (ດິນຊາຍ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ບາງລະອຽດ / ໜັກ (ໜຽວ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ຕໍາ່ (<1 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

5-50 ແມັດ

ການມີນໍ້າ ເທິງໜ້າດິນ:

ປານກາງ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ມີນໍ້າດື່ມ

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ບໍ່ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ກຸ້ມຕົນເອງ (ພໍພຽງ)
  • ປະສົມ (ກຸ້ມຕົນເອງ / ເປັນສິນຄ້າ
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ທຸກຍາກ
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຍິງ
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ຊາວໜຸ່ມ
  • ໄວ​ກາງ​ຄົນ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດນ້ອຍ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ທີ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ບຸກຄົນ

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

ຜະລິດຜັກໄດ້5-6 kg/ໜານ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

12-15 kg/ໜານ

ຄຸນນະພາບຂອງພືດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເນື່ອງຈາກການຫຼຸດລົງຂອງເຊື້ອພະຍາດພືດແລະສັດຕູພືດ / ແມງໄມ້ເຊັ່ນ: ມົດແດງແລະແມ່ທ້ອງໃບ.

ຄວາມໜາແໜ້ນ ຂອງຜົນຜະລິດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ການເພີ່ມຂື້ນ ແລະ ຄວາມຫຼາກຫຼາຍຂອງພືດຜັກທີ່ແຕກຕ່າງກັນສໍາລັບການບໍລິໂພກ ແລະ ຂາຍ.

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ລາຍໄດ້ເພີ່ມຂື້ນຈາກການຂາຍຜັກ

ຜົນກະທົບຕໍ່ລະບົບນິເວດ

ວົງຈອນນໍ້າ / ນໍ້າ

ການໄຫຼ ຂອງນໍ້າໜ້າດິນ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ນ້ໍາຖືກດູດຊືມໂດຍດິນ ໃນດິນຕອນແທນທີ່ຈະແລ່ນອອກໄປເຫນືອຫນ້າດິນ.

ດິນ

ດິນເປັນຜົງ / ການຈັບໂຕຂອງດິນ ທີ່ມີຂະໜາດນ້ອຍຫຼາຍ ທີ່ມີການຈັບໂຕກັນເປັນກ້ອນ

ເພີ່ມຂຶ້ນ
ຫຼຸດຜ່ອນ
ຄວາມຄິດເຫັນ / ລະບຸແຈ້ງ:

ດິນແມ່ນຂ້ອນຂ້າງຂາວ ແລະ ຫນາແຫນ້ນ ຕໍ່ມາມັນກາຍເປັນສີດໍາ ເຮັດໃຫ້ມີນ້ໍາໄຫຼຜ່ານໄດ້ດີ

ຊີວະນານາພັນ: ສັດ, ພືດ

ຊະນິດທີ່ເປັນປະໂຫຍດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ມີຂີ້ກະເດືອນຫຼາຍຂື້ນ

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອຸນຫະພູມປະຈໍາປີ ເພີ່ມຂື້ນ ປານກາງ
ອຸນຫະພູມລະດູການ ລະດູແລ້ງ ເພີ່ມຂື້ນ ປານກາງ
ປະລິມານນໍ້າຝົນປະຈໍາປີ ຫຼຸດລົງ ບໍ່​ດີ
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ຫຼຸດລົງ ປານກາງ

ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)

ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ພະຍຸຝົນ ປານກາງ
ພາຍຸລົມທ້ອງຖິ່ນ ບໍ່​ດີ
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ແຫ້ງແລ້ງ ດີ
ໄພພິບັດທາງຊີວະພາບ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ແມງໄມ້ / ການລະບາດຂອງພະຍາດ ດີ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ໄລຍະເວລາການເຕີບໃຫຍ່ຂະຫຍາຍຕົວ ບໍ່​ດີ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກຫຼາຍ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກຫຼາຍ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • 10-50%
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 90-100%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ແມ່ນ

ຖ້າແມ່ນ, ລະບຸແມ່ນເງື່ອນໄຂ ໃດທີ່ໄດ້ປ່ຽນແປງ ທີ່ເຮັດໃຫ້ເກີດມີການປັບຕົວ:
  • ຕະຫຼາດມີການປ່ຽນແປງ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ບໍ່ເປັນພິດກັບສີ່ງແວດລ້ອມ
ບໍ່ມີຜົນກະທົບຕໍ່ສຸຂະພາບຂອງຊາວກະສິກອນຜູ້ນຳໃຊ້
ບໍ່ສົ່ງກີ່ນເໝັນຕໍ່ເຮືອນອ້ອມຂ້າງ ແລະ ຊຸມຊົນ,
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ຫຼຸດຜ່ອນລາຍຈ່າຍພາຍໃນຄອບຄົວ ເນື້ອງຈາກ ບໍ່ໄດ້ຊື້ປຸ໊ຍເຄມີ ແລະ ຢາປາບ ແມງໄມ້, ວັດສະພືດ
ຜົນຜະລິດ ຫຼັງເກັບກ່ຽວ ສາມາດ ເກັບຮັກສາໄວ້ໄດ້ດົນ (ຜັກບໍ່ເນົ່າເປືອຍໄວ)

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ວັດສະພືດ ( ຫຍ້າ ) ເພີ່ມຫຼາຍຂື້ນແມ່ນ ຫຍ້າຍຸບ, ຫຍ້າໜາມແກ້ວ, ຫຍ້າຄວາຍ, ໃຊ້ແຮງງານຄົນ ລົກຫຍ້າ
ໃຊ້ເວລາດົນໃນການໝັກຫລາຍເພື່ອຈະກາຍມາເປັນນໍ້າສະກັດຊີວະພາບ.

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1ຄັ້ງ

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

2 ຄົນ

7.3 ສາມາດເຊື່ອມໂຍງ ຂໍ້ມູນຂ່າວສານ ໄດ້ໂດຍຜ່ານການອອນລາຍ

ຫົວຂໍ້ / ພັນລະນາ:

ນຳ້ຳສະກັດຊີວະພາບ (ປຸຍນຳ້ຳ), ສພກສຍ (SEADA)

URL:

http://lao44.org/content/1652

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ