ເຕັກໂນໂລຢີ

ເຕັກນິກ ການເຮັດຝຸ່ນເຟືອງ ເພື່ອປັບປຸງດິນ ໃນພື້ນທີ່ປຸກຜັກສວນຄົນ [ລາວ]

technologies_2061 - ລາວ

ຄວາມສົມບູນ: 86%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ລິນນະສຸກ ສຸດາພອນ

030 9543425 / 020 98587726

ບ້ານ ດາກຕະອອກນ້ອຍ ເມືອງ ດາກຈືງ ແຂວງ ເຊກອງ

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

05/04/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ເຕັກນິກ ການເຮັດຝຸ່ນເຟືອງ ໂດຍໃຊ້ເສດເຟືອງທີ່ເນົ່າເປື່ອຍ ແມ່ນແນວຄວາມຄິດລິເລີ່ມ ໂດຍຊາວກະສິກອນເອງ ຊຶ່ງເປັນເຕັກນິກປັບປຸງດິນ ໃນພື້ນທີ່ ປູກຜັກສວນຄົວ ຊຶ່ງເຮັດໃຫ້ດິນມີຄວາມອຸດົມສົມບູນ ເປັນການເພີ່ມຜົນຜະລິດຜັກ ໃຫ້ສູງຂຶ້ນ ແລະ ເພີ່ມຄວາມຫຼາກຫຼາຍ ຂອງຊະນິດຜັກທີ່ປູກ ໃນພື້ນທີ່ປູກຜັກສວນຄົວ ເພື່ອຄຳ້ປະກັນສະບຽງອາຫານ.

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

ເຕັກນິກການເຮັດຝຸ່ນເຟືອງ ແມ່ນເປັນເຕັກນິກ ທີ່ໄດ້ລິເລີ່ມ ໂດຍຜູ້ນໍາໃຊ້ທີ່ດິນ ຢຸ່ບ້ານດາກຕະອອກນ້ອຍ ເມືອງດາກຈືງ ແຂວງເຊກອງ ສປປລາວ ຊື່ງຜູ້ນໍາໃຊ້ທີ່ດິນ ແມ່ນໄດ້ລິເລີ່ມ ທົດລອງ ຄົ້ນຄິດເຮັດຝຸ່ນເຟືອງ ໃນປີ 2014 ເນື່ອງຈາກວ່າ ໃນເມື່ອກ່ອນ ຜູ້ນໍາໃຊ້ທີ່ດິນ ເຄີຍໃຊ້ພຽງແຕ່ ຝຸ່ນຄອກ (ຂີ້ງົວ ແລະ ຂີ້ຄວາຍ) ເພື່ອປັບປຸງດິນ ໃນພື້ນທີ່ປູກຜັກສວນຄົວ ແຕ່ຜູ້ນໍາໃຊ້ດິນ ກໍ່ຍັງໄດ້ພົບບັນຫາ ບົ້ງຫຼາຍ ແລະ ເກີດມີເພ້ຍ ຢູ່ໃນສວນຜັກ ສົ່ງຜົນກະທົບ ເຮັດໃຫ້ຜົນຜະລິດຜັກບໍ່ງາມ ແລະ ບໍ່ສາມາດ ຂາຍເປັນສິນຄ້າໄດ້. ດັ່ງນັນ, ຜູ້ນໍາໃຊ້ທີ່ດິນ ຈື່ງມີແນວຄວາມຄິດ ລິເລີ່ມ ທົດລອງ ເກັບເອົາເຟືອງ ທີ່ໄດ້ຈາກນາຕົນເອງ ພາຍຫຼັງ ການເກັບກ່ຽວເຂົ້າ ໃນເດືອນຕຸລາ ທີ່ປະໄວ້ປະມານ 4 ຫຼື 5 ເດືອນ ຈື່ງໄປເກັບເອົາເຟືອງທີ່ເປື່ອຍຈາກນາ ມາໃສ່ພື້ນທີ່ປູກຜັກ ແລະ ໄດ້ສັງເກດເຫັນວ່າ ພື້ນທີ່ດັ່ງກ່າວນັ້ນ ດິນມີຄວາມອຸດົມສົມບູນຂຶ້ນ ທີ່ສົ່ງດີເຮັດໃຫ້ ດິນມີຄວາມຊຸ່ມຊຶ່ນ ແລະ ເພີ່ມສານອາຫານໃນດິນ. ດັ່ງນັ້ນ, ຜູ້ນຳໃຊ້ທີ່ດິນ ຈຶ່ງໄດ້ທ້ອນເຟືອງໄວ້ເປັນກອງ ຢູ່ທົ່ງນາ ພາຍຫຼັງ ສຳເລັດການເກັບກ່ຽວເຂົ້ານາ ເພື່ອເປັນການບົ່ມເຟືອງໃຫ້ເສດເຟືອງເນົ່າເປື່ອຍ ກ່ອນນຳມາໃຊ້. ໂດຍປົກກະຕິແລ້ວ, ຜູ້ນຳໃຊ້ທີ່ດິນ ນຳເອົາເສດເຟືອງ ມາເຮັດຝຸ່ນເຟືອງ ຈຳນວນ 2 ຄັ້ງ ຕໍ່ ປີ. ໃນຄັ້ງທີ່ 1 ແມ່ນເຮັດໃນເດືອນຕຸລາ ພາຍຫຼັງເກັບກ່ຽວເຂົ້ານາ ໃນຊ່ວງທີ່ຝົນບໍ່ໍຕົກຫຼາຍ ແລະ ໃນຄັ້ງທີ່ 2 ແມ່ນເຮັດໃນເດືອນມັງກອນ ເຖິງ ເດືອນກຸມພາ. ວັດຖຸດິບ ທີ່ສຳຄັນ ໃນການເຮັດຝຸ່ນເຟືອງ ແມ່ນເສດເຟືອງ ແລະ ດິນ ເພື່ອປະສົມເຂົ້າກັນ. ສຳລັບອຸປະກອນ ກໍ່ມີພຽງແຕ່ກ່ຽວເຂົ້າ ໄວ້ຕັດເຟືອງ, ກະສອບ ໃສ່ເສດເຟືອງ ແລະ ສຽມ ເພື່ອໃຊ້ເຂົ້າໃນການກະກຽມ ພື້ນທີ່ປູກຜັກ. ວິທີການເຮັດຝຸ່ນເຟືອງ ແມ່ນນຳເອົາເສດເຟືອງ ຈຳນວນ 2 ກະສອບ (ປະມານ 20 ກິໂລກຣາມ) ແລະ ປະສົມເຂົ້າກັບດິນ 1 ກະສອບ (10 ກິໂລກຣາມ) ແລ້ວກໍ່ສາມາດນຳໄປໃຊ້ຄຸມໜານປູກຜັກ ທີ່ໄດ້ກະກຽມດິນໄວ້ເລີຍ (ກ່ອນເອົາເບ້ຍຜັກມາບົງ). ຫຼັງຈາກ, ການນໍາໃຊ້ຝຸ່ນເຟືອງ ຜູ້ນຳໃຊ້ທີ່ດິນ ເຫັນວ່າ ຜັກສາມາດ ຂະຫຍາຍຕົວໄດ້ດີ ໂດຍບໍ່ມີສັດຕູພືດ ຫຼື ແມງໄມ້ລົບກວນ. ດິນໄດ້ຄ່ອຍໆປ່ຽນເປັນສີດຳເຂັ້ມ ຂື້ນກວ່າເກົ່າ ເຊິ່ງເປັນຕົວຊີ້ບອກ ຂອງຄວາມອຸດົມສົມບູນ ຂອງດິນ. ສົ່ງຜົນເຮັດໃຫ້ ຜະລິດຜັກເພີ່ມຂື້ນ ແລະ ຊາວກະສິກອນ ຍັງສາມາດ ປູກພືດຜັກ ໄດ້ຫຼາຍຊະນິດ ລວມທັງ ຜັກບົ່ວ ແລະ ຜັກຫອມປ້ອມ ຊື່ງກ່ອນຫນ້ານີ້ ບໍ່ສາມາດປູກໄດ້. ໃນປະຈຸບັນ, ຜູ້ນຳໃຊ້ທີ່ດິນ ສາມາດສ້າງແຫຼ່ງລາຍຮັບ ໃນຄອບຄົວ ໂດຍການຂາຍຜັກ. ນອກຈາກນັ້ນ, ການນໍາໃຊ້ຝຸ່ນເຟືອງ ຍັງສາມາດປັບຕົວ ເຂົ້າກັບການປ່ຽນແປງ ດິນຟ້າອາກາດ ໂດຍສະເພາະ ແມ່ນໃນຊ່ວງເວລາ ທີ່ມີຝົນຕົກຫນັກ, ເນື່ອງຈາກວ່າ ດິນໄດ້ຖືກປົກຫຸ່ມ ໂດຍເຟືອງ, ມັນສາມາດ ປ້ອງກັນການເຊາະລ້າງ ຂອງໜ້າດິນ ຈາກນ້ຳຝົນ. ໂດຍທົ່ວໄປແລ້ວ, ປະຊາຊົນທ້ອງຖິ່ນ ມີຄວາມພໍໃຈ ກັບເຕັກນິກນີ້ ເພາະວ່າມັນໄດ້ ໃຊ້ພຽງແຕ່ແຮງງານ ໃນການເກັບເຟືອງ ຊື່ງຊາວກະສິກອນ ສາມາດເຮັດໄດ້ ໂດຍທີ່ບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມ. ວິທີການນຳໃຊ້ຝຸ່ນເຟືອງ ກ່ອນອື່ນແມ່ນ ຂຸດໜານຜັກ ເລິກປະມານ 15 ຊັງຕີແມັດ, ຫຼັງຈາກນັ້ນ ໃຊ້ຝຸ່ນເຟືອງທີ່ກຳລັງເປື່ອຍ ມາປະສົມກັບດິນ ທີ່ກຽມໄວ້ ຢູ່ໜານຜັກ ແລ້ວເອົາມາຄຸມດິນ ໜາປະມານ 10 ຊັງຕີແມັດ, ໃນໜານຜັກ ທີ່ມີຂະໜາດຄວາມກວ້າງ 1 ແມັດ, ຍາວ 3 ແມັດ, ແລ້ວຈື່ງເອົາເບ້ຍຜັກລົງປູກ ໄລຍະຫ່າງ ລະຫວ່າງເບ້ຍ ປະມານ 15 ຊັງຕີແມັດ ຫຼື ຫວ່ານແກ່ນພັນຜັກໃສ່ເລີຍ. ຈາກນັ້ນ, ກໍ່ນຳເອົາເຟືອງສົດ ທີ່ກຳລັງເປື່ອຍ ມາປົກປະມານ 5 ຊັງຕີແມັດ ອີກເທື່ອໜື່ງ ເພື່ອປ້ອງກັນນ້ຳຝົນ ຫຼື ເພື່ອຮັກສາຄວາມຊຸ່ມຂອງດິນ. ຊ່ອງຫວ່າງ ລະຫວ່າງ ໜານຜັກຄວນຫ່າງ ປະມານ 20 ຊັງຕີແມັດ ເພື່ອສະດວກໃນການຍ່າງໄປມາ ພາຍໃນເນື້ອທີ່ສວນປູກຜັກ ທັງໝົດ 25 ຕາແມ້ດ.

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ແຂວງເຊກອງ

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ບ້ານດາກຕະອອກນ້ອຍ ເມືອງດາກຈືງ

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2014

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ສ້າງຜົນກະທົບ ທາງເສດຖະກິດ ທີ່ເປັນປະໂຫຍດ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ການປູກພືດປະຈໍາປີ
ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ):

ຜັກກາດ, ຜັກບົ່ວ, ຫອມປ້ອມ

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ອື່ນໆ (ຕົວຢ່າງ, ຫຼັງຈາກນໍ້າຖ້ວມ):
  • ນໍາໃຊ້ນໍ້າລີນ
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 2

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ການປັບປຸງດິນ / ພືດຄຸມດິນ
  • ການຈັດການຄຸ້ມຄອງພະຍາດ ແລະ ສັດຕູພືດ ແບບປະສົມປະສານ (ລວມທັງກະສິກຳອິນຊີ)
  • ພືດຜັກສວນຄົວ

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ແຜ່ຂະຫຍາຍຢ່າງໄວວາໃນພື້ນທີ່
ຖ້າຫາກວ່າ ເຕັກໂນໂລຢີ ໄດ້ແຜ່ຂະຫຍາຍທົ່ວພື້ນທີ່ືື ຢ່າງສະໜ່ຳສະເໝີ, ໃຫ້ລະບຸ ເນື້ອທີ່ ໂດຍການຄາດຄະເນ:
  • < 0.1 ກິໂລແມັດ2 (10 ເຮັກຕາ)

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການ ທາງການກະສິກໍາ

ມາດຕະການ ທາງການກະສິກໍາ

  • A2: ອິນຊີວັດຖຸ ຫຼື ຄວາມອຸດົມສົມບູນໃນດິນ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ການເຊື່ອມໂຊມ ຂອງດິນ ທາງເຄມີ

ການເຊື່ອມໂຊມ ຂອງດິນ ທາງເຄມີ

  • Cn: ຄວາມອຸດົມສົມບູນ ລົດໜ້ອຍຖອຍລົງ ແລະ ສານອິນຊີວັດຖຸລົດລົງ (ບໍ່ແມ່ນສາເຫດມາຈາກການເຊາະເຈື່ອນ)
ການເຊື່ອມໂຊມ ຂອງດິນ ທາງກາຍະພາບ

ການເຊື່ອມໂຊມ ຂອງດິນ ທາງກາຍະພາບ

  • Pu: ການສູນເສຍ ການທໍາງານ ຂອງຊີວະພາບຜົນຜະລິດ ເນື່ອງຈາກການກິດຈະກໍາອື່ນໆ
ການເຊື່ອມໂຊມ ທາງຊີວະພາບ

ການເຊື່ອມໂຊມ ທາງຊີວະພາບ

  • Bc: ການຫຼຸດຜ່ອນການປົກຫຸ້ມຂອງພືດ
  • Bq: ປະລິມານ / ອິນຊີວັດຖຸຫຼຸດລົງ
  • Bp: ສັດຕູພືດ ແລະ ພະຍາດເພີ່ມຂື້ນ, ສູນເສຍນັກລ່າ ແມງໄມ້ທີ່ໃຊ້ປາບສັດຕູພືດ ແລະ ພະຍາດຂອງພືດ
ການເຊື່ອມໂຊມ ຂອງນໍ້າ

ການເຊື່ອມໂຊມ ຂອງນໍ້າ

  • Ha: ສະພາບແຫ້ງແລ້ງ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປ້ອງກັນການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ອຸໄລທອງ ພົມມີໄຊ

ວັນທີ:

06/04/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

ການກະກຽມ ໝານປູກຜັກ ໂດຍໃຊ້ຈົກຂຸດໜານຜັກ ຄວາມເລິກ ປະມານ 15 ຊັງຕີແມັດ, ຄວາມກວ້າງ 1 ແມັດ ແລະ ຄວາມຍາວ 3 ແມັດ. ເກັບເອົາເສດເຟືອງ ທີ່ກອງໄວ້ຢູ່ທົ່ງນາ ມາປະສົມປົນກັນ ກັບດິນ ໃນອັດຕາສ່ວນ ເຟືອງ 2 ກະສອບ ຕໍ່ກັບ ດິນ 1 ກະສອບ. ຫຼັງຈາກນັ້ນ, ເອົາຝຸ່ນເຟືອງ ມາຄຸມໜ້າດິນ ຂອງໜານຜັກ ໃຫ້ໄດ້ຄວາມສູງ 10 ຊັງຕີແມັດ. ແລ້ວກໍ່ ເອົາເຟືອງເປື່ອຍ ມາຄຸມປົກໄວ້ ໜາປະມານ 5 ຊັງຕີແມັດ. ການເຮັດສວນຜັກ ຢູ່ພື້ນທີ່ ທີ່ມີຄວາມຄ້ອຍຊັນ ປະມານ 1 ຫາ 2%. ຄວາມຫ່າງ ຂອງພືດຜັກ ປະມານ 15 x 15 ຊັງຕີແມັດ, ໄລຍະຫ່າງ ລະຫວ່າງ ໜານຜັກ ແມ່ນ 20 ຊັງຕີແມັດ, ພື້ນທີ່ທັງຫມົດ ຂອງສວນຜັກ ແມ່ນ 25 m2, ຊະນິດ ຜັກທີ່ປູກ ແມ່ນຜັກກາດ, ຜັກຫົມ, ຜັກບົ່ວ ແລະ ຜັກຫອມປ້ອມ ແລະ ຄວາມຫນາແຫນ້ນຂອງພືດ ປະມານ 145 ຕົ້ນ/ໜານ.

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ ຂະໜາດ ແລະ ເນື້ອທີ່:

25 m2

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8000.0

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ການກະກຽມໜານຜັກ ໂຄງສ້າງ ຫຼັງເກັບກ່ຽວ (ເດືອນສິງຫາ)
2. ເກັບເສດເຟືອງ ຈາກທົ່ງນາ ການຈັດການຄຸ້ມຄອງ ເດືອນຕຸລາ
3. ນຳເສດເຟືອງ ມາປົນກັບດິນ ການຈັດການຄຸ້ມຄອງ ເດືອນມັງກອນ ເຖິງເດືອນກຸມພາ

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ເກັບເສດເຟືອງ ວັນງານ 4.0 50000.0 200000.0 100.0
ອຸປະກອນ ຈົກ ດວງ 1.0 50000.0 50000.0 100.0
ອຸປະກອນ ກະສອບ ກະສອບ 30.0 2000.0 60000.0 100.0
ອຸປະກອນ ສຽມ ດວງ 1.0 35000.0 35000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 345000.0

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ການກະກຽມໜານຜັກ ໂຄງສ້າງ ເດືອນສິງຫາ
2. ເກັບເສດເຟືອງ ຢູ່ທົ່ງນາ ການຈັດການຄຸ້ມຄອງ ເດືອນຕຸລາ
3. ນຳເສດເຟືອງ ມາປົນກັບດິນ ການຈັດການຄຸ້ມຄອງ ເດືອນມັງກອນ ເຖິງເດືອນກູມພາ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ເກັບເສດເຟືອງ ວັນງານ 2.0 50000.0 100000.0 100.0
ອຸປະກອນ ຈົກ ດວງ 1.0 50000.0 50000.0 100.0
ອຸປະກອນ ກະສອບ ກະສອບ 30.0 2000.0 60000.0 100.0
ອຸປະກອນ ສຽມ ດວງ 1.0 35000.0 35000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 245000.0

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ແຮງງານ ເປັນປັດໃຈສຳຄັນ ໃນການເຮັດເຕັກນີກນີ້ ເນື່ອງຈາກວ່າ ເນ່ືອງຈາກແຮງງານ ໃນຄອບຄົວຈຳກັດ ແລະ ເປັນເວລາດຽວກັນກັບ ການກະກຽມດິນ ເພື່ອສືບຕໍ່ເຮັດນາປີ ໃນລະດູການຕໍ່ໄປ.

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):

870.00

ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ສະຖານີ ອຸຕູນິຍົມ ເມືອງດາກຈືງ

ເຂດສະພາບອາກາດກະສິກໍາ
  • ຄວາມຊຸ່ມ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ບໍ່ກ່ຽວຂ້ອງ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ຫຍາບ / ເບົາ (ດິນຊາຍ)
  • ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ປານກາງ (1-3 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

ເທິງຊັ້ນໜ້າດິນ

ການມີນໍ້າ ເທິງໜ້າດິນ:

ດີ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ມີນໍ້າດື່ມ

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ບໍ່ແມ່ນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ປະສົມ (ກຸ້ມຕົນເອງ / ເປັນສິນຄ້າ
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • 10-50 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຍິງ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ຊາວໜຸ່ມ
  • ໄວ​ກາງ​ຄົນ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດນ້ອຍ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ເປີດກວ້າງ (ບໍ່ມີການຈັດຕັ້ງ)
  • ບຸກຄົນ

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

25 ມັດ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

30 ມັດ

ຄວາມຄິດເຫັນ / ລະບຸແຈ້ງ:

ສານອິນຊີ ໃນດິນ ເພີ່ມຂື້ນ ເຮັດໃຫ້ດິນ ມີຄວາມອຸດົມສົມບູນ ສົ່ງຜົນໃຫ້ ຜົນຜະລິດຜັກ ກໍ່ເພີ່ມຂື້ນ.

ຄຸນນະພາບຂອງພືດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ກ່ອນຫນ້ານ້ີ ດິນບໍ່ງາມ ສົ່ງຜົນເຮັດໃຫ້ ຄຸນນະພາບ ຂອງຜັກກ່ໍບໍ່ງາມ. ພາຍຫັຼງ ນໍາໃຊ້ຝຸ່ນເຟືອງແລ້ວ ເຫັນວ່າ ດິນມີຄວາມອຸດົມສົມບູນຂື້ນ.

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ຜົນຜະລິດຜັກກຸ້ມກິນ ພາຍໃນຄອບຄົວ ພ້ອມມທັງສາມາດ ຂາຍເປັນສິນຄາ້ ສາມາດສ້າງລາຍຮັບໄດ້

ມີວຽກໜັກ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ເປັນການເພີ່ມວຽກ ເນ່ືອງຈາກຕ້ອງ ໄປເກັບເສດເຟືອງ ພາຍຫັຼງ ສໍາເລັດການເກັບກ່ຽວເຂົ້ານາ ແລ້ວມາກອງໄວ້ ເພື່ອເຮັດໃຫ້ເຟືອງເປ່ືອຍດີ ກ່ອນນໍາມາປະສົມກັບດິນ.

ຜົນກະທົບດ້ານວັດທະນາທໍາສັງຄົມ

ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ມີຜກັ ໄວ້ກິນ ພາຍໃນຄອບຄົວ ແລະ ຍັງສາມາດຂາຍ ເພື່ອສ້າງລາຍຮັບ ໃຫ້ຄອບຄົວ

ຜົນກະທົບຕໍ່ລະບົບນິເວດ

ດິນ

ຄວາມຊຸ່ມຂອງດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເສດເຟືອງ ສາມາດເກັບກັກນໍາ້ໄດ້ ເປັນຢ່າງດີ ພາຍຫັຼງ ຈາກປະສົມເສດເຟືອງເຂົ້າກັບດິນແລວ້ ກ່ໍເຮັດໃຫ້ດິນມີຄວາມຊຸ່ມຊ່ືນ

ການອັດແໜ້ນຂອງດິນ

ເພີ່ມຂຶ້ນ
ຫຼຸດຜ່ອນ
ຄວາມຄິດເຫັນ / ລະບຸແຈ້ງ:

ໃນເວລາທີ່ຜູ້ໃຊ້ທີ່ດິນ ປະສົມດິນ ດ້ວຍເຟືອງທີ່ເປື່ອຍ ດິນຈະປ່ຽນເປັນສີເຂັ້ມ ແລະ ມີຄວາມຜຸ່ຍຫຼາຍຂື້ນ.

ວົງຈອນ ຂອງສານອາຫານໃນດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເຟືອງ ຈະຖືກຍ່ອຍ ໂດຍໂຕຍ່ອຍສະຫຼາຍເຊັ່ນ: ຂື້ກະເດືອນ ແລະ ຈຸລິນຊີອື່ນໆ ໃນດິນ ໂດຍຜ່ານລໍາໄສ້ ຂອງພວກມັນ ແລະ ຂະບວນການຍ່ອຍສະຫຼາຍນີ້ ສາມາດ ສະໜອງທາດອາຫານສໍາລັບຜັກ.

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອຸນຫະພູມປະຈໍາປີ ເພີ່ມຂື້ນ ປານກາງ
ອຸນຫະພູມລະດູການ ລະດູແລ້ງ ຫຼຸດລົງ ດີ
ປະລິມານນໍ້າຝົນປະຈໍາປີ ເພີ່ມຂື້ນ ປານກາງ
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ປານກາງ

ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)

ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ພາຍຸລູກເຫັບທ້ອງຖິ່ນ ປານກາງ
ໄພພິບັດທາງພູມອາກາດ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອາກາດໜາວຮຸນແຮງ ບໍ່​ດີ
ໄພພິບັດທາງຊີວະພາບ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ແມງໄມ້ / ການລະບາດຂອງພະຍາດ ດີຫຼາຍ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ

ຜົນສະທ້ອນສະພາບອາກາດອື່ນໆທີ່ກ່ຽວຂ້ອງ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ໄລຍະເວລາການຂະຫຍາຍຕົວຫຼຸດລົງ ດີຫຼາຍ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ປານກາງ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • ກໍລະນີດຽວ / ການທົດລອງ
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 90-100%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
ສາມາດ ປັບປຸງດິນ ເຮັດໃຫ້ດິນມີອຸດົມສົມບູນ
ຜົນຜະລິດເພີ່ມຂ້ຶນ ແລະ ຄຸນນະພາບ ຂອງພືດຜັກກໍ່ງາມ
ການເພີ່ມຂື້ນ ຂອງຈຸລິນຊີ ທີ່ເປັນປະໂຫຍດ ເປັນຕົ້ນແມ່ນ ຂີ້ກະເດືອນ
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ເຟືອງເຮັດໃຫ້ດິນມີ ຄວາມຜຸຜຸ່ຍຫຼາຍຂື້ນ ເຮັດໃຫ້ຮາກພືດເຂົ້າໄປໃນດິນງ່າຍຂື້ນ
ນ້ໍາຊືມຜ່ານດິນ ໄດ້ດີຂື້ນ ແລະ ເຮັດໃຫ້ ດິນມີຄວາມຊຸ່ມຫຼາຍຂື້ນ

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ເສດເຟືອງ ທີ່ໄດ້ຈາກທົ່ງນາ ແມ່ນມີຈຳກັດ ແລະ ມີເປັນຍາມ (ສາມາດ ເກັບເຟືອງໄດ້ພຽງແຕ່ພາຍຫຼັງເກັບກ່ຽວເຂົ້ານາ)

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

2

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

2

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ