ເຕັກໂນໂລຢີ

ເຕັກນິກການໃຊ້ນ້ຳຈາກໜອງປາໃສ່ນາເຂົ້າ [ລາວ]

technologies_2923 - ລາວ

ຄວາມສົມບູນ: 88%

1. ຂໍ້​ມູນ​ທົ່ວ​ໄປ

1.2 ຂໍ້ມູນ ການຕິດຕໍ່ພົວພັນ ຂອງບຸກຄົນທີ່ສໍາຄັນ ແລະ ສະຖາບັນ ທີ່ມີສ່ວນຮ່ວມ ໃນການປະເມີນເອກກະສານ ເຕັກໂນໂລຢີ

ບັນດາຜູ້ຕອບແບບສອບຖາມທີ່ສໍາຄັນ ()

ຜູ້ນໍາໃຊ້ທີ່ດິນ:

ມວດ ທ້າວ ອຳນ້ອຍ

030 9137108

ບ້ານ ດູບ ເມືອງຕະໂອ້ຍ

ລາວ

ຊື່ໂຄງການ ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ/ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
Scaling-up SLM practices by smallholder farmers (IFAD)
ຊື່ສະຖາບັນ (ຫຼາຍສະຖາບັນ) ທີ່ອໍານວຍຄວາມສະດວກ ໃນການສ້າງເອກກະສານ / ປະເມີນ ເຕັກໂນໂລຢີ (ຖ້າກ່ຽວຂ້ອງ)
National Agriculture and Forestry Research Institute (NAFRI) - ລາວ

1.3 ເງື່ອນໄຂ ກ່ຽວກັບ ການນໍາໃຊ້ຂໍ້ມູນເອກະສານ ທີ່ສ້າງຂື້ນ ໂດຍຜ່ານ ອົງການພາບລວມຂອງໂລກ ທາງດ້ານແນວທາງ ແລະ ເຕັກໂນໂລຢີ ຂອງການອານຸລັກ ທໍາມະຊາດ (WOCAT)

ເມື່ອໃດທີ່ໄດ້ສັງລວມຂໍ້ມູນ (ຢູ່ພາກສະໜາມ)?

11/07/2017

ຜູ້ປ້ອນຂໍ້ມູນ ແລະ ບຸກຄົນສຳຄັນ ທີ່ໃຫ້ຂໍ້ມູນ (ຫຼາຍ) ຍິນຍອມ ຕາມເງື່ອນໄຂ ໃນການນຳໃຊ້ຂໍ້ມູນ ເພື່ອສ້າງເປັນເອກກະສານຂອງ WOCAT:

ແມ່ນ

1.4 ແຈ້ງການວ່າ ດ້ວຍຄວາມຍືນຍົງຂອງ ເຕັກໂນໂລຢີ

ການນໍາໃຊ້ ເຕັກໂນໂລຢີ ດັ່ງກ່າວໄດ້ອະທິບາຍ ເຖິງບັນຫາ ກ່ຽວກັບ ການເຊື່ອມໂຊມຂອງດິນບໍ? ຖ້າບໍ່ດັ່ງນັ້ນ ມັນບໍ່ສາມາດ ຢັ້ງຢືນໄດ້ວ່າ ເປັນເຕັກໂນໂລຊີ ໃນການຄຸ້ມຄອງ ທີ່ດິນແບບຍືນຍົງ? :

ບໍ່ແມ່ນ

2. ການອະທິບາຍ ເຕັກໂນໂລຢີ ຂອງການຄຸ້ມຄອງ ທີ່ດິນແບບຍືນຍົງ

2.1 ຄໍາອະທິບາຍສັ້ນຂອງ ເຕັກໂນໂລຢີ

ການກຳໜົດຄວາມໝາຍ ຂອງເຕັກໂນໂລຢີ:

ເຕັກນິກການນຳໃຊ້ນຳໃນໜອງປາໃສ່ນາເຂົ້າ ເພື່ອຫຼຸດຜ່ອນການນຳໃຊ້ນ້ຳຊົນລະປະທານ ແລະ ຄວາມສ່ຽງຈາກໄພແຫ້ງແລ້ງ

2.2 ການອະທິບາຍ ລາຍລະອຽດ ຂອງເຕັກໂນໂລຢີ

ການພັນລະນາ:

- ເຕັກນິກການນຳໃຊ້ນ້ຳໃນໜອງປາໃສ່ນາເຂົ້າ, ແມ່ນໄດ້ນຳໃຊ້ຢູ່ບ້ານດູບ ເມືອງຕະໂອ້ຍ ແຂວງສາລະວັນ ແລະປະຕິບັດຄັ້ງທຳອິດໃນປີ 2010 ແມ່ນໄດ້ບຸກເບີກເນື້ອທີ່ນາໃນເນື້ອທີ່ 0,5 ເຮັກຕາ, ສະນັ້ນໃນການເຮັດນາກໍ່ມີບັນຫາເລື່ອງການຂາດນ້ຳ ແລະ ກໍ່ສາມາດເຮັດນາໄດ້ພຽງລະດູດຽວກໍ່ຄືລະດູຝົນ, ແຕ່ພໍຮອດປີ 2012 ທາງຄອບຄົວຂອງ ທ້າວນອ້ຍ ກໍ່ໄດ້ມີຄວາມຄິດອັນໃໜ່ຂື້ນມາ, ໂດຍຍາກນຳໃຊ້ທີ່ດິນໃຫ້ເປັນປະໂຫຍດຫຼາຍຂື້ນ, ໂດຍໄດ້ມີການໄປຈ້າງລົດມາດຸດໜອງເພື່ອຈະລ້ຽງປາໃນເນື້ອທີ ກວ້າງ 30 ແມັດ, ຍາວ 50 ແມັດ, ເລີກ 1,50 ແມັດ, ນອກນັ້ນລາວຍັງໄດ້ນຳໃຊ້ນ້ຳຈາກໜອງທີ່ລຽງປາໄປທຳການຜະລິດປູກເຂົ້າໄດ້ທັງສອງລະດູການຄື: ລະດູແລ້ງ ແລະ ລະດູຝົນ, ຈາກນັ້ນໄດ້ມີການລະບາຍນ໊ຳດວ້ຍການຂຸດຮອ່ງນ້ຳຄວາມກວ້າງປະມານ 40cm, ເພື່ອບະບາຍນ້ຳໄປຟື້ນທຳການຜະລິດປູກເຂົ້າ.-ການນຳໃຊ້ເຕັກນິກນີ້ຍັງສາມາດໃຫ້ຜົນປະໂຫຍດເພີ່ມຜົນຜະລິດເຊັ່ນ: ປາ, ເຂົ້າ, ແລະ ເພື່ອຄ້ຳປະກັນທາງດ້ານສະບຽງອາຫານຂອງຄອບຄົວຕົນເອງ, ນອກນັ້ນຍັງສາມາດເຮັດໃຫ້ຟື້ນທີ່ທຳການຜະລິດປູກເຂົ້າມີຄວາມອຸດົມສົມບູນ, ມີຄວາມຊຸ່ມຕະຫຼອດປີ ແລະ ຍັງຫຼຸດຜ່ອນການນຳໃຊ້ນ້ຳຈາກຊົນລະປະທານອີກດ້ວຍ, ຍັງສາມາດຫຼຸດຜ່ອນການເຊາະເຈື່ອນຂອງດິນທີ່ເກີດຈາກການໄຫຼເຊາະຂອງນ້ຳປ່າ ເພາະວ່າ ການຂຸດໜອງປ່າ ຊ່ວຍໃນການເກັບກັກນ້ຳທີ່ໄຫຼມາຈາກປ່າ ບໍ່ໃຫ້ເຂົ້າສູ່ເຂດພື້ນທີ່ການຜະລິດ(ນາເຂົ້າ)ໂດຍກົງ ສະນັ້ນຟື້ນທີ່ດິນຕອນນັ້ນສາມາດທຳການຜະລິດປູກເຂົ້າໄດ້ຢ່າງຍາວນານ ແລະ ຫຼຸດຜ່ອນໄພແຫ້ງແລ້ງ, ການນຳໃຊ້ເຕັກນິກປ່ອຍນ້ຳໃນໜອງປາໃສ່ນາເຂົ້າຍັງມີຜົນກະທົບໃຫ້ແກ່ຜູ້ນຳໃຊ້ດິນຄື: ໜອງປາດັ່ງກ່າວ ແມ່ນຕ່ຳກວ່າພື້ນທີ່ການຜະລິດ ຈື່ງບໍ່ສາມາດນຳໃຊ້ນ້ຳຢ່າງທົ່ວເຖີ່ງ ຜ່ານການນຳໃຊ້ເຕັກນິກດັ່ງກ່າວເຫັນວ່າຜູ້ນຳໃຊ້ທີ່ດິນ ມີຄວາມເພີ່ງພໍໃຈຫຼາຍ ໃນເບື້ອງຕົ້ນ ເພາະສາມາດນຳໃຊ້ນ້ຳເຮັດນາໄດ້ທັງ 2 ລະດູການເຊັ່ນ: ລະດູແລ້ງ ແລະ ລະດູຝົນ, ສາມາດເພີ່ມຜົນຜະລິດໄດ້ຫຼາຍຂື້ນກວ່າເກົ່າ(ຜະລິດເຂົ້າ) ,ຍັງສາມາດລ້ຽງປາ ເພື່ອຕອບສະໜອງຊິວີດການເປັນຢູ່ຂອງຕົນເອງໄດ້ ແລະ ເຮັດໃຫ້ດິນທີ່ທຳການຜະລິດມີຄວາມຊຸ່ມຊື່ນ ບໍ່ແຂງ ແລະ ແຫ້ງແລ້ງເໝືອນແຕ່ກ່ອນ.ຈຸດດີ: (1) ການນຳໃຊ້ນ້ຳ ຈາກໜອງການນໍາໃຊ້ນ້ໍາຈາກໜອງປາ ເພື່ອໃຫ້ການປູກເຂົ້າໃນລະດູແລ້ງ ແລະ ລະດູຝົນເຊິ່ງເຮັດໃຫ້ ກິດຈະກໍາ ການກະສິກໍາບໍ່ມີການນໍາໃຊ້ນ້ໍາ ຈາກລະບົບຊົນລະປະທານ. 2. ສາມາດລ້ຽງ ແລະ ຂະຫຍາຍພັນປາຈຸດອ່ອນ: (1) ລະດັບໜອງປາ ແມ່ນ ຕ່ໍາກວ່າທີ່ດິນກະສິກໍາ ແລະ ສະນັ້ນການປູກເຂົ້າສາມາດດໍາເນີນໃນພື້ນທີ່ຈໍາກັດໂດຍຜ່ານການໄຫຼຂອງນ້ຳ; (2) ປັ໊ມນ້ໍາມັນກາຊວນ ແມ່ນ ຈໍາເປັນເພື່ອສະຫນອງນ້ໍາໃນການປູກເຂົ້າ

2.3 ຮູບພາບຂອງເຕັກໂນໂລຢີ

2.5 ປະເທດ / ເຂດ / ສະຖານທີ່ບ່ອນທີ່ ເຕັກໂນໂລຢີ ໄດ້ຮັບການນໍາໃຊ້ ແລະ ທີ່ຖືກປົກຄຸມດ້ວຍການປະເມີນຜົນ

ປະເທດ:

ລາວ

ພາກພື້ນ / ລັດ / ແຂວງ:

ສາລະວັນ

ຂໍ້ມູນເພີ່ມເຕີມຂອງສະຖານທີ່:

ບ້ານ ດູບ ເມືອງຕະໂອ້ຍ

2.6 ວັນທີໃນການຈັດຕັ້ງປະຕິບັດ

ໃຫ້ລະບຸປີ ໃນການຈັດຕັ້ງປະຕິບັດ:

2012

ຖ້າຫາກວ່າ ບໍ່ຮູ້ຈັກ ປີທີ່ຊັດເຈນ ແມ່ນໃຫ້ປະມານ ວັນທີເອົາ:
  • ຕໍ່າກວ່າ 10 ປີ ຜ່ານມາ (ມາເຖິງປະຈຸບັນ)

2.7 ການນໍາສະເໜີ ເຕັກໂນໂລຢີ

ໃຫ້ລະບຸ ເຕັກໂນໂລຢີ ໄດ້ຖືກຈັດຕັ້ງປະຕິບັດຄືແນວໃດ?
  • ໂດຍຜ່ານນະວັດຕະກໍາຄິດຄົ້ນຂອງຜູ້ນໍາໃຊ້ທີ່ດິນ

3. ການໃຈ້ແຍກ ເຕັກໂນໂລຢີ ໃນການຄຸ້ມຄອງ ດິນແບບຍືນຍົງ

3.1 ຈຸດປະສົງຫຼັກ (ຫຼາຍ) ຂອງເຕັກໂນໂລຢີ

  • ປັບປຸງ ການຜະລິດ
  • ຫຼຸດຜ່ອນ, ປ້ອງກັນ, ຟື້ນຟູ ການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນຄວາມສ່ຽງ ທາງໄພພິບັດທໍາມະຊາດ

3.2 ປະເພດການນໍາໃຊ້ທີ່ດິນ ໃນປະຈຸບັນ() ທີ່ເຕັກໂນໂລຢີ ໄດ້ຖືກນໍາໃຊ້

ດິນທີ່ປູກພືດ

ດິນທີ່ປູກພືດ

  • ການປູກພືດປະຈໍາປີ
ການປູກພືດຫຼັກ (ທີ່ສາມາດສ້າງລັບຮັບ ເປັນເງິນສົດ ແລະ ເປັນພືດສະບຽງອາຫານ):

ປູກເຂົ້ານາປີ ແລະ ນາແຊງ

ທິດທາງໄຫຼຂອງນໍ້າ, ນໍ້າ,​ ດິນທາມ

ທິດທາງໄຫຼຂອງນໍ້າ, ນໍ້າ,​ ດິນທາມ

  • ໜອງ, ເຂື່ອນໄຟຟ້າ
ຜະລິດຕະພັນຫຼັກ / ບໍລິການ:

ຜະລິດປາ ແລະ ນຳໃຊ້ນ້ຳຈາກເພື່ອຜະລິດເຂົ້

3.3 ຂໍ້ມູນເພີ່ມເຕີມກ່ຽວກັບການນໍາໃຊ້ທີ່ດິນ

ການສະໜອງນໍ້າ ໃນພື້ນທີ່ ທີ່ໄດ້ນໍາໃຊ້ ເຕັກໂນໂລຢີ:
  • ປະສົມປະສານ ກັນລະຫວ່າງ ນໍ້າຝົນ ແລະ ນໍ້າຊົນລະປະທານ
ຈໍານວນ ລະດູການ ປູກໃນປີໜຶ່ງ:
  • 2
ລະບຸ ຊະນິດ:

ນາປີ ແລະ ນາແຊງ

ຄວາມໜາແໜ້ນ ຂອງສັດລ້ຽງ (ຖ້າຫາກວ່າກ່ຽວຂ້ອງ):

ປ່ອຍແນວພັນປາ ຈຳນວນ 1000ໂຕ

3.4 ການນໍາໃຊ້ເຕັກໂນໂລຢີ ທີ່ຢູ່ໃນກຸ່ມການຄຸ້ມຄອງ ທີ່ດິນແບບຍືນຍົງ

  • ການເກັບກັກນໍ້າ
  • ການຄຸ້ມຄອງຊົນລະປະທານ (ການສະໜອງນໍ້າ, ລະບາຍ)
  • ການລ້ຽງເຜີ້ງ, ສັດນໍ້າ, ສັດປີກ, ກະຕ່າຍ, ມ້ອນໃໝ ແລະ ອື່ນໆ.

3.5 ການຂະຫຍາຍເຕັກໂນໂລຢີ

ໃຫ້ລະບຸ ການແຜ່ຂະຫຍາຍ ເຕັກໂນໂລຢີ:
  • ນໍາໃຊ້ໃນຈຸດສະເພາະ / ແນໃສ່ນໍາໃຊ້ໃນພື້ນທີ່ຂະໜາດນ້ອຍ

3.6 ມາດຕະການ ການຄຸ້ມຄອງ ທີ່ດິນແບບຍືນຍົງ ປະກອບດ້ວຍ ເຕັກໂນໂລຢີ

ມາດຕະການໂຄງສ້າງ

ມາດຕະການໂຄງສ້າງ

  • S5: ເຂື່ອນໄຟຟ້າ, ຝາຍເກັບນໍ້າ, ອ່າງ, ໜອງ
  • S7: ອຸປະກອນເກັບຮັກສາ, ສະໜອງນ້ຳ, ຊົນລະປະທານ
ມາດຕະການ ທາງດ້ານການຄຸ້ມຄອງ

ມາດຕະການ ທາງດ້ານການຄຸ້ມຄອງ

  • M1: ການປ່ຽນແປງ ປະເພດ ການນໍາໃຊ້ທີ່ດິນ

3.7 ປະເພດດິນເຊື່ອມໂຊມ ຫຼັກທີ່ໄດ້ນໍາໃຊ້ ເຕັກໂນໂລຢີ

ດິນເຊາະເຈື່ອນ ໂດຍນໍ້າ

ດິນເຊາະເຈື່ອນ ໂດຍນໍ້າ

  • Wg: ການເຊາະເຈື່ອນຮ່ອງນ້ຳ / ຫ້ວຍ

3.8 ການປ້ອງກັນ, ການຫຼຸດຜ່ອນ, ຫຼືການຟື້ນຟູຂອງການເຊື່ອມໂຊມຂອງດິນ

ໃຫ້ລະບຸ ເປົ້າໝາຍ ເຕັກໂນໂລຢີ ທີ່ພົວພັນ ກັບຄວາມເຊື່ອມໂຊມຂອງດິນ:
  • ປ້ອງກັນການເຊື່ອມໂຊມຂອງດິນ
  • ຫຼຸດຜ່ອນການເຊື່ອມໂຊມຂອງດິນ

4. ຂໍ້ກໍາໜົດ, ກິດຈະກໍາການປະຕິບັດ, ວັດຖຸດິບ, ແລະຄ່າໃຊ້ຈ່າຍ

4.1 ເຕັກນິກ ໃນການແຕ້ມແຜນວາດ ເຕັກໂນໂລຢີ

ຜູ້ຂຽນ:

ພອນສີລິ ພັນວົງສາ

ວັນທີ:

11/07/2017

4.2 ການແຕ້ມແຜນວາດອະທິບາຍເຕັກນິກ

ໜອງປາແມ່ນມີຄວາມຍາວ 50 ແມັດ, ກວ້າງ 20 ແມັດ ແລະ ມີຄວາມເລີກ 1,5 ແມັດປະຕູນ້ຳມີຂະໜາດ 40 x 40 ຊັງຕີແມັດ ເຮັດດ້ວຍ ໄມ້ແປ້ນໄລຍະຫ່າງຈາກໜອງ ຫາ ນາ ແມ່ນ ໜອງຖືກສ້າງຂ້ືນ ຢູ່ຕິດກັນກັບນາ ມີພຽງຄັນຄູ ມີຄວາມກວ້າງ 40 ຊັງຕີແມັດ ຂັ້ນໄວ້.ໃຊ້ຈັກດູດນ້ຳ ຂະໜາດ 5 ແຮງ ເພື່ອໂປມນ້ຳເຂົ້ານາ ທີ່ມີເນື້ອທີ່ທັງໝົດ 0,5 ເຮັກຕາ ແລະ ມີຄວາມຄ້ອຍຊັນ 3-5% (ເປັນລັກສະນະ ນາຂັ້ນໄດ)ແນວພັນປາທີ່ໃຊ້ ລ້ຽງມີ ປານິນ, ປາໃນ, ປາກິນຫຍ້າ ເນື້ທີ່ຂອງໜອງ ສາມາດເກັບນ້ຳໄດ້ ປະມານ 2,000 ແມັດກ້ອນ, ຈາກນ້ຳທີ່ ໄຫຼມາຕາມຮ່ອງທີ່ ປະຊາຊົນສ້າງຂ້ືນ, ໂດຍຂຸດເປັນທາງນ້ຳ ຈາກຮ່ອງລົງສູ່ໜອງອີກຕ່ໍໜ່ືງປ້ຳນ້ຳ 5 ແຮງມ້າ, ແລະ ທ່ໍນ້ຳຍາວ 10 ແມັດ

4.3 ຂໍ້ມູນທົ່ວໄປກ່ຽວກັບການຄິດໄລ່ປັດໃຈຂາເຂົ້າໃນການຜະລິດ ແລະ ມູນຄ່າອື່ນໆ

ລະບຸ ວິທີການ ຄຳໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າ ທີ່ໄດ້ຄິດໄລ່:
  • ຕໍ່ຫົວໜ່ວຍ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ
ໃຫ້ລະບຸຫົວໜ່ວຍ:

ໜອງປາ

ລະບຸປະລິມານ, ຄວາມຍາວ ແລະ ອື່ນໆ (ຖ້າຫາກວ່າກ່ຽວຂ້ອງ):

ຍາວ 50 ແມັດ, ກວ້າງ 20, ເລິກ 1,5 ແມັດ

ສະກຸນເງິນອື່ນໆ / ປະເທດອື່ນໆ (ລະບຸ):

ກີບ

ລະບຸ ອັດຕາແລກປ່ຽນ ຈາກໂດລາ ເປັນເງິນຕາທ້ອງຖີ່ນ (ຖ້າກ່ຽວຂ້ອງ): 1 ໂດລາ =:

8000.0

ລະບຸ ຄ່າຈ້າງ ຄ່າແຮງງານສະເລ່ຍ ຕໍ່ ວັນ:

50000 ກີບ

4.4 ການສ້າງຕັ້ງກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ
1. ການຂຸດຫນອງ (ການນໍາໃຊ້ເຄື່ອງຂຸດ) ໂຄງສ້າງ ເດືອນ 4
2. ປ້ານຄັນນາ ໂຄງສ້າງ ເດືອນ 4
3. ຂຸດຮ່ອງນ້ໍາຈາກຫ້ວຍໄປສູ່ຫນອງ ໂຄງສ້າງ ເດືອນ 4
4. ສ້າງປະຕູໄມ້ ໂຄງສ້າງ ເດືອນ 4
5. ເອົານ້ໍາເຂົ້າຫນອງ ມາດຕະການອື່ນໆ ເດືອນ 5
6. ຕິດຕັ້ງປັ໊ມແລະທໍ່ສໍາລັບການໂປ້ມນ້ຳເຂົ້ານາ ການຈັດການຄຸ້ມຄອງ ເດືອນ 5

4.5 ຕົ້ນທຶນ ແລະ ປັດໄຈຂາເຂົ້າທີ່ຈໍາເປັນໃນຈັດຕັ້ງປະຕິບັດ

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານຈ້າງ ຄົນ 6.0 50000.0 300000.0 100.0
ແຮງງານ ແຮງງານສໍາລັບການຂຸດຂຸມຄອງຈາກນ້ໍາຫ້ວຍໄປສູ່ຫນອງ ຄົນ 5.0 50000.0 250000.0 100.0
ແຮງງານ ແຮງງານສໍາລັບການຕື່ມນ້ໍາເຂົ້າໄປໃນຫນອງ, ການຕິດຕັ້ງປັ໊ມແລະທໍ່ສໍາລັບການໂປມນ້ຳເຂົ້າທີ່ສູງ ຄົນ 2.0 50000.0 100000.0 100.0
ອຸປະກອນ ກ່ຽວ ອັນ 2.0 25000.0 50000.0 100.0
ອຸປະກອນ ລົດຈົກ ມື້ 2.0 500000.0 1000000.0 100.0
ອຸປະກອນ ຈົກ ດວງ 3.0 40000.0 120000.0 100.0
ອຸປະກອນ ຈັກດູດນ້ຳ ໜ່ວຍ 1.0 1200000.0 1200000.0 100.0
ອຸປະກອນ ທໍ່ນ້ຳ ແມັດ 10.0 8000.0 80000.0 100.0
ວັດສະດຸກໍ່ສ້າງ ໄມ້ແປ້ນ ແຜ່ນ 2.0 15000.0 30000.0 100.0
ອື່ນໆ ແນວພັນປາ ໂຕ 1000.0 200.0 200000.0 100.0
ຕົ້ນທຶນທັງໝົດ ໃນການຈັດຕັ້ງປະຕິບັດ ເຕັກໂນໂລຢີ 3330000.0

4.6 ບໍາລຸງຮັກສາ / ແຜນຈັດຕັ້ງປະຕິບັດ ກິດຈະກໍາ

ກິດຈະກໍາ ປະເພດ ມາດຕະການ ໄລຍະເວລາ / ຄວາມຖີ່
1. ແປງຄັນນາ ໂຄງສ້າງ 1 ຄັ້ງ/ ປີ
2. ປ່ຽນປະຕູນ້ຳ ໂຄງສ້າງ ປິລະຄັ້ງ
3. ລະບາຍນ້ຳເຂົ້ານາ ການຈັດການຄຸ້ມຄອງ ກ່ອນປູກເຂົ້າ
4. ໂປມນ້ຳເຂົ້ານາ ທີ່ຢູ່ສຸງກວ່າໜອງ ການຈັດການຄຸ້ມຄອງ ກ່ອນປູກເຂົ້າ
5. ການໃຫ້ອາຫານປາ ການຈັດການຄຸ້ມຄອງ ວັນລະຄັ້ງ

4.7 ຄ່າໃຊ້ຈ່າຍ ແລະ ປັດໄຈນໍາເຂົ້າທີ່ຈໍາເປັນສໍາລັບການບໍາລຸງຮັກສາກິດຈະກໍາ / ແຜນປະຕິບັດ (ຕໍ່ປີ)

ລະບຸ ປັດໃຈ ນໍາເຂົ້າ ໃນການຜະລີດ ຫົວໜ່ວຍ ປະລິມານ ຕົ້ນທຶນ ຕໍ່ຫົວໜ່ວຍ ຕົ້ນທຶນທັງໝົດ ຂອງປັດໃຈຂາເຂົ້າ ໃນການຜະລິດ % ຂອງຕົ້ນທຶນທັງໝົດ ທີ່ຜູ້ນໍາໃຊ້ທີ່ດິນ ໃຊ້ຈ່າຍເອງ
ແຮງງານ ແຮງງານ ູຄົນ 4.0 50000.0 200000.0 100.0
ແຮງງານ ແຮງງານສໍາລັບການຂຸດຂຸມຄອງຈາກນ້ໍາຫ້ວຍໄປສູ່ຫນອງ ຄົນ 1.0 50000.0 50000.0 100.0
ແຮງງານ ແຮງງານສໍາລັບການຕື່ມນ້ໍາເຂົ້າໄປໃນຫນອງ, ການຕິດຕັ້ງປັ໊ມແລະທໍ່ສໍາລັບການໂປມນ້ຳເຂົ້າທີ່ສູງ ຄົນ 1.0 50000.0 50000.0 100.0
ແຮງງານ ແຮງງານໃຫ້ອາຫານປາ ຄົນ 1.0 50000.0 50000.0 100.0
ອຸປະກອນ ຈົກ ດວງ 2.0 40000.0 80000.0 100.0
ອຸປະກອນ ຊວ້ນ ດວງ 2.0 25000.0 50000.0 100.0
ວັດສະດຸກໍ່ສ້າງ ໄມ້ແປ້ນ 2.0 15000.0 30000.0 100.0
ຕົ້ນທຶນທັງໝົດ ທີ່ໃຊ້ໃນການບໍາລຸງຮັກສາ ເຕັກໂນໂລຢີ 510000.0

4.8 ປັດໄຈ ທີ່ສໍາຄັນ ທີ່ສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍ

ໃຫ້ອະທິບາຍ ປັດໃຈ ທີ່ສົ່ງຜົນກະທົບ ຕໍ່ຕົ້ນທຶນ ໃນການຈັດຕັ້ງປະຕິບັດ:

ປັດໃຈທີ່ສົ່ງຜົນກະທົບໃສ່ຄ່າໃຊ້ຈາຍແມ່ນ ການຈ້າງລົດຈົກ ແລະ ຄ່າແຮງງານ

5. ສະພາບແວດລ້ອມທໍາມະຊາດ ແລະ ມະນຸດ

5.1 ອາກາດ

ປະລິມານນໍ້າຝົນປະຈໍາປີ
  • < 250 ມີລິແມັດ
  • 251-500 ມີລິແມັດ
  • 501-750 ມີລິແມັດ
  • 751-1,000 ມີລິແມັດ
  • 1,001-1,500 ມີລິແມັດ
  • 1,501-2,000 ມີລິແມັດ
  • 2,001-3,000 ມີລິແມັດ
  • 3,001-4,000 ມີລິແມັດ
  • > 4,000 ມີລິແມັດ
ໃຫ້ລະບຸສະເລ່ຍ ປະລິມານນໍ້າຝົນຕົກປະຈໍາປີ ເປັນມິນລິແມັດ (ຖ້າຫາກຮູ້ຈັກ):

700.00

ຂໍ້ມູນສະເພາະ / ຄວາມເຫັນກ່ຽວກັບ ປະລິມານນໍ້າຝົນ:

ເດືອນ 1 - 3 ຝົນຕົກໜ້ອຍ ຮອດ ເດືອນ 4 ຝົນເລີ່ມຕົກຫຼາຍ, ຝົນຕົກຫຼາຍສຸດແມ່ນແຕ່ ເດືອນ 7-9. ແຕ່ເດືອນ10-12 ຝົນເລີ່ມຫຸຼດລົງ

ໃຫ້ລະບຸ ຊື່ສະຖານີ ອຸຕຸນິຍົມ ເພື່ອເປັນຂໍ້ມູນອ້າງອີງ:

ອຸຕຸນິຍົມ ສູນບ້ານ ດູບ

ເຂດສະພາບອາກາດກະສິກໍາ
  • ເຄີ່ງຄວາມຊຸ່ມ

ອຸນຫະພູມໃນເດືອນ 5 ແມ່ນ ອຸ່ນທີ່ສຸດ ໃນຮອບປີ ສະເລ່ຍ ປະມານ 27 ອົງສາ ແລະ ເຢັນທີ່ສຸດ ແມ່ນ ເດືອນ1 ສະເລ່ຍ ປະມານ 20 ອົງສາ

5.2 ພູມິປະເທດ

ຄ່າສະເລ່ຍ ຄວາມຄ້ອຍຊັນ:
  • ພື້ນທີ່ຮາບພຽງ (0-2%)
  • ອ່ອນ (3-5 %)
  • ປານກາງ (6-10 %)
  • ມ້ວນ (11-15 %)
  • ເນີນ(16-30%)
  • ໍຊັນ (31-60%)
  • ຊັນຫຼາຍ (>60%)
ຮູບແບບຂອງດິນ:
  • ພູພຽງ / ທົ່ງພຽງ
  • ສັນພູ
  • ເປີ້ນພູ
  • ເນີນພູ
  • ຕີນພູ
  • ຮ່ອມພູ
ເຂດລະດັບສູງ:
  • 0-100 ແມັດ a.s.l.
  • 101-500 ແມັດ a.s.l.
  • 501-1,000 ແມັດ a.s.l.
  • 1,001-1,500 ແມັດ a.s.l.
  • 1,501-2,000 ແມັດ a.s.l.
  • 2,001-2,500 ແມັດ a.s.l.
  • 2,501-3,000 ແມັດ a.s.l.
  • 3,001-4,000 ແມັດ a.s.l.
  • > 4,000 ແມັດ a.s.l.
ໃຫ້ລະບຸ ເຕັກໂນໂລຢີ ທີ່ໄດ້ຖືກນຳໃຊ້:
  • ບໍ່ກ່ຽວຂ້ອງ

5.3 ດິນ

ຄວາມເລິກ ຂອງດິນສະເລ່ຍ:
  • ຕື້ນຫຼາຍ (0-20 ຊັງຕີແມັດ)
  • ຕື້ນ (21-50 ຊຕມ)
  • ເລີກປານກາງ (51-80 ຊຕມ)
  • ເລິກ (81-120 ຊມ)
  • ເລິກຫຼາຍ (> 120 cm)
ເນື້ອດິນ (ໜ້າດິນ):
  • ປານກາງ (ດິນໜຽວ, ດິນໂຄນ)
ເນື້ອດິນ (ເລິກຈາກໜ້າດິນ ລົງໄປຫຼາຍກວ່າ 20 ຊັງຕິແມັດ):
  • ປານກາງ (ດິນໜຽວ, ດິນໂຄນ)
ຊັ້ນອິນຊີວັດຖຸ ເທິງໜ້າດິນ:
  • ປານກາງ (1-3 %)

5.4 ມີນໍ້າ ແລະ ຄຸນນະພາບ

ລະດັບ ນໍ້າໃຕ້ດິນ:

< 5 ແມັດ

ການມີນໍ້າ ເທິງໜ້າດິນ:

ປານກາງ

ຄຸນນະພາບນໍ້າ (ບໍ່ມີການບໍາບັດ):

ມີນໍ້າດື່ມ

ມີບັນຫາ ກ່ຽວກັບນໍ້າເຄັມບໍ່?

ບໍ່ແມ່ນ

ເກີດມີນໍ້າຖ້ວມ ໃນພື້ນທີ່ບໍ່?

ແມ່ນ

ເປັນປົກກະຕິ:

ຕອນ

5.5 ຊີວະນາໆພັນ

ຄວາມຫຼາກຫຼາຍ ທາງສາຍພັນ:
  • ປານກາງ
ຄວາມຫຼາກຫຼາຍ ທາງດ້ານ ທີ່ຢູ່ອາໃສ ຂອງສິ່ງທີ່ມີຊີວິດ:
  • ປານກາງ

5.6 ຄຸນລັກສະນະ ຂອງຜູ້ນໍາໃຊ້ທີ່ດິນ ທີ່ໄດ້ນໍາໃຊ້ເຕັກໂນໂລຢີ

ຢູ່ປະຈຳ ຫຼື ເຄື່ອນຍ້າຍຕະຫຼອດ:
  • ບໍ່ເຄື່ອນໄຫວ
ລະບົບ ການຕະຫຼາດ ແລະ ຜົນຜະລິດ:
  • ກຸ້ມຕົນເອງ (ພໍພຽງ)
ລາຍຮັບ ທີ່ບໍ່ໄດ້ມາຈາກ ການຜະລິດ ກະສິກໍາ:
  • ໜ້ອຍກ່ວາ 10 % ຂອງລາຍຮັບທັງໝົດ
ລະດັບຄວາມຮັ່ງມີ:
  • ສະເລ່ຍ
ບຸກຄົນ ຫຼື ກຸ່ມ:
  • ບຸກຄົນ / ຄົວເຮືອນ
ລະດັບ ການຫັນເປັນກົນຈັກ:
  • ການໃຊ້ແຮງງານຄົນ
ເພດ:
  • ຜູ້ຍິງ
  • ຜູ້ຊາຍ
ອາຍຸ ຂອງຜູ້ນໍາໃຊ້ທີ່ດິນ:
  • ຊາວໜຸ່ມ
  • ໄວ​ກາງ​ຄົນ

5.7 ພື້ນທີ່ສະເລ່ຍຂອງທີ່ດິນ ຫຼື ເຊົ່າໂດຍຜູ້ໃຊ້ທີ່ດິນການນໍາໃຊ້ ເຕັກໂນໂລຢີ

  • <0.5 ເຮັກຕາ
  • 0.5-1 ເຮັກຕາ
  • 1-2 ເຮັກຕາ
  • 2-5 ເຮັກຕາ
  • 5-15 ເຮັກຕາ
  • 15-50 ເຮັກຕາ
  • 50-100 ເຮັກຕາ
  • 100-500 ເຮັກຕາ
  • 500-1,000 ເຮັກຕາ
  • 1,000-10,000 ເຮັກຕາ
  • > 10,000 ເຮັກຕາ
ຖືໄດ້ວ່າ ເປັນຂະໜາດນ້ອຍ, ກາງ ຫຼື ໃຫຍ່ (ອີງຕາມເງື່ອນໄຂ ສະພາບຄວາມເປັນຈິງ ຂອງທ້ອງຖີ່ນ)? :
  • ຂະໜາດນ້ອຍ

5.8 ເຈົ້າຂອງທີ່ດິນ, ສິດໃຊ້ທີ່ດິນ, ແລະ ສິດທິການນໍາໃຊ້ນໍ້າ

ເຈົ້າຂອງດິນ:
  • ບຸກຄົນ, ບໍ່ມີຕໍາແໜ່ງ
ສິດທິ ໃນການນໍາໃຊ້ທີ່ດິນ:
  • ບຸກຄົນ
ສິດທິ ໃນການນໍາໃຊ້ນໍ້າ:
  • ບຸກຄົນ

5.9 ການເຂົ້າເຖິງການບໍລິການ ແລະ ພື້ນຖານໂຄງລ່າງ

ສຸຂະພາບ:
  • ທຸກຍາກ
  • ປານກາງ
  • ດີ
ການສຶກສາ:
  • ທຸກຍາກ
  • ປານກາງ
  • ດີ
ການຊ່ວຍເຫຼືອ ດ້ານວິຊາການ:
  • ທຸກຍາກ
  • ປານກາງ
  • ດີ
ການຈ້າງງານ (ຕົວຢ່າງ, ການເຮັດກິດຈະກໍາອື່ນ ທີ່ບໍ່ແມ່ນ ການຜະລິດກະສິກໍາ):
  • ທຸກຍາກ
  • ປານກາງ
  • ດີ
ຕະຫຼາດ:
  • ທຸກຍາກ
  • ປານກາງ
  • ດີ
ພະລັງງານ:
  • ທຸກຍາກ
  • ປານກາງ
  • ດີ
ຖະໜົນຫົນທາງ ແລະ ການຂົນສົ່ງ:
  • ທຸກຍາກ
  • ປານກາງ
  • ດີ
ການດື່ມນໍ້າ ແລະ ສຸຂາພິບານ:
  • ທຸກຍາກ
  • ປານກາງ
  • ດີ
ການ​ບໍ​ລິ​ການ​ ທາງ​ດ້ານ​ການ​ເງິນ:
  • ທຸກຍາກ
  • ປານກາງ
  • ດີ

6. ຜົນກະທົບ ແລະ ລາຍງານສະຫຼຸບ

6.1 ການສະແດງຜົນກະທົບ ພາຍໃນພື້ນທີ່ ທີ່ໄດ້ຈັດຕັ້ງປະຕິບັດ ເຕັກໂນໂລຢີ

ຜົນກະທົບທາງເສດຖະກິດສັງຄົມ

ການຜະລິດ

ການຜະລິດພືດ

ຫຼຸດລົງ
ເພີ່ມຂຶ້ນ
ປະລິມານ ກ່ອນການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

ເຮັດນາໄດ້ແຕ່ລະດູດຽວ(ນາປິ) ໄດ້ 0.6ໂຕນ

ປະລີມານ ຫຼັງການຈັດຕັ້ງປະຕິບັດ ການຄຸ້ມຄອງ ທີ່ດິນແບບຍືນຍົງ:

ເຮັດນາໄດ້2ລະດູ , ໄດ້ ຫຼາຍກ່ວາ 1ໂຕນ

ຄວາມຄິດເຫັນ / ລະບຸແຈ້ງ:

ການຜະລິດເພີ່ມຂື້ນຍ້ອນວ່າ ປັດໃຈທາງນ້ຳມີຄວາມສະດວກສະບາຍໃນການລະບາຍນ້ຳໃສ່ນາ ເຮັດໃຫ້ມີການຂະຫຍາຍພື້ນທີ່ການຜະລິດໃຫ້ຫຼາຍຂື້ນ

ຄວາມສ່ຽງ ຕໍ່ຜົນຜະລິດ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ການໃສ່ນ້ໍາຈາກຫນອງໃຫ້ຮັບປະກັນໃຫ້ການປູກເຂົ້າເຂົ້າໃນລະດູແລ້ງ

ລາຍໄດ້ ແລະ ຄ່າໃຊ້ຈ່າຍ

ຄ່າໃຊ້ຈ່າຍ ປັດໄຈນໍາເຂົ້າ ໃນການຜະລິດກະສິກໍາ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ການໃຊ້ຈັກປ້ຳນ້ໍາ ເພື່ອເຮັດໃຫ້ນ້ໍາເຂົ້າໄປໃນຂົງເຂດນາເຂົ້າທີ່ ຢູ່ສູງກ່ວາໜອງ

ລາຍຮັບ ຈາກການຜະລີດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ເພີ່ມຜົນຜະລິດເນ່ືອງຈາກສາມາດປູກໄດ້ 2 ລະດູ ແລະ ລາຍໄດ້ຈາກການຂາຍປາ

ຜົນກະທົບດ້ານວັດທະນາທໍາສັງຄົມ

ການຄໍ້າປະກັນ ສະບຽງອາຫານ / ກຸ້ມຢູ່ກຸ້ມກິນ

ຫຼຸດຜ່ອນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ການປູກເຂົ້ານາຫນື່ງລະດູ ແມ່ນ ມີພຽງແຕ່ 6 ຫາ 8 ເດືອນເທົ່ານັ້ນ ສໍາລັບການບໍລິໂພກໃນຄອບຄົວ, ຫຼັງຈາກເຕັກນິກນີ້ໄດ້ຖືກນໍາໃຊ້, ຊາວກະສິກອນສາມາດຂະຫຍາຍພື້ນທີ່ ຜະລິດ ແລະ ຜະລິດເຂົ້າໃນລະດູແລ້ງ, ຜະລິດເຂົ້າທີ່ພຽງພໍເພ່ືອລ້ຽງຄອບຄົວຂອງພວກເຂົາຕະຫລອດປີ

ການຫຼຸດຜ່ອນ ຂໍ້ຂັດແຍ່ງ

ຮ້າຍແຮງຂຶ້ນ
ປັບປຸງ
ຄວາມຄິດເຫັນ / ລະບຸແຈ້ງ:

ນ້ໍາໃນຫນອງ ແມ່ນ ພຽງພໍສໍາລັບການປູກເຂົ້າເຊິ່ງ ຫຸຼດຜ່ອນການນໍາໃຊ້ຊົນລະປະທານໃນບ້ານ. ຫນອງໄດ້ຖືກເຕີມເຕັມ ດ້ວຍຮ່ອງທີ່ ຊາວກະສິກອນສ້າງຂ້ືນ. ເພື່ອນບ້ານສາມາດນໍາໃຊ້ນ້ໍາຈາກຮ່ອງນັ້ນໄດ້

ຜົນກະທົບຕໍ່ລະບົບນິເວດ

ວົງຈອນນໍ້າ / ນໍ້າ

ປະລິມານນໍ້າ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ການປູກເຂົ້າແມ່ນອີງໃສ່ຝົນໃນເວລາແຫ້ງແລ້ງ, ຊາວກະສິກອນ ໃຊ້ນ້ໍາຈາກໜອງ ທີ່ເຕີມເຕັມຈາກນໍ້າຫ້ວຍຜ່ານຮ່ອງ (ການເກັບກັກນ້ໍາໃນຫນອງ)

ດິນ

ຄວາມຊຸ່ມຂອງດິນ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ໃນລະດູແລ້ງດິນ ແຫ້ງແລ້ວກາຍເປັນກ້ອນ ໃນປັດຈຸບັນພວກເຂົາສາມາດ ຕ່ືມນ້ໍາຈາກຫນອງເພ່ືອປັບປຸງດິນແຫ້ງໃນເວລາທີ່ພວກເຂົາຕ້ອງການ.

ດິນເປັນຜົງ / ການຈັບໂຕຂອງດິນ ທີ່ມີຂະໜາດນ້ອຍຫຼາຍ ທີ່ມີການຈັບໂຕກັນເປັນກ້ອນ

ເພີ່ມຂຶ້ນ
ຫຼຸດຜ່ອນ
ຄວາມຄິດເຫັນ / ລະບຸແຈ້ງ:

ເນ່ືອງຈາກນ້ໍາໃນຫນອງ ເມ່ືອດິນແຫ້ງແລ້ງ ແລະ ກາຍເປັນກ້ອນ, ຊາວກະສິກອນຈະປ່ອຍນ້ໍາເຂົ້າໄປໃນນາເພ່ືອປັບປຸງ ແລະ ກະກຽມພື້ນທີ່ການປູກຝັງ

ຊີວະນານາພັນ: ສັດ, ພືດ

ຄວາມຫຼາກຫຼາຍຂອງສັດ

ຫຼຸດລົງ
ເພີ່ມຂຶ້ນ
ຄວາມຄິດເຫັນ / ລະບຸແຈ້ງ:

ມີການເພີ່ມຂື້ນ ຍ້ອນຈຳພວກສັດໄດ້ມີທີ່ ຢູ່ອາໄສຈາກນ້ຳໃນໜອງປາເຊັນ: ກຸ້ງ,ຫອຍ, ກະປູ ແລະ ປາ ເປັນຕົ້ນ

ການຫຼຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແລະ ອາກາດປ່ຽນແປງ

ຜົນກະທົບ ຂອງໄພແຫ້ງແລ້ງ

ເພີ່ມຂຶ້ນ
ຫຼຸດລົງ
ຄວາມຄິດເຫັນ / ລະບຸແຈ້ງ:

ຜົນກະທົບຂອງໄພແຫ້ງແລ້ງ ແມ່ນ ຫຸຼດລົງເນ່ືອງຈາກ ເມື່ອໄພແຫ້ງແລ້ງເກີດຂື້ນ ພວກເຂົາສາມາດ ນໍາໃຊ້ນ້ໍາທີ່ກັກໄວ້ໃນຫນອງ ເພື່ອຮັບມືກັບ ຜົນກະທົບດັ່ງກ່າວ

6.2 ຜົນກະທົບທາງອ້ອມ ຈາກການນໍາໃຊ້ເຕັກໂນໂລຢີ

ການທັບຖົມ ຂອງດິນຕະກອນ ຢູ່ເຂດລຸ່ມນໍ້າ

ເພີ່ມຂຶ້ນ
ຫຼຸດລົງ

6.3 ການປ້ອງກັນ ແລະ ຄວາມບອບບາງ ຂອງເຕັກໂນໂລຢິ ໃນການປ່ຽນແປງສະພາບດິນຟ້າອາກາດ ແລະ ກ່ຽວຂ້ອງກັບອາກາດທີ່ມີການປ່ຽນແປງທີ່ຮຸນແຮງ / ໄພພິບັດທາງທໍາມະຊາດ (ຮັບຮູ້ໄດ້ໂດຍຜູ້ນໍາໃຊ້ທີ່ດິນ)

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ

ການປ່ຽນແປງດິນຟ້າອາກາດ ເທື່ອລະກ້າວ
ລະດູການ ຮູບແບບ ການປ່ຽນແປງດິນຟ້າອາກາດ / ທີ່ຮ້າຍແຮງ ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ອຸນຫະພູມປະຈໍາປີ ຫຼຸດລົງ ດີ
ອຸນຫະພູມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ດີ
ປະລິມານນໍ້າຝົນປະຈໍາປີ ເພີ່ມຂື້ນ ປານກາງ
ປະລິມານນໍ້າຝົນຕາມລະດູການ ຄວາມຊຸ່ມ / ລະດູຝົນ ເພີ່ມຂື້ນ ປານກາງ
ການປ່ຽນແປງສະພາບດິນຟ້າອາກາດອື່ນໆ ເພີ່ມຂື້ນ ດີ

ອາກາດ ທີ່ກ່ຽວພັນກັບຄວາມຮຸນແຮງ (ໄພພິບັດທາງທໍາມະຊາດ)

ໄພພິບັດທາງອຸຕຸນິຍົມ
ການນໍາໃຊ້ ເຕັກໂນໂລຢີ ສາມາດ ຮັບມື ໄດ້ຄືແນວໃດ?
ພະຍຸຝົນ ບໍ່​ດີ
ພາຍຸລູກເຫັບທ້ອງຖິ່ນ ບໍ່​ດີ

6.4 ການວິເຄາະຕົ້ນທຶນ ແລະ ຜົນປະໂຫຍດ

ຈະເຮັດປະໂຫຍດເພື່ອປຽບທຽບກັບຄ່າໃຊ້ຈ່າຍກັບສິ່ງກໍ່ສ້າງ (ຈາກທັດສະນະຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກເລັກນ້ອຍ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກຫຼາຍ

ຈະໄດ້ຮັບຜົນປະໂຫຍດເມື່ອປຽບທຽບກັບ / ຄ່າໃຊ້ຈ່າຍໃນການບຳລຸງຮັກສາທີເ່ກີດຂື້ນອິກ (ຈາກທັດສະນະຄະຕິຂອງຜູ້ນຳໃຊ້ທີ່ດິນ) ໄດ້ແນວໃດ?
ຜົນຕອບແທນ ໃນໄລຍະສັ້ນ:

ຜົນກະທົບທາງບວກ

ຜົນຕອບແທນ ໃນໄລຍະຍາວ:

ຜົນກະທົບທາງບວກຫຼາຍ

6.5 ການປັບຕົວຮັບເອົາເຕັກໂນໂລຢີ

  • ກໍລະນີດຽວ / ການທົດລອງ
ທັງໝົດນັ້ນ ແມ່ນໃຜ ທີ່ເປັນຜູ້ປັບຕົວ ໃນການນໍາໃຊ້ ເຕັກໂນໂລຢີ, ມີຈັກຄົນ ທີ່ສາມາດເຮັດເອງໄດ້, ຕົວຢ່າງ, ປາດສະຈາກ ການຊ່ວຍເຫຼືອ ທາງດ້ານອຸປະກອນ / ການຈ່າຍເປັນເງິນ?
  • 90-100%

6.6 ການປັບຕົວ

ໄດ້ມີການດັດປັບ ເຕັກໂນໂລຢີ ເພື່ອໃຫ້ແທດເໝາະກັບເງື່ອນໄຂ ການປ່ຽນແປງບໍ?

ບໍ່ແມ່ນ

6.7 ຈຸດແຂງ / ຂໍ້ດີ / ໂອກາດ ໃນການນໍາໃຊ້ ເຕັກໂນໂລຢີ

ຈຸດແຂງ / ຂໍ້ດີ / ໂອກາດໃນການນໍາໃຊ້ທີ່ດິນ
- ໄດ້ນຳໃຊ້ນ້ຳຈາກໜອງປາ ໄປທຳການຜະລິດປູກເຂົ້າໄດ້ທັງສອງລະດູຄື ລະດູແລ້ງ ແລະ ລະດູຝົນ
-ສາມາດລ້ຽງ ແລະ ຂະຫຍາຍພັນປາໄດ້
ຈຸດແຂງ / ຈຸດດີ / ໂອກາດ ຈາກທັດສະນະຂອງຜູ້ປ້ອນຂໍ້ມູນ ຫຼື ບຸກຄົນສຳຄັນ
ທຳການຜະລິດກະສິກຳ ໃນລະດູແລ້ງໄດ້ ໂດຍບໍ່ໃຊ້ນ້ຳຊົນລະປະທານ

6.8 ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງ ໃນການນໍາໃຊ້ ເຕັກໂນໂລຢີ ແລະ ວິທີການແກ້ໄຂບັນຫາ

ຈຸດອ່ອນ / ຂໍ້ເສຍ / ຄວາມສ່ຽງໃນມຸມມອງຂອງຜູ້ນໍາໃຊ້ທີ່ດິນ ມີວິທີການແກ້ໄຂຄືແນວໃດ?
ໜອງປາຕ່ຳກວ່າພື້ນທີ່ທຳການຜະລິດ, ການປູກເຂົ້າ ບໍ່ສາມາດລະບາຍນ້ຳໄປທົ່ວພື້ນທີ່ໄດ້ ນຳໃຊ້ເຄື່ອງຈັກໂປມນ້ຳຂື້ນເພື່ອທຳການຜະລິດ

7. ເອກະສານອ້າງອີງ ແລະ ການເຊື່ອມຕໍ່

7.1 ວິທີການ / ແຫຼ່ງຂໍ້ມູນ

  • ການໄປຢ້ຽມຢາມພາກສະໜາມ, ການສໍາຫຼວດພາກສະໜາມ

1 ຄັ້ງ

  • ການສໍາພາດ ຜູ້ນໍາໃຊ້ທີ່ດິນ

1 ່ທ່ານ

ຂໍ້ມູນການເຊື່ອມຕໍ່ ແລະ ເນື້ອໃນ

ຂະຫຍາຍທັງໝົດ ຍຸບທັງໝົດ

ເນື້ອໃນ