ການສ້າງຝາຍນໍ້າລົ້ນ ໂດຍການໃຊ້ໄມ້ ແລະ ຫີນ [ລາວ]
- ການສ້າງ:
- ປັບປູງ:
- ຜູ້ສັງລວມຂໍ້ມູນ: kang phanvongsa
- ບັນນາທິການ: Pasalath Khounsy, Bounthanom Bouahom, anousit namsena
- ຜູ້ທົບທວນຄືນ: Nicole Harari, viengsavanh phimphachanhvongsod, Stephanie Jaquet, Alexandra Gavilano
ດາເນີບ
technologies_2306 - ລາວ
ເບິ່ງພາກສ່ວນ
ຂະຫຍາຍທັງໝົດ ຍຸບທັງໝົດ1. ຂໍ້ມູນທົ່ວໄປ
1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ
ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()
ຜູ້ນໍາໃຊ້ທີ່ດິນ:
ແສງມະນີ
ລາວ
ຜູ້ນໍາໃຊ້ທີ່ດິນ:
ເຊຄຳພອນ ຢັງເມົາ
ລາວ
ຜຸ້ຊ່ຽວຊານ ດ້ານການຄຸ້ມຄອງ ທີ່ດິນແບບຍືນຍົງ:
ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)
ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:
ແມ່ນ
1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ
ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :
ບໍ່ແມ່ນ
2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ
ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:
ການເຮັດຝ່າຍແມ່ນໃຊ້ໄມ້ທ່ອນ, ໄມ້ກົມ ແລະ ກ້ອນຫີນ ເປັນອົງປະກອບຫຼັກ ໃນການສ້າງ
2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ
ການພັນລະນາ:
- ຊາວບ້ານ ໃນທ້ອງຖິ່ນ ບ້ານຕັງໂນງ, ເມືອງດາກຈືງ, ແຂວງເຊກອງ, ໄດ້ນໍາໃຊ້ວັດຖຸດິບ ອຸປະກອນທີ່ມີ ໃນທ້ອງຖີ່ນ ເຊັ່ນ ໄມ້ ແລະ ຫີນ ຕາມທຳມະຊາດ ເພື່ອສ້າງຝາຍ. ກ່ອນໜ້ານີ້ ປະຊາຊົນ ໄດ້ເຮັດຝາຍຊົນລະປະທານລຽບຕາມແຄມຫ້ວຍ ທີ່ຕິດຂອງໃຜຂອງລາວ ເຊີ່ງເປັນສາເຫດໃນການຍາດແຍ່ງຊັບພະຍາກອນນ້ຳເກີດຂື້ນເປັນບາງໄລຍະ ໂດຍສະເພາະແມ່ນລະດູແລ້ງ, ມາຮອດປີ 2003 ປະຊາຊົນຈິ່ງໄດ້ພາກັນສ້າງ ຝາຍດັ່ງກາ່ວຈື້ນ ແລະ ແຕ່ລະປີກໍ່ໄດ້ມີການບູລະນະຮັກສາຕະຫຼອດມາ ຊື່ງເປັນບັນຫາຫຍຸ້ງຍາກໃນການຊອກຫາວັດຖຸດິບເພື່ອມາສ້ອມແປງຝາຍ.- ລັກສະນະຕົ້ນຕໍ ແລະ ອົງປະກອບມີ: ກ່ອນຈະລົງມືເຮັດຝາຍແມ່ນເຮົາຕ້ອງກະກ່ຽມອຸປະກອນໃຫ້ຄົບຖ້ວນເຊັ່ນວ່າ: ຫວາຍທີຫາໄດ້ຈາກທ້ອງຖິ່ນ,ໄມ້ກົມຂະໜາດປະມານ 10 ຊັງຕີແມັດ(ໜ້າຕັດ),ຍາວ 1,5 ແມັດ, ແລ້ວເອົາມາແຫຼມ ຫຼັງຈາກແຫຼມແລ້ວກໍ່ຕອກລົງໄປ ໃຫ້ໄດ້ຄວາມລືກ 50 ຊັງຕີແມັດ ຫຼື ອີງຕາມຄວາມເປັນຈິ່ງຂອງພື້ນທີ່, ໄລຍະຫ່າງ ຂອງແຕ່ລະເສົາ ແມ່ນ 50 ຊັງຕີແມັດ, ເຮັດເປັນສອງແຖວ ໄລຍະຫ່າງລະຫວ່າງແຖວທີ1 ຫາ ແຖວທີ 2 ແມ່ນ 1 ແມັດ ຫຼັງຈາກນັ້ນ ເອົາໄມ້ທ່ອນຂະໜາດ 20 ຊັງຕີແມັດ(ໜ້າຕັດ), ຍາວປະມານ 4-5 ແມັດ ອີງຕາມທີ່ຊອກໄດ້ຕາມທຳມະຊາດ, ເອົາມາໃສ່ໃນຫວ່າງໄມ້ກົມສອງແຖວນັ້ນໃຫ້ໄດ້ຊັ້ນໜືງແລ້ວຈິ່ງເອົາຫີນໜ້ອຍ,ດິນ,ຟົດໄມ້ ແລ້ວເອົາໄມ້ທ່ອນມາເຕັງ, ເຮັດແບບນີ້ຈົນສຸດໄມ້ກົມ ແລະ ຊັ້ນເທິງສຸດແມ່ນເອົາຫີນຂະໜາດໃຫ່ຍມາເຕັງໄວ້ເພື່ອບໍໃຫ້ນໍ້າຊຸເອົາໄມ້ໄປ,ຫຼັງຈາກນັ້ນກໍຈັດຕັ້ງປະຕິບັດຄືເກົ່າຈົນກ່ວາຈະໄດ້ລະດັບຕາມຄວາມສູງທີ່ຕ້ອງການ,ເຮັດແຖວ ທີໜື່ງ ແລ້ວ, ແຖວທີສອງແມ່ນປະຕິບັດຄືກັບແຖວທີໜື່ງ ເຊິ່ງລະດັບຄວາມສູງຂອງແຖວທີ2ນີ້ ແມ່ນຕໍ່າກ່ວາແຖວທີ1ປະມານ 50 ຊັງຕີແມັດ, ແລະ ແຖວທີ3 ແມ່ນເອົາຫີນຂະໜາດໃຫ່ຍມາລ່ຽນຕາມພື້ນເພື່ອຕ້ານການກັດເຊາະພື້ນຝາຍນໍ້າລົ້ນ.- ຈຸດປະສົ່ງແມ່ນເພື່ອເອົານໍ້າເຂົ້າເນື້ອທີ່ທຳການຜະລິດກະສິກຳ ຂອງຊາວກະສິກອນໃນຊຸມຊົນ ຢ່າງພຽງພໍ ແລະ ຍັງສາມາດນຳໃຊ້ເຂົ້າໃນການປັ່ນຈັກໄຟ້າ ໄດ໋ນາໂມ ( Dynamo) ຂະໜາດ 1Kwh.- ສິ່ງສຳຄັນໃນການບຳລຸງຮັກສາມີຄືື: ໄມ້ ແລະ ຫີນ ຕ້ອງໄດ້ຫາຕາມທຳມະຊາດ- ຜົນປະໂຫຍດ: ສາມາດທຳການຜະລິດໄດ້ສອງລະດູການ ແລະ ຍັງສາມາດນຳໃຊ້ໃນການຫົດພືດຜັກສວນຄົວ ແລະ ຍັງສາມາດໃຊ້ເພື່ອປັ່ນໄຟຟ້າ ໂດຍການຕິດຕັ້ງເຄື່ອງປັ່ນໄຟຂະໜາດນ້ອຍໃສ່ຮ່ອງນໍ້າໂຕນ ແລະ ອື່ນໆ.- ຜົນເສຍ: ການຕັດໄມ້ເພື່ອມາບຳລຸງຮັກສາຝາຍນໍ້າລົ້ນ ເນື່ອງຈາກວ່າໄດ້ມີການບຳລຸງຮັກສາທຸກໆປີ- ກ່ຽວກັບເຕັກນິກດັ່ງກ່າວນີ້ເຈົ້າຂອງດິນ ຫຼື ຜູ້ນຳໃຊ້ດິນ ແມ່ນບໍມັກ, ເນື່ອງຈາກວ່າການບຳລຸງຮັກສາຕ້ອງໄດ້ໃຊ້ວັດຖຸດິບຕາມທຳມະຊາດ ທີ່ນັບມື້ໜ້ອຍລົງ ເປັນຕົ້ນແມ່ນການຕັດໄມ້ທຳລາຍປ່າ ແລະ ເສຍເວລາໃນການສ້ອມແປງຝາຍທຸກໆປີ.
2.3 ຮູບພາບຂອງເຕັກໂນໂລຢີ
2.4 ວິດີໂອ ເຕັກໂນໂລຢີ
ສະຖານທີ່:
ບ້ານ ຕັງໂນງ,ເມືອງດາກຈືງ,ແຂວງເຊກອງ
ຊື່ຂອງຜູ້ຖ່າຍວີດີໂອ:
ທ. ຄຳແພງ ບຸນປັນຍາ
2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ
ປະເທດ:
ລາວ
ພາກພື້ນ / ລັດ / ແຂວງ:
ເມືອງດາກຈືງ, ແຂວງເຊກອງ
ຂໍ້ມູນເພີ່ມເຕີມຂອງສະຖານທີ່:
ບ້ານ ຕັງໂນງ
ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
- ນໍາໃຊ້ໃນຈຸດສະເພາະ / ແນໃສ່ນໍາໃຊ້ໃນພື້ນທີ່ຂະໜາດນ້ອຍ
ຄວາມຄິດເຫັນ:
ມີຢູ່2 ຫາ 3 ຈຸດໃນ ໝູ່ບ້ານ
Map
×2.6 ວັນທີໃນການຈັດຕັ້ງປະຕິບັດ
ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:
2003
ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
- 10-50 ປີ ຜ່ານມາ
2.7 ການນໍາສະເໜີ ເຕັກໂນໂລຢີ
ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
- ເປັນສ່ວນໜື່ງຂອງລະບົບພື້ນເມືອງ (>50 ປີ)
ຄວາມຄິດເຫັນ (ປະເພດ ໂຄງການ ແລະ ອື່ນໆ):
ເຕັກນິກຂອງພື້ນບ້ານ ທີ່ເຮັດມາແຕ່ສະໄໝປູ່ຍ່າຕາຍາຍ ໂດຍໃຊ້ອຸປະກອນທີ່ຫາໄດ້ງ່າຍຕາມທ້ອງຖິ່ນ.
3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ
3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ
- ປັບປຸງ ການຜະລິດ
- ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ
- ປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ແລະ ຜົນກະທົບ
3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້
ດິນທີ່ປູກພືດ
- ການປູກພືດປະຈໍາປີ
ການປູກພືດປະຈຳປີ - ລະບຸປະເພດພືດ:
- ທັນຍາພືດ-ເຂົ້ານາ
- ຜັກ-ອື່ນໆ
ຈໍານວນ ລະດູການ ປູກໃນປີໜຶ່ງ:
- 1
ລະບຸ ຊະນິດ:
ປູກເຂົ້ານາແຊງ
ທິດທາງໄຫຼຂອງນໍ້າ, ນໍ້າ, ດິນທາມ
- ໜອງ, ເຂື່ອນໄຟຟ້າ
ຜະລິດຕະພັນຫຼັກ / ບໍລິການ:
ໃຊ້ນ້ຳຈາກຝາຍເພື່ອ ຜະລິດເຂົ້ານາແຊງ ແລະ ໃຊ້ແຮງນ້ຳເພື່ອຜັນໄດປັ່ນໄຟ
ຄວາມຄິດເຫັນ:
ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ): ປູກເຂົ້າ ແລະ ພືດຜັກສວນຄົວ
3.4 ການສະໜອງນ້ຳ
ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
- ນໍາໃຊ້ ນໍ້າຊົນລະປະທານ ພຽງຢ່າງດຽວ
3.5 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ
- ການເກັບກັກນໍ້າ
- ປະສິດທິພາບ ເຕັກໂນໂລຢີ ການນຳໃຊ້ພະລັງງານ
- ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດ ບົນພື້ນຖານລະບົບນິເວດ
3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ
ມາດຕະການໂຄງສ້າງ
- S5: ເຂື່ອນໄຟຟ້າ, ຝາຍເກັບນໍ້າ, ອ່າງ, ໜອງ
- S10: ມາດຕະການ ປະຢັດພະລັງງານ
3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ
ການເຊື່ອມໂຊມ ຂອງດິນ ທາງເຄມີ
- Cn: ຄວາມອຸດົມສົມບູນ ລົດໜ້ອຍຖອຍລົງ ແລະ ສານອິນຊີວັດຖຸລົດລົງ (ບໍ່ແມ່ນສາເຫດມາຈາກການເຊາະເຈື່ອນ)
ການເຊື່ອມໂຊມ ຂອງນໍ້າ
- Ha: ສະພາບແຫ້ງແລ້ງ
ຄວາມຄິດເຫັນ:
ເກີດການເສາະເຈື່ອນຕາມແຄມຝັ່ງ ບ່ອນເຮັດຝາຍ
3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ
ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
- ຫຼຸດຜ່ອນການເຊື່ອມໂຊມຂອງດິນ
ຄວາມຄິດເຫັນ:
ຕະກອນດິນທີ່ຖືກຊະລ້າງຈາກ ເປີ້ນພູໂດຍນ້ຳຝົນ ເຊີ່ງມັນເປັນສານອິນຊີ ໄຫລໄປຕາມຮອງຊົນລະປະທານ ສາມາດປັບປຸງດິນ ແລະ ຫຼຸດຜ່ອນການເຊື່ອມໂຊມຂອງດິນ
4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ
4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ
ຄຸນລັກສະນະ ຂອງເຕັກນິກ (ທີ່ກ່ຽວຂ້ອງ ກັບການແຕ້ມແຜນວາດ ທາງດ້ານເຕັກນີກ):
ຫວາຍທີ່ຫາໄດ້ຈາກທ້ອງຖິ່ນ, ໄມ້ກົມຂະໜາດປະມານ 10 ຊັງຕີແມັດ(ໜ້າຕັດ),ຍາວ 1,5 ແມັດ, ແລ້ວເອົາມາແຫຼມ ຫຼັງຈາກນັ້ນ ແມ່ນຕອກລົງໄປ ໃຫ້ໄດ້ 50 ຊັງຕີແມັດ ຫຼື ອີງຕາມຄວາມເປັນຈິງ ຂອງພື້ນທີ່, ໄລຍະຫ່າງ 50 ຊັງຕີແມັດ ໃຫ້ໄດ້ສອງແຖວ ໄລຍະຫ່າງ ຈາກແຖວທີ 1 ຫາ ແຖວທີ 2 ແມ່ນ 1 ແມັດ ຫຼັງຈາກນັ້ນ ເອົາໄມ້ທ່ອນ ຂະໜາດ 20 ຊັງຕີແມັດ (ໜ້າຕັດ), ຍາວປະມານ 4-5 ແມັດ ອີງຕາມ ທີ່ຊອກໄດ້ຕາມທຳມະ ຊາດ, ເອົາມາໃສ່ໃນວ່າງໄມ້ກົມ ສອງແຖວນັ້ນ ໃຫ້ໄດ້ຊັ້ນໜື່ງ ແລ້ວຈິ່ງເອົາຫີນນ້ອຍ, ດິນ, ຟົດໄມ້ ແລະ ຊັ້ນເທິງສຸດ ແມ່ນ ເອົາຫີນຂະໜາດໃຫ່ຍມາເຕັ່ງໄວ້ ເພື່ອບໍ່ໃຫ້ນໍ້າຊຸເອົາໄມ້ໄປ, ຫຼັງຈາກນັ້ນກໍ່ ຈັດຕັ້ງປະຕິບັດຄືເກົ່າ ຈົນກ່ວາຈະໄດ້ລະດັບ ຕາມຄວາມຕ້ອງການ, ເຮັດແຖວທີ 1 ແລ້ວ, ແຖວທີ່ 2 ແມ່ນປະຕິບັດຄືກັບ ແຖວທີ 1 ເຊິ່ງຂະໜາດ ຄວາມສູງ ຂອງແຖວທີ 2 ແມ່ນ ຕໍ່າກ່ວາແຖວທີ 1 ປະມານ 50 ຊັງຕີແມັດ, ແລະ ແຖວທີ 3 ແມ່ນ ເອົາຫີນຂະໜາດໃຫ່ຍ ມາລຽນຕາມພື້ນ ເພື່ອບໍໃຫ້ນໍ້າ ກັດເຊາະພື້ນໂຕຝາຍນໍ້າລົ້ນ.
ຜູ້ຂຽນ:
ທ ຄຳແພງ ບຸນປັນຍາ
ວັນທີ:
12/05/2017
4.2 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ
ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
- ຕໍ່ຫົວໜ່ວຍ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ:
1 ຝາຍ
ກໍານົດຂະຫນາດຂອງຫົວນ໋ວຍ (ຖ້າກ່ຽວຂ້ອງ):
ກວ້າງ 1 ແມັດ, ສູງ 1 ແມັດ, ເລີກ 50 ຊັງຕີແມັດ, ຍາວ 25 ແມັດ ຂ້າມຫ້ວຍ
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):
ກີບ
ຖ້າກ່ຽວຂ້ອງ, ໃຫ້ລະບຸອັດຕາແລກປ່ຽນຈາກ USD ເປັນສະກຸນເງິນທ້ອງຖິ່ນ (ເຊັ່ນ: 1 USD = 79.9 Brazilian Real): 1 USD =:
8000.0
ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:
50 000 ກີບ
4.3 ການສ້າງຕັ້ງກິດຈະກໍາ
ກິດຈະກໍາ | Timing (season) | |
---|---|---|
1. | ຫາໄມ້ທ່ອນ | |
2. | ກະກຽມຫວາຍ | |
3. | ຂົນຫີນ | |
4. | ຈັດຕັ້ງປະຕິບັດ |
ຄວາມຄິດເຫັນ:
ຫຼັງຄາເຮືອນໜືງແມ່ນໃຫ້ປະກອບສ່ວນ 2 ຄົນ/ມື້
4.4 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ຄົນ | ມື້ | 48.0 | 50000.0 | 2400000.0 | 100.0 |
ອຸປະກອນ | ຄ້ອນປອນ | ດວງ | 4.0 | 150000.0 | 600000.0 | 100.0 |
ອຸປະກອນ | ຂວານ | ດວງ | 10.0 | 100000.0 | 1000000.0 | 100.0 |
ອຸປະກອນ | ຈົກ | ດວງ | 15.0 | 40000.0 | 600000.0 | 100.0 |
ອຸປະກອນ | ຊວານ | ດວງ | 10.0 | 50000.0 | 500000.0 | 100.0 |
ອຸປະກອນ | ພ້າ | ດວງ | 10.0 | 25000.0 | 250000.0 | 100.0 |
ວັດສະດຸກໍ່ສ້າງ | ໄມ້ທ່ອນກົມ | ທ່ອນ | 10.0 | 50000.0 | 500000.0 | 100.0 |
ວັດສະດຸກໍ່ສ້າງ | ຫວາຍ | ເສັ້ນ | 200.0 | 20000.0 | 4000000.0 | 100.0 |
ວັດສະດຸກໍ່ສ້າງ | ຫີນ | ແມັດກ້ອນ | 50.0 | 40000.0 | 2000000.0 | 100.0 |
ວັດສະດຸກໍ່ສ້າງ | ໄມ້ຫຼັກ | ຫຼັກ | 10.0 | 10000.0 | 100000.0 | 100.0 |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ | 11950000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ | 1493.75 |
ຄວາມຄິດເຫັນ:
ແຮງານຊາວບ້ານ 100%
4.5 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ
ກິດຈະກໍາ | ໄລຍະເວລາ / ຄວາມຖີ່ | |
---|---|---|
1. | ຫາໄມ້ | |
2. | ຫາຫວາຍ | |
3. | ເກັບຫີນ | |
4. | ຈັດຕັ້ງປະຕິບັດ |
ຄວາມຄິດເຫັນ:
ລະດົມແຮງງານຊາວບ້ານ ຊ່ວຍກັນເຮັດ
4.6 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານ | ຄົນ/ມື້ | 48.0 | 50000.0 | 2400000.0 | 100.0 |
ວັດສະດຸກໍ່ສ້າງ | ໄມ້ທ່ອນກົມ | ທ່ອນ | 10.0 | 50000.0 | 500000.0 | 100.0 |
ວັດສະດຸກໍ່ສ້າງ | ຫວາຍ | ເສັ້ນ | 200.0 | 10000.0 | 2000000.0 | 100.0 |
ວັດສະດຸກໍ່ສ້າງ | ຫີນ | ແມັດກ້ອນ | 10.0 | 50000.0 | 500000.0 | 100.0 |
ວັດສະດຸກໍ່ສ້າງ | ໄມ້ຫຼັກ | ຫຼັກ | 10.0 | 10000.0 | 100000.0 | 100.0 |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ | 5500000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ | 687.5 |
4.7 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ
ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:
ປັດໃຈ ທີ່ສຳຄັນ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການສ້າງຝາຍແມ່ນ ຫີນ ແລະ ໄມ້ທ້ອນ ເພາະເປັນວັດຖຸດິບ ທຳມະຊາດທີ່ນັບມື້ໜ້ອຍລົງ
5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ
5.1 ອາກາດ
ປະລິມານນໍ້າຝົນປະຈໍາປີ
- < 250 ມີລິແມັດ
- 251-500 ມີລິແມັດ
- 501-750 ມີລິແມັດ
- 751-1,000 ມີລິແມັດ
- 1,001-1,500 ມີລິແມັດ
- 1,501-2,000 ມີລິແມັດ
- 2,001-3,000 ມີລິແມັດ
- 3,001-4,000 ມີລິແມັດ
- > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):
870.00
ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:
ຝົນຕົກໜ້ຍສຸກ ແມ່ນ ເດືອນ ມັງກອນ ປະມານ 14 ມມ,ປະລິມານນ້ຳຝົນຫຼາຍສຸດ ແມ່ນ ເດືອນມີນາ ປະມານ 3200ມມ ຝົນຕົກໜັກລະຫ່ວາງເດືອນ 6 - 9
ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:
ຫ້ອງການ ຊັບພະຍາກອນ ທຳມະຊາດ
ເຂດສະພາບອາກາດກະສິກໍາ
- ຄວາມຊຸ່ມ
ຝົນຕົກຫຼາຍ( ຝົນລິນ)ແລະ ມີນໍ້າໄຫຼ່ຕະຫຼອດປີ, ອຸນຫະພູມ ອຸນສຸດ ແມ່ນ ເດືອນ5 ສະເລ່ຍ 22.3 ອົງສາ, ຕ່ຳສຸດ ແມ່ນ ເດືອນ 1 ສະເລ່ຍ 16.6 ອົງສາ
5.2 ພູມິປະເທດ
ຄ່າສະເລ່ຍ ຄວາມຄ້ອຍຊັນ:
- ພື້ນທີ່ຮາບພຽງ (0-2%)
- ອ່ອນ (3-5 %)
- ປານກາງ (6-10 %)
- ມ້ວນ (11-15 %)
- ເນີນ(16-30%)
- ໍຊັນ (31-60%)
- ຊັນຫຼາຍ (>60%)
ຮູບແບບຂອງດິນ:
- ພູພຽງ / ທົ່ງພຽງ
- ສັນພູ
- ເປີ້ນພູ
- ເນີນພູ
- ຕີນພູ
- ຮ່ອມພູ
ເຂດລະດັບສູງ:
- 0-100 ແມັດ a.s.l.
- 101-500 ແມັດ a.s.l.
- 501-1,000 ແມັດ a.s.l.
- 1,001-1,500 ແມັດ a.s.l.
- 1,501-2,000 ແມັດ a.s.l.
- 2,001-2,500 ແມັດ a.s.l.
- 2,501-3,000 ແມັດ a.s.l.
- 3,001-4,000 ແມັດ a.s.l.
- > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
- ລັກສະນະສວດ
5.3 ດິນ
ຄວາມເລິກ ຂອງດິນສະເລ່ຍ:
- ຕື້ນຫຼາຍ (0-20 ຊັງຕີແມັດ)
- ຕື້ນ (21-50 ຊຕມ)
- ເລີກປານກາງ (51-80 ຊຕມ)
- ເລິກ (81-120 ຊມ)
- ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
- ຫຍາບ / ເບົາ (ດິນຊາຍ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
- ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
- ປານກາງ (1-3 %)
5.4 ມີນໍ້າ ແລະ ຄຸນນະພາບ
ລະດັບ ນໍ້າໃຕ້ດິນ:
< 5 ແມັດ
ການມີນໍ້າ ເທິງໜ້າດິນ:
ປານກາງ
ຄຸນນະພາບນໍ້າ (ບໍ່ມີການບໍາບັດ):
ນຳໃຊ້ເຂົ້າໃນການຜະລິດກະສິກໍາພຽງຢ່າງດຽງ (ຊົນລະປະທານ)
ມີບັນຫາ ກ່ຽວກັບນໍ້າເຄັມບໍ່?
ບໍ່ແມ່ນ
ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?
ບໍ່ແມ່ນ
5.5 ຊີວະນາໆພັນ
ຄວາມຫຼາກຫຼາຍ ທາງສາຍພັນ:
- ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
- ປານກາງ
5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ
ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
- ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
- ກຸ້ມຕົນເອງ (ພໍພຽງ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
- ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
- ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
- ກຸ່ມ / ຊຸມຊົນ
ລະດັບ ການຫັນເປັນກົນຈັກ:
- ເຄື່ອງກົນຈັກ
ເພດ:
- ຜູ້ຍິງ
- ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
- ຊາວໜຸ່ມ
- ໄວກາງຄົນ
5.7 ເນື້ອທີ່ສະເລ່ຍຂອງດິນ ທີ່ຜູ້ນຳໃຊ້ທີ່ດິນ ໃຊ້ເຮັດເຕັກໂນໂລຢີ
- <0.5 ເຮັກຕາ
- 0.5-1 ເຮັກຕາ
- 1-2 ເຮັກຕາ
- 2-5 ເຮັກຕາ
- 5-15 ເຮັກຕາ
- 15-50 ເຮັກຕາ
- 50-100 ເຮັກຕາ
- 100-500 ເຮັກຕາ
- 500-1,000 ເຮັກຕາ
- 1,000-10,000 ເຮັກຕາ
- > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
- ຂະໜາດນ້ອຍ
5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ
ເຈົ້າຂອງດິນ:
- ຊຸມຊົນ / ບ້ານ
- ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
- ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
- ເປີດກວ້າງ (ບໍ່ມີການຈັດຕັ້ງ)
5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ສຸຂະພາບ:
- ທຸກຍາກ
- ປານກາງ
- ດີ
ການສຶກສາ:
- ທຸກຍາກ
- ປານກາງ
- ດີ
ການຊ່ວຍເຫຼືອ ດ້ານວິຊາການ:
- ທຸກຍາກ
- ປານກາງ
- ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
- ທຸກຍາກ
- ປານກາງ
- ດີ
ຕະຫຼາດ:
- ທຸກຍາກ
- ປານກາງ
- ດີ
ພະລັງງານ:
- ທຸກຍາກ
- ປານກາງ
- ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
- ທຸກຍາກ
- ປານກາງ
- ດີ
ການດື່ມນໍ້າ ແລະ ສຸຂາພິບານ:
- ທຸກຍາກ
- ປານກາງ
- ດີ
ການບໍລິການ ທາງດ້ານການເງິນ:
- ທຸກຍາກ
- ປານກາງ
- ດີ
6. ຜົນກະທົບ ແລະ ລາຍງານສະຫຼຸບ
6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ຜົນກະທົບທາງເສດຖະກິດສັງຄົມ
ການຜະລິດ
ຄຸນນະພາບຂອງພືດ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:
ແຕ່ກ່ອນແມ່ນໄດ້ 8ໂຕນ/ ເຮັກຕາ
ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:
ຫຼັງການນຳໃຊ້ດິນແມ່ນໄດ້ 2ໂຕນ/ເຮັກຕາ
ຄວາມຄິດເຫັນ / ລະບຸແຈ້ງ:
ເນື່ອງຈາກວ່າ ແຕ່ກ່ອນບໍລິສັດບໍ່ທັນຂຸດຄົ້ນຄຳ ປະຈຸບັນ ບໍລິສັດໄດ້ຂຸດຄົ້ນບໍ່ຄຳ ໃນເນື້ອທີ່ທຳການກະເສດ ນັບແຕ່ນັ້ນມາເຮັດໃຫ້ຜົນຜະລິດຫຼຸດລົງ.
ການຜະລິດພະລັງງານ
ຄວາມຄິດເຫັນ / ລະບຸແຈ້ງ:
ບາງຄົວເຮືອນກໍ່ຕິດຕັ້ງ dynamo (ເຄື້ອງກຳເນີດ ໄຟຟ້າ) ທີ່ມີກໍາລັງການຜະລິດ 1 Kwh.
ມີນໍ້າ ແລະ ຄຸນນະພາບ
ມີນໍ້າຊົນລະປະທານ
ຄວາມຄິດເຫັນ / ລະບຸແຈ້ງ:
ກ່ອນຫນ້ານີ້, ນ້ໍາສໍາລັບການປູກຝັງ ແມ່ນ ບໍ່ພຽງພໍໂດຍສະເພາະໃນລະດູແລ້ງຍ້ອນ ລະດັບນ້ໍາແມ່ນຕໍ່າເກີນໄປ, ຫຼັງຈາກການກໍ່ສ້າງນ້ໍາ, ລະດັບນໍ້າ ສູງພໍທີ່ຈະເຮັດໃຫ້ມີນ້ໍາໄຫລລົງສູ່ ພື້ນທີ່ການຜະລິດຕະຫຼອດປີ.
ຜົນກະທົບດ້ານວັດທະນາທໍາສັງຄົມ
ການຫຼຸດຜ່ອນ ຂໍ້ຂັດແຍ່ງ
ຄວາມຄິດເຫັນ / ລະບຸແຈ້ງ:
ກ່ອນການກໍ່ສ້າງຝາຍ, ຊາວບ້ານໄດ້ພະຍາຍາມເອົານ້ໍາເຂົ້າໄປໃນທົ່ງນ າຂອງເຂົາເຈົ້າໂດຍທໍ່ນໍ້າຂະຫນາດນ້ອຍໃນລະດູແລ້ງ. ນີ້ເຮັດໃຫ້ມີ ການແຂ່ງຂັນ ແລະ ຂໍ້ຂັດແຍ່ງກ່ຽວກັບການຂາດແຄນນ້ໍາ. ຫຼັງຈາກການກໍ່ສ້າງຝາຍໃນຊຸມຊົນ, ສະຖານະການທີ່ຂັດແຍ່ງກັນໄດ້ຮັບການປັບປຸງ.
ຜົນກະທົບຕໍ່ລະບົບນິເວດ
ວົງຈອນນໍ້າ / ນໍ້າ
ປະລິມານນໍ້າ
ຄວາມຄິດເຫັນ / ລະບຸແຈ້ງ:
ໂດຍບໍ່ມີນ້ໍາຖ້ວມ, ປະລິມານນ້ໍາຕໍ່າເກີນໄປ ເພື່ອຜະລິດຜົນຜະລິດຢ່າງພຽງພໍ, ສ່ວນໃຫຍ່ແມ່ນກ່ຽວຂ້ອງກັບການປູກໃນລະດູແລ້ງ.ຫຼັງຈາກການກໍ່ສ້າງຝາຍ ຊາວກະສິກອນປ່ອຍໃຫ້ນ້ໍາໄຫຼຈາກອ່າງເກັບນ້ຳ ມາຕາມຮອງ ເຊິ່ງສາມາດ ເຮັດກິດຈະກໍາດ້ານ ການກະສິກໍາຕະຫຼອດປີ.
ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ
ຜົນກະທົບ ຂອງໄພແຫ້ງແລ້ງ
ຄວາມຄິດເຫັນ / ລະບຸແຈ້ງ:
ສາມາດຫຼຸດຜ່ອນຄວາມແຫ້ງແລ້ງ ໂດຍການນຳໃຊ້ນ້ຳຈາກຝ່າຍ ເຂົ້າໃນການຜະລິດກະສິກຳ
6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ
ການໄຫຼຂອງນໍ້າໃນລະດູແລ້ງ
ຄວາມຄິດເຫັນ / ລະບຸແຈ້ງ:
ໄດ້ສະກັດກັ້ນການໄຫລ ຂອງນ້ໍາແບບທໍາມະຊາດຢູ່ພື້ນທີ່ລູ່ມ
6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ | ເພີ່ມຂື້ນ ຫຼື ຫຼຸດລົງ | ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|---|---|
ອຸນຫະພູມປະຈໍາປີ | ເພີ່ມຂື້ນ | ປານກາງ | |
ອຸນຫະພູມລະດູການ | ລະດູແລ້ງ | ຫຼຸດລົງ | ດີ |
ປະລິມານນໍ້າຝົນຕາມລະດູການ | ຄວາມຊຸ່ມ / ລະດູຝົນ | ເພີ່ມຂື້ນ | ປານກາງ |
ການປ່ຽນແປງສະພາບດິນຟ້າອາກາດອື່ນໆ | ການມີຊົນລະປະທານແມ່ນເໝາະສົມກັບລະດູແລ້ງ | ເພີ່ມຂື້ນ | ດີ |
ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)
ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ພາຍຸລູກເຫັບທ້ອງຖິ່ນ | ບໍ່ດີ |
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ອາກາດໜາວຮຸນແຮງ | ບໍ່ດີ |
ໄພພິບັດທາງອຸທົກກະສາກ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ນໍ້າຖ້ວມຮູນແຮງ | ປານກາງ |
ໄພພິບັດທາງຊີວະພາບ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ພະຍາດລະບາດ | ປານກາງ |
ແມງໄມ້ / ການລະບາດຂອງພະຍາດ | ບໍ່ດີ |
ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ໄລຍະເວລາການເຕີບໃຫຍ່ຂະຫຍາຍຕົວ | ບໍ່ດີ |
6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງບວກເລັກນ້ອຍ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກເລັກນ້ອຍ
ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງບວກເລັກນ້ອຍ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງລົບເລັກນ້ອຍ
6.5 ການປັບຕົວຮັບເອົາເຕັກໂນໂລຢີ
- 11-50%
ທັງໝົດນັ້ນ ແມ່ນໃຜ ໄດ້ປັບຕົວເຂົ້າ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
- 91-100%
6.6 ການປັບຕົວ
ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?
ບໍ່ແມ່ນ
6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ
ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ |
---|
ບໍ່ໄດ້ໃຊ້ງົບປະມານ |
ສາມາດນຳ້ໃຊ້ເຂົ້າໃນ ການຜະລິດກະສິກຳໄດ້ເປັນຢ່າງດີ |
ສາມາດໃຊ້ແຮງນ້ຳ ເພື່ອປັນໄຟຟ້າຂະໜາດນ້ອຍ ( 1Kwh ) ໄດ້. |
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ |
---|
ສາມາດຫຼຸດຜ່ອນການຍາດແຍ່ງ ຊັບພະຍາກອນນ້ຳໃນໝູ່ບ້ານ |
6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ວັດຖຸດິບໃນການສ້າງຝ່າຍບໍ່ໝັ້ນຄົງ | |
ເສຍເວລາໃນການບຳລຸງຮັກສາ |
7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່
7.1 ວິທີການ / ແຫຼ່ງຂໍ້ມູນ
- ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ
1 ຄັ້ງ
- ການສໍາພາດ ຜູ້ນໍາໃຊ້ທີ່ດິນ
2 ຄົນ
ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?
11/05/2017
ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ
ຂະຫຍາຍທັງໝົດ ຍຸບທັງໝົດການເຊື່ອມຕໍ່
ບໍ່ມີຂໍ້ມູນການເຊື່ອມຕໍ່
ເນື້ອໃນ
ບໍ່ມີເນື້ອໃນ