ກະສິກຳປະສົມປະສານ ການລ້ຽງປາໃນເຂົ້າ [ລາວ]
- ການສ້າງ:
- ປັບປູງ:
- ຜູ້ສັງລວມຂໍ້ມູນ: kang phanvongsa
- ບັນນາທິການ: xaiyarsid khamphila, Bounthanom Bouahom, Pasalath Khounsy, Sanoussi Razaki, kang phanvongsa
- ຜູ້ທົບທວນຄືນ: Nicole Harari, Oulaytham Lasasimma, Stephanie Jaquet, Alexandra Gavilano
technologies_2928 - ລາວ
ເບິ່ງພາກສ່ວນ
ຂະຫຍາຍທັງໝົດ ຍຸບທັງໝົດ1. ຂໍ້ມູນທົ່ວໄປ
1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ
ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()
ຜູ້ນໍາໃຊ້ທີ່ດິນ:
ທ້າວ ເຄນ
ລາວ
ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)
ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:
ແມ່ນ
1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ
ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :
ບໍ່ແມ່ນ
2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ
2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ
ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:
ການລ້ຽງປາໃນນາເຂົ້າ ເພື່ອປັບປຸງການນໍາໃຊ້ທ່ີດິນ
2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ
ການພັນລະນາ:
ລະບົບການລ້ຽງປາໃນນາເຂົ້າ ແມ່ນ ການປະສົມປະສານ ລະຫວ່າງ ນາເຂົ້າ ແລະ ໜອງປາ ຢ່າງມີປະສິດທິຜົນ. ນີ້ແມ່ນ ແນວຄິດລິເລີ່ມ ຂອງປະຊາຊົນທີ່ຢູ່ໃກ້ຊິດຕິດແທດ ກັບທຳມະຊາດມາດົນນານ ເກີດມີແນວຄິດປຽ່ນແປງໃໝ່ໃນການຫັນມາ ເຮັດໃຫ້ເກີດປະໂຫຍດສູງສຸດ ໂດຍການຫັນປຽ່ນຈາກການເຮັດໄຮ່ ແບບເລື່ອນລອຍລົງມາເຮັດນາ ໃນເນື້ອທີ່ດີນຕອນດຽວ ໃຫ້ມີຄວາມສາມາດນຳໃຊ້ໄດ້ຍາວນານ, ການລ້ຽງປາໃນນາເຂົ້າ ກໍ່ເປັນເຕັກນິກໜື່ງທີ່ ສຳຄັນໃນການນຳໃຊ້ ທີ່ດີນແບບຄົງທີ່. ການລ້ຽງປາໃນນາເຂົ້າແມ່ນລ້ຽງໃນພື້ນທີ່ ທີ່ມີຄວາມເໝາະສົມ ໂດຍສະເພາະແມ່ນພື້ນທີ່ທົ່ງນາ ທີ່ມີນ້ຳຕະຫຼອດປີໃນລະດູແລ້ງ ແລະ ລະດູຝົນ ເປັນນາທີ່ທຢູ່ໃກ້ແຄມຫວ້ຍຮອ່ງ ຫຼື ແມ່ນ້ຳແລະຊົນລະປະທານ ສາມາດລະບາຍນ້ຳເຂົ້າ ແລະ ອອກຈາກນາໄດ້ເປັນຢ່າງດີ ເມືອງຕະໂອ້ຍ ກໍ່ເປັນເມືອງໜື່ງທີ່ມີພື້ນທີ່ ໃນການເຮັດນານວນຈຳກັດ ສວ່ນຫຼາຍທົ່ງນາ ແມ່ນ ຢູ່ຕາມຮອ່ມພູ ແລະ ຕີນພູ ໂດຍອາໃສນ້ຳຈາກທຳມະຊາດເປັນສວ່ນໃຫ່ຍ; ການບຸກເບີກເນື້ອທີ່ ແມ່ນ ໃຊ້ແຮງງານຄົນໃນຄອບຄົວ ຫຼື ຈ້າງລົດໄຖ ມາບຸກເບີກໃຫ້ ໂດຍການຂຸດ ຫຼື ຍູ້ດີນຕາມຮອ່ມພູເປັນຄັນຄູກັ້ນນ້ຳ ແລ້ວປັບພື້ນທີ່ ໃຫ້ມີຄວາມຊັນເລັກນອ້ຍ ເຮັດໃຫ້ນ້ຳເຂົ້າທົ່່ວເຖິ່ງຕາມພື້ນທີ່ນາ ເຊີ່ງເປັນລັກສະນະນາຂັ້ນໄດ ກໍ່ສາມາດປູກເຂົ້າໄດ້ ເຕັກນິກການລ້ຽງປາໃນນາເຂົ້າ ແມ່ນ ຈະເຮັດແຕກຕ່າງຈາກທົ່ງນາປົກກະຕິ ໂດຍມີການຈັດການພື້ນທີ່ ເພ່ືອປ້ອງກັນຄວາມສ່ຽງຈາກໄພພິບັດຈາກທຳມະຊາດ ຈາກການໄຫຼຂອງນ້ຳເຊາະເຈືອນໜ້າດີນ ການເຮັດນາລ້ຽງປາ ຕອ້ງເຮັດຄັນຄູສູງໃຫ່ຍເຮັດທໍ່ລະບາຍນ້ຳເຂົ້າ ແລະ ອອກຈາກນາໄດ້ສະດວກ ເຮັດຮ່ອງ ຫຼື ຄອງຕາມຂອບນາ ປຽ່ນທິດການໄຫລຂອງນ້ຳ ເພ່ືອປ້ອງກັນການເຊາະເຈືອນຂອງຄັນນາ ການເຮັດນາປະສົມປະສານກັບການລ້ຽງປາ ແມ່ນ ເພື່ອນຳທີ່ ດີນໃຫ້ເກີດປະໂຫຍດ ເພື່ອຜົນຜະລິດເຂົ້າ ແລະ ປາໃຫ້ຫຼາຍຂ້ືນ ເພື່ອຄ້ຳປະກັນສະບຽງອາຫານໃນຄອບຄົວ ແລະ ເພີ່ມລາຍໄດ້ໃຫ້ຊາວກະສິກອນ ແລະ ເພື່ອປົກປັກຮັກສາພື້ນທີ່ ການຜະລິດໃຫ້ໄດ້ນຳໃຊ້ຍາວນານ ຕອ້ງໄດ້ອາໃສ່ເຕັກນິກ.
ອຸປະກອນນຳເຂົ້າຊວ່ຍ ເປັນຕົ້ນ ແມ່ນ ທ່ໍລະບາຍນ້ຳເພ່ືອເຮັດຊົນລະປະທານ ຂະໜາດນອ້ຍສະເພາະຄອບຄົວ ມີແນວພັນເຂົ້າ, ແນວພັນປາ, ພ້າ,ຈົກ, ສຽມ, ຊວ້ນ, ກຽ່ວ ທີ່ຮັບໃຊ້ເຂົ້າໃນການຜະລິດ, ໃນການເຮັດເຕັກນິກລ້ຽງປາໃນນາເຂົ້າ ທັງ 2 ຢ່າງ ແມ່ນ ມີຜົນປະໂຫຍດເຊິ່ງກັນແລະກັນເຊັ່ນວ່າ: ເສດອາຫານ ແລະ ຕະກອນໃນນ້ຳ ( ເມື່ອປາກິນແລ້ວຂັບຖ່າຍອອກມາ) ສາມາດເປັນຝຸ່ນໃຫ້ແກ່ຕົ້ນເຂົ້າໃນນາ ແລະ ຊວ່ຍເພີ່ມອີນຊີວັດຖຸໃນດີນ ຕົ້ນເຂົ້າໃນນາເປັນບອ່ນລີ້ຊອ້ນ ແລະ ເປັນບອ່ນຫາກິນຕາມປ່າເຂົ້າ, ເມື່ອມີສັດຕູພືດ ຫຼືວ່າ ແມງໄມ້ມາຫາກິນເຂົ້າ ເມ່ືອຕົກລົງນ້ຳກ່ໍສາມາດເປັນອາຫານຂອງປາ.
ການລ້ຽງປາໃນນາເຂົ້າເປັນການຫຼຸດຜອ່ນການເກີດມົນລະຜິດທາງນ້ຳ ນ້ຳເນົ່າ, ນ້ຳເສຍ, ນ້ຳເໝັນ ເນ່ືອງຈາກ ເສດອາຫານ ແລະ ການໃສ່ຝຸ່ນ ນອກນັ້ນການລ້ຽງປາໃນນາເຂົ້າຍັງເປັນການລົດຕົ້ນທືນໃນການໃຊ້ຈ່າຍ ຫຸຼດຜອ່ນການໃຊ້ແຮງງານ ແລະ ເປັນການປົກປັກຮັກສາສິ່ງແວດລອ້ມໄປພອ້ມໆກັນ ໃຫ້ດີນມີຄວາມຊຸ່ມຊ່ືນຕະຫຼອດປີ, ເຕັກນິກນີ້ ແມ່ນ ມີຜົນປະໂຫຍດຫຼາຍຕໍ່ການດຳລົງຊີວິດ ຂອງຊາວກະສິກອນເພາະມີເຂົ້າ ແລະ ຊິ້ນປາອາຫານພຽງພໍ ມີຢູ່ມີກິນໃນຄອບຄົວ ແລະ ເປັນທີ່ເພີ່ງພໍໃຈຂອງຜູ້ໃຊ້ທີ່ດີນ ໃນການລ້ຽງປາໃນນາເຂົ້າຂໍ້ດີ ໃນການເຮັກເຕັກນິກນີ້ ຊວ່ຍເພີ່ມຜົນຜະລິດ ຈາກແຕ່ກອ່ນເຄີຍເຮັດໄຮ່ ແບບເລືອນລອຍແລ້ວໄດ້ຜົນຜະລິດນອ້ຍບໍ່ກຸ້ນກິນ ບັນຈຸບັນຫັນປຽ່ນມາເຮັດນາໃນເນື້ອທີ່ ນອ້ຍແຕ່ໄດ້ຮັບຜົນຜະລິດຫຼາຍສົມຄວນສາມາດກຸ້ມກິນ ເພາະວ່າການເຮັດນາສາມາດເຮັດໄດ້ 2 ລະດູການຕໍ່ປີ ນາແຊງ ແລະ ນາປີການລ້ຽງປາປະສົມປະສານກັບການປູກເຂົ້າ ສາມາດນຳໃຊ້ດີນໃຫ້ເກີດປະໂຫຍສູງສຸດໃນການຜະລິດກະສິກຳໃນພື້ນທີ່ດີນຕອນດຽວ ເສດອາຫານ ແລະ ຕະກອ່ນໃນນ້ຳເນົ່າເປ່ືອຍສາມາດເປັນອາຫານໃຫ້ແກ່ປາ ເມື່ອປາຂັບຖ່າຍອອກມາກໍ່ເປັນຝຸ່ນໃຫ້ແກ່ເຂົ້າໃນນາ ແລະ ຊວ່ຍເພີ່ມອີນຊີວັດຖຸໃນດີນໃຫ້ຫຼາຍຂື້ນ.
ຈຸດອ່ອນ: (1) ຂາດທືນເພື່ອປະຕິບັດເຕັກໂນໂລຢີນີ້ - ຊາວກະສິກອນຕ້ອງການແຫຼ່ງທືນ. (2) ມັນໄດ້ຖືກປະຕິບັດຕາມປະເພນີ ໂດຍບໍ່ມີຄວາມຮູ້ດ້ານວິຊາການ - ມີຄວາມຈໍາເປັນສໍາລັບຊາວກະສິກອນ ທີ່ຈະໄດ້ຮັບຄໍາແນະນໍາ ດ້ານເຕັກນິກກ່ຽວກັບ ການບໍາລຸງຮັກສາລະບົບ ລ້ຽງປາໃນນາເຂົ້າ ແລະ ການຄຸ້ມຄອງທີ່ດິນ. (3) ຄວາມຕ້ອງການອຸປະກອນທີ່ເຫມາະສົມ ເພ່ືອປະຕິບັດຂະບວນການຜະລິດ. (4) ຖ້າຄວາມຫນາແຫນ້ນ ຂອງປະຊາກອນປາສູງເກີນໄປ, ມັນອາດຈະມີຜົນກະທົບຕໍ່ສຸຂະພາບຂອງເຂົ້າ. (5) ມັນບໍ່ສາມາດຂະຫຍາຍພັນລູກປາ ສໍາລັບປີຕໍ່ໄປໃນລະບົບນາເຂົ້າທີ່ມີຢູ່ແລ້ວ, ຕ້ອງມີໜອງອະນຸບານປາສໍາລັບການຂະຫຍາຍພັນ.
2.3 ຮູບພາບຂອງເຕັກໂນໂລຢີ
2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ
ປະເທດ:
ລາວ
ພາກພື້ນ / ລັດ / ແຂວງ:
ເມືອງຕະໂອ້ຍ ແຂວງສາລວັນ
ຂໍ້ມູນເພີ່ມເຕີມຂອງສະຖານທີ່:
ບ້ານ ດືກດົງ
ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
- ນໍາໃຊ້ໃນຈຸດສະເພາະ / ແນໃສ່ນໍາໃຊ້ໃນພື້ນທີ່ຂະໜາດນ້ອຍ
Map
×2.6 ວັນທີໃນການຈັດຕັ້ງປະຕິບັດ
ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:
2013
ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
- ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)
2.7 ການນໍາສະເໜີ ເຕັກໂນໂລຢີ
ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
- ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ
- ໃນໄລຍະການທົດລອງ / ການຄົ້ນຄວ້າ
ຄວາມຄິດເຫັນ (ປະເພດ ໂຄງການ ແລະ ອື່ນໆ):
ຜູ້ນຳໃຊ້ທີ່ດິນ ໄດ້ເຫັນການນຳໃຊ້ເຕັກນິກນີ້ ຢູ່ທາງພາກເໜືອຂອງລາວ, ບ່ອນທີຊາວກະສິກອນຢູ່ເຂດນັ້ນເຮັດເປັນປະເພນີ ມາແຕ່ດົນນານ. ຈາກນັ້ນຜູ້ນຳໃຊ້ທີ່ດິນຈິ່ງຢາກທົດລອງ ຢູ່ທີ່ດິນຂອງໂຕເອງ
3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ
3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ
- ປັບປຸງ ການຜະລິດ
- ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ
3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້
ດິນທີ່ປູກພືດ
- ການປູກພືດປະຈໍາປີ
ການປູກພືດປະຈຳປີ - ລະບຸປະເພດພືດ:
- ທັນຍາພືດ-ເຂົ້ານາ
ຈໍານວນ ລະດູການ ປູກໃນປີໜຶ່ງ:
- 2
ທິດທາງໄຫຼຂອງນໍ້າ, ນໍ້າ, ດິນທາມ
- ທໍ່ລະບາຍນໍ້າ, ທິດທາງນໍ້າ
ຜະລິດຕະພັນຫຼັກ / ບໍລິການ:
ປູກເຂົ້າ
ຄວາມຄິດເຫັນ:
ຄວາມໜາແໜ້ນ ຂອງສັດລ້ຽງ: 5ໂຕ/m²
3.3 ການນຳໃຊ້ທີ່ດິນ ມີການປ່ຽນແປງຍ້ອນການຈັດຕັ້ງທົດລອງເຕັກໂນໂລຢີ ແມ່ນບໍ່?
ທິດທາງໄຫຼຂອງນໍ້າ, ນໍ້າ, ດິນທາມ
ຜະລິດຕະພັນຫຼັກ / ບໍລິການ:
ໜອງ, ເຂື່ອນໄຟຟ້າ
3.4 ການສະໜອງນ້ຳ
ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
- ປະສົມປະສານ ກັນລະຫວ່າງ ນໍ້າຝົນ ແລະ ນໍ້າຊົນລະປະທານ
ຄວາມຄິດເຫັນ:
ການນຳໃຊ້ນ້ຳມີຈຳນວນຈຳກັດເພື່ອປູກພືດເມື່ອຂາດນ້ຳຝົນເພື່ອການໜອງນ້ຳໃຫ້ພຽງພໍແກ້ການຈະເລີນເຕີບໂຕຂອງພືດຕອ້ງໄດ້ອາໃສນ້ຳຈາກຫວ້ຍຮອ່ງໂດຍຂຸດຮອ່ງລະບາຍນ້ຳຈາກຫອ້ຍເຂົ້າສູ່ນາ
3.5 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ
- ລ້ຽງປາໃສ່ນາເຂົ້າ
3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ
ມາດຕະການ ທາງການກະສິກໍາ
- A4: ການບໍາລຸງ ປົກປັກຮັກສາ ຊັ້ນຮອງໜ້າດິນ
ມາດຕະການໂຄງສ້າງ
- S2: ຄັນຄຸ, ແຄມຕາຝັ່ງ
- S3: ຮ່ອງ, ຄອງນໍ້າ, ທາງໄຫຼນໍ້າ
- S6: ແລວກັນເຈື່ອນ, ຮົ້ວ
ຄວາມຄິດເຫັນ:
A4: ການບໍາລຸງຮັກສາດິນ ເພື່ອການປູກຝັງ ( ໄຖກົບຕໍເຟືອງ) ແມ່ນ ຈຳເປັນເພື່ອ ພວນຊັ້ນລຸ່ມໜ້າດິນ ສຳລັບການປູກເຂົ້າ
3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ
ການເຊື່ອມໂຊມ ທາງຊີວະພາບ
- Bc: ການຫຼຸດຜ່ອນການປົກຫຸ້ມຂອງພືດ
3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ
ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
- ປ້ອງກັນການເຊື່ອມໂຊມຂອງດິນ
- ຫຼຸດຜ່ອນການເຊື່ອມໂຊມຂອງດິນ
4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ
4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ
ຄຸນລັກສະນະ ຂອງເຕັກນິກ (ທີ່ກ່ຽວຂ້ອງ ກັບການແຕ້ມແຜນວາດ ທາງດ້ານເຕັກນີກ):
ເຕັກນິກການເຮັດກະສິກຳ ແບບປະສົມປະສານ ກັບການລ້ຽງປາໃນນາເຂົ້າ ເນືອທີ່ນາ 25 ແມັດ x 20 ແມັດ ຄວາມເລີກຂອງໜ້າ 0,5 ແມັດ ແລະ ມີເນື້ອທີ່ຫວ່າງ (ບໍ່ໄດ້ປູກເຂົ້າໃສ່) ປະມານ 5 ແມັດ ຫ່າງຈາກຄັນນາ ເພື່ອເປັນບ່ອນໃຫ້ອາຫານປາ.
ຄວາມຄອ້ຍຊັນ 3-5 % ລັກສະນະເປັນພັກຂັ້ນໄດ.
ໄລະຍຫ່າງລະຫວ່າງຕົ້ນ/ຕົ້ນ 25 ຊັງຕີແມັດ
ຄວາມໜາແໜ້ນຂອງປາໃນນາເຂົ້າ 5ໂຕ/ຕາແມັດ
ແນວພັນປາທີ່ ປ່ອຍ ແມ່ນ ປາປາກ, ປານິນ, ປາເຂັງ
ໄມ້ໄຜ່ຍາວ 1-2ແມັດ ຂະໜາດ 20 ຊັງຕີແມັດ ເພ່ືອຕ່ໍຈາກຫ້ວຍ ເອົານ້ຳເຂົ້ານາ ແລະ ເຮັດທໍ່ນ້ຳລົ້ນ ໄປນາຕອນລຸ່ມ
ຜູ້ຂຽນ:
ທ້າວ ໄຊຍະສິດ ຄຳພິລາ ທ້າວຄຳວິໄລ ແກ້ວບັນຊາ
ວັນທີ:
12/07/2017
4.2 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ
ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
- ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:
ເຮັກຕາ
ຖ້ານໍາໃຊ້ຫົວໜ່ວຍ ເນື້ອທີ່ຕາມທ້ອງຖິ່ນ, ໃຫ້ປ່ຽບເປັນ 1 ເຮັກຕາ (ຕົວຢ່າງ: 1 ເຮັກຕາ = 4 ໄລ່ ): 1 ເຮັກຕາ = :
0,5 ເຮັກຕາ
ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):
ກີບ
ຖ້າກ່ຽວຂ້ອງ, ໃຫ້ລະບຸອັດຕາແລກປ່ຽນຈາກ USD ເປັນສະກຸນເງິນທ້ອງຖິ່ນ (ເຊັ່ນ: 1 USD = 79.9 Brazilian Real): 1 USD =:
8000.0
ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:
35000/ວັນ
4.3 ການສ້າງຕັ້ງກິດຈະກໍາ
ກິດຈະກໍາ | Timing (season) | |
---|---|---|
1. | ປ້ານຄັນຄູນາ | ເດືອນ 5 |
2. | ໄຖປັບໜ້າດິນ | ເດືອນ 5 |
3. | ປ່ອຍນ້ຳເຂົ້າ | ເດືອນ 7 |
4. | ການປູກເຂົ້າ | ເດືອນ 7 |
5. | ປ່ອຍປາ | ເດືອນ 7 |
4.4 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານໃນຄອບຄົວ | ຄົນ | 5.0 | 35000.0 | 175000.0 | 100.0 |
ອຸປະກອນ | ຈົກ | ດວງ | 1.0 | 40000.0 | 40000.0 | 100.0 |
ອຸປະກອນ | ຊວ້ນ | ດວງ | 1.0 | 25000.0 | 25000.0 | 100.0 |
ອຸປະກອນ | ລົດໄຖນາ | ມື້ | 1.0 | 1000000.0 | 1000000.0 | 100.0 |
ອຸປະກອນ | ພ້າ | ດວງ | 1.0 | 35000.0 | 35000.0 | 100.0 |
ວັດສະດຸໃນການປູກ | ແກນພັນ | ກິໂລ | 30.0 | 5000.0 | 150000.0 | 100.0 |
ວັດສະດຸໃນການປູກ | ແນວພັນປາ | ໂຕ | 2500.0 | 200.0 | 500000.0 | 100.0 |
ຝຸ່ນ ແລະ ຢາຊີວະພາບ | ຝຸ໋ນໂບມ | ສອບ | 10.0 | 10000.0 | 100000.0 | 100.0 |
ຝຸ່ນ ແລະ ຢາຊີວະພາບ | ຝຸ໋ນຄອກ | ສອບ | 10.0 | 5000.0 | 50000.0 | 100.0 |
ວັດສະດຸກໍ່ສ້າງ | ທໍ່ | ອັນ | 5.0 | 10000.0 | 50000.0 | 100.0 |
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ | 2125000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການສ້າງຕັ້ງເຕັກໂນໂລຢີ ເປັນສະກຸນເງີນໂດລາ | 265.63 |
4.5 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ
ກິດຈະກໍາ | ໄລຍະເວລາ / ຄວາມຖີ່ | |
---|---|---|
1. | ໃສ່ຝຸ່ນຄອກ | 1ຄັ້ງຕໍ່ລະດູ (ຫຼັງຈາກປັກດຳ) |
2. | ໃຫ້ອາຫານປາ | 1 ຄັ້ງຕ່ໍມ້ື |
3. | ເສຍຫຍ້າ | ເດືອນລະຄັ້ງ) |
4. | ແປງຄັນນາ | ລະດູ/ຄັ້ງ |
4.6 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)
ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ | ຫົວໜ່ວຍ | ປະລິມານ | ຕົ້ນທຶນ ຕໍ່ຫົວໜ່ວຍ | ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ | % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ | |
---|---|---|---|---|---|---|
ແຮງງານ | ແຮງງານປັກດຳ | ວັນງານ | 5.0 | 35000.0 | 175000.0 | 100.0 |
ແຮງງານ | ແຮງານເກັບກຽ່ວເຂົ້າ ແລະ ປາ | ວັນງານ | 10.0 | 35000.0 | 350000.0 | 100.0 |
ອຸປະກອນ | ຈົກ | ດວງ | 1.0 | 40000.0 | 40000.0 | 100.0 |
ອຸປະກອນ | ຊວ້ນ | ດວງ | 1.0 | 15000.0 | 15000.0 | 100.0 |
ອຸປະກອນ | ຝ້າ | ດວງ | 2.0 | 35000.0 | 70000.0 | 100.0 |
ຝຸ່ນ ແລະ ຢາຊີວະພາບ | ຝຸ໋ນໂບມ | ສອບ | 5.0 | 10000.0 | 50000.0 | 100.0 |
ຝຸ່ນ ແລະ ຢາຊີວະພາບ | ຝຸ໋ນຄອກ | ສອບ | 5.0 | 5000.0 | 25000.0 | 100.0 |
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ | 725000.0 | |||||
ຄ່າໃຊ້ຈ່າຍທັງໝົດ ສຳລັບການບົວລະບັດຮກສາເຕັກໂນໂລຢີ ເປັນສະກຸນເງີນໂດລາ | 90.63 |
4.7 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ
ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:
ລົດໄຖນາ ແນວພັນເຂົ້າ ແນວພັນປາ
5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ
5.1 ອາກາດ
ປະລິມານນໍ້າຝົນປະຈໍາປີ
- < 250 ມີລິແມັດ
- 251-500 ມີລິແມັດ
- 501-750 ມີລິແມັດ
- 751-1,000 ມີລິແມັດ
- 1,001-1,500 ມີລິແມັດ
- 1,501-2,000 ມີລິແມັດ
- 2,001-3,000 ມີລິແມັດ
- 3,001-4,000 ມີລິແມັດ
- > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):
700.00
ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:
ໃນຊ່ວງເດືອນ1-3 ຝົນຕົກໜ້ອຍ, ຮອດເດືອນ4 ແມ່ນຝົນເລີ້ມຕົກຫຼາຍຂ້ືນ,
ຕົກຫຼາຍທີ່ສຸດໃນຊ່ວງເດືອນ7-9 ແລ້ວກ່ໍຄ່ອຍໆຫຸຼດລົງຈົນຮອດເດືອນ12
ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:
ສູນບໍລິການເຕັກກະສິກຳ ແລະ ປ່າໄມ້ ບ້ານດູບ
ເຂດສະພາບອາກາດກະສິກໍາ
- ເຄີ່ງຄວາມຊຸ່ມ
ອາກາດໜາວແກ່ຍາວ ແລະ ມີຝົນຕົ້ກຫຼາຍ
5.2 ພູມິປະເທດ
ຄ່າສະເລ່ຍ ຄວາມຄ້ອຍຊັນ:
- ພື້ນທີ່ຮາບພຽງ (0-2%)
- ອ່ອນ (3-5 %)
- ປານກາງ (6-10 %)
- ມ້ວນ (11-15 %)
- ເນີນ(16-30%)
- ໍຊັນ (31-60%)
- ຊັນຫຼາຍ (>60%)
ຮູບແບບຂອງດິນ:
- ພູພຽງ / ທົ່ງພຽງ
- ສັນພູ
- ເປີ້ນພູ
- ເນີນພູ
- ຕີນພູ
- ຮ່ອມພູ
ເຂດລະດັບສູງ:
- 0-100 ແມັດ a.s.l.
- 101-500 ແມັດ a.s.l.
- 501-1,000 ແມັດ a.s.l.
- 1,001-1,500 ແມັດ a.s.l.
- 1,501-2,000 ແມັດ a.s.l.
- 2,001-2,500 ແມັດ a.s.l.
- 2,501-3,000 ແມັດ a.s.l.
- 3,001-4,000 ແມັດ a.s.l.
- > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
- ລັກສະນະກີ່ວ
5.3 ດິນ
ຄວາມເລິກ ຂອງດິນສະເລ່ຍ:
- ຕື້ນຫຼາຍ (0-20 ຊັງຕີແມັດ)
- ຕື້ນ (21-50 ຊຕມ)
- ເລີກປານກາງ (51-80 ຊຕມ)
- ເລິກ (81-120 ຊມ)
- ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
- ປານກາງ (ດິນໜຽວ, ດິນໂຄນ)
- ບາງລະອຽດ / ໜັກ (ໜຽວ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
- ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
- ປານກາງ (1-3 %)
5.4 ມີນໍ້າ ແລະ ຄຸນນະພາບ
ລະດັບ ນໍ້າໃຕ້ດິນ:
< 5 ແມັດ
ການມີນໍ້າ ເທິງໜ້າດິນ:
ເກີນ
ຄຸນນະພາບນໍ້າ (ບໍ່ມີການບໍາບັດ):
ມີນໍ້າດື່ມ
ມີບັນຫາ ກ່ຽວກັບນໍ້າເຄັມບໍ່?
ບໍ່ແມ່ນ
ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?
ບໍ່ແມ່ນ
5.5 ຊີວະນາໆພັນ
ຄວາມຫຼາກຫຼາຍ ທາງສາຍພັນ:
- ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
- ປານກາງ
5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ
ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
- ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
- ກຸ້ມຕົນເອງ (ພໍພຽງ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
- ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
- ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
- ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
- ການໃຊ້ແຮງງານຄົນ
- ເຄື່ອງກົນຈັກ
ເພດ:
- ຜູ້ຍິງ
- ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
- ຊາວໜຸ່ມ
- ໄວກາງຄົນ
5.7 ເນື້ອທີ່ສະເລ່ຍຂອງດິນ ທີ່ຜູ້ນຳໃຊ້ທີ່ດິນ ໃຊ້ເຮັດເຕັກໂນໂລຢີ
- <0.5 ເຮັກຕາ
- 0.5-1 ເຮັກຕາ
- 1-2 ເຮັກຕາ
- 2-5 ເຮັກຕາ
- 5-15 ເຮັກຕາ
- 15-50 ເຮັກຕາ
- 50-100 ເຮັກຕາ
- 100-500 ເຮັກຕາ
- 500-1,000 ເຮັກຕາ
- 1,000-10,000 ເຮັກຕາ
- > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
- ຂະໜາດກາງ
5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ
ເຈົ້າຂອງດິນ:
- ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
- ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
- ເປີດກວ້າງ (ບໍ່ມີການຈັດຕັ້ງ)
5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ
ສຸຂະພາບ:
- ທຸກຍາກ
- ປານກາງ
- ດີ
ການສຶກສາ:
- ທຸກຍາກ
- ປານກາງ
- ດີ
ການຊ່ວຍເຫຼືອ ດ້ານວິຊາການ:
- ທຸກຍາກ
- ປານກາງ
- ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
- ທຸກຍາກ
- ປານກາງ
- ດີ
ຕະຫຼາດ:
- ທຸກຍາກ
- ປານກາງ
- ດີ
ພະລັງງານ:
- ທຸກຍາກ
- ປານກາງ
- ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
- ທຸກຍາກ
- ປານກາງ
- ດີ
ການດື່ມນໍ້າ ແລະ ສຸຂາພິບານ:
- ທຸກຍາກ
- ປານກາງ
- ດີ
ການບໍລິການ ທາງດ້ານການເງິນ:
- ທຸກຍາກ
- ປານກາງ
- ດີ
6. ຜົນກະທົບ ແລະ ລາຍງານສະຫຼຸບ
6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ຜົນກະທົບທາງເສດຖະກິດສັງຄົມ
ການຜະລິດ
ການຜະລິດພືດ
ຄວາມຄິດເຫັນ / ລະບຸແຈ້ງ:
ຜະລິດເຂົ້າໄຮ່ບໍ່ພຽງພໍ ສໍາລັບການບໍລິໂພກໃນຄົວເຮືອນ. ຫຼັງຈາກການນໍາໃຊ້ລະບົບເຂົ້າປາ, ຊາວກະສິກອນສາມາດເກັບຜົນຜະລິດເຂົ້າໄດ້ຫຼາຍຂື້ນ.
ຄຸນນະພາບຂອງພືດ
ຄວາມຄິດເຫັນ / ລະບຸແຈ້ງ:
ການຜະລິດເຂົ້າ ແມ່ນ ບໍ່ມີປຸຍໃດ. ໃນເວລາທີ່ພວກເຂົາລ້ຽງປາໃນຂົງເຂດເຂົ້າ, ຂອງເສຍຈາກປາເຮັດຫນ້າທີ່ເປັນຝຸ່ນທໍາມະຊາດສໍາລັບເຂົ້າ.
ຜົນຜະລິດຂອງສັດ
ຄວາມຄິດເຫັນ / ລະບຸແຈ້ງ:
ໃນລ້ຽງປາໃສ່ເຂົ້າ, ຈໍານວນປາ ແມ່ນ ສາມາດລ້ຽງໄດ້ເຖີງ 2000-2500 ໂຕ
ມີນໍ້າ ແລະ ຄຸນນະພາບ
ຄວາມຕ້ອງການ ນໍ້າຊົນລະປະທານ
ຄວາມຄິດເຫັນ / ລະບຸແຈ້ງ:
ການປູກຝັງໃນພື້ນທີ່ຂ້ອນຂ້າງຄ້ອຍ(ເຂົ້າໄຮ່) ບໍ່ຈໍາເປັນຕ້ອງມີນ້ໍາຊົນລະປະທານ ແຕ່ການຂະຫຍາຍຕົວຂອງການປູກເຂົ້າຂອງເຂດທົ່ງພຽງຕ້ອງການນ້ໍາຫຼາຍ, ດັ່ງນັ້ນການນໍາໃຊ້ຊົນລະປະທານຈຳເປັນ.
ລາຍໄດ້ ແລະ ຄ່າໃຊ້ຈ່າຍ
ລາຍຮັບ ຈາກການຜະລີດ
ຄວາມຄິດເຫັນ / ລະບຸແຈ້ງ:
ລາຍໄດ້ເພີ່ມຂື້ນເນື່ອງຈາກການຂາຍປາ, ປະມານ 2-3 ລ້ານກີບຕໍ່ປີ
ມີວຽກໜັກ
ຄວາມຄິດເຫັນ / ລະບຸແຈ້ງ:
ການປູກເຂົ້າໄຮ່ ແມ່ນ ກິດຈະກໍາແບບດັ້ງເດີມ ສໍາລັບປະຊາຊົນທ້ອງຖິ່ນ, ນອກຈາກນັ້ນການປູກເຂົ້າທົ່ງພຽງປະສົມພ້ອມກັບປາ ແມ່ນ ການເພີ່ມວຽກສໍາລັບຜູ້ນໍາໃຊ້ທີ່ດິນ.
ຜົນກະທົບດ້ານວັດທະນາທໍາສັງຄົມ
ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ
ຄວາມຄິດເຫັນ / ລະບຸແຈ້ງ:
ການປູກຝັງໃນເຂດເນີນສູງ ພຽງແຕ່ບໍ່ພຽງພໍສໍາລັບ ການບໍລິໂພກໃນປີໜື່ງ. ມີເຂົ້າໄຮ່ ແລະ ເຂົ້ານາ ແມ່ນ ພຽງພໍສໍາລັບການບໍລິໂພກໃນຄອບຄົວຕະຫລອດປີ ແລະ ນອກເຫນືອຈາກນັ້ນ ກໍ່ແມ່ນມີປາ.
ຜົນກະທົບຕໍ່ລະບົບນິເວດ
ດິນ
ຄວາມຊຸ່ມຂອງດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ໃນລະດູແລ້ງ ຜູ້ທີ່ນໍາໃຊ້ທີ່ດິນນໍາເອົານ້ໍາຈາກແມ່ນ້ໍາ ໄປສູ່ພື້ນທີ່ການປູກຝັງ ຜ່ານຮ່ອງ ແລະ ດິນກໍ່ມີຄວາມຊຸ່ມຊື່ນຫຼາຍ (ຫ້ວຍບໍ່ແຫ້ງໃນລະດູແລ້ງ)
ການອັດແໜ້ນຂອງດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ເຄື່ອງຈັກຫນັກ (ລົດໄຖ) ທີ່ນໍາໃຊ້ເພື່ອການປູກຝັງ ແມ່ນ ເຮັດໃຫ້ດິນຖືກອັດແໜ້ນ.
ວົງຈອນ ຂອງສານອາຫານໃນດິນ
ຄວາມຄິດເຫັນ / ລະບຸແຈ້ງ:
ຝຸ່ນຊີວະພາບ ແລະ ຝຸ່ນຄອກ ສາມາດສ້າງນ້ໍາຂຽວ (plankton) ເປັນອາຫານສໍາລັບປາ ແລະ ຜົນຜະລິດຂອງເສຍ ຈາກປາ ຈະເປັນສານອາຫານສໍາລັບຕົ້ນເຂົ້າ.
ຊີວະນານາພັນ: ສັດ, ພືດ
ຄວາມຫຼາກຫຼາຍຂອງສັດ
ຄວາມຄິດເຫັນ / ລະບຸແຈ້ງ:
ມີປາຈໍານວນຫຼາຍຊະນິດ ທີ່ໄດ້ຖືກປ່ອຍອອກມາ ໃນແຕ່ລະປີ ແລະ ສັດອື່ນໆ ເຊັ່ນ: ກະປູ, ກົບ, ຫອຍ, ກຸ້ງທີ່ມາຈາກທໍາມະຊາດ.
ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ
ຜົນກະທົບ ຂອງໄພແຫ້ງແລ້ງ
ຄວາມຄິດເຫັນ / ລະບຸແຈ້ງ:
ໃນໄລຍະແຫ້ງແລ້ງ, ນ້ໍາແມ່ນຖືກສະໜອງຜ່ານຮ່ອງນ້ໍາ ເພື່ອການປູກເຂົ້ານາ
6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ | ເພີ່ມຂື້ນ ຫຼື ຫຼຸດລົງ | ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|---|---|
ອຸນຫະພູມປະຈໍາປີ | ເພີ່ມຂື້ນ | ປານກາງ | |
ອຸນຫະພູມລະດູການ | ລະດູແລ້ງ | ເພີ່ມຂື້ນ | ປານກາງ |
ປະລິມານນໍ້າຝົນປະຈໍາປີ | ເພີ່ມຂື້ນ | ປານກາງ | |
ປະລິມານນໍ້າຝົນຕາມລະດູການ | ລະດູແລ້ງ | ຫຼຸດລົງ | ດີ |
ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)
ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ພະຍຸຝົນ | ດີ |
ພາຍຸລົມທ້ອງຖິ່ນ | ປານກາງ |
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ແຫ້ງແລ້ງ | ປານກາງ |
ໄຟໄໝ້ດິນ | ປານກາງ |
ໄພພິບັດທາງອຸທົກກະສາກ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ດິນເຈື່ອນ | ປານກາງ |
ໄພພິບັດທາງຊີວະພາບ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ແມງໄມ້ / ການລະບາດຂອງພະຍາດ | ປານກາງ |
ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ? | |
---|---|
ໄລຍະເວລາການເຕີບໃຫຍ່ຂະຫຍາຍຕົວ | ປານກາງ |
6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ
ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງບວກເລັກນ້ອຍ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກ
ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:
ຜົນກະທົບທາງບວກເລັກນ້ອຍ
ຜົນຕອບແທນ ໃນໄລຍະຍາວ:
ຜົນກະທົບທາງບວກຫຼາຍ
6.5 ການປັບຕົວຮັບເອົາເຕັກໂນໂລຢີ
- 11-50%
ຖ້າຫາກວ່າມີ, ປະລິມານ (ຈໍານວນຂອງຄົວເຮືອນ / ເນື້ອທີ່ການຄຸ້ມຄອງ):
໌໌5 ຄອບຄົວກຳລັງລິເລີ່ມເຮັດເຕັກນິກນີ້
ທັງໝົດນັ້ນ ແມ່ນໃຜ ໄດ້ປັບຕົວເຂົ້າ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
- 91-100%
6.6 ການປັບຕົວ
ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?
ແມ່ນ
ຖ້າແມ່ນ, ລະບຸແມ່ນເງື່ອນໄຂ ໃດທີ່ໄດ້ປ່ຽນແປງ ທີ່ເຮັດໃຫ້ເກີດມີການປັບຕົວ:
- ການປ່ຽນແປງດິນຟ້າອາກາດ / ຮ້າຍແຮງ
ລະບຸການຮັບຮອງເອົາ ເຕັກໂນໂລຢີ (ການອອກແບບ, ອຸປະກອນການ / ຊະນິດພັນ ແລະ ອື່ນໆ):
ເຕັກໂນໂລຢີໄດ້ຖືກປັບຕົວ ໃຫ້ເຂົ້າກັບໄລຍະຝົນຕົກແກ່ຍາວ
6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ
ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ |
---|
ຊວ່ຍເພີ່ມຜົນຜະລິດ ເຮັດນາໃນເນື້ອທີ່ນອ້ຍ ແຕ່ໄດ້ຮັບຜົນຜະລິດຫຼາຍກ່ວາ ສາມາດກຸ້ມກິນ ສາມາດເຮັດນາໄດ້ 2 ຄັ້ງຕໍ່ປີ |
ການລ້ຽງປາປະສົມປະສານກັບນາເຂົ້າສາມາດ ສ້າງ 2 ຜະລິດຕະພັນກະສິກຳ ໃນພື້ນທີ່ດີນຕອນດຽວ |
ເສດອາຫານ, ມູນຂອງປາ ແລະ ຕະກອ່ນໃນນ້ຳສາມາດເປັນຝຸ່ນໃຫ້ແກ່ຕົ້ນເຂົ້າໃນນາ ແລະ ຊວ່ຍເພີ່ມອີນຊີວັດຖຸໃນດີນໃຫ້ຫຼາຍຂ້ືນ |
6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ
ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ຊາວກະສິກອນຈໍາເປັນຕ້ອງຊ້ືລູກປາ ໃນລະດູການຕ່ໍໄປ, ຍ້ອນວ່າພວກເຂົາບໍ່ມີຄວາມຮູ້ກ່ຽວກັບການປະສົມພັນປາ |
ການຝຶກອົບຮົມການປະສົມພັນປາແມ່ນຈໍາເປັນ |
ຈຸດອ່ອນ/ຂໍ້ບົກຜ່ອງ/ຄວາມສ່ຽງ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ | ມີວິທີການແກ້ໄຂຄືແນວໃດ? |
---|---|
ການລ້ຽງປາໃນນາເຂົ້າ ແມ່ນ ຈໍາກັດ ເນື່ອງຈາກລະບົບນ້ໍາຕື້ນທຽບກັບຫນອງທົ່ວໄປ (ຫນອງປາ) |
7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່
7.1 ວິທີການ / ແຫຼ່ງຂໍ້ມູນ
- ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ
1 ຄັ້ງ
- ການສໍາພາດ ຜູ້ນໍາໃຊ້ທີ່ດິນ
1 ຄົນ
ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?
11/07/2017
ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ
ຂະຫຍາຍທັງໝົດ ຍຸບທັງໝົດການເຊື່ອມຕໍ່
ບໍ່ມີຂໍ້ມູນການເຊື່ອມຕໍ່
ເນື້ອໃນ
ບໍ່ມີເນື້ອໃນ